ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ
ໃນວັນທີ 15 ພະຈິກນີ້ ທີ່ມະນີລາ ສາທາລະນະລັດ ຟີລິບປິນ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຊຶ່ງໄດ້ມີພິທີເປີດກອງປະຊຸມຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 15 ພະຈິກ ນີ້, ໂດຍການເປັນປະທານຂອງ ທ່ານ ເຟີດິນານ ມາຄອດຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ ໃນນາມປະທານອາຊຽນ 2026,
ນາຍກລດຖະມນຕ ເຂາຮວມກອງປະຊມສດຍອດອາຊຽນຄງທ 49 ແລະ ກອງປະຊມສດຍອດທກຽວຂອງ - image 1
 

 

ໂດຍການເຂົ້າຮ່ວມຂອງຜູ້ນຳອາຊຽນ, ຕາງໜ້າຄະນະຜູ້ແທນ ແລະ ເລຂາທິການໃຫຍ່ອາຊຽນ. ພາຍຫຼັງສໍາເລັດການເຂົ້າຮ່ວມພິທີເປີດ, ທ່ານນາຍົກລັດຖະມົນຕີ ໄດ້ສືບຕໍ່ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແບບຄົບຄະນະ ແລະ ແບບວົງແຄບ, ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບ ບັນດາຜູ້ຕາງໜ້າຈາກສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ, ກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ກັບ ບັນດາຜູ້ຕາງໜ້າຈາກສະພາທີ່ປຶກສາທຸລະກິດອາຊຽນ ແລະ ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ແລະ ບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນ.

ນາຍກລດຖະມນຕ ເຂາຮວມກອງປະຊມສດຍອດອາຊຽນຄງທ 49 ແລະ ກອງປະຊມສດຍອດທກຽວຂອງ - image 2
 

ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແບບຄົບຄະນະ, ບັນດາຜູ້ນໍາອາຊຽນ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາບຸລິມະສິດສໍາລັບການເປັນປະທານອາຊຽນຂອງຟິລິບປິນ, ລວມທັງແລກປ່ຽກຄຳຄິດຄຳເຫັນ ກ່ຽວກັບຄວາມໝັ້ນຄົງຂອງພາກພື້ນ ໂດຍສະເພາະການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານຂອງພາກພື້ນ ແລະ ໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບການຮັດແໜ້ນການພົວພັນກັບຄູ່ຮ່ວມມືພາຍນອກ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ຄຽງຄູ່ກັບການເສີມສ້າງບົດບາດແກນກາງຂອງອາຊຽນ ແລະ ການຮັກສາສົມດຸນໃນການພົວພັນກັບຄູ່ຮ່ວມມືພາຍນອກ. ກອງປະຊຸມໄດ້ຍົກບັນຫາສິ່ງທ້າທາຍທີ່ບໍ່ແມ່ນການທະຫານເປັນຕົ້ນ ການກໍ່ການຮ້າຍ, ການສໍ້ໂກງທາງອິນເຕີເນັດ, ການຄ້າມະນຸດ ແລະ ຢາເສບຕິດ, ໄພພິບັດທາງທໍາມະຊາດ ແລະ ໝອກຄວັນຂ້າມແດນ ທີ່ສົ່ງຜົນກະທົບ ແລະ ຮຽກຮ້ອງໃຫ້ມີການພົວພັນປະສານງານພາຍໃນອາຊຽນ ເພື່ອແກ້ໄຂບັນຫາຮ່ວມກັນ. ກອງປະຊຸມໄດ້ເຫັນດີຕໍ່ການສະເໜີເປັນປະທານອາຊຽນຂອງ ຕີມໍແລັດສະເຕ ໃນປີ 2029.

ນາຍກລດຖະມນຕ ເຂາຮວມກອງປະຊມສດຍອດອາຊຽນຄງທ 49 ແລະ ກອງປະຊມສດຍອດທກຽວຂອງ - image 3
 

ສຳລັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແບບວົງແຄບ, ບັນດາຜູ້ນໍາອາຊຽນໄດ້ທົບທວນຄືນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນກ່ຽວກັບ ມຽນມາ, ແລກປ່ຽນຄໍາຄິດຄຳເຫັນກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນເປັນຕົ້ນແມ່ນບັນຫາຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານ. ຜູ້ນໍາອາຊຽນ ໄດ້ເນັ້ນຄວາມສໍາຄັນການເພີ່ມທະວີການປະສານງານ ແລະ ການພັດທະນາເຄືອຂ່າຍພະລັງງານອາຊຽນໃຫ້ປະກົດຜົນເປັນຈິງ ເພື່ອຮັບປະກັນຄວາມສ່ຽງທີ່ອາດເກີດຂຶ້ນໃນຕໍ່ໜ້າ, ຊຸກຍູ້ໃຫ້ເພີ່ມທະວີການຮ່ວມມືຂອງບັນດາຂະແໜງການທີ່ກ່ຽວຂ້ອງຂອງອາຊຽນ ໂດຍສະເພາະຂະແໜງການພະລັງງານ, ການຄ້າ ແລະ ຂະແໜງການອື່ນໆ ເພື່ອກຽມຄວາມພ້ອມໃນການຮັບມືກັບວິກິດການດ້ານພະລັງງານໃນອະນາຄົດ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ກັບບັນດາຜູ້ຕາງໜ້າຈາກສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ການປະກອບສ່ວນສໍາຄັນຂອງ ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນຜ່ານການເຮັດໜ້າທີ່ການທູດດ້ານລັດຖະສະພາຢ່າງຕັ້ງໜ້າໃນຂະບວນການການສ້າງປະຊາຄົມອາຊຽນ ໃຫ້ນັບມື້ນັບເຂັ້ມແຂງ ແລະ ເພື່ອຄວາມເປັນຢູ່ທີ່ດີຂອງປະຊາຊົນອາຊຽນ.

ນາຍກລດຖະມນຕ ເຂາຮວມກອງປະຊມສດຍອດອາຊຽນຄງທ 49 ແລະ ກອງປະຊມສດຍອດທກຽວຂອງ - image 4
 

ໃນກອງປະຊຸມພົບປະລະຫວ່າງຜູ້ນຳອາຊຽນ ແລະ ບັນດາຜູ້ຕາງໜ້າສະພາທີ່ປຶກສາທຸລະກິດອາຊຽນ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນຂອງສະພາທຸລະກິດອາຊຽນໃນການກຳນົດແຜນບຸລິມະສິດຂອງພາກທຸລະກິດ ໃນປີ 2026. ພ້ອມກັນນີ້, ທ່ານຍັງໄດ້ຢໍ້າເຖິງຄວາມສຳຄັນຂອງການຍົກລະດັບສັນຍາການຄ້າດ້ານສິນຄ້າອາຊຽນ (ATIGA), ການດຳເນີນງານຕາມ ສັນຍາຂອບເສດຖະກິດດີຈີຕອນອາຊຽນ (DEFA) ໃຫ້ເກີດໝາກຜົນ ແລະ ການນຳໃຊ້ ສັນຍາການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ (RCEP) ກັບສັນຍາເຂດການຄ້າເສລີຂອງອາຊຽນໃຫ້ເກີດປະໂຫຍດສູງສຸດ.

ໃນກອງປະຊຸມພົບປະລະຫວ່າງ ຜູ້ນໍາອາຊຽນ ແລະ ບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນ, ຜູ້ນໍາອາຊຽນ ໄດ້ຮັບຊາບ ແລະ ໃຫ້ທິດຊີ້ນໍາຕໍ່ຂໍ້ສະເໜີຂອງຊາວໜຸ່ມ “ຊາວໜຸ່ມອາຊຽນກ້າວສູ່ອະນາຄົດທີ່ເຂັ້ມແຂງ, ຫັນເປັນດີຈີຕອນ ແລະ ກວມລວມ”. ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ບົດບາດ ແລະ ການປະກອບສ່ວນອັນສຳຄັນຂອງຊາວໜຸ່ມອາຊຽນ ໃນການສ້າງອະນາຄົດຂອງອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ ໂດຍຊຸກຍູ້ໃຫ້ຊາວໜຸ່ມອາຊຽນໃຫ້ສືບຕໍ່ຜັນຂະຫຍາຍການຮ່ວມມືໃນດ້ານຕ່າງໆ ຢ່າງມີຫົວຄິດປະດິດສ້າງ ແລະ ມີຄວາມຮັບຜິດຊອບສູງ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ອາຊຽນ ສ້າງໂອກາດໃຫ້ຊາວໜຸ່ມອາຊຽນ ສາມາດເຂົ້າເຖິງເຕັກໂນໂລຊີທີ່ທັນສະໄໝ ແລະ ນຳໃຊ້ດີຈີຕອນໃຫ້ເກີດປະສິດທິຜົນສູງສຸດ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ນາຍົກລັດຖະມົນຕີ ຕ້ອນຮັບ ອາສາສະໝັກຍີ່ປຸ່ນ

ໃນວັນທີ 11 ພະຈິກ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ອາສາສະໝັກຍີ່ປຸ່ນ ຊຶ່ງນຳໂດຍທ່ານ ໂຄອິຊຸມິ ຊຶໂຕມຸ(H.E Mr. KOIZUMI Tsutomu)ເອກອັກຄະລັດຖະທູດຢີ່ປຸ່ນ ປະຈໍາລາວ ແລະ ທ່ານ ຮາຢະກາວະ ຢູໂຮະ (Mr. HAYAKAWA Yuho)ຮອງປະທານອາວຸໂສອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານໃຫຍ່ທີ່ໂຕກຽວ ປະເທດຍີ່ປຸ່ນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ຕິດຕາມສະພາບການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ແກ່ ສປປ ລາວ.
ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ເພີ່ມເຕີມ