![]() |
ມາຮອດປັດຈຸບັນ, ຊາວກະສິກອນພາຍໃນເມືອງໄດ້ສຸມໃສ່ເກັບກູ້ຜົນຜະລິດເຂົ້ານາປີສຳເລັດແລ້ວ 3,790 ກວ່າເຮັກຕາ ຫຼື ເທົ່າກັບ 70ກວ່າ%ຂອງເນື້ອທີ່ປູກຕົວຈິງ, ຄາດຄະເນຜົນຜະລິດລວມທັງໝົດປະມານ 20,130 ກວ່າໂຕນ. ສ່ວນການຜະລິດແນວພັນເຂົ້າຢູ່ສູນ 30 ເຮັກຕາ ຂອງບໍລິສັດ ອາຊີ-ໂປຕາສ ສາກົນ ໃນເນື້ອທີ່ 15 ເຮັກຕາ ແມ່ນເກັບກູ້ໄດ້ແລ້ວ 3 ເຮັກຕາ ເທົ່າກັບ 20%ແລະ ການປູກເຂົ້າໄຮ່ ໃນເນື້ອທີ່ປະຕິບັດ 480 ກວ່າເຮັກຕາ ແມ່ນໄດ້ເກັບກູ້ສຳເລັດແລ້ວ ໄດ້ຜົນຜະລິດປະມານ 1,240 ກວ່າໂຕນ (ສະມັດຕະພາບສະເລ່ຍ 2,6 ໂຕນ/ເຮັກຕາ). ນອກຈາກນີ້, ວິຊາການຍັງໄດ້ລົງຕິດຕາມ ແລະ ແກ້ໄຂບັນຫາພະຍາດໃບໄໝ້ຂອງເຂົ້າ ຢູ່ບ້ານນ້ຳປັງ ທີ່ສ້າງຄວາມເສຍຫາຍ3.72 ເຮັກຕາ ຈາກເນື້ອທີ່ລະບາດທັງໝົດ 7.40 ເຮັກຕາ.
ຄຽງຄູ່ກັບການເກັບກູ້ເຂົ້ານາປີ, ວຽກງານການປູກ ແລະ ເກັບກູ້ພືດລະດູຝົນ ປະຈຳປີ 2026 ກໍມີຜົນສຳເລັດເປັນຢ່າງດີເຊັ່ນກັນ ໂດຍທົ່ວເມືອງສາມາດປູກພືດຊະນິດຕ່າງໆໄດ້ທັງໝົດ 19,600ກວ່າເຮັກຕາ, ລື່ນແຜນການ 6.99% (ແຜນການ 18,230 ເຮັກຕາ). ມາຮອດປັດຈຸບັນ ສາມາດເກັບກູ້ຜົນຜະລິດພືດລະດູຝົນໄດ້ແລ້ວທັງໝົດ 4,850 ກວ່າເຮັກຕາ ຫຼື ເທົ່າກັບ 24.75% ຂອງເນື້ອທີ່ປູກຕົວຈິງ.
ປັດຈຸບັນ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງພຽງ ພວມສືບຕໍ່ລົງຊຸກຍູ້ຊາວກະສິກອນໃຫ້ເລັ່ງເກັບກູ້ຜົນຜະລິດເຂົ້ານາປີ ແລະ ພືດລະດູຝົນທີ່ຍັງເຫຼືອໃຫ້ສຳເລັດໂດຍໄວ ເພື່ອໃຫ້ທວງທັນເວລາແລະ ກະກຽມເນື້ອທີ່ເຂົ້າສູ່ການຜະລິດເຂົ້ານາແຊງ ແລະ ປູກພືດລະດູແລ້ງໃນຕໍ່ໜ້າ.
ຂ່າວ: ແສງສຸດາ ກິ່ງສະຫວັດ

ຄໍາເຫັນ