ເພື່ອຈັດຕັ້ງ ແລະ ຜັນຂະຫຍາຍນະໂຍບາຍຂອງ ພັກ-ລັດ ໃນການສົ່ງເສີມການລົງທຶນຈາກຕ່າງປະເທດ ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 11 ພະຈິກ 1996 ຊຶ່ງເປັນການລວມເອົາ ບໍລິສັດ ໂທລະຄົມມະນາຄົມລາວ ແລະ ບໍລິສັດ ຊິນນາວັດຕຣາ ເທເລຄອມຈໍາກັດ ເປັນບໍລິສັດຮ່ວມທຶນ ໂດຍລັດຖະບານລາວ ຖືຮຸ້ນ 51% ແລະ ບໍລິສັດ ເຊັນນິງຕັນ ອິນເວດສະເມັນ ສິງກະໂປ ຖືຮຸ້ນ 49%.
ໃນພິທີດັ່ງກ່າວ, ທ່ານ ສຸພົນ ຈັນທະວີໄຊ ຄະນະກຳມະການບໍລິຫານງານພັກກະຊວງ ຕສ ເລຂາຄະນະພັກຮາກຖານ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ກ່າວວ່າການຈັດພິທີໃນມື້ນີ້ເພື່ອເປັນການຕີລາຄາສະຫຼຸບສັງລວມຄືນບັນດາຜົນງານການເຄື່ອນໄຫວການດຳເນີນທຸລະກິດຂອງ ບໍລິສັດລາວໂທລະຄົມໃນ 30 ປີທີ່ຜ່ານມາ. ຄະນະພັກ, ຄະນະຜູ້ອຳນວຍການໃຫຍ່ ໄດ້ນໍາພາ ບໍລິສັດ ລາວໂທລະຄົມ ຜ່ານຜ່າທຸກຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ, ຕັ້ງໜ້າຊີ້ນໍາ-ນໍາພາ ບໍລິສັດ ໃຫ້ເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆມາທັງດ້ານປະລິມານ ແລະ ຄຸນນະພາບ ເຮັດໃຫ້ໂຄງລ່າງພື້ນຖານທາງດ້ານໂທລະຄົມມີການພັດທະນາໃຫ້ທັນສະໄໝທັນກັບສະພາບການຂະຫຍາຍຕົວຂອງໂລກ.
ໃນໄລຍະ 30 ປີຜ່ານມາກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນສາມາດຂະຫຍາຍລູກຄ້າໃໝ່ ແລະ ຮັກສາຈຳນວນລູກຄ້າເກົ່າໄວ້ໄດ້ມາເຖິງປັດຈຸບັນນີ້ມີຖານລູກຄ້າ MBB(Mobile Broadband) ຫຼາຍກວ່າ 3 ລ້ານກວ່າລູກຄ້າ (ລວມທັງລູກຄ້າທີພລັດ) ແລະ FBB (Fixed Broadband) ຫຼາຍກວ່າ 2 ລ້ານ 5 ແສນລູກຄ້າ. ສາມາດຂະຫຍາຍລະບົບເຄືອຂ່າຍສັນຍານໂທລະສັບມືຖືກວມເອົາ 83% ຂອງປະຊາກອນທົ່ວປະເທດ, ທຽບໃສ່ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ກໍຄືຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈະໃຫ້ສັນຍານ 4G ກວມ 83% ຂອງປະຊາກອນ ແມ່ນຍັງນອນຢູ່ໃນແຜນການທີ່ວາງໄວ້, ມີສະຖານີຖານ (BTS) ທັງໝົດ 13,300 ສະຖານີ, ໃນນີ້: GSM 2G ຈໍານວນຫຼາຍກວ່າ 2,030 ສະຖານີ, 3G ຈໍານວນຫຼາຍກວ່າ 3,620 ສະຖານີ, 4G ຈໍານວນຫຼາຍກວ່າ 6,688 ສະຖານີ, 4,5G ຈໍານວນຫຼາຍກວ່າ 906 ສະຖານີ, 5G ຈໍານວນຫຼາຍກວ່າ 56 ສະຖານີ ແລະ FTTH Port ຫຼາຍກວ່າ 224,440Ports, ມີລະບົບສາຍສົ່ງສາຍໃຍແກ້ວນຳແສງຍາວຫຼາຍກວ່າ 37,945 ກິໂລແມັດ, ໃນນັ້ນເປັນ Backbone DWDM 6,539 Km, ໃນ Capacity 200Gbps.
ການເຄື່ອນໄຫວດໍາເນີນທຸລະກິດຂອງ ລາວໂທລະຄົມ ສາມາດສ້າງລາຍຮັບໄດ້ຫຼາຍກວ່າ 29,166 ຕື້ກີບ (ບໍ່ລວມອາກອນ), ມີກໍາໄລສະສົມຫຼາຍກວ່າ 6,570 ຕື້ກີບ, ດ້ວຍຈັງຫວະການເຕີບໂຕຢ່າງຕໍ່ເນື່ອງສະເລ່ຍຫຼາຍກວ່າ 27.22% ຕໍ່ປີ ສາມາດປະຕິບັດພັນທະໃຫ້ລັດຖະບານແລ້ວມີມູນຄ່າຫຼາຍກວ່າ 5,984 ຕື້ກີບ, ມອບເງິນປັນຜົນໃຫ້ລັດຖະບານ ແລະ ຝ່າຍຂາຮຸ້ນໄດ້ 409 ລ້ານໂດລາ. ພ້ອມດຽວກັນນັ້ນ, ບໍລິສັດ ລາວໂທລະຄົມ ຍັງໄດ້ເອົາໃຈໃສ່ປະກອບສ່ວນດ້ານພັນທະຂອງຕົນຕໍ່ສັງຄົມ, ອົງການຈັດຕັ້ງພັກ-ລັດຢ່າງຕັ້ງໜ້າ ຊຶ່ງມັນສະແດງອອກໃຫ້ເຫັນມູນຄ່າການຊ່ວຍເຫຼືອສັງຄົມ ຕະຫຼອດໄລຍະ 30 ປີ ຜ່ານມາມີມູນຄ່າຫຼາຍກວ່າ 194 ຕື້ກີບ, ເປັນເງິນສົດຈຳນວນຫຼາຍກວ່າ 78.36 ຕື້ກີບ ໃນນີ້ປະກອບມີ: ດ້ານການສຶກສາຫຼາຍກວ່າ 6.69 ຕື້ກີບ, ດ້ານອົງການຈັດຕັ້ງມະຫາຊົນ46.03 ຕື້ກີບແລະ ງານບຸນປະເພນີຕ່າງໆ 25.64 ຕື້ກີບ, ປະກອບສ່ວນຊ່ວຍເຫຼືອລັດຖະບານ ແລະ ສັງຄົມ ເພື່ອປ້ອງກັນຄວບຄຸມແລະຕ້ານການແຜ່ລະບາດຂອງເຊື້ອພະຍາດໄວຣັດໂຄວິດ-19 ເປັນວັດຖຸ ແລະ ຄ່າບໍລິການດ້ານໂທລະຄົມ ຈຳນວນຫຼາຍກວ່າ 79.8 ຕື້ກີບ, ປະກອບສ່ວນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ທີ່ ສປປ ລາວເປັນເຈົ້າພາບ (ASEAN SUMMIT) ໃນການສະໜອງຄ່າບໍການທາງດ້ານອິນເຕິເນັດ ແລະ ອຸປະກອນ 10 ຕື້ກວ່າກີບ. ໃນນີ້ ສະ ໜອງອຸປະກອນ ແລະ ສັນຍານອິນເຕີເນັດສຳລັບການຮຽນທາງໄກ, ກອງປະຊຸມທາງໄກຂອງອົງການຈັດຕັ້ງພັກ-ລັດຈຳນວນ 11.9 ຕື້ກີບຊ່ວຍເຫຼືອລັດຖະບານໃນການຕ້ານໄພນໍ້າຖ້ວມ ສະໜອງຄ່າບໍການທາງດ້ານອິນເຕິເນັດ ແລະ ອຸປະກອນ 7.3 ຕື້ກວ່າກີບ. ສໍາລັບປີ 2026 ຄາດວ່າຈະຊ່ວຍເຫຼືອສັງຄົມຫຼາຍກວ່າ 6.54 ຕື້ກີບ.
ນອກຈາກນີ້, ໄປຄຽງຄູ່ກັບການດໍາເນີນທຸລະກິດຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆໃຫ້ສູງຂຶ້ນເພື່ອຍົກສູງລະດັບຊີວິດການເປັນຢູ່ໃຫ້ພະນັກງານ, ກຳມະກອນໃຫ້ດີຂຶ້ນເລື້ອຍໆ.
ໃນພິທີດັ່ງກ່າວ ລັດຖະບານໄດ້ຕົກລົງປະດັບຫຼຽນໄຊມິດຕະພາບ (MEDAL OF FRIENDSHIP) ໃຫ້ບໍລິສັດ Shenington Investmen ແລະ ທ່ານ ປິຍະວັດ ຈະຣິຍະເສດຖະພົງ ປະທານກຳມະການຜູ້ຖືຮຸ້ນຕ່າງປະເທດ ທີ່ມີຜົນງານດີເດັ່ນ ປະກອບສ່ວນເຄື່ອນໄຫວວຽກງານ ທີ່ໄດ້ຮ່ວມທຶນກັບ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຊຶ່ງເປັນການປະກອບສ່ວນອັນສຳຄັນ ໃນການພັດທະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຕະຫຼອດໄລຍະເວລາ 30 ປີຜ່ານມາ ການດຳເນີນທຸລະກິດຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ສ້າງຄວາມເຊື່ອໝັ້ນໃຫ້ຜູ້ຊົມໃຊ້ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ-ລັດຖະບານສະແດງອອກການໄດ້ຮັບການຍ້ອງຍໍ ແລະ ລາງວັນຕ່າງໆ ເຊັ່ນ: ຫຼຽນໄຊແຮງງານຊັ້ນ I, II, III, ລາງວັນນັກທຸລະກິດດີເດັ່ນ, ລາງວັນທຸລະກິດຊັ້ນນຳດີເດັ່ນໃນໄລຍະໂຄວິດ, ລາງວັນ International Finance Awards, ລາງວັນ ຜູ້ໃຫ້ບໍລິການ ອິນເຕີເນັດ FTTH ທີ່ເຕີບໃຫຍ່ໄວທີ່ສຸດໃນລາວ (Fastest Growing FTTH Internet Service Provider-Laos Award ), ລາງວັນ ເອັມມັນນີ ແອັບກະເປົາເງິນທີ່ເຕີບໃຫຍ່ໄວທີ່ສຸດໃນລາວ (Fastest Growing Mobile e-Wallet App-M Money-Laos Award), ລາງວັນ Mobile Operator ດີເດັ່ນ ຈາກ Asian Telecom Award, ລາງວັນ “ຜູ້ປະກອບການອາຊຽນດີເດັ່ນຄັ້ງທີ 9 (9th ASEAN Entrepreneur Award 2024)” ໃນເວທີ The 25th World Knowledge Forum 2024 ທີ່ ເມືອງອິນຊອນ ປະເທດ ສ.ເກົາຫຼີ, ລາງວັນ The Stevie Awards for Technology Excellence ຢ່າງເປັນທາງການທີ່ເມືອງ ນີວຍອກ ສ.ອາເມຣິກາ, ລາງວັນຜູ້ພັດທະນາການໃຫ້ບໍລິການໂຄງສ້າງພື້ນຖານໂທລະຄົມດີເດັ່ນໃນອາຊຽນ (ASEAN Business Awards 2024) ໃນໄລຍະກອງປະຊຸມ ASEAN Summits and Related Summits ຄັ້ງທີ 44 ເເລະ 45 ທີ່ນະຄອນຫຼວງວຽງຈັນ ສປປ ລາວ. ອັນພົ້ນເດັ່ນປີ 2025 ໄດ້ຮັບລາງວັນດີເດັ່ນລະດັບອາຊຽນຈາກອົງການ ITU ຕໍ່ກັບຜົນງານ ແລະ ການຍ້ອງຍໍດັ່ງກ່າວ ລາວໂທລະຄົມ ກໍຄືຂະແໜງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະແດງຜົນງານທີ່ໂດດເດັ່ນຂອງຕົນໃນເວທີພາກພື້ນ ແລະ ສາກົນ.
ພ້ອມດຽວກັນນີ້ ກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນ ຂອງທ່ານ ສັນຕິສຸກ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະພາບໍລິຫານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນຊຶ່ງທ່ານໄດ້ຍ້ອງຍໍຊົມເຊີຍຜົນງານ ໃນໄລຍະຜ່ານມາທີ່ ລາວໂທລະຄົມ ຍາດມາໄດ້ ແລະ ສາມາດຕອບສະໜອງຄວາມຮຽກຕ້ອງການຂອງສັງຄົມ, ການພັດທະນາພື້ນຖານໂຄງລ່າງດ້ານໂທລະຄົມກໍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງໃນແຕ່ລະປີ ໃນຂອບເຂດທົ່ວປະເທດ. ສິ່ງທີ່ຄວນເອົາໃຈໃສ່ ໃນຊຸມປີຕໍ່ໜ້າ ພວກເຮົາຕ້ອງໄດ້ກຽມພ້ອມຮອບດ້ານຈຳເປັນຕ້ອງໄດ້ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ກາຍເປັນເບີໜຶ່ງໃນຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ສື່ສານຄົບວົງຈອນໃນ ສປປ ລາວ.
ຕໍ່ກັບຜົນງານດັ່ງກ່າວນັ້ນ, ທ່ານລັດຖະມົນຕີໄດ້ເນັ້ນໜັກໃນການຈັດຕັ້ງປະຕິບັດແນວທາງແຜນພັດທະນາ ຕາມນະໂຍບາຍຫັນເປັນ ທັນສະໄໝ ໃນຍຸກດີຈີຕອນ. ສະນັ້ນ ລາວໂທລະຄົມ ຕ້ອງໄດ້ສຸມໃສ່ ການພັດທະນາຄຸນນະພາບການບໍລິການ ແລະ ການພັດທະນາບຸກຄະລາກອນ ເວົ້າລວມ, ເວົ້າສະເພາະແມ່ນວິຊາການຕ້ອງມີຄວາມຮູ້, ຄວາມສາມາດ, ສ້າງໃຫ້ໄດ້ຖັນແຖວພະນັກງານທີ່ເປັນຊ່ຽວຊານ ແລະ ມືອາຊີບ ທີ່ແທ້ຈິງເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງເຕັກໂນໂລຊີ ທີ່ມີການພັດທະນາ ແລະ ຂະຫຍາຍຕົວໄວ ໃນແຕ່ລະໄລຍະ. ສະນັ້ນ, ມັນຮຽກຮ້ອງໃຫ້ຄະນະພັກ, ຄະນະອໍານວຍການ, ຜູ້ບໍລິຫານ ແລະ ພະນັກງານ ລາວໂທລະຄົມ ທຸກທົ່ວໜ້າຈົ່ງເຊີດຊູສະຕິ ແລະ ເພີ່ມທະວີບົດບາດ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງກ່ວາເກົ່າ ເພື່ອເຮັດໃຫ້ ລາວໂທລະຄົມກ້າວໄປຂ້າງໜ້າ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນຍຸກເສດຖະກິດ 4.0 ແລະ ເພື່ອການພັດທະນາປະເທດຊາດ ໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້.
(ຂ່າວ: ລາວໂທລະຄົມ)
ຄໍາເຫັນ