ໄຊຍະບູລີ ຮັບເຍົາວະຊົນ-ອານຸຊົນທັນວາ

ໄຊຍະບູລີ ຮັບເຍົາວະຊົນ-ອານຸຊົນທັນວາ

ໄຊຍະບູລີ ຮັບເຍົາວະຊົນ-ອານຸຊົນທັນວາ
ເມືອງໄຊຍະບູລີ ແຂວງໄຊຍະບູລີ ຈັດພິທີຮັບເຍົາວະຊົນ-ອານຸຊົນທັນວາ, ມອບໃບຢັ້ງຢືນກົມກອງ ໝວດ 3 ດີ 4 ຮູ້ ແລະ ມອບໃບຢັ້ງຢືນເຍົາວະຊົນທັນວາ ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ໂຮງຮຽນປະ ຖົມສົມບູນບ້ານແກ້ງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີສະຫາຍ ບຸນດີທໍ່ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມດ້ວຍຄູ-ອາຈານ, ເຍົາວະຊົນ-ອານຸຊົນ ເຂົ້າຮ່ວມ.
ໄຊຍະບລ ຮບເຍາວະຊນ-ອານຊນທນວາ - image 1
 

ໃນພິທີ, ສະຫາຍ ນາງ ບົວວົງ ສີຕັນ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ໄດ້ກ່າວເປີດພິທີ ພ້ອມທັງຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ຂະບວນການແຂ່ງຂັນ 3 ດີ 4 ຮູ້ປະຈຳປີ 2026, ພາຍໃນເມືອງມີເຍົາວະຊົນໃນເກນອາຍຸ 9-14 ປີ 5,927 ຄົນ ຍິງ 3,138 ຄົນ, ເຂົ້າເປັນເຍົາວະຊົນທັນວາ 4,587 ຄົນ ຍິງ 2,492 ຄົນ, ມີກອງເຍົາວະຊົນທັນວາ 69 ກອງ, 249 ໝວດ, 594 ໝູ່, ເປັນກອງນໍາໜ້າຂອງເມືອງ11 ກອງ (6 ໂຮງຮຽນ), ເປັນກອງ 3 ດີ 4 ຮູ້ 69 ກອງ (41 ໂຮງຮຽນ), ເປັນໝວດເຍົາວະຊົນ 3 ດີ 4 ຮູ້ 48 ໝວດ (44 ໂຮງຮຽນ). ຜ່ານການປະເມີນແຕ່ລະດ້ານສາມາດປະຕິບັດໄດ້ດັ່ງນີ້: ມາດຖານ 3 ດີ, ຮ່ຳຮຽນດີສາມາດປະຕິບັດໄດ້ 4,287 ຄົນ ຍິງ 2,387 ຄົນ ເທົ່າກັບ 93%, ສາມັກຄີດີປະຕິບັດໄດ້ 4,587 ຄົນ ຍິງ 2,492 ຄົນ ເທົ່າກັບ 100%, ອະນາໄມດີໄດ້ 3 ຄັ້ງ ເທົ່າກັບ 100%; ມາດຖານ 4 ຮູ້ ຮູ້ຮັກປະເທດຊາດ ແລະ ທ່ານຜູ້ນໍາ ສາມາດປະຕິບັດໄດ້ 8 ຄັ້ງ ເທົ່າກັບ 95%; ຮູ້ຮັກພໍ່ແມ່ ແລະ ຄູ-ອາຈານ ສາມາດປະຕິບັດໄດ້ 4,587 ຄົນ ເທົ່າກັບ 100%; ຮູ້ຮັກທໍາມະຊາດ ແລະ ການອອກແຮງງານ ສາມາດປະຕິບັດໄດ້ 8 ຄັ້ງ ເທົ່າກັບ 100%; ຮູ້ຈໍາແນກມິດ-ສັດຕູ ສາມາດປະຕິບັດໄດ້ 4 ຄັ້ງ ເທົ່າກັບ 97%;

ໄຊຍະບລ ຮບເຍາວະຊນ-ອານຊນທນວາ - image 2
 

ໃນພິທີ, ຕາງໜ້າມະຫາຊົນ ໄດ້ຂຶ້ນຜ່ານໃບສະໝັກ, ເລຂາຊາວໜຸ່ມໂຮງຮຽນ ມສ ເອກະພາບ ໄດ້ຂຶ້ນຜ່ານໃບຢັ້ງຢືນຜົນງານ ແລະ ໃບອະນຸມັດຮັບເອົາມະຫາຊົນເຂົ້າເປັນເຍົາວະຊົນ, ອານຸຊົນທັນວາ, ຄະນະປະ ທານມັດແພແດງໃຫ້ມະຫາຊົນ, ເຍົາວະຊົນມັດແພແດງໃຫ້ມະຫາຊົນ. ພ້ອມນີ້ໄດ້ມອບໃບຢັ້ງຢືນເປັນກອງ 3 ດີ 4 ຮູ້ໃຫ້ໂຮງຮຽນ, ມອບໃບຍ້ອງຍໍໃຫ້ນັກຮຽນເກັ່ງຄະແນນ 7 ຂຶ້ນໄປທຸກວິຊາ, ມອບຫຼຽນທີ່ລະລືກໃຫ້ເຍົາວະຊົນທັນວາ, ຕອນທ້າຍພິທີໄດ້ຊົມການແຂ່ງຂັນກິລາດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ.

ໄຊຍະບລ ຮບເຍາວະຊນ-ອານຊນທນວາ - image 3
 

ຂ່າວ-ພາບ: ສົມພົງ ສີສະຫວັດ

ຄໍາເຫັນ

ຂ່າວສືກສາ-ກິລາ

ມອບ-ຮັບ ອາຄານຮຽນມັດທະຍົມຕອນຕົ້ນ ບ້ານດອນຂະຍຸງ

ມອບ-ຮັບ ອາຄານຮຽນມັດທະຍົມຕອນຕົ້ນ ບ້ານດອນຂະຍຸງ

ພິທີມອບ-ຮັບ ອາຄານຮຽນຫຼັງໃໝ່ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານດອນຂະຍຸງ ເມືອງຕຸ້ມລານ ແຂວງສາລະວັນ ຈັດຂຶ້ນໃນວັນທີ 24 ພະຈິກຜ່ານມາ, ທີ່ໂຮງຮຽນບ້ານດອນຂະຍຸງ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະບໍໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ, ທ່ານ ນາງ ອາລຸນີ ກົມມະສິດ ພັນລະຍາທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄອບຄົວການນຳຂັ້ນສູນກາງ, ຂັ້ນແຂວງ, ຄະນະກອງທຶນສາມັກຄີຈຳປາສັກຊ່ວຍເຫຼືອສັງຄົມ ຄູ-ອາຈານ, ນັກຮຽນ ເຂົ້າຮ່ວມ.
ກິດຈະກຳອ້າຍຊ່ວຍນ້ອງ ມອບອຸປະກອນການຮຽນໃຫ້ 2 ໂຮງຮຽນ ຢູ່ເມືອງສະໜາມໄຊ

ກິດຈະກຳອ້າຍຊ່ວຍນ້ອງ ມອບອຸປະກອນການຮຽນໃຫ້ 2 ໂຮງຮຽນ ຢູ່ເມືອງສະໜາມໄຊ

ວັນທີ 24 ພະຈິກຜ່ານມາ, ຄະນະບໍລິຫານງານຊາວໜຸ່ມແຂວງອັດຕະປື ຮ່ວມກັບ 3 ອົງການຈັດຕັ້ງມະຫາຊົນ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ໄດ້ຈັດກິດຈະກຳ “ອ້າຍຊ່ວຍນ້ອງ” ໂດຍລົງຢ້ຽມຢາມ ແລະ ມອບອຸປະກອນການຮຽນ, ເຄື່ອງກິລາ ແລະ ສິ່ງຂອງຈຳເປັນໃຫ້ 2 ໂຮງຮຽນຄື: ໂຮງ ຮຽນ ມ.ຕົ້ນ ຈັນຕໍ ແລະ ໂຮງຮຽນປະຖົມໂພນສະອາດ ເມືອງສະໜາມໄຊ ແຂວງອັດຕະປື ລວມມູນຄ່າ 28 ລ້ານກີບ.
ເປີດການແຂ່ງຂັນກິລາມິດຕະພາບ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ເປີດການແຂ່ງຂັນກິລາມິດຕະພາບ ຕ້ອນຮັບວັນສຳຄັນຂອງພັກ-ຂອງຊາດ

ວັນທີ 23 ພະຈິກຜ່ານມາ, ທີ່ເດີ່ນກິລາເມືອງເງິນ ແຂວງໄຊຍະບູລີ ໄດ້ເປີດການແຂ່ງຂັນກິລາ ສ້າງຂະບວນການຂໍ່ານັບຊົມເຊີຍວັນສ້າງຕັ້ງເມືອງເງິນ ຄົບຮອບ 34 ປີ ແລະ ຕ້ອນຮັບວັນຊາດທີ 2 ທັນວາ ຄົບ ຮອບ 51 ປີ, ເຂົ້າຮ່ວມເປັນກຽດຂອງທ່ານ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາຄະນະບໍລິ ຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ກົມກອງ, ແຂກຖືກເຊີນ ແລະ ນັກກິລາ ເຂົ້າຮ່ວມ.
ໂຮງຮຽນສາທາລະນະສຸກຄໍາມ່ວນ ສອບເສັງລະດັບຊາດ ພະຍາບານ ແລະ ຜະດຸງຄັນ

ໂຮງຮຽນສາທາລະນະສຸກຄໍາມ່ວນ ສອບເສັງລະດັບຊາດ ພະຍາບານ ແລະ ຜະດຸງຄັນ

ພິທີສອບເສັງລະດັບຊາດ ສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ 7 ປະຈໍາປີ 2026 ໄດ້ຈັດຂຶ້ນພ້ອມກັນໃນຂອບເຂດທົ່ວປະເທດ ລະຫວ່າງວັນທີ 21-22 ພະຈິກຜ່ານມາ, ທີ່ໂຮງຮຽນສາທາລະນະສຸກແຂວງຄໍາມ່ວນ ໂດຍມີທ່ານ ນາງ ແພງດີ ອິນທະພານິດ ຫົວໜ້າບ໋ອດພະຍາບານ ແລະ ຜະດຸງຄັນ, ມີທ່ານ ຖາວອນ ໄກຍະລາດ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ນາງ ສຸກສະຫວັນ ປະເສີດສັກ ຮັກສາການຜູ້ອໍານວຍການໂຮງຮຽນສາທາລະນະສຸກແຂວງ ພ້ອມດ້ວຍຄູ-ອາຈານ ແລະ ນັກສອບເສັງ ເຂົ້າຮ່ວມ.
ສ​ສກເກັບ​ຂໍ້ມູນການ​ສຶກ​ສາ​ຄົ້ນ​ຄວ້າເພື່ອສົ່ງເສີມ ການສຶກສາຮຽນຮ່ວມຂອງນັກຮຽນພິການ

ສ​ສກເກັບ​ຂໍ້ມູນການ​ສຶກ​ສາ​ຄົ້ນ​ຄວ້າເພື່ອສົ່ງເສີມ ການສຶກສາຮຽນຮ່ວມຂອງນັກຮຽນພິການ

ການເຂົ້າໃຈສິ່ງທີ່ເກີດຂຶ້ນໃນຫ້ອງຮຽນຕົວຈິງແມ່ນມີຄວາມສໍາຄັນສໍາລັບການປັບປຸງການສຶກສາສໍາລັບເດັກພິການ, ຄູສາມາດໃຊ້ວິທີການທີ່ແຕກຕ່າງກັນເພື່ອຊ່ວຍໃຫ້ນັກຮຽນມີສ່ວນຮ່ວມໃນບົດຮຽນ. ປະສົບການໃນຫ້ອງຮຽນຈະແຕກຕ່າງກັນຫຼາຍສໍາລັບນັກຮຽນທີ່ມີຄວາມຫຍຸ້ງຍາກໃນດ້ານການເບິ່ງເຫັນ, ການໄດ້ຍິນ, ການສື່ສານ, ການເຄື່ອນໄຫວ ຫຼື ດ້ານການຮຽນຮູ້, ການເຂົ້າໃຈປະສົບການເຫຼົ່ານີ້ ຈະຊ່ວຍໃຫ້ຄູ ແລະ ຜູ້ເຮັດວຽກສຶກສານິເທດເຂົ້າໃຈຕໍ່ຄວາມຕ້ອງການຂອງນັກຮຽນເພື່ອໃຫ້ນັກຮຽນທຸກຄົນສາມາດຮຽນຮູ້ຮ່ວມກັນໄດ້.
ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ງານພົບປະເຍົາວະຊົນທັນວາ ປະຈໍາປີ 2026 ຈັດຂຶ້ນໃນວັນທີ 20 ພະຈິກຜ່ານມາ ທີ່ໂຮງຮຽນມັດທະ ຍົມສົມບູນ ຟ້າສີຄາມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພູວອນ ພົງລາດແລ້ວ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ບັນດາຫ້ອງການ, ຄະນະກໍາມະການປົກຄອງຕາແສງ, ບ້ານ, ຄະນະຜູ້ອໍານວຍການໂຮງຮຽນ, ຄູ-ອາຈານ ແລະ ສະມາ ຊິກເຍົາວະຊົນທັນວາ ເຂົ້າຮ່ວມ.
ໂຮງຮຽນພູນສະຫວັດ-ຟ້າສີຄາມ ຊະນະເລີດແຂ່ງຂັນສິລະປະຟ້ອນ ນັກຮຽນມັດທະຍົມປີ 2026

ໂຮງຮຽນພູນສະຫວັດ-ຟ້າສີຄາມ ຊະນະເລີດແຂ່ງຂັນສິລະປະຟ້ອນ ນັກຮຽນມັດທະຍົມປີ 2026

ບໍລິສັດ ລາວເວີນ ຈໍາກັດ ຮ່ວມກັບ ຂະແໜງກິລາກາຍະກໍາ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຈັດການແຂ່ງຂັນສິລະປະຟ້ອນລວມໝູ່ ນັກຮຽນມັດທະຍົມສຶກສາ ທົ່ວ ນວ ຊີງທຶນການສຶກສາ ປະຈໍາປີ 2026 ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ຈັດຂຶ້ນໃນວັນທີ 21-22 ພະຈິກ ນີ້ ຢູ່ສູນການຄ້າລາວ-ໄອເຕັກ ເພື່ອເຮັດໃຫ້ຊາວໜຸ່ມ-ເຍົາວະຊົນ ທີ່ມັກຮັກໃນການສະແດງສິລະປະ-ວັດທະນະທໍາຮີດຄອງປະເພນີລາວ (ຮີດ 12 ຄອງ 14) ແລະ ໃຊ້ເວລາຫວ່າງໃຫ້ເກີດປະໂຫຍດ ຫ່າງໄກຈາກສິ່ງເສບຕິດ.
ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ໂຮງຮຽນມັດທະຍົມສົມບູນອຸທຸມພອນເມືອງອຸທຸມພອນແຂວງສະຫວັນນະເຂດ, ໄດ້ຈັດກິດຈະກໍາງານແຂ່ງຂັນພາລະສຶກສາ-ສິລະປະສຶກສາ ປະຈໍາປີ 2026-2027ໃນວັນທີ 19 ພະຈິກນີ້ ທີ່ເດິ່ນໂຮງຮຽນດັ່ງກ່າວ,ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສີວິໄລ ສຸລິໂຍຮອງປະທານຄະນະກໍາມະການປົກຄອງເມືອງອຸທຸມພອນ.
ຄອບຄົວພູມສະຫວັນ ທຸ້ມທຶນ 4.5ຕື້ກີບ ສ້າງໂຮງຮຽນມັດທະຍົມໜອງປີງ

ຄອບຄົວພູມສະຫວັນ ທຸ້ມທຶນ 4.5ຕື້ກີບ ສ້າງໂຮງຮຽນມັດທະຍົມໜອງປີງ

ຄອບຄົວແມ່ເຖົ້າ ພູທອນ ພູມສະຫວັນ ພ້ອມດ້ວຍລູກຫຼານ ທຸ້ມທຶນ 4.5 ຕື້ກີບ ກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ໜອງປີງ ເມືອງບົວລະພາ ແຂວງ​ຄຳ​ມ່ວນເພື່ອສ້າງສະພາບແວດລ້ອມການຮຽນທີ່ດີ ແລະ ຂະຫຍາຍໂອກາດໃຫ້ເດັກນ້ອຍເຂົ້າເຖິງການສຶກສາ.
ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ