Traficom ລະບຸໃນຖະແຫຼງການວ່າ: ການອະນຸມັດນີ້ແມ່ນເກີດຈາກການຍອມຮັບການອະນຸຍາດຊົ່ວຄາວທີ່ອອກໂດຍເຈົ້າໜ້າທີ່ໂຮນລັງ ຊຶ່ງເຮັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນແຟງລັງ ໄດ້ໃນຖານະລະບົບຊ່ວຍເຫຼືອຜູ້ຂັບຂີ່ໄດ້.
ກ່ອນໜ້ານີ້, ແຟງລັງ ໄດ້ລະບຸໃນເດືອນມິຖຸນາຜ່ານມາວ່າ: ອາດຈະອະນຸມັດລະບົບດັ່ງກ່າວກ່ອນທີ່ສະຫະພາບເອີຣົບ (EU) ຈະບັນລຸການອະນຸມັດໃນພາກພື້ນ ຊຶ່ງປັດຈຸບັນກຳລັງພິຈາລະນາຢູ່.
ໂຮນລັງ ເປັນປະເທດທຳອິດໃນເອີຣົບໃຫ້ການອະນຸມັດຊົ່ວຄາວສຳລັບລະບົບດັ່ງກ່າວໃນເດືອນເມສາ ຜ່ານມາ ຊຶ່ງຖືເປັນບາດກ້າວທຳອິດໄປສູ່ການຂະຫຍາຍການນຳໃຊ້ທົ່ວ EU ຖ້າຫາກໄດ້ຮັບການລົງຄະແນນສຽງສ່ວນໃຫຍ່ຈາກບັນດາປະເທດສະມາຊິກຕາມເງື່ອນໄຂທີ່ກຳນົດໄວ້.
ນັບຕັ້ງແຕ່ນັ້ນມາ, ແອັດສະໂຕນີ, ໂຄຣເອເຊຍ ແລະ ແບນຊິກ ໄດ້ອະນຸຍາດໃຫ້ນຳໃຊ້ເຕັກໂນໂລຊີນີ້, ໂດຍລະບົບດັ່ງກ່າວຊ່ວຍໃຫ້ລົດສາມາດຄວບຄຸມພວງມາໄລ ແລະ ຂັບຂີ່ດ້ວຍຕົນເອງພາຍໃຕ້ການຊີ້ນຳຂອງຜູ້ຂັບຂີ່. ຢ່າງໃດກໍຕາມ, ອົງການກຳກັບດູແລບາງແຫ່ງຍັງຄົງລະມັດລະວັງກ່ຽວກັບເຕັກໂນໂລຊີນີ້.
ຄໍາເຫັນ