![]() |
ທ່ານ ສຳລານ ທອງເຕີນ ແນວໂຮມບ້ານນາກະທ້າງ ເມືອງຈໍາພອນ ແຂວງສະຫວັນນະເຂດ ໃຫ້ສໍາພາດໃນພິທີຮັບເງິນຊ່ວຍເຫຼືອວ່າ: ຂ້າພະເຈົ້າດີໃຈທີ່ສຸດ ແລະ ຫາສິ່ງປຽບບໍ່ໄດ້ ທີ່ໄດ້ຮັບການຊ່ວຍເຫຼືອເງິນສົດຄັ້ງນີ້, ໄລຍະເດືອນ 9-10 2026 ທາງຄອບຄົວໄດ້ຮັບຜົນເສຍຫາຍຈາກໄພພິບັດນ້ຳຖ້ວມແກ່ຍາວຮອດເດືອນກວ່າ ເນື້ອທີ່ເຮັດການຜະລິດເສຍຫາຍໜັກ, ປີນີ້ນໍ້າຖ້ວມສູງເກີນກວ່າທຸກປີ ເກືອບທຽບໄດ້ກັບປີສະໄໝໂຄວິດ (ປີ 2019). ຄວາມເສຍຫາຍນີ້ກໍຖືວ່າເຂົ້າກຳລັງຂຶ້ນມາແລ້ວຖືກຖ້ວມ ແລະ ບໍ່ມີມື້ຂຶ້ນໄດ້ເລີຍ, ເສຍຫາຍທັງເຮືອນ ແລະ ທົ່ງນາ,ຖຽງໄຮ່-ຖຽງນາ ກໍຖືວ່າຖືກລົມພັດ ເພາະວ່າມີລົມພາຍຸເຂົ້າມາຕໍ່ເນື່ອງ, ເຮັດໃຫ້ພໍ່ແມ່ປະຊາຊົນທຸກໆຄົນກໍແມ່ນມີຄວາມຫຍຸ້ງຍາກຫຼາຍ ໂດຍສະເພາະການຊອກຢູ່ຫາກິນ, ຊອກທຶນເພື່ອຈະໄດ້ສືບຕໍ່ໃນການຜະລິດລະດູແລ້ງ ເຮັດນາແຊງ ແລະ ພືດທົດແທນຜົນຜະລິດທີ່ເສຍຫາຍ, ໄລຍະທີ່ຫຍຸ້ງຍາກຈາກໄພນໍ້າຖ້ວມ ໄດ້ເປັນຕົວແທນບ້ານລົງໄປຕະຫຼາດຊື້ເຂົ້າເອງ ຊຶ່ງແຕ່ລະມື້ໄດ້ຕື່ນເຊົ້າ 3 ໂມງເຊົ້າ ໃຫ້ຮອດຕະຫຼາດຊື້ເຂົ້າກິນ. ໃນນາມຕາງໜ້າໃຫ້ກັບບ້ານ ກໍຄື ປະຊາຊົນ ສັນຍາວ່າ ຈະນໍາເງິນທີ່ໄດ້ຮັບໄປໃຊ້ໃນທາງທີ່ຈໍາເປັນ ຄື: ໜຶ່ງ, ຊື້ອາຫານເຂົ້າໃນຄອບຄົວ. ສອງ, ນຳໃຊ້ເງິນເພື່ອຮັກສາສຸຂະພາບ. ສາມ, ນໍາໃຊ້ທຶນທີ່ມີ ຊື້ແນວພັນກຽມປູກພືດລະດູແລ້ງ, ລົງນາແຊງ ເພາະວ່ານາແຊງນີ້ກໍຍັງຕ້ອງໄດ້ຊື້ນໍ້າມັນ ໃສ່ຈັກດູດນໍ້າໃສ່ເນື້ອທີ່ນາອີກ.
![]() |
ຕູ້ຫົງ ປະຊາຊົນບ້ານນາກະທ້າງ ໃຫ້ສໍາພາດວ່າ: ເນື້ອທີ່ການຜະລິດມີ 2 ເຮັກຕາ, ສະມາຊິກພາຍໃນຄອບຄົວ ມີ 6 ຄົນ ຊຶ່ງໄດ້ຮັບເງິນຊ່ວຍເຫຼືອຈາກອົງການອາຫານໂລກ ໃນຄັ້ງນີ້ສຸດທີ່ດີໃຈຫຼາຍ. ຂໍຂອບໃຈນໍາການນໍາພັກ-ລັດ ກໍຄື ອົງການອາຫານໂລກ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ໄດ້ນໍາເອົາເງິນມາຊ່ວຍເຖິງຮາກຖານບ້ານ.
ໂອກາດດັ່ງກ່າວ, ທ່ານ ສຳລານ ທອງເຕີນ ຕາງໜ້າໃຫ້ການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນ ສະແດງຄວາມຂອບໃຈ ທັງການນຳ ກໍຄືການຈັດຕັ້ງທຸກພາກສ່ວນ ກໍຄືໜ່ວຍງານອົງການອາຫານໂລກ ທີ່ເພິ່ນໄດ້ເຫັນອົກເຫັນໃຈພວກຊາວບ້ານນາກະທ້າງ ຈຶ່ງໄດ້ນໍາເງິນມາຮອດມາເຖິງມືປະຊາຊົນ ແລະ ກໍໄດ້ແນະນຳການໃຊ້ຈ່າຍບໍ່ໃຫ້ຈ່າຍຟຸມເຟືອຍ ແລະ ຈ່າຍໃຫ້ຖືກຕາມລະບຽບຂອງເພິ່ນວາງອອກ, ໃນນາມຕາງໜ້າບ້ານ, ພໍ່ແມ່ປະຊາຊົນ ຂໍອວຍພອນໄຊອັນປະເສີດໃຫ້ພວກເພິ່ນມີອາຍຸວັນໂນ ສຸຂັງ ພະລັງ ໃຫ້ເພິ່ນດຳເນີນວຽກງານສະດວກສືບຕໍ່ໄປເລື້ອຍໆ ແລະ ຫວັງຢ່າງຍິ່ງວ່າ ປະຊາຊົນພາຍໃນບ້ານນາກະທ້າງ ຈະໄດ້ຮັບຄວາມຊ່ວຍເຫຼືອອີກຫຼາຍໆຄັ້ງໃນຕໍ່ໜ້າ ເພື່ອຟື້ນຟູຊີວິດການເປັນຢູ່ໃຫ້ດີຂຶ້ນເລື້ອຍໆ.
![]() |



ຄໍາເຫັນ