![]() |
ການຈັດງານບຸນນະມັດສະການພະທາດຫຼວງ ໃນແຕ່ລະປີ, ລ້ວນແຕ່ເປັນການສືບສານອະນຸລັກຮັກສາ ມໍຣະດົກທາງດ້ານວັດທະນາທໍາ, ຮີດຄອງປະເພນີອັນລໍ້າຄ່າ ທີ່ສືບທອດກັນມາແຕ່ບູຮານນະການ ແລະ ທັງເປັນການເສີມຂະຫຍາຍຄຸນຄ່າທາງດ້ານຈິດໃຈ ໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວຂອງພວກເຮົາຕະຫຼອດໄປ. ໃນຕອນເຊົ້າໃສ່ບາດຖວາຍສັງຄະທານ, ຕອນບ່າຍ ແຂ່ງຂັນກິລາພື້ນບ້ານຕີຄີ, ຕອນແລງ ພິທີວຽນທຽນ ແລະ ຈູດບັ້ງໄຟສັກກາລະບູຊາພະທາດຫຼວງ. ສຳລັບເວທີກາງ ກໍມີການສະແດງສິລະປະວັນນະຄະດີ, ການຟ້ອນ, ການຂັບລຳ ຈາກກອງສິລະປະກອນຕ່າງໆ ໃນນີ້, ຍັງມີການສາຍຮູບເງົາຢ້ອນຍຸກ, ມີສາລະຄະດີຕ່າງໆ ທີ່ຕິດພັນກັບວັດທະນະທຳ ແລະ ການທ່ອງທ່ຽວ ສປປ ລາວ, ມີການຄົບງັນຕາມຮີດຄອງປະເພນີ ດັ່ງທີ່ເຄີຍປະຕິບັດກັນມາຕັ້ງແຕ່ບູຮານນະການ ແລະ ກິດຈະກໍາອື່ນໆ.
![]() |
ໂອກາດທີ່ປວງຊົນທໍາບຸນ-ໃສ່ບາດ, ທ່ານນາງ ວານຄໍາ ທໍາທອງ ບ້ານຊຽງດາ ເມືອງໄຊເສດຖາ ນວ ໃຫ້ສໍາພາດຜູ້ຂຽນວ່າ: ດີໃຈຫຼາຍ ທີ່ໄດ້ມາໃສ່ບາດຢູ່ບຸນພະທາດຫຼວງໃນແຕ່ລະປີ, ປີນີ້ ເຫັນວ່າ ມີຄວາມຄຶກຄື້ນ ມ່ວນຊື່ນ ກວ່າປີທີ່ຜ່ານມາ ການໃສ່ບາດແມ່ນວັດທະນະທໍາດີງາມຂອງຊາວລາວທົ່ວປະເທດ ພິເສດປີນີ້ ເຫັນຊາວຕ່າງປະເທດ ມາຮ່ວມໃສ່ບາດ ແລະ ທ່ຽວຊົມເປັນຈໍານວນຫຼວງຫຼາຍ, ທ່ານ ນາງ ນິຍົມ ອິນແສງ ບ້ານໂພນສີນວນ ເມືອງສີສັດຕະນາກ ນວ ສະແດງຄວາມຮູ້ສຶກອອກມາວ່າ: ບຸນນະມັດສະການພະທາດຫຼວງວຽງຈັນ ແມ່ນປາງບຸນໃຫຍ່ ຂອງຊາດລາວ, ປວງຊົນມີຄວາມຍິນດີ ຮ່ວມຈິດຮ່ວມໃຈມາທໍາບຸນໃສ່ບາດ ຖວາຍສັງຄະທານແດ່ພະສົງ-ສາມະເນນ, ບັນຍາກາດປີນີ້ ຄຶກຄື້ນມ່ວນຊື່ນຫຼາຍ ບໍ່ວ່າຈະເປັນບັນຍາກາດດ້ານນອກ ຫຼື ບັນຍາກາດດ້ານໃນກົມມະລຽນ, ໂອກາດດັ່ງກ່າວ ຂໍເຊີນຊວນ ທຸກໆທ່ານ ເຂົ້າທ່ຽວຊົມງານບຸນດ້ວຍຄວາມເບີກບານມ່ວນຊື່ນ.
![]() |
(ຂ່າວ: ແສງຈັນ)



ຄໍາເຫັນ