ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ
ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າແຕງ ແຂວງ​ເຊກອງກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2029) ເຫັນວ່າ ເສດຖະກິດເມືອງທ່າແຕງ ຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 5.7%.

ທ່ານ ພົງສະຫວັດ ສິງຫາລາດ ຮອງເລຂາພັກເມືອງປະທານຄະນະກຳມະການປົກຄອງເມືອງທ່າແຕງ ໃຫ້ສຳພາດວ່າ: ພາຍຫຼັງສຳເລັດການດຳເນີນກອງປະຊຸມໃຫຍ່ຄັ້ງທີ Vllຂອງອົງຄະນະພັກເມືອງທ່າແຕງ ໃນຕົ້ນປີ 2025 ຜ່ານມາ, ຄະນະບໍລິຫານງານພັກເມືອງ ໄດ້ເປັນເຈົ້າການເຊືີ່ອມຊຶມ, ຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນອັນທີ່ເປັນພື້ນຖານ ຂອງມະຕິກອງປະຊຸມໃຫຍ່ ໃຫ້ລົງຮອດຮາກຖານ ເພື່ອໃຫ້ບ້ານ ແລະ ປະຊາຊົນ ເປັນເຈົ້າການປະກອບສ່ວນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ບັນລຸຕາມຄາດໝາຍ, ພ້ອມນີ້ ຄະນະພັກ-ຄະນະນໍາ ໄດ້ນຳພາ-ຊີ້ນໍາຢ່າງໃກ້ຊິດຕິດແທດ ບວກກັບສະມາຊິກພັກພະນັກງານ-ລັດຖະກອນທີ່ມີຄວາມຮັບຜິດຊອບຕໍ່ຫນ້າທີ່ວຽກງານ ແລະປະຊາຊົນ ມີຄວາມດຸໝັ່ນສ້າງເສດຖະກິດຄອບຄົວ ເຮັດໃຫ້ເສດຖະກິດຂອງເມືອງ ສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນຕໍ່ເນືີອງ ສະເລ່ຍ 5.7%, ເພີ່ມຂຶ້ນ 0.3% ລວມຍອດຜະລິດຕະພັນພາຍໃນ (GO) ບັນລຸໄດ້ 1,158,461.72 ລ້ານກີບ ສະເລ່ຍລາຍຮັບຕໍ່ຫົວຄົນ ບັນລຸໄດ້ 23,653,640 ກີບ ຫຼື ເທົ່າກັບ 1,189.43 ໂດລາ. (ມະຕິກອງປະຊຸມໃຫຍ່ຄັ້ງທີVII ວາງໄວ້ 26,790,000 ກີບ), ທຽບໃສ່ບົດສະຫຼຸບ ຂອງກອງປະຊຸມໃຫຍ່ອົງຄະນະພັກເມືອງ ຄັ້ງທີ VI ເພີ່ມຂຶ້ນ 2.9 ລ້ານກວ່າກີບ, ໃນນັ້ນ ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຢູ່ໃນລະດັບ 7.46% ກວມເອົາ 42.47%, ຂະແໜງອຸດສະຫະກຳ ຢູ່ໃນລະດັບ 6.47% ກວມເອົາ 31.21%, ຂະແໜງບໍລິການ ຢູ່ໃນລະດັບ 5.65% ກວມເອົາ 26.32%, ໄລຍະເກືອບ 2 ປີມານີ້, ສາມາດຂຸດຄົ້ນລາຍຮັບງົບປະມານໄດ້ 19.90 ຕື້ກີບ ທຽບໃສ່ ແຜນການ 5 ປີ ປະຕິບັດໄດ້ 61.57%, ການຄຸ້ມຄອງລາຍຈ່າຍປະຕິບັດສອດຄ່ອງຕາມລະບຽບກົດໝາຍ, ການຜະລິດສິນຄ້າສົ່ງອອກ ບັນລຸໄດ້ 99.12 ຕື້ກີບ ທຽບໃສ່ແຜນການປີ ໄດ້ 57.57%, ສົ່ງເສີມການຜະລິດສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ປະຕິບັດໄດ້ 7 ລາຍການ ເພີ່ມຂຶ້ນ 3 ລາຍການ, ສ້າງເງື່ອນໄຂການສະໜອງສິນເຊື່ອ ຂອງບັນດາສະຖາບັນການເງິນ ທີ່ເຄື່ອນໄຫວໃນເມືອງ ນັບມື້ນັບຂະຫຍາຍຕົວ ແລະ ທົ່ວເຖິງທຸກກຸ່ມເປົ້າໝາຍ; ອັນພົ້ນເດັ່ນ ແມ່ນໄດ້ສ້າງຕັ້ງທະນາຄານບ້ານ, ມາຮອດປັດຈຸບັນ ສໍາເລັດ 38 ບ້ານ, ມີຍອດເງິນຝາກ 1.23ຕື້ກວ່າກີບ ແລະ ສາມາດປ່ອຍກູ້ 6.9 ຕື້ ກວ່າກີບ ເຮັດໃຫ້ປະຊາຊົນ ມີທ່າແຮງໃນການພັດທະນາເສດຖະກິດຄອບຄົວຫຼາຍຂຶ້ນ, ຊຸກຍູ້ສົ່ງເສີມການຜະລິດສະບຽງອາຫານ ແລະ ການຜະລິດກະສິກຳເປັນສິນຄ້າ; ໃນນັ້ນ, ສາມາດຜະລິດເຂົ້າ ໄດ້ 18,645.10 ໂຕນ, ໃນເນື້ອທີ່ 4,005.70 ເຮັກຕາ, ສະເລ່ຍ 4.65 ໂຕນເຮັກຕາ, ທຽບໃສ່ແຜນການປີ ປະຕິບັດໄດ້ 96.67% ແລະ ຜະລິດເປັນສິນຄ້າ ປະຕິບັດໄດ້ 161,656.90 ໂຕນ, ໃນເນື້ອທີ 14,313.75 ເຮັກຕາ, ອັນຕົ້ນຕໍ ແມ່ນກາເຟ 7.120 ເຮັກຕາ, ຢ່າງພາລາ, ມັນຕົ້ນ ແລະ ພຶດຜັກ ທຽບໃສ່ແຜນການ ປະຕິບັດໄດ້ 97,02%, ຈາກນັ້ນ ຍັງໄດ້ສົ່ງເສີມປະຊາຊົນລ້ຽງສັດເປັນຟາມຈໍານວນໜຶ່ງ ເພື່ອສະໜອງຕະຫຼາດພາຍໃນ ແລະ ຕ່າງແຂວງ ເພື່ອຫັນໃຫ້ເມືອງກຸ້ມຕົນເອງ, ດ້ານການຄ້າ ແລະ ການບໍລິການ ທົ່ວເມືອງ ກໍມີສະຖານທີ່ທ່ອງທ່ຽວ 15 ແຫ່ງ, ມີແຫຼ່ງທ່ອງທ່ຽວທາງທໍາມະຊາດ 8 ແຫ່ງ, ທ່ອງທ່ຽວທາງປະຫວັດສາດ 1 ແຫ່ງ, ທ່ອງທ່ຽວທາງວັດທະນະທໍາ 3 ແຫ່ງ ແລະ ທ່ອງທ່ຽວທາງດ້ານກະສິກຳ 3 ແຫ່ງ, ການພັດທະນາພື້ນຖານໄດ້ຮັບການກໍ່ສ້າງເສັ້ນທາງບ້ານຕໍ່ບ້ານ, ບ້ານຫາເມືອງ ສາມາດທຽວໄດ້ສອງລະດູ, ລະບົບໄຟຟ້າ,ນ້ຳປະປາ ແລະສັນຍານໂທລະສັບ-ອິນເຕີເນັດ ມີຄວາມສະດວກສະບາຍ ກວມເອົາ 95%, ຂະຫຍາຍຕາຫນ່າງການສຶກສາ ສາມາດປົກຄຸມທຸກບ້ານ.

ທ່ານ ພົງສະຫວັດ ສິງຫາລາດ ກ່າວຕື່ມວ່າ: ເພື່ອເຮັດໃຫ້ມະຕິ ຄັ້ງທີ VII ຂອງອົງຄະນະພັກເມືອງ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວໄປຕາມຈັງຫວະທີ່ໝັ້ນທ່ຽງ, ຄະນະພັກ-ຄະນະນໍາ ຈະສູ້ຊົນເຮັດທຸກເງື່ອນໄຂ, ນໍາພາ-ຊີ້ນໍາ ເພື່ອໃຫ້ທຸກຂະແໜງການພາຍໃນເມືອງ ໄດ້ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດແຜນວຽກທີ່ວາງໄວ້; ທັງນີ້ ຈະໄດ້ສຸມໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າກະສິກຳສະອາດ ແລະ ທັນສະໄໝໃຫ້ຫຼາຍຂຶ້ນ.

ຂ່າວ: ອັດສະວິນ

ຄໍາເຫັນ

ຂ່າວເສດຖະກິດ

6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

ໃນ 6 ເດືອນ​ຕົ້ນ​ປີ 2026 ເສດ​ຖະ​ກິດ​ແຂວງ​ອັດ​ຕະ​ປື​ຂະ​ຫຍາຍ​ຕົວ 4.3%, ໃນ​ນັ້ນຂະ​ແໜງ​ກະ​ສິ​ກຳຂະ​ຫຍາຍ​ຕົວ 4.9% ກວມ 51% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.2% ກວມ 29%,ຂະແໜງບໍລິການ ຂະຫຍາຍຕົວ 3.7% ກວມ 17% ແລະ ຂະແໜງພາສີ-ອາກອນ ຂະຫຍາຍຕົວ 5.8%.
ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ດ້ວຍສັກກະຍະພາບດ້ານຊັບພະຍາກອນທາງທຳມະຊາດ ພູມສາດ ແລະ ສະພາບອາກາດທີ່ເອື້ອອຳນວຍ ເມືອງປ່າວຊານ ໄດ້ພັດທະນາອຸດສາຫະກຳກາເຟອາຣາບີກາໃຫ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ສ້າງມູນຄ່າເພີ່ມຕາມຫ່ວງໂຊ່ການຜະລິດ. “ກາເຟອາຣາບີກາປ່າວຊານ” ໄດ້ກາຍເປັນສິນຄ້າກະສິກຳຫຼັກຂອງພື້ນທີ່ ດ້ວຍຄຸນນະພາບມາດຕະຖານສູງ ແລະ ອັດຕະລັກດ້ານລົດຊາດທີ່ໂດດເດັ່ນ ໂດຍມີຈຸດເດັ່ນຄື “ບໍ່ສົ້ມ, ບໍ່ຮຶນ,ເຂັ້ມແຕ່ບໍ່ຂົມຫຼາຍ, ຫອມແບບທຳມະຊາດກິ່ນດອກໄມ້ອ່ອນໆ” ສະທ້ອນໃຫ້ເຫັນສັກກະຍະພາບການຜະລິດແລະ ການຄວບຄຸມຄຸນນະພາບຢ່າງເປັນລະບົບ.
ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້ເມືອງໄຊເສດຖາ, ແຂວງອັດຕະປື ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ, ບັນລຸໄດ້ເກືອບ 100% ຂອງແຜນການປີ, ເຊິ່ງ ປັດຈຸບັນທົ່ວເມືອງ ມີຫົວໜ່ວຍທຸລະກິດທັງໝົດ 596 ຫົວໜ່ວຍ, ໃນນີ້ 6 ເດືອນຜ່ານມາ, ສາມາດຊຸກຍູ້ທຸລະກິດໃໝ່ເຂົ້າຈົດທະບຽນໄດ້ຕື່ມອີກ 22 ຫົວໜ່ວຍ ແລະ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ, ທີ່ຈະຕ້ອງໄດ້ເລັ່ງໃຫ້ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ.
6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

ໃນໄລຍະ 6 ເດືອນຕົ້ນປີ 2026 ແຂວງອັດຕະປື ມີອັດຕາການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບ 3.8% (ມະຕິສະພາ 5.4%), ຄິດເປັນມູນຄ່າຕາມລາຄາໃນປີ 1,231 ຕື້ກີບ ເທົ່າກັບ 15.6% ຂອງແຜນການ (ມະຕິສະພາ 7,850 ຕື້ກີບ), ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸໄດ້ 21.9 ລ້ານກີບ (ມະຕິສະພາ 42 ລ້ານກີບ).
ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ທ້າຍອາທິດຜ່ານມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ພ້ອມຄະນະ ໃຫ້ກຽດຕ້ອນຮັບຢ່າງ ອົບອຸ່ນຢູ່ທີ່ຫ້ອງປະຊຸມຂອງຕົນ.
ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ເສດຖະກິດມໍຣະດົກມີຄວາມໝາຍ ແລະ ນິຍາມກວ້າງຂວາງ. ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍຣະດົກ” ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸ ນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ມໍຣະດົກບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງເປັນຊັບສິນ ຫຼື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ໃນຫວ່າງບໍ່ດົນມານີ້,ສູນສະຖິຕິແຫ່ງຊາດ ກະຊວງການເງີນ ໄດ້ສະຫຼຸບຕົວເລກຂາດຕົວລວມຍອດຜະລິດຕະພັນພາຍໃນ (GDP)ປີ 2025 ແລະ ທ່າອ່ຽງ ປີ 2026 ຂະນະທີ່ລາວ ຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດເປັນຕົ້ນ ສະຖຽນລະພາບທາງດ້ານການເງິນ ແລະ ເງິນຕາ, ບັນຫາການເພີ່ມຂຶ້ນຂອງລາຄາ, ອັດຕາເງິນເຟີ້ທີ່ຍັງສືບຕໍ່ເພີ່ມຂຶ້ນ ແລະ ບັນຫາໜີ້ສິນຕ່າງປະເທດ.
1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

1 ປີຜ່ານມາ ເສດຖະກິດເມືອງເງິນຂະຫຍາຍຕົວ ໃນລະດັບ 6.6%

ວັນທີ 13 ມັງກອນ 2026ນີ້ ຢູ່ທີ່ຫ້ອງຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມອົງການປົກຄອງເມືອງເງິນ ປະຈຳປີ2025, ພາຍໃຕ້ການເປັນປະທານ ຂອງທ່ານອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ, ມີພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

2021-25 ເສດຖະກິດຂອງແຂວງວຽງຈັນ ຂະຫຍາຍຕົວສະເລ່ຍ 4.8%.

ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ IV ທີ່ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 25-27 ທັນວາ 2025ນີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ, ມີທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັັ້ງທີ 10, ສະມາຊິກສະພາປະຊາຊົນແຂວງຊຸດທີ IV, ຕາງໜ້າອົງການຈັດຕັັ້ງພັກ-ລັດແຂວງ, ເມືອງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັັ້ງມະຫາຊົນ ອ້ອມຂ້າງແຂວງເຂົ້າຮ່ວມ.
ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ເພີ່ມເຕີມ