![]() |
ທ່ານ ໄກສອນ ແສງເດດ ຫົວໜ້າຫ້ອງວ່າການເມືອງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ຂອງອົງການປົກຄອງ ປະຈຳປີ 2025, ຊຶ່ງທ່ານໃຫ້ຮູ້ວ່າ:ການຈັດຕັ້ງປະຕິບັດວຽກງານ ຮອບດ້ານຢູ່ເມືອງເງິນໃນ1 ປີຜ່ານມາ ມີຫຼາຍຜົນສຳເລັດຫຼາຍດ້ານ ເປັນຕົ້ນ: ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ, ບັນດາພື້ນຖານເສດຖະກິດແມ່ນສືບຕໍ່ຂະຫຍາຍຕົວຕາມສະພາບ ແລະ ເງື່ອນໄຂຢ່າງຕໍ່ເນື່ອງ ອັນທີ່ພົ້ນເດັ່ນເສດຖະກິດ ຂອງເມືອງຂະຫຍາຍຕົວຢູ່ໃນລະດັບ 6.6% ລວມຍອດມູນຄ່າຈາກການຜະລິດບັນລຸໄດ້ 807.63ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້39.04 ລ້ານກີບຕໍ່ຄົນຕໍ່ປີ, ໂຄງປະກອບເສດຖະກິດໄດ້ຂະຫຍາຍຕົວຄຄື: ຄື: ກະສິກໍາຂະຫຍາຍຕົວ4.98%,ອຸດສາຫະກໍາຂະຫຍາຍຕົວ5.2% ແລະ ບໍລິການຂະຫຍາຍຕົວ 9.7%.ຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 9,989.2ລ້ານກີບ,ທຽບໃສ່ໄລຍະດຽວກັນປີຜ່ານມາຫຼຸດລົງ 275.71 ລ້ານກີບ ປະຕິບັດໄດ້ລື່ນແຜນ 155.08%.ໃນນີ້, ຮັບຈາກສ່ວຍສາອາກອນ 9,440.24ລ້ານກີບ ປະຕິບັດໄດ້ 151.25% ຂອງແຜນການປີ ແລະ ຮັບຈາກຊັບສິນ 548.96 ລ້ານກີບປະຕິບັດໄດ້274.48% ຂອງແຜນການປີປະຕິບັດລາຍຈ່າຍໄດ້ 5,738.799 ລ້ານກີບ ທຽບໃສ່ໄລຍະດຽວກັນປີຜ່ານມາເພີ່ມຂຶ້ນ 3,646.74 ລ້ານກີບ ປະຕິບັດໄດ້100% ຂອງແຜນການປີ. ຂຶ້ນທະບຽນອອກໃບຕາດິນໄດ້ທັງໝົດ 6,448 ຕອນ, ເນື້ອທີ 4,809,502 ຕາແມັດ, ຈັດສັນທີ່ດິນຂັ້ນບ້ານໄດ້ 18 ບ້ານ,ຄອບຄົວບໍ່ທັນພົ້ນທຸກ 396 ຄອບຄົວ, ກວມເອົາ 9.99%ຫຼຸດລົງ 4.95%, ມີບ້ານພົ້ນທຸກ 18 ບ້ານ ກວມເອົາ 81.81%, ມີກອງທຶນຂັ້ນບ້ານ 19 ກອງທຶນ,ມີເງິນກອງທຶນ 32.48 ຕື້ກີບ, ເພີ່ມຂຶ້ນ 6.37 ຕື້ກີບ.ອອກໃບອະນຸຍາດດໍາເນີນກິດຈະການໃຫ້ຫົວໜ່ວຍທຸລະກິດໄດ້ 144 ຫົວໜ່ວຍ, ເພີ່ມຂຶ້ນ 51 ຫົວໜ່ວຍ;ມູນຄ່າການຜະລິດອຸດສາຫະກໍາ ແລະ ຫັດຖະກໍາບັນລຸໄດ້ 14.95ຕື້ກີບ, ເພີ່ມຂຶ້ນ 3.6 ຕື້ກີບ ປະຕິບັດໄດ້ 11.9% ຂອງແຜນການປີ.ມູນຄ່າຈໍລະຈອນສິນຄ້າຜ່ານດ່ານສາກົນນໍ້າເງິນບັນລຸໄດ້ 10.24 ລ້ານໂດລາ, ຫຼຸດລົງ 0.14 ລ້ານໂດລາ,ສະເລ່ຍແລ້ວສິນຄ້ານຳເຂົ້າຫຼາຍກວ່າສິນຄ້າສົ່ງອອກ 0.10%
ກອງປະຊຸມຄັ້ງນີ້: ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄໍາຄິດເຫັນ ເພື່ອຊອກໃຫ້ເຫັນຈຸດອ່ອນ, ຂໍ້ຄົງຄ້າງ ແລະ ວິທີການແກ້ໄຂໃນຕໍ່ໜ້າ.
(ຂ່າວ: ເມືອງເງິນ)

ຄໍາເຫັນ