ເມືອງໂຂງ ທຳລາຍອາວຸດລ່າເນື້ອ ແລະ ໝໍ້ຊ໊ອດປາ

ເມືອງໂຂງ ທຳລາຍອາວຸດລ່າເນື້ອ ແລະ ໝໍ້ຊ໊ອດປາ

ເມືອງໂຂງ ທຳລາຍອາວຸດລ່າເນື້ອ ແລະ ໝໍ້ຊ໊ອດປາ
ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມຈຳນວນຫຼາຍລາຍການເປັນຕົ້ນ: ປືນແກັບ, ປືນອັດລົມດັດແປງ, ປືນດັດແປງຍິງລູກແວງ ແລະ ອຸປະກອນຊ໊ອດປາ ໃນ​ວັນ​ທີ 12 ພະ​ຈິກ​ນີ້ ທີ່ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເມອງໂຂງ ທຳລາຍອາວດລາເນອ ແລະ ໝຊອດປາ - image 1
 

 

ທ່ານ ພັນໂທ ທອງຄູນ ໃສສະຫວັດ ຮອງຫົວໜ້າກອງບັນຊາການ ປກສ ເມືອງ, ຄະນະຮັບຜິດຊອບການລະດົມທ້ອນໂຮມອາວຸດ ໄດ້ຜ່ານບົດສະຫຼຸບກ່ຽວກັບການຈັດຕັ້ງປະຕິບັດວຽກງານ ໂດຍຍົກໃຫ້ເຫັນວ່າ: ກອງບັນຊາການ ປກສ ເມືອງ ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອເຄື່ອນໄຫວເກັບກູ້ ແລະ ທ້ອນໂຮມອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມທຸກຊະນິດ ທີ່ເປັນອັນຕະລາຍ ແລະ ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ເນື່ອງຈາກການນຳໃຊ້ອາວຸດປືນ ແລະ ອາວຸດລ່າເນື້ອຢ່າງຊະຊາຍ ໂດຍບໍ່ຄຳນຶງເຖິງກົດໝາຍ ເຊິ່ງໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງພົນລະເມືອງ ເປັນຕົ້ນ: ແມ່ນການນຳໃຊ້ເຂົ້າໃນການນາບຂູ່, ປຸ້ນຈີ້ຊີງຊັບ ແລະ ຄາດຕະກຳ ເຊິ່ງສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ຜ່ານການຈັດຕັ້ງປະຕິບັດໃນປີ 2025-2026 ຜ່ານມາ, ກອງບັນຊາການ ປກສ ເມືອງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ສາມາດກັກຢຶດ ແລະ ຮີບໂຮມວັດຖຸຕ້ອງຫ້າມນຳມາທຳລາຍໃນພິທີຄັ້ງນີ້ລວມມີ: ປະເພດອາວຸດລ່າເນື້ອ ແລະ ວັດຖຸລະເບີດ (ລວມ 258 ກະບອກ) ປືນແກັບ 157 ກະບອກ, ປືນອັດລົມດັດແປງ 28 ກະບອກ, ປືນດັດແປງຍິງລູກແວງ 04 ກະບອກ ເຊິ່ງໃນນີ້ໄດ້ຈາກປະຊາຊົນສະໝັກໃຈນຳມາມອບຕໍ່ເຈົ້າໜ້າທີ່ 155 ກະບອກ, ໄດ້ຈາກການມ້າງລາຍຄະດີ 29 ກະບອກ ແລະ ປະເພດອຸປະກອນໝໍ້ຊ໊ອດປາ 16 ເຄື່ອງ.

ພິທີທຳລາຍອາວຸດຄັ້ງນີ້ ສະທ້ອນໃຫ້ເຫັນເຖິງການພະຍາຍາມສືບຕໍ່ບັງຄັບໃຊ້ລະບຽບກົດໝາຍ, ການຄຸ້ມຄອງອາວຸດ ແລະ ການຫ້າມນຳໃຊ້ອຸປະກອນທີ່ຜິດກົດໝາຍ ເພື່ອຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ໃນທ້ອງຖິ່ນ.

ຂ່າວ-ພາບ: ເມືອງໂຂງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລາວໂທລະຄົມມະນາຄົມ ມະຫາຊົນສະຫຼອງ​ວັນ​ສ້າງ​ຕັ້ງ ຄົບຮອບ 30 ປີ

ລາວໂທລະຄົມມະນາຄົມ ມະຫາຊົນສະຫຼອງ​ວັນ​ສ້າງ​ຕັ້ງ ຄົບຮອບ 30 ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດລາວ​ໂທລະ​ຄົມ ຄົບຮອບ 30 ປີ (11/11/1996-11/11/2026) ຂຶ້ນໃນວັນທີ 11 ພະຈິກຜ່ານມາ ທີ່ໂຮງແຮມແລນມາກ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ປະທານສະພາຜູ້ຖືຮຸ້ນ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາຄະນະພັກ, ຄະນະອຳນວຍການໃຫຍ່ ແລະ ​ພະນັກງານ ລາວ​ໂທລະ​ຄົມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຈຳນວນ 550 ທ່ານ ແລະ ລລທ ສາຂາແຂວງ ກໍສະເຫຼີມສະຫຼອງໄປພ້ອມໆກັນຈໍານວນ 2 ພັນກວ່າທ່ານ.
​ຫສປທ ເຜີຍແຜ່ ມະຕິກົມການເມືອງວ່າດ້ວຍເພີ່ມທະວີການນໍາພາ ແລະ ຍົກລະດັບວຽກງານສື່ມວນຊົນ ໃຫ້ກ້າວສູ່ຄຸນະພາບໃໝ່ ໃນຍຸກດີຈີຕອນ

​ຫສປທ ເຜີຍແຜ່ ມະຕິກົມການເມືອງວ່າດ້ວຍເພີ່ມທະວີການນໍາພາ ແລະ ຍົກລະດັບວຽກງານສື່ມວນຊົນ ໃຫ້ກ້າວສູ່ຄຸນະພາບໃໝ່ ໃນຍຸກດີຈີຕອນ

ໃນວັນທີ10 ພະຈິກ ຜ່ານມາ ທີ່ຫ້ອງງານລ້ຽງທໍານຽບປະທານປະເທດ ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຈັດພິທີເຜີຍແຜ່ ມະຕິກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ວຽກງານສື່ມວນຊົນ ໃນໄລຍະໃໝ່ ສະບັບເລກທີ 76/ກມສພ, ລົງວັນທີ 30 ຕຸລາ 2026, ເພື່ອຮັບປະກັນໃຫ້ສື່ມວນຊົນລາວ ປະຕິບັດບົດບາດເປັນກະບອກສຽງອັນແຫຼມຄົມຂອງພັກ, ລັດ ແລະ ສັງຄົມ ໃຫ້ມີຄວາມທັນສະໄໝ, ວ່ອງໄວ ແລະ ທັນການ ຊຶ່ງໃຫ້ກຽດເຜີຍແຜ່ ໂດຍທ່ານນາງ ຟອງສະໝຸດ ອັນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນໍາ, ພະນັກງານ-ລັດຖະກອນ.
ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ຂັ້ນນຳພາ-ບັນຊາ ປກສ ແຂວງຄຳມ່ວນ

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ຂັ້ນນຳພາ-ບັນຊາ ປກສ ແຂວງຄຳມ່ວນ

ພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດຂັ້ນນຳພາ-ບັນຊາ ທີ່ຂຶ້ນກັບ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ, ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງທ່ານ ພົຕ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ພົຈວ ເຄນທະວີໄຊ ເພັດພະນາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ທ່ານ ພົຈວ ຈັນໄຊ ນັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ນາຍຕຳຫຼວດຫຼັກແຫຼ່ງ ເຂົ້າຮ່ວມ.
ປາກຊັນ ສະຫຼອງ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນພະຍາດສັດ

ປາກຊັນ ສະຫຼອງ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນພະຍາດສັດ

ພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (3 ພະຈິກ) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ) ຢູ່ເມືອງ ປາກຊັນ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2026ທີ່ ຫ້ອງການບ້ານ ປາກປຶງ ຕາແສງໄຊຈະເລີນ ເມືອງ ປາກຊັນ ແຂວງ ບໍລີຄຳໄຊ ການ​ເຂົ້າ​ຮ່ວມຂອງທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງເມືອງ ປາກຊັນ, ທ່ານ ວຽງແກ້ວ ໄຊພັກດີ ຮອງຫົວໜ້າພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ ບໍລິຄຳໄຊ,ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ພະນັກງານລົງກໍ່ສ້າງຮາກຖານການເມືອງ ເຊີດຊູຄວາມຮັບຜິດຊອບປະຕິບັດວຽກງານຢູ່ຂັ້ນຮາກຖານໃຫ້ມີຜົນສຳເລັດ

ພະນັກງານລົງກໍ່ສ້າງຮາກຖານການເມືອງ ເຊີດຊູຄວາມຮັບຜິດຊອບປະຕິບັດວຽກງານຢູ່ຂັ້ນຮາກຖານໃຫ້ມີຜົນສຳເລັດ

ສະຫາຍ ພູນອນ ໄຊຍະລາດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສາລະວັນ ເປັນໜຶ່ງໃນພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ທີ່ໄດ້ຮັບການມອບໝາຍ ລົງກໍ່ສ້າງຮາກຖານການເມືອງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງສາລະວັນ ໃນວັນທີ 10 ພະຈິກຜ່ານມາວ່າ: ການທີ່ຖືກມອບໝາຍໃຫ້ລົງກໍ່ສ້າງຮາກຖານການເມືອງໃນຄັ້ງນີ້, ມີຄວາມສຳຄັນ ແລະ ເປັນໜ້າທີ່ຄວາມຮັບຜິດຊອບທາງດ້ານການເມືອງ, ຕົນເອງມີຄວາມຮູ້ສຶກດີໃຈ ແລະ ເປັນກຽດຢ່າງສູງ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກຄະນະພັກ-ຄະນະນໍາຂອງແຂວງສາລະວັນເຊິ່ງການລົງກໍ່ສ້າງຮາກຖານເມືອງ ແມ່ນໂອກາດດີໃນການຮ່ຳຮຽນວຽກງານຈາກຕົວຈິງ, ໃກ້ຊິດຕິດແທດປະຊາຊົນ, ເຂົ້າໃຈສະພາບຕົວຈິງຂອງທ້ອງຖິ່ນ ແລະ ນຳເອົາຄວາມຮູ້, ປະສົບການ ໄປໝູນໃຊ້ໃຫ້ເກີດຜົນປະໂຫຍດຢ່າງແທ້ຈິງ ເພື່ອຊ່ວຍວຽກອົງການປົກຄອງເມືອງ ປັບປຸງ ແລະ ພັດທະນາວຽກງານດ້ານຕ່າງໆ ໂດຍສະເພາະດ້ານພື້ນຖານໂຄງລ່າງ.
ເມືອງພຽງ ເກັບກູ້ຜົນຜະລິດເຂົ້ານາປີສຳເລັດແລ້ວ 70%

ເມືອງພຽງ ເກັບກູ້ຜົນຜະລິດເຂົ້ານາປີສຳເລັດແລ້ວ 70%

ອີງຕາມການລາຍງານການຈັດຕັ້ງປະຕິບັດວຽກງານຂອງໜ່ວຍງານປູກຝັງ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງພຽງ ແຂວງໄຊຍະບູລີ ປະຈຳເດືອນພະຈິກ 2026 ໃຫ້ຮູ້ວ່າ: ໃນລະດູການຜະລິດປີ 2026 ນີ້ ທົ່ວເມືອງພຽງ ມີເນື້ອທີ່ປູກເຂົ້າທັງໝົດ 7,400 ກວ່າ​ເຮັກ​ຕາ, ປະຕິບັດໄດ້ 90 ກວ່າ%ຂອງແຜນການ. ໃນນີ້, ການປູກເຂົ້ານາປີ ມີເນື້ອທີ່ປະຕິບັດຕົວຈິງ 6,900ກວ່າເຮັກຕາ, ບັນລຸຕາມແຜນການເຊິ່ງປະກອບມີນາດຳທົ່ວໄປ 2,950 ກວ່າເຮັກຕາ ແລະ ນາກະເສດສຸມ 3,940 ກວ່າເຮັກຕາ (ນາຫວ່ານ 2,300 ກວ່າເຮັກຕາ, ນາຢອດ 1,640 ກວ່າເຮັກຕາ, ນາຊ່າວໃໝ່ 23.54 ເຮັກຕາ).
ແກ່ນທ້າວ ສະຫຼອງວັນຊົນລະປະທານພ້ອມເປີດຂະບວນການຜະລິດລະດູແລ້ງ

ແກ່ນທ້າວ ສະຫຼອງວັນຊົນລະປະທານພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ), ວັນສັກຢາກັນພະຍາດສັດ ແຫ່ງຊາດ (ວັນທີ 11 ພະຈິກ) ແລະ ​ວັນເປີດຂະບວນການຜະລິດລະດູແລ້ງ (ວັນທີ 15 ພະຈິກ) ປະຈຳປີ 2026, ໃນ​ວັນ​ທີ 11 ພະ​ຈິກ​ນີ້ ທີ່ ບ້ານ​ນາ​ບອນໂດຍມີທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງ,ມີຄະນະປະຈຳພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ
ສາ​ລະ​ວັນສໍາເລັດການຍົກລະດັບຄວາມຮູ້ວຽກງານກໍ່ສ້າງຮາກຖານການເມືອງໃຫ້​ພະ​ນັກ​ງານ

ສາ​ລະ​ວັນສໍາເລັດການຍົກລະດັບຄວາມຮູ້ວຽກງານກໍ່ສ້າງຮາກຖານການເມືອງໃຫ້​ພະ​ນັກ​ງານ

ພະນັກງານນໍາພາ-ຄຸ້ມຄອງຈຳ​ນວນ42 ສະຫາຍ ຂອງແຂວງສາລະວັນ ສຳເລັດການຍົກລະດັບຄວາມຮູ້ວຽກງານກໍ່ສ້າງຮາກຖານການເມືອງ ທີ່ຈະລົງປະຕິບັດວຽກງານຕົວຈິງ ຢູ່ 8 ເມືອງ, 38 ຕາແສງ ທົ່ວແຂວງສາລະວັນ, ເປັນບາດກ້າວໜຶ່ງທີ່ສຳຄັນ ເຮັດໃຫ້ໄດ້ຄົ້ນຄວ້າຮ່ຳຮຽນ ຢ່າງເລິກ​ເຊິ່ງ, ກຳໄດ້ເນື້ອໃນ ທີ່ເປັນພື້ນຖານຕ່າງໆ ແລະ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງເຄື່ອນໄຫວເຮັດວຽກຕົວຈິງ ແລະ ແລກປ່ຽນບົດຮຽນທາງດ້ານທິດສະດີ-ພຶດຕິກຳຕົວຈິງ ຫຼາຍດ້ານ ເປັນຕົ້ນ: ການສ້າງທັກສະ, ວິທີເຮັດວຽກເປັນທີມ, ເປັນໝູ່ຄະນະ, ມີແບບແຜນວິທີນໍາພາ, ທັກສະການແກ້ໄຂບັນຫາຕົວຈິງ ແລະ ວຽກງານອື່ນໆຢູ່ຂັ້ນຮາກຖານ, ກ່ອນຈະລົງປະຕິບັດຕົວຈິງ.
ປະທານຄະນະກວດກາສູນກາງພັກຢ້ຽມ​ຢາມບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ

ປະທານຄະນະກວດກາສູນກາງພັກຢ້ຽມ​ຢາມບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ

ທ່ານ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວລົງຊຸກຍູ້, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານ ຂອງບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ຢູ່ເມືອງລ້ອງແຈ້ງ ໃນວັນທີ 10 ພະຈິກຜ່ານ​ມາ ໂດຍມີ ທ່ານ ພອຍຄໍາ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນ ແຂວງໄຊສົມບູນພ້ອມ​ຄະ​ນະ​ຕິດ​ຕາມ​ນຳ
ງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2026 ຈະຈັດຂຶ້ນເປັນເວລາ 5 ວັນ

ງານບຸນນະມັດສະການພະທາດຫຼວງວຽງຈັນປະຈຳປີ 2026 ຈະຈັດຂຶ້ນເປັນເວລາ 5 ວັນ

ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ຮອງປະທານ ຜູ້ປະຈໍາການ ຄະນະຮັບຜິດຊອບກະກຽມ ແລະ ດໍາເນີນງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈໍາປີ 2026 ໄດ້ຖະແຫຼງຂ່າວງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຕໍ່ສື່ມວນຊົນ ໃນວັນທີ 11 ພະຈິກນີ້ວ່າ: ການຈັດງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້, ຈະໄດ້ມີການວາງສະແດງສິນຄ້າທີ່ຫຼາກຫຼາຍປະເພດ, ຫຼາຍສີສັນຂອງສິນຄ້າ ທີ່ຈະໄດ້ມາຈັດວາງສະແດງ.
ເພີ່ມເຕີມ