ງານບຸນມະໂຫລານກາເຟແລະ ຜະລິດຕະພັນກະສິກໍາລາວປະຈຳປີ 2026 ຈັດຂຶ້ນຢ່າງຍິ່ງໃຫຍ່
ງານບຸນມະໂຫລານກາເຟ ແລະ ຜະລິດຕະພັນກະສິກຳລາວພູພຽງບໍລະເວນປະຈຳປີ 2026 ໄດ້ເປີດຂຶ້ນຢ່າງຍິ່ງໃຫຍ່ ໃນວັນທີ 25 ພະຈິກຜ່ານມາ, ທີ່ ນະຄອນປາກເຊແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ, ມີບັນດາທ່ານລັດຖະມົນຕີ, ການນຳແຂວງຈຳປາສັກ,ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ, ຜູ້ປະກອບການ ແລະແຂກຖືກເຊີນ ເຂົ້າຮ່ວມ.
ການຈັດງານຄັ້ງນີ້ ເພື່ອສົ່ງເສີມກາເຟລາວໃຫ້ເປັນທີ່ຮູ້ຈັກກວ້າງຂວາງຫຼາຍຂຶ້ນໃນຕະຫຼາດສາກົນ ຂອງກຸ່ມທຸລະກິດຂະໜາດນ້ອຍ-ກາງ ແລະ ຫົວໜ່ວຍການຜະລິດຕ່າງໆ, ທັງເປັນການກະຕຸ້ນການທ່ອງທ່ຽວລາວ ກໍຄືແຂວງຈຳປາສັກ ໂດຍສະເພາະຢູ່ເຂດພູພຽງບໍລະເວນ ທີ່ມີຄວາມສວຍງາມ, ອຸດົມສົມບູນ, ເປັນແຫຼ່ງປູກກາເຟທີ່ມີລົດຊາດ-ກິ່ນຫອມ ແບບເອກະລັກສະເພາະ ແລະ ມີຊື່ສຽງຂອງປະເທດ, ທັງເປັນການຊ່ວຍວາງພື້ນຖານອັນໜັກແໜ້ນໃຫ້ກາເຟລາວສາມາດກ້າວເຂົ້າເປັນສະມາຊິກຂອງອົງການກາເຟສາກົນ (ICO) ໃນອະນາຄົດ. ພ້ອມກັນນັ້ນ ຍັງເປັນການສ້າງໂອກາດ ແລະ ເງື່ອນໄຂອັນດີ ໃນການນຳສະເໜີລົດຊາດທີ່ເປັນເອກະລັກ ແລະ ຄຸນນະພາບຂອງກາເຟລາວ, ເປັນເວທີແລກປ່ຽນຄວາມຮູ້, ບົດຮຽນ-ປະສົບການ ຕະຫຼອດຮອດການພົວພັນຮ່ວມມື ລະຫວ່າງ ຊາວສວນກາເຟ ກັບຄູ່ຮ່ວມທຸລະກິດ ແລະ ຄູ່ຮ່ວມງານສາກົນ, ສັງຄົມ ໄດ້ຮັບຮູ້ຕ່ອງໂສ້ການຜະລິດ ແລະ ຈຳໜ່າຍກາເຟ ກໍຄືການພົວພັນຂອງບັນດາ ຊາວສວນ, ຜູ້ຜະລິດ, ຜູ້ປະກອບການ, ຜູ້ຂົ້ວກາເຟ, ຜູ້ປຸງແຕ່ງ ແລະ ທຸກພາກສ່ວນ ທີ່ມີສ່ວນຮ່ວມ ໃນການຜະລິດ, ຈຳໜ່າຍ, ຊົມໃຊ້ ແລະ ດື່ມກາເຟ, ເຮັດໃຫ້ອຸດສາຫະກຳກາເຟລາວ ເຕີບໃຫຍ່ຂະຫຍາຍຕົວ ທັງຕະຫຼາດພາຍໃນ ແລະ ຕ່າງປະເທດ.
 |
| |
ຕິດພັນກັບການເຄື່ອນໄຫວເປີດງານມະຫາກຳກາເຟລາວ ແລະ ຜະລິດຕະພັນກະສິກຳ ຢູ່ແຂວງຈຳປາສັກ ຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມໂຄງການປູກໝາກບລູເບີຣີ ຢູ່ເມືອງປາກຊ່ອງ ແລະໂຄງການພະລັງງານໄຟຟ້າແສງຕາເວັນ ຢູ່ເມືອງໂຂງ ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ
ຄໍາເຫັນ