ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%
ໃນຫວ່າງບໍ່ດົນມານີ້,ສູນສະຖິຕິແຫ່ງຊາດ ກະຊວງການເງີນ ໄດ້ສະຫຼຸບຕົວເລກຂາດຕົວລວມຍອດຜະລິດຕະພັນພາຍໃນ (GDP)ປີ 2025 ແລະ ທ່າອ່ຽງ ປີ 2026 ຂະນະທີ່ລາວ ຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດເປັນຕົ້ນ ສະຖຽນລະພາບທາງດ້ານການເງິນ ແລະ ເງິນຕາ, ບັນຫາການເພີ່ມຂຶ້ນຂອງລາຄາ, ອັດຕາເງິນເຟີ້ທີ່ຍັງສືບຕໍ່ເພີ່ມຂຶ້ນ ແລະ ບັນຫາໜີ້ສິນຕ່າງປະເທດ.
ປນ, ຄາດວາ GDPຈະຂະຫຍາຍຕວຢລະດບ 5.1% - image 1
 

ສຳລັບປີ GDPພາຍໃນປີ 2025 ລວມຍອດມູນຄ່າເພີ່ມລາຄາ ໃນປີ 365,435 ຕື້ກີບ,ການຂະຫຍາຍຕົວ ຂອງເສດ ຖະກິດ 4.8%; GDPຕໍ່ຫົວຄົນ 2,176 ໂດລາສະຫະລັດ,GNIຕໍ່ຫົວຄົນ 2,029 ໂດລາສະຫະລັດ.ໃນນີ້:ດ້ານກະສິກຳ ຂະຫຍາຍຕົວຢູ່ລະດັບ 3.5% ກວມເອົາ 20.3% ຂອງ GDP(ຂະແໜງການປູກຝັງຂະຫຍາຍຕົວ ເພີ່ມຂຶ້ນ 2.3%,ຂະແໜງການລ້ຽງສັດ ຂະຫຍາຍຕົວ ເພີ່ມຂຶ້ນ 5.6%,ຂະແໜງການປ່າໄມ້ ຂະຫຍາຍຕົວ ເພີ່ມຂຶ້ນ 5.5%ແລະຂະ ແໜງການປະມົງຂະຫຍາຍຕົວ ເພີ່ມຂຶ້ນ 5.3%).ດ້ານອຸດສາຫະກຳ ຂະຫຍາຍຕົວຢູ່ລະດັບ 5.1% ກວມເອົາ 32.0% ຂອງ GDP(ຂະແໜງການພະລັງງານໄຟຟ້າຂະຫຍາຍຕົວ ເພີ່ມຂຶ້ນ6.5%, ຂະແໜງການບໍ່ແຮ່ຂະຫຍາຍຕົວ ເພີ່ມຂຶ້ນ 2.6%, ຂະແໜງການອຸດສາຫະກຳປຸງແຕ່ງຂະຫຍາຍຕົວ ເພີ່ມຂຶ້ນ 5.9%ແລະ ຂະແໜງການກໍ່ສ້າງ ເພີ່ມຂຶ້ນ 5.4%).ດ້ານບໍລິການ ຂະຫຍາຍຕົວຢູ່ລະດັບ 5.2% ກວມເອົາ36.3% ຂອງ GDP(ຂະແໜງການບໍລິການ, ທີ່ພັກອາໄສ ແລະ ຮ້ານອາຫານຂະຫຍາຍຕົວ ເພີ່ມຂຶ້ນ 8.5%, ຂະແໜງການຂົນສົ່ງ ແລະສາງຂະຫຍາຍຕົວ ເພີ່ມຂຶ້ນ 10.3%, ຂະແໜງ ການຂາຍຍົກ-ຂາຍຍ່ອຍ ເພີ່ມຂຶ້ນ 5.4%ແລະຂະແໜງການອື່ນໆ ຍັງສືບຕໍ່ຂະຫຍາຍຕົວ).

ຕໍ່ບັນຫານີ້; ລັດຖະບານ ໄດ້ສຸມໃສ່ການແກ້ໄຂບັນຫາດັ່ງກ່າວ ໂດຍນໍາໃຊ້ມາດຕະການຈັດຕັ້ງປະຕິບັດໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ການຜະລິດພາຍໃນ, ສຸມໃສ່ການຜະລິດທີ່ເປັນທ່າແຮງ ເພື່ອທົດແທນການນໍາເຂົ້າ, ສົ່ງເສີມການສົ່ງອອກສີນຄ້າ ຕິດພັນກັບການຂົນສົ່ງໂດຍສານ ຜ່ານເສັ້ນທາງລົດໄຟລາວ-ຈີນ, ສຸມໃສ່ສ້າງສະຖຽນລະພາບທາງດ້ານເງິນຕາ, ປັບປຸງນະໂຍບາຍເສດຖະກິດ-ການເງິນ, ກົນໄກການຊື້-ຂາຍເງິນຕາຕ່າງປະເທດ ຂອງລະບົບທະນາຄານ ແລະ ນະໂຍບາຍ ອື່ນໆ.

ພ້ອມນັ້ນ, ຍັງມີບັນດາແຜນງານຈຸດສຸມສ້າງພື້ນຖານໂຄງລ່າງອື່ນໆ ເພື່ອສົ່ງເສີມການຜະລິດອຸດສາຫະກໍາ ເພື່ອສົ່ງອອກ ຊຶ່ງເຮັດໃຫ້ເສດຖະກິດຂອງລາວ ໂດຍລວມຍັງມີການຂະຫຍາຍຕົວ; GDPປີ 2025 ຂະຫຍາຍຕົວຢູ່ໃນລະດັບ 4.8%, (ປີ 2024 ຂະຫຍາຍຕົວ 4.3%)ແລະ ຄາດຄະເນເບື້ອງຕົ້ນຂອງຕົວເລກ GDP 2026 ຄາດວ່າຈະຂະຫຍາຍຕົວ ຢູ່ໃນລະດັບ 5.1%.

ເພື່ອບັນລຸຄາດໝາຍ GDPໃນລະດັບ 5.1%,ໃນວັນທີ 30.1.26,ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຊີ້ໃຫ້ເຫັນບັນດາສິ່ງທ້າທາຍ ທີ່ຕ້ອງໄດ້ສືບຕໍ່ແກ້ໄຂຢ່າງຈິງຈັງ ຕໍ່ອັດຕາເງິນເຟີ້ ແລະ ລາຄາສິນຄ້າທີ່ຍັງສູງ, ອັດຕາແລກປ່ຽນທີ່ຜັນຜວນ, ຍັງມີການຮົ່ວໄຫຼ ແລະ ການຍົກເວັ້ນ ພາສີ-ອາກອນ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ, ລະດັບໜີ້ສິນສາທາລະນະ ຍັງສູງ ແລະ ການປະຕິຮູບລັດວິສາຫະກິດ ຍັງຊັກຊ້າ.

ສະນັ້ນ,ເພື່ອເປັນບ່ອນອີງໃນການເລີ່ມຕົ້ນແຜນພັດທະນາເສດຖະກິດ-ສັງຄົມ5 ປີ ຄັ້ງທີ X (2026- 2030)ທ່ານນາຍົກ ໄດ້ເນັ້ນໜັກວຽກງານບູລິມະສິດ ສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ (ສອຈ):1. ຕ້ອງຜັນຂະຫຍາຍມະຕິ 04/ກມສພ ໃຫ້ເປັນຮູບປະທຳ ໂດຍການຊຸກຍູ້ການຜະລິດພາຍໃນເພື່ອທົດແທນການນຳເຂົ້າ ແລະ ສ້າງມູນຄ່າເພີ່ມໃຫ້ແກ່ສິນຄ້າສົ່ງອອກປະຕິຮູບການເກັບລາຍຮັບສູ່ດີຈີຕອນ;2. ເລັ່ງຫັນເປັນທັນສະໄໝຢ່າງຮອບດ້ານ ເຊື່ອມຕໍ່ຖານຂໍ້ມູນ ລະຫວ່າງ ຂະແໜງການ ເລັ່ງເກັບອາກອນຈາກທຸລະກິດດີຈີຕອນຂ້າມຊາດ ແລະການຄ້າອອນລາຍ ພ້ອມທັງຄົ້ນຄວ້າເກັບອາກອນສິ່ງແວດລ້ອມ ແລະ ອາກອນທີ່ດິນຄືນໃໝ່;3. ຄຸ້ມຄອງລາຍຈ່າຍ ແລະ ໜີ້ສິນ ປະຕິບັດນະໂຍບາຍປະຢັດຢ່າງເຂັ້ມງວດ ຢຸດຕິການກູ້ຢືມ ທີ່ບໍ່ມີປະສິດທິຜົນ ແລະ ຮັບປະກັນງົບປະມານ ສຳລັບການເພີ່ມເງິນເດືອນໃຫ້ພະນັກງານ-ລັດຖະກອນ;4. ປັບປຸງລັດວິສາຫະກິດ, ເລັ່ງປະຕິຮູບລັດວິສາຫະກິດ ໃຫ້ມີກຳໄລ ແລະປະກອບສ່ວນເຂົ້າງົບປະມານ ໃຫ້ໄດ້ຢ່າງໜ້ອຍ 1% ຂອງ GDPຍົກສູງຈັນຍາບັນພະນັກງານການເງິນຕ້ອງມີຄວາມຊື່ສັດ ຮັກວິຊາຊີບ ແລະ ເດັດຂາດໃນການບັງຄັບໃຊ້ກົດໝາຍເພື່ອສະກັດກັ້ນການສໍ້ລາດບັງຫຼວງ;5. ຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງຍົກສູງຄວາມຮັບຜິດຊອບທາງການເມືອງ ເພີ່ມທະວີຄວາມສາມັກຄີ ແລະ ປະສານສົມທົບກັນຢ່າງກົມກຽວ ເພື່ອເຮັດໃຫ້ແຜນງົບປະມານປີ 2026 ບັນລຸຄາດໝາຍລາຍຮັບ ທີ່ວາງໄວ້.

(ຂ່າວ: ຣັດສະໝີ ດວງສັດຈະ)

ຄໍາເຫັນ

ຂ່າວເສດຖະກິດ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າແຕງ ແຂວງ​ເຊກອງກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2029) ເຫັນວ່າ ເສດຖະກິດເມືອງທ່າແຕງ ຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 5.7%.
6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

ໃນ 6 ເດືອນ​ຕົ້ນ​ປີ 2026 ເສດ​ຖະ​ກິດ​ແຂວງ​ອັດ​ຕະ​ປື​ຂະ​ຫຍາຍ​ຕົວ 4.3%, ໃນ​ນັ້ນຂະ​ແໜງ​ກະ​ສິ​ກຳຂະ​ຫຍາຍ​ຕົວ 4.9% ກວມ 51% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.2% ກວມ 29%,ຂະແໜງບໍລິການ ຂະຫຍາຍຕົວ 3.7% ກວມ 17% ແລະ ຂະແໜງພາສີ-ອາກອນ ຂະຫຍາຍຕົວ 5.8%.
ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ດ້ວຍສັກກະຍະພາບດ້ານຊັບພະຍາກອນທາງທຳມະຊາດ ພູມສາດ ແລະ ສະພາບອາກາດທີ່ເອື້ອອຳນວຍ ເມືອງປ່າວຊານ ໄດ້ພັດທະນາອຸດສາຫະກຳກາເຟອາຣາບີກາໃຫ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ສ້າງມູນຄ່າເພີ່ມຕາມຫ່ວງໂຊ່ການຜະລິດ. “ກາເຟອາຣາບີກາປ່າວຊານ” ໄດ້ກາຍເປັນສິນຄ້າກະສິກຳຫຼັກຂອງພື້ນທີ່ ດ້ວຍຄຸນນະພາບມາດຕະຖານສູງ ແລະ ອັດຕະລັກດ້ານລົດຊາດທີ່ໂດດເດັ່ນ ໂດຍມີຈຸດເດັ່ນຄື “ບໍ່ສົ້ມ, ບໍ່ຮຶນ,ເຂັ້ມແຕ່ບໍ່ຂົມຫຼາຍ, ຫອມແບບທຳມະຊາດກິ່ນດອກໄມ້ອ່ອນໆ” ສະທ້ອນໃຫ້ເຫັນສັກກະຍະພາບການຜະລິດແລະ ການຄວບຄຸມຄຸນນະພາບຢ່າງເປັນລະບົບ.
ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້ເມືອງໄຊເສດຖາ, ແຂວງອັດຕະປື ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ, ບັນລຸໄດ້ເກືອບ 100% ຂອງແຜນການປີ, ເຊິ່ງ ປັດຈຸບັນທົ່ວເມືອງ ມີຫົວໜ່ວຍທຸລະກິດທັງໝົດ 596 ຫົວໜ່ວຍ, ໃນນີ້ 6 ເດືອນຜ່ານມາ, ສາມາດຊຸກຍູ້ທຸລະກິດໃໝ່ເຂົ້າຈົດທະບຽນໄດ້ຕື່ມອີກ 22 ຫົວໜ່ວຍ ແລະ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ, ທີ່ຈະຕ້ອງໄດ້ເລັ່ງໃຫ້ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ.
6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

ໃນໄລຍະ 6 ເດືອນຕົ້ນປີ 2026 ແຂວງອັດຕະປື ມີອັດຕາການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບ 3.8% (ມະຕິສະພາ 5.4%), ຄິດເປັນມູນຄ່າຕາມລາຄາໃນປີ 1,231 ຕື້ກີບ ເທົ່າກັບ 15.6% ຂອງແຜນການ (ມະຕິສະພາ 7,850 ຕື້ກີບ), ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸໄດ້ 21.9 ລ້ານກີບ (ມະຕິສະພາ 42 ລ້ານກີບ).
ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ທ້າຍອາທິດຜ່ານມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ພ້ອມຄະນະ ໃຫ້ກຽດຕ້ອນຮັບຢ່າງ ອົບອຸ່ນຢູ່ທີ່ຫ້ອງປະຊຸມຂອງຕົນ.
ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ເສດຖະກິດມໍຣະດົກມີຄວາມໝາຍ ແລະ ນິຍາມກວ້າງຂວາງ. ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍຣະດົກ” ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸ ນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ມໍຣະດົກບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງເປັນຊັບສິນ ຫຼື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

ວັນທີ 13 ມັງກອນ 2026ນີ້ ຢູ່ທີ່ຫ້ອງຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມອົງການປົກຄອງເມືອງເງິນ ປະຈຳປີ2025, ພາຍໃຕ້ການເປັນປະທານ ຂອງທ່ານອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ IV ທີ່ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 25-27 ທັນວາ 2025ນີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ, ມີທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັັ້ງທີ 10, ສະມາຊິກສະພາປະຊາຊົນແຂວງຊຸດທີ IV, ຕາງໜ້າອົງການຈັດຕັັ້ງພັກ-ລັດແຂວງ, ເມືອງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັັ້ງມະຫາຊົນ ອ້ອມຂ້າງແຂວງເຂົ້າຮ່ວມ.
ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ເພີ່ມເຕີມ