ຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນ ມວສຊ

ຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນ ມວສຊ

ຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນ ມວສຊ
ພິທີປະກາດຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ເປັນມະຫາວິທະຍາໄລວິທະຍາ ສາດສຸຂະພາບແຫ່ງຊາດ (ມວສຊ) ພ້ອມທັງເປີດສົກຮຽນໃໝ່ 2026-2027 ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້ ທີ່ວິທະຍາເຂດດົງໂພສີ ມວສຊ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ອະດີດການນໍາກະຊວງສາທາລະນະສຸກ, ບັນດາຜູ້ອໍານວຍການ-ຮອງອໍານວຍການໃຫຍ່, ຄູ-ອາຈານ ເຂົ້າຮ່ວມ.
ຍກລະດບ ມະຫາວທະຍາໄລວທະຍາສາດສຂະພາບ ເປນ ມວສຊ - image 1
 

ທ່ານ ມາຍຟອງ ມາຍຊາຍ ຜູ້ອຳນວຍການໃຫຍ່ ມວສຊ ໄດ້ລາຍງານຜົນສໍາເລັດອັນພົ້ນເດັ່ນໃນສົກຮຽນ 2025-2026 ພ້ອມທັງວາງທິດທາງຈຸດສຸມ 2026-2027.

ຍກລະດບ ມະຫາວທະຍາໄລວທະຍາສາດສຂະພາບ ເປນ ມວສຊ - image 2
 

ຈາກນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວວ່າ: ການຂະໜານນາມ ແລະ ປະກາດ ມວສ ເປັນ ມວສຊ ແມ່ນສັນຍາລັກຂອງການຍົກລະດັບຄວາມຮັບຜິດຊອບ, ພັນທະກິດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງສັງຄົມ. ມັນຮຽກຮ້ອງໃຫ້ ມວສຊ ຕ້ອງເປັນເສົາຫຼັກ ໃນການກຳນົດມາດຕະຖານຄຸນນະພາບການສຶກສາ ສາທາ ລະນະສຸກ ເປັນກຳລັງແຮງຕົ້ນຕໍ ໃນການຄົ້ນຄວ້າວິທະຍາສາດສຸຂະພາບ ແລະ ເປັນບ່ອນສ້າງບຸກຄະລາກອນທາງການແພດທີ່ມີຄຸນນະພາບສູງ.

ຍກລະດບ ມະຫາວທະຍາໄລວທະຍາສາດສຂະພາບ ເປນ ມວສຊ - image 3
 

ການລວມສູນທາງດ້ານການສຶກສາ ສາທາລະນະສຸກ ໂດຍການເຕົ້າໂຮມເອົາບັນດາສະຖານການສຶກສາ ສາທາລະນະສຸກໃນຂອບເຂດທົ່ວປະເທດ ມາເປັນເຄືອຂ່າຍດ້ານວິຊາການອັນດຽວກັນຢູ່ໃນ ມວສຊ ຖືເປັນວິໄສທັດ ແລະ ການຊີ້ນໍາ-ນໍາພາທີ່ຖືກຕ້ອງ ແລະ ສ່ອງໃສຂອງຄະນະພັກ-ຄະນະນໍາ ກະ ຊວງສາທາລະນະສຸກ ກໍຄືຂອງ ມວສຊ ເພື່ອເຮັດໃຫ້ມາດຕະຖານການສຶກສາ ສາທາລະນະສຸກມີຄວາມເປັນເອກະພາບ ແລະ ຮັບປະກັນຄຸນນະພາບຫຼາຍຂຶ້ນກວ່າເກົ່າ; ມວສ ແຫ່ງຊາດ ບໍ່ໄດ້ຖືກຮັບຮອງເພື່ອໃຫ້ມີຄວາມຮັບຜິດ ຊອບພຽງແຕ່ເຂດເທສະບານ ຫຼື ນະຄອນຫຼວງເທົ່ານັ້ນ, ແຕ່ຈະຕ້ອງແບກຫາບຄວາມໝັ້ນຄົງດ້ານສຸຂະພາບ, ການມີສຸຂະພາບທີ່ດີຂອງຄົນທັງຊາດ ຊຶ່ງມັນໝາຍເຖິງ ການກຳນົດມາດຕະຖານດ້ານການສຶກສາ ສາທາລະນະສຸກ, ການເສີມຂະຫຍາຍການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາທາງສຸຂະພາບ ແລະ ການຮັບປະກັນວ່າ: ທຸກໆນະໂຍບາຍ, ທຸກໆບຸກຄະລາກອນທາງການແພດທີ່ສໍາເລັດການສຶກສາ ແລະ ທຸກໆນະວັດຕະກໍາ ສາມາດນໍາໄປໃຊ້ເພື່ອປະໂຫຍດສູງສຸດຂອງປະຊາຊົນໃນທຸກໆແຂວງ, ທຸກໆເມືອງ ແລະ ທຸກໆເຂດຫ່າງໄກສອກຫຼີກ; ຄວາມໝັ້ນຄົງ ແລະ ຄວາມຮັ່ງມີຍືນຍົງຂອງຊາດ ຕິດພັນຢ່າງສະໜິດແໜ້ນກັບສຸຂະພາບທີ່ແຂງແຮງ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ. ຄວາມໝັ້ນຄົງດ້ານສຸຂະພາບທີ່ແທ້ຈິງ ບໍ່ສາມາດອາໄສພຽງແຕ່ຮູບແບບຈາກພາຍນອກເທົ່ານັ້ນ ແຕ່ມັນຮຽກຮ້ອງໃຫ້ ສປປ ລາວ ຕ້ອງສ້າງລະບົບທີ່ອີງໃສ່ຫຼັກຖານວິທະຍາສາດຂອງຕົນເອງ ທີ່ສອດຄ່ອງກັບສະພາບຄວາມເປັນຈິງດ້ານເສດຖະກິດ-ສັງຄົມ, ໂຄງສ້າງປະຊາກອນ ແລະ ສຸຂະພາບຂອງປະຊາ ຊົນລາວ.

ຍກລະດບ ມະຫາວທະຍາໄລວທະຍາສາດສຂະພາບ ເປນ ມວສຊ - image 4
 

ໃນຖານະທີ່ຖືກຍົກລະດັບເປັນ ມວສຊ ໄດ້ຮັບຄວາມໄວ້ວາງໃຈໃຫ້ເປັນຜູ້ນຳພາໃນດ້ານນີ້. ຜ່ານການປະເມີນເຕັກໂນໂລຊີດ້ານສຸຂະພາບ (HTA) ທີ່ອ້າງອີງໃສ່ຂໍ້ມູນພາຍໃນ, ການຄົ້ນຄວ້າທາງຄຣີນິກ ແລະ ການລົງໄກ້ສິດຕິດແທດກັບຊຸມຊົນ, ມວສຊ ຈະຊ່ວຍໃຫ້ການຕັດສິນໃຈດ້ານນະໂຍບາຍສາທາລະນະສຸກ ໃຫ້ມີປະສິດທິຜົນສູງສຸດ ແລະ ເໝາະສົມກັບປະຊາຊົນ. ຄຽງຄູ່ກັບນະໂຍບາຍດ້ານສາທາລະນະສຸກ ຫຼື ການບໍລິການຮັກສາສຸຂະພາບທີ່ມີຄຸນນະພາບ, ຕ້ອງໃຫ້ຄວາມສໍາຄັນກັບຄວາມສະເໝີພາບເຊັ່ນກັນ: ໃນຂະນະທີ່ເຮົາຂະຫຍາຍນະວັດຕະກໍາທາງວິທະຍາສາດ ແລະ ການບໍລິການທີ່ມີຄຸນນະພາບ, ຕ້ອງບໍ່ປ່ອຍປະລະເລີຍກັບກຸ່ມປະຊາຊົນທີ່ມີຄວາມບອບບາງ, ຕ້ອງທັບມ້າງອຸປະສັກທີ່ກີດຂວາງການເຂົ້າເຖິງການບໍລິການ ຂອງປະຊາຊົນບັນດາເຜົ່າ ແລະ ເຮົາຕ້ອງປົກປ້ອງສຸຂະພາບຂອງແມ່ ແລະ ເດັກ ໃນທຸກໆໄລຍະຊີວິດ; ຄະນະນໍາ, ຄູ-ອາຈານ ແລະ ບຸກຄະລາກອນຂອງ ມວສຊ, ລັດຖະບານ ສປປ ລາວ ໄດ້ມອບຄວາມໄວ້ວາງໃຈອັນສູງສົ່ງໃຫ້ ໃນຂະນະທີ່ພັດທະນາໂຄງລ່າງພື້ນຖານ (ຊຶ່ງລວມມີການປຸກສ້າງສູນຈໍາລອງການຮຽນ-ການສອນ ຫຼື Modern Simulation Center ແລະ ໂຮງໝໍມະຫາວິທະຍາໄລ ຂະໜາດ 400 ຕຽງ), ກໍາລັງສ້າງມາດຕະຖານໃໝ່ ໃຫ້ກັບວົງການສາທາລະນະສຸກຂອງລາວ ຕິດພັນກັບການຫັນເປັນເສດຖະກິດເອກະລາດ ເປັນເຈົ້າຕົນເອງ ດ້ວຍການສ້າງລາຍຮັບກຸ້ມຕົນເອງເທື່ອລະກ້າວ. ໃນໂລກທີ່ມີການເຊື່ອມໂຍງກັນ ຄວາມໝັ້ນຄົງດ້ານສຸຂະພາບ ຮຽກຮ້ອງໃຫ້ມີການຮ່ວມມືໃນພາກພື້ນ ແລະ ສາກົນ. ພະຍາດຕິດຕໍ່ ບໍ່ເຄີຍມີພົມແດນ ແລະ ເຊື້ອພະຍາດບໍ່ຈໍາເປັນຕ້ອງມີພາສປອດ (Passport) ໃນການເດີນທາງ ແລະ ການລະບາດຂອງພະຍາດໂຄວິດ-19 ໄດ້ກາຍເປັນບົດຮຽນທີ່ສອນໃຫ້ມວນມະນຸດທົ່ວໂລກຮູ້ວ່າ: ເຮົາຕ້ອງມີການກຽມພ້ອມທຸກເວລາ ແລະ ເຮົາຕ້ອງມີຄວາມເຂັ້ມແຂງໃນທຸກສະຖານະການ ໂດຍສະເພາະໃນສະ ພາບການຂອງໂລກປັດຈຸບັນ ບໍ່ວ່າຈະເປັນດ້ານການເມືອງ, ການທະຫານ, ເສດຖະກິດ, ການໂຈມຕີທາງໄຊເບີ ແລະ ອື່ນໆ ທີ່ກໍາລັງຜັນແປຢ່າງສະຫຼັບຊັບຊ້ອນ ແລະ ຄາດເດົາໄດ້ຍາກ.

ສະນັ້ນ, ຮຽກຮ້ອງໃຫ້ກຽມພ້ອມທຸກເວລາເພື່ອຮັບມືກັບສະພາບ ຫຼື ເຫດການສຸກເສີນທີ່ອາດຈະເກີດຂຶ້ນໃນອະນາຄົດ. ສະນັ້ນ, ເພື່ອຮັບປະກັນຄວາມພ້ອມ ແລະ ການຕອບໂຕ້ຕໍ່ເຫດການສຸກເສີນຢ່າງທັນການ, ການຫັນເປັນທັນສະໄໝ ຫຼື ດີຈີຕອນເພື່ອເຊື່ອມໂຍງ-ເຊື່ອມຈອດໃນທຸກມິຕິມີຄວາມຈໍາເປັນ ແລະ ຂາດບໍ່ໄດ້ໃນຍຸກສະໄໝປັດຈຸບັນ.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ໃນວັນທີ 15 ພະຈິກນີ້ ທີ່ມະນີລາ ສາທາລະນະລັດ ຟີລິບປິນ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຊຶ່ງໄດ້ມີພິທີເປີດກອງປະຊຸມຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 15 ພະຈິກ ນີ້, ໂດຍການເປັນປະທານຂອງ ທ່ານ ເຟີດິນານ ມາຄອດຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ໃນນາມປະທານອາຊຽນ 2026,
ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ໃນວັນທີ 11 ພະຈິກ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ ຊຶ່ງນຳໂດຍທ່ານ ໂຄອິຊຸມິ ຊຶໂຕມຸ(H.E Mr. KOIZUMI Tsutomu)ເອກອັກຄະລັດຖະທູດຢີ່ປຸ່ນ ປະຈໍາລາວ ແລະ ທ່ານ ຮາຢະກາວະ ຢູໂຮະ (Mr. HAYAKAWA Yuho)ຮອງປະທານອາວຸໂສອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານໃຫຍ່ທີ່ໂຕກຽວ ປະເທດຍີ່ປຸ່ນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ຕິດຕາມສະພາບການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ແກ່ ສປປ ລາວ.
ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ເພີ່ມເຕີມ