![]() |
ໃນໂອກາດນີ້, ສອງຝ່າຍ ຕ່າງກໍໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັນອີກຄັ້ງ. ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ໂດຍຫຍໍ້ ກ່ຽວກັບ ສະພາບການການພັດທະນາເສດຖະກິດ-ສັງຄົມໃນປະເທດຂອງຕົນພ້ອມທັງໄດ້ຮ່ວມກັນປຶກສາຫາລື ແລະ ຕີລາຄາກ່ຽວກັບການພົວພັນຮ່ວມມືຂອງສອງປະທດໃນໄລຍະຜ່ານມາກໍຄືທິດທາງແຜນການຮ່ວມມືໃນຕໍ່ໜ້າ. ນອກຈາກນັ້ນ, ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບ ບາງສະພາບການທີີ່ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ.
![]() |
ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລາວ-ຫວຽດນາມ, ຫວຽດນາມ-ລາວທີ່ສືບຕໍ່ໄດ້ຮັບການຂະຫຍາຍຕົວ, ມີຄວາມເລິກເຊິ່ງ, ກ້າວສູ່ລະດັບສູງໃໝ່ ແລະ ມີຄຸນນະພາບກວ່າເກົ່າ. ພ້ອມນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ໃນການເພີ່ມທະວີ ແລະ ຮັດແໜ້ນປະ ສານສົມທົບກັນຢ່າງໃກ້ຊິດເພື່ອຜັນຂະຫຍາຍການຮ່ວມມືຮອບດ້ານໃນທຸກຂົງເຂດວຽກງານເປັນຕົ້ນການຮ່ວມມືທາງດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ ແລະ ອື່ນໆ; ສືບຕໍ່ຊຸກຍູ້ຂະແໜງການທີ່ກ່ຽວຂ້ອງໃນການຈັດຕັ້ງຜັນຂະຫຍາຍບັນດາບົດບັນທຶກ, ຂໍ້ຕົກລົງ, ສົນທິສັນຍາ ແລະ ຖະແຫຼງການຕ່າງໆ ຂອງສອງພັກ-ສອງລັດ, ລວມທັງບັນດາຂໍ້ຕົກລົງຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດໃຫ້ມີຜົນສໍາເລັດເປັນຮູບປະທໍາຍິ່ງໆຂຶ້ນ; ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຍຸດທະສາດສອງປະເທດໃຫ້ມີຄວາມຄືບໜ້າເປັນກ້າວໆ ແລະ ສະໜັບສະໜູນກັນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ. ພິເສດ, ສອງຝ່າຍເຫັນດີໃຫ້ມີການເພີ່ມທະວີການໂຄສະນາເຜີຍແຜ່-ສຶກສາອົບຮົມກ່ຽວກັບມູນເຊື້ອ ແລະ ຄວາມໝາຍສໍາຄັນຂອງສາຍພົວພັນພິເສດລາວ-ຫວຽດນາມ ເພື່ອເປັນການກະກຽມຄວາມພ້ອມດ້ານຕ່າງໆໃນການສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ -ຫວຽດ ນາມ ກໍຄືວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 65 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 50 ປີໃນປີ 2027 ທີ່ຈະມາເຖິງນີ້.
ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວບັນດາ ເຜົ່າສະເເດງຄວາມຂອບໃຈຢ່າງຈິງໃຈ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທີ່ໄດ້ໃຫ້ ການຊ່ວຍເຫຼືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນແກ່ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນກໍຄືໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.
(ຂ່າວ: ກຕທ)


ຄໍາເຫັນ