![]() |
ທ່ານ ອິນປັນ ລໍມະນີ ຫົວໜ້າຫ້ອງການ ກະສິກຳ ແລະ ສີ່ງແວດລ້ອມເມືອງ ປາກຊັນໄດ້ລາຍງານການສະໜອງນ້ຳຊົນລະປະທານເຂົ້າໃນການຜະລິດປີ 2026 ແລະ ການຈັດຕັ້ງປະຕິບັດສັກຢາປ້ອງກັນພະຍາດສັດ 1 ປີຜ່ານມາສາມາດຍາດໄດ້ຜົນງານພົ້ນເດັ່ນຫຼາຍດ້ານຄື: ທົ່ວເມືອງມີສະຖານີຈັກສູບນ້ຳ 21 ແຫ່ງ, ນຳໃຊ້ໄດ້ຕົວຈິງ 11 ແຫ່ງ, ສາມາດສະໜອງນ້ຳໃຫ້ເນື້ອທີ່ທຳການຜະລິດໄດ້ 10,912 ເຮັກຕາ, ນາແຊງ 339 ເຮັກຕາ, ຜະລິດເຂົ້າໄດ້ 43 ພັນໂຕນ (ສະເລ່ຍ 228 ກິໂລກຣາມ/ຄົນ/ປີ). ນອກນີ້, ຍັງມີຝາຍນ້ຳລົ້ມ 4 ແຫ່ງ (ສະໜອງນ້ຳໄດ້ 64 ເຮັກຕາ), ອ່າງເກັບນ້ຳ 2 ແຫ່ງ (ສະໜອງນ້ຳໄດ້ 250 ເຮັກຕາ), ສ້ອມແປງຊົນລະປະທານ 5 ໂຄງການ ມູນຄ່າ 3,141,127,314 ກີບແລະ ມອບ-ໂອນກິດຈະການຊົນລະປະທານໃຫ້ປະຊາຊົນຄຸ້ມຄອງນຳໃຊ້ສຳເລັດ.
ສຳລັບການສັກຢາປ້ອງກັນພະຍາດສັດ: ທົ່ວເມືອງມີສັດລ້ຽງທັງໝົດ 11,277 ໂຕ. ໄດ້ປັບປຸງຕາໜ່າງສັດຕະວະແພດບ້ານໄດ້ 5 ບ້ານ (10 ທ່ານ, ຍິງ 2 ທ່ານ), ສຳເລັດການສັກຢາປ້ອງກັນພະຍາດສັດໄດ້ 7 ບ້ານເຊິ່ງສາມາດສັກຢາໃຫ້ ງົວ ໄດ້ 346 ໂຕ, ຄວາຍ 39 ໂຕ, ໝູ 216,370 ໂຕ, ແບ້ 150 ໂຕ, ສັດປີກຈຳນວນໜຶ່ງແລະ ປິ່ນປົວພະຍາດສັດໄດ້ 46 ໂຕ ໃນ 11 ບ້ານ.
ໃນຕອນທ້າຍ, ຄະນະປະທານ ແລະ ບັນດາແຂກທີ່ເຂົ້າຮ່ວມ ຍັງໄດ້ພ້ອມກັນລົງພາກສະໜາມ ເພື່ອຕິດຕາມເບິ່ງການທົດລອງເປີດນ້ຳຊົນລະປະທານ ແລະ ຕິດຕາມເບິ່ງການສັກຢາປ້ອງກັນພະຍາດສັດຕົວຈິງຢູ່ພື້ນທີ່ຕື່ມອີກ.
ການຈັດພິທີໃນຄັ້ງນີ້ ແມ່ນເພື່ອປູກຈິດສຳນຶກ ແລະ ສ້າງຄວາມຕື່ນຕົວໃຫ້ແກ່ປະຊາຊົນ ເຫັນໄດ້ເຖິງຄວາມສຳຄັນຂອງລະບົບຊົນລະປະທານ ເຊິ່ງເປັນເສັ້ນເລືອດໃຫຍ່ໃນການສະໜອງນ້ຳຮັບໃຊ້ການຜະລິດລະດູແລ້ງ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ຄຽງຄູ່ກັບການສັກຢາປ້ອງກັນພະຍາດສັດ ເຊິ່ງເປັນມາດຕະການສຳຄັນໃນການປົກປ້ອງຊັບສິນ, ລາຍຮັບຂອງຊາວກະສິກອນ ແລະ ສະກັດກັ້ນພະຍາດລະບາດສັດຢ່າງທັນການ.
ຂ່າວ: ສາຍສະໝອນ

ຄໍາເຫັນ