ມະຕິດັ່ງກ່າວ ໄດ້ຊີ້ໃຫ້ເຫັນວ່າໃນໄລຍະຜ່ານມາ ສື່ມວນຊົນລາວທຸກປະເພດໄດ້ເຕີບໃຫຍ່ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນະພາບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການໂຄສະນາ, ປຸກລະດົມ ແລະ ເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວທັງຊາດ ເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດ. ຖັນແຖວສື່ມວນຊົນມີຄວາມສະດຸ້ງໄວຕໍ່ສະພາບການ ແລະ ໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດ-ເຕັກໂນໂລຊີ ເຂົ້າໃນການປະຕິບັດໜ້າທີ່ ສ້າງຄວາມເຊື່ອໝັ້ນ ແລະ ປູກຝັງຈິດໃຈຮັກຊາດໃຫ້ແກ່ປະຊາຊົນ.
ເຖິງຢ່າງໃດກໍຕາມ, ກ້າວເຂົ້າສູ່ຍຸກສະໄໝໃໝ່ທີ່ເຕັກໂນໂລຊີ, ປັນຍາປະດິດ (AI) ແລະ ດີຈີຕອນ ພັດທະນາຢ່າງວ່ອງໄວ, ພ້ອມທັງມີສິ່ງທ້າທາຍຈາກຂ່າວປອມ ແລະ ສັງຄົມອອນລາຍທີ່ອາດສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ທາງກົມການເມືອງສູນກາງພັກ ຈຶ່ງໄດ້ວາງ ທັດສະນະຊີ້ນໍາ ແລະ ທິດທາງລວມ ທີ່ສຳຄັນ ເຊັ່ນ: ຍົກລະດັບຄວາມທັນສະໄໝ: ພັດທະນາວຽກງານຖະແຫຼງຂ່າວ-ສື່ມວນຊົນ ໃຫ້ເຂັ້ມແຂງ, ວ່ອງໄວ, ທັນການ ແລະ ສົ່ງເສີມຕົວແບບການພັດທະນາທີ່ດີໃຫ້ສັງຄົມຮັບຊາບຢ່າງກວ້າງຂວາງ, ການນໍາພາ ແລະ ຄຸ້ມຄອງ: ວຽກງານສື່ມວນຊົນຕ້ອງດໍາເນີນໄປພາຍໃຕ້ການນໍາພາໂດຍກົງ, ຮອບດ້ານຂອງພັກ ແລະ ລັດຢ່າງເຂັ້ມງວດ, ພ້ອມທັງສ້າງເງື່ອນໄຂໃຫ້ສື່ມວນຊົນສາມາດຕໍານິສົ່ງຂ່າວຢ່າງສ້າງສັນຕໍ່ການເຄື່ອນໄຫວທີ່ບໍ່ຖືກຕ້ອງ, ການຫັນເປັນດີຈີຕອນ (ເຖິງປີ 2035) ຕ້ອງໄດ້ສູ້ຊົນສ້າງສື່ຂອງລັດໃຫ້ເຂັ້ມແຂງ, ຫັນໄປສູ່ລະບົບສື່ດີຈີຕອນແບບປະສົມປະສານ, ນໍາໃຊ້ປັນຍາປະດິດ (AI) ເຂົ້າໃນການຜະລິດ ແລະ ກວດສອບຂ່າວສານຢ່າງມີຈັນຍາບັນ, ພັດທະນາບຸກຄະລາກອນເອົາໃຈໃສ່ສ້າງ ແລະ ບໍາລຸງນັກຂ່າວ, ບັນນາທິການ ແລະ ພະນັກງານເຕັກນິກ ໃຫ້ມີຄວາມຮູ້ຮອບດ້ານ ທັງດ້ານທິດສະດີການເມືອງ, ວິຊາຊີບສື່ ແລະ ຈັນຍາບັນ ທີ່ຖືກຂະໜານນາມວ່າເປັນ “ຜູ້ທີ່ປາກອອກແສງ, ຜູ້ຮູ້ແທງເຖິງໃຈ, ຜູ້ສະດຸ້ງໄວເມື່ອໄດ້ອ່ານ, ຜູ້ທີ່ກ້າຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກເປົ້າ”.
ມະຕິສະບັບນີ້ ຍັງໄດ້ມອບໝາຍໃຫ້ຄະນະພັກແຕ່ລະຂັ້ນ, ຄະນະໂຄສະນາອົບຮົມສູນກາງພັກ, ລັດຖະບານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງຜັນຂະຫຍາຍ, ຈັດສັນງົບປະມານ ແລະ ສ້າງນິຕິກໍາທີ່ກ່ຽວຂ້ອງ ເພື່ອໃຫ້ວຽກງານສື່ມວນຊົນລາວ ກ້າວໄປສູ່ຄວາມເຂັ້ມແຂງ, ເປັນມືອາຊີບ ແລະ ກຸ້ມຕົນເອງໄດ້ ບົນຈິດໃຈເອກະລາດ ເປັນເຈົ້າຕົນເອງຢ່າງໜັກແໜ້ນ.
(ຂ່າວ: ແສງຈັນ)
ຄໍາເຫັນ