![]() |
ໃນໂອກາດດັ່ງກ່າວ, ສອງນາຍົກລັດຖະມົນຕີ ລາວ ແລະ ມາເລເຊຍ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ຕະຫຼອດໄລຍະ 6 ທົດສະວັດ ທີ່ຜ່ານມາ ລວມທັງການສະໜັບສະໜູນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະການຮ່ວມມືໃນຂອບອາຊຽນ. ພິເສດ, ການພົບ ປະຂອງສອງຜູ້ນໍາໃນຄັ້ງນີ້ກໍຢູ່ໃນບັນຍາກາດການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດ ລາວ-ມາເຊເລຍ ຄົບຮອບ 60 ປີ. ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບ ແລະ ຢືນຢັນທີ່ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ ເປັນຕົ້ນແມ່ນ ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ການເງິນ, ການພັດທະນາຊັບພະຍາ ກອນມະນຸດ, ການທ່ອງທ່ຽວ, ກະສິກໍາ ແລະ ດ້ານອື່ນໆ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນ ຄໍາຄິດຄໍາເຫັນ ຕໍ່ກັບສະພາບການພົ້ນເດັ່ນ ພາຍໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ ຮ່ວມກັນ.
ໃນໂອກາດນີ້, ພະນະທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ພະນະທ່ານ ອັນວາ ອິບຣາຮິມ ທີ່ໄດ້ສົ່ງສານສະແດງຄວາມ ຍິນດີໃນໂອກາດທີ່ໄດ້ຮັບການເລືອກ ຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່ ແລະ ຕໍ່ການເຊື້ອເຊີນ ອັນອົບອຸ່ນເພື່ອເດີນທາງໄປຢ້ຽມຢາມມາເລເຊຍ ຢ່າງເປັນທາງການໃນເວລາທີ່ເໝາະສົມ ພ້ອມທັງໄດ້ ສະແດງຄວາມຂອບໃຈຕໍ່ລັດຖະບານມາເລເຊຍ ທີ່ໄດ້ໃຫ້ການສະໜັບ ສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ແລະ ສະເໜີໃຫ້ລັດຖະບານມາເລເຊຍ ສືບ ຕໍ່ຊຸກຍູ້ ແລະ ລະດົມນັກທຸລະກິດມາເລເຊຍ ເຂົ້າມາລົງທຶນ ຢູ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ. ນອກຈາກນັ້ນ, ທ່ານຍັງໄດ້ເຊື້ອເຊີນ ພະນະທ່ານ ອັນວາ ອິບຣາຮິມ ເດີນທາງມາຢ້ຽມຢາມ ສປປ ລາວ ໃນເວລາທີ່ມີຄວາມສະດວກ.
ໃນຂະນະດຽວກັນ, ພະນະທ່ານ ອັນວາ ອິບຣາຮິມ ກໍໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບ ຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ແລະ ປະກອບສ່ວນເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ມາເລເຊຍ ແລະ ສປປ ລາວ ໃຫ້ນັບ ມື້ນັບຂະຫຍາຍຕົວຍິ່ງໆ ຂຶ້ນເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ.
(ຂ່າວ: ກຕທ)

ຄໍາເຫັນ