ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ຂັ້ນນຳພາ-ບັນຊາ ປກສ ແຂວງຄຳມ່ວນ

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ຂັ້ນນຳພາ-ບັນຊາ ປກສ ແຂວງຄຳມ່ວນ

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ຂັ້ນນຳພາ-ບັນຊາ ປກສ ແຂວງຄຳມ່ວນ
ພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດຂັ້ນນຳພາ-ບັນຊາ ທີ່ຂຶ້ນກັບ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ, ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງທ່ານ ພົຕ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ພົຈວ ເຄນທະວີໄຊ ເພັດພະນາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ທ່ານ ພົຈວ ຈັນໄຊ ນັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ນາຍຕຳຫຼວດຫຼັກແຫຼ່ງ ເຂົ້າຮ່ວມ.
ປະກາດຍກຍາຍ ແລະ ແຕງຕງນາຍຕຳຫວດ ຂນນຳພາ-ບນຊາ ປກສ ແຂວງຄຳມວນ - image 1
 

ໃນພິທີ, ທ່ານ ພັອ ສົມຄິດ ຈັນທະວິໄລ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍການຍົກຍ້າຍນາຍຕຳຫຼວດທີ່ຂຶ້ນກັບ ກອງບັນຊາ ການ ປກສ ແຂວງຄຳມ່ວນ. ໃນນີ້, ຕົກລົງຍົກຍ້າຍທ່ານ ພັທ ອຸໄລພອນ ເສີມສະນຸກ ຈາກກອງບັນຊາການ ປກສ ເມືອງທ່າແຂກ ໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການ ປກສ ແຂວງຄຳມ່ວນ, ທ່ານ ພັທ ສາຍເງິນ ອິນທະວົງ ຈາກກອງບັນຊາການ ປກສ ແຂວງ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງວ່າການປົກຄອງແຂວງຄຳມ່ວນ, ທ່ານ ພັທ ອຸ່ນເຮືອນ ເຕື່ອງໄມຕີ ຈາກຫ້ອງພະລາທິການ ໄປຮັບໜ້າທີ່ໃໝ່ ຢູ່ບໍລິສັດລັດວິສາຫະກິດ ບໍລິການຮັກສາຄວາມປອດໄພ, ທ່ານ ພັທ ຄຳຟອງ ທອງມີສານ ຈາກຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງຕຳຫຼວດ, ທ່ານ ພັທ ພູວາ ສຸວັນນະລາດ ຈາກ ປກສ ເມືອງຫີນບູນ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງພະ ລາທິການ, ທ່ານ ພັທ ພົມມະນີ ໄຊຍະລາດ ຈາກຫ້ອງສັນຕິບານ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ທ່ານ ພັທ ວໍລະຈິດ ດວງລາຕີ ຈາກຫ້ອງຕຳຫຼວດ ໄປຮັບໜ້າທີ່ໃໝ່ ຢູ່ກອງພັນປ້ອງກັນເຄື່ອນທີ່, ທ່ານ ພັທ ຈັນທະໝອມ ສອນມຸກດາ ຈາກ ປກສ ເມືອງໄຊບົວທອງ ໄປຮັບໜ້າທີ່ໃໝ່ ຢູ່ກອງພັນປ້ອງກັນເຄື່ອນທີ່, ທ່ານ ພັທ ແສງເພັດ ວົງຄຳ ຈາກຫ້ອງພະລາທິການ ໄປຮັບໜ້າທີ່ໃໝ່ ຢູ່ຄ້າຍຄຸມຂັງ-ດັດສ້າງ ທ່ານ ພັທ ປີດາ ຈັນທະເນດ ຈາກ ປກສ ເມືອງໄຊບົວທອງ ໄປຮັບໜ້າທີ່ໃໝ່ ຢູ່ໂຮງຮຽນ ປກສ ຊັ້ນຕົ້ນເລກ 5, ທ່ານ ພັທ ພູມີ ລັດຕະນະວົງ ຈາກຫ້ອງສັນຕິບານ ໄປຮັບໜ້າທີ່ໃໝ່ ຢູ່ ປກສ ເມືອງທ່າແຂກ, ທ່ານ ພັທ ວິໄລສັກ ຈັນທິສອນ ຈາກຫ້ອງການກອງບັນຊາການ ໄປຮັບໜ້າທີ່ໃໝ່ຢູ່ ປກສ ເມືອງໜອງບົກ, ທ່ານ ພັທ ບຸນທົງ ໄຊປັນຍາ ຈາກ ປກສ ເມືອງເຊບັ້ງໄຟ ໄປຮັບໜ້າທີ່ໃໝ່ຢູ່ສະຫະພັນນັກຮົບເກົ່າ ເມືອງເຊບັ້ງໄຟ, ທ່ານ ພັທ ສຸກັນ ວັນນຸວົງ ຈາກກອງພັນປ້ອງກັນເຄື່ອນທີ່ ໄປຮັບໜ້າທີ່ໃໝ່ ຢູ່ ປກສ ເມືອງເຊບັ້ງໄຟ, ທ່ານ ພັທ ມອນໃສ ໄຊຍະສິດ ຈາກ ປກສ ເມືອງນາກາຍ ໄປຮັບໜ້າທີ່ໃໝ່ ຢູ່ ປກສ ເມືອງຍົມມະລາດ, ທ່ານ ພັທ ລັກມະນີ ຈັນ ທະລາດ ຈາກຫ້ອງຕຳຫຼວດ ໄປຮັບໜ້າທີ່ໃໝ່ ຢູ່ ປກສ ເມືອງຍົມມະລາດ, ທ່ານ ພັທ ຄຳອອນ ອຸດົມສິງ ຈາກ ປກສ ເມືອງຍົມມະລາດ ໄປຮັບໜ້າທີ່ໃໝ່ ຢູ່ ປກສ ເມືອງນາກາຍ, ທ່ານ ພັທ ສີສະຫວ່າງ ບຸນນະສອນ ຈາກໂຮງຮຽນ ປກສ ຊັ້ນຕົ້ນເລກ 5 ໄປຮັບໜ້າທີ່ໃໝ່ ຢູ່ ປກສ ເມືອງໄຊບົວທອງ, ທ່ານ ພັທ ໄພບູນ ອິນທະວົງ ຈາກຄ້າຍຄຸມຂັງ-ດັດສ້າງ ໄປຮັບໜ້າທີ່ໃໝ່ ຢູ່ ປກສ ເມືອງຄູນຄຳ.

ປະກາດຍກຍາຍ ແລະ ແຕງຕງນາຍຕຳຫວດ ຂນນຳພາ-ບນຊາ ປກສ ແຂວງຄຳມວນ - image 2
 

ນອກນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຄຳມ່ວນ. ໃນນີ້, ຕົກລົງແຕ່ງຕັ້ງທ່ານ ພັທ ອຸໄລພອນ ເສີມສະນຸກ ເປັນຮອງຫົວໜ້າກອງບັນຊາການ ປກສ ແຂວງ, ທ່ານ ພັທ ຈັນເພັງ ແກ້ວມະນີ ເປັນຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ ແລະ ທ່ານ ພັທ ຄຳເກີດ ແສງດາລາ ເປັນຮອງ, ທ່ານ ພັທ ລຸນນ້ອຍ ຄໍາພັນ ເປັນຫົວໜ້າຫ້ອງສັນຕິບານ ແລະ ທ່ານ ພັທ ຂັນທະໜອມ ສີຫາລາດ ເປັນຮອງ, ທ່ານ ພັທ ຄຳຟອງ ທອງມີສານ ເປັນຫົວໜ້າຫ້ອງຕຳຫຼວດ ແລະ ທ່ານ ພັທ ແສງຈັນ ແສງມະນີ ເປັນຮອງ, ທ່ານ ພັທ ຈິດໃຈເພັດ ຊາມູນຕີ ເປັນຫົວໜ້າຫ້ອງພະລາທິການ ແລະ ທ່ານ ພັທ ພູວາ ສຸວັນນະລາດ ເປັນຮອງ, ທ່ານ ພັທ ພົມມະນີ ໄຊຍະລາດ ເປັນຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ທ່ານ ພັທ ວໍລະຈິດ ດວງລາຕີ ເປັນຫົວໜ້າກອງພັນປ້ອງກັນເຄື່ອນທີ່ ແລະ ທ່ານ ພັທ ຈັນທະໜອມ ສອນມຸກດາ ເປັນຮອງ, ທ່ານ ພັທ ພູມີ ລັດຕະນະວົງ ເປັນຫົວໜ້າ ປກສ ເມືອງທ່າແຂກ, ທ່ານ ພັທ ມະໄລທອງ ໄຊຍະຈັກ ເປັນຫົວໜ້າຄ້າຍຄຸມຂັງ-ດັດສ້າງ ແລະ ທ່ານ ພັທ ແສງເພັດ ວົງຄໍາ ເປັນຮອງ, ທ່ານ ພັທ ປິດາ ຈັນທະເນດ ເປັນຮອງຜູ້ອຳນວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 5, ທ່ານ ພັທ ວິໄລສັກ ຈັນທິສອນ ເປັນຮອງ ປກສ ເມືອງໜອງບົກ, ທ່ານ ພັທ ສຸກັນ ວັນນຸວົງ ເປັນຮອງ ປກສ ເມືອງເຊບັ້ງໄຟ, ທ່ານ ພັທ ມອນໃສ ໄຊຍະສິດ ເປັນຫົວໜ້າ ປກສ ເມືອງຍົມມະລາດ ແລະ ທ່ານ ພັທ ລັກມະນີ ຈັນທະລາດ ເປັນຮອງ, ທ່ານ ພັທ ຄໍາອອນ ອຸດົມສິງ ເປັນຫົວໜ້າ ປກສ ເມືອງນາກາຍ, ທ່ານ ພັທ ສີສະຫວ່າງ ບຸນນະສອນ ແລະ ທ່ານ ພັທ ໂຕ້ນ ຈັນສຸລິຍະວົງ ເປັນຮອງ ປກສ ເມືອງໄຊບົວທອງ, ທ່ານ ພັທ ຄໍາສາວ ສຸລິໂຍ ເປັນຫົວໜ້າ ປກສ ເມືອງຫີນບູນ, ທ່ານ ພັທ ຄອນລິຄິດ ສຸວັນນະສາວ ແລະ ທ່ານ ພັຕ ໂອໃດ ອອນມະທີ ເປັນຮອງ, ທ່ານ ພັທ ເປີ້ນ ພົມມະເດືອນ ເປັນຫົວໜ້າ ປກສ ເມືອງຄູນຄໍາ, ທ່ານ ພັທ ໄພບູນ ອິນທະວົງ ແລະ ທ່ານ ພັຕ ຄຳເພັດ ເຮືອງສົມວັນ ເປັນຮອງ, ທ່ານ ພັທ ອຸ່ນເຮືອນ ເຕື່ອງໄມຕີ ເປັນຜູ້ອຳນວຍການ ບໍລິສັດລັດວິສາຫະກິດບໍລິການຮັກສາຄວາມປອດໄພ, ສ່ວນຫົວໜ້າ ແລະ ຮອງທີ່ມີຢູ່ແລ້ວ ແມ່ນຮັກສາໄວ້ຄືເກົ່າ.

ປະກາດຍກຍາຍ ແລະ ແຕງຕງນາຍຕຳຫວດ ຂນນຳພາ-ບນຊາ ປກສ ແຂວງຄຳມວນ - image 3
 

ໂອກາດນີ້, ທ່ານ ພົຕ ຄອນສະຫວັນ ສົມພາໄຊ ໄດ້ໃຫ້ທິດຊີ້ນຳຕໍ່ນາຍຕຳຫຼວດທີ່ໄດ້ຮັບການແຕ່ງຕັ້ງ ແລະ ຍົກຍ້າຍໃນຄັ້ງນີ້, ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມຈຳເປັນພາວະວິໄສ ໃນການສັບຊ້ອນນາຍຕຳຫຼວດນໍາພາ-ບັນຊາຂັ້ນຕ່າງໆ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ພ້ອມທັງຮຽກ ຮ້ອງໃຫ້ນາຍຕຳຫຼວດທີ່ໄດ້ຮັບການແຕ່ງຕັ້ງ ແລະ ຍົກຍ້າຍ ຈົ່ງສືບຕໍ່ເອົາໃຈໃສ່ຍົກສູງການນຳພາ-ຊີ້ນຳວຽກງານວິຊາສະເພາະ ຕິດພັນກັບການກໍ່ສ້າງນາຍ ແລະ ພົນຕຳຫຼວດໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.

ປະກາດຍກຍາຍ ແລະ ແຕງຕງນາຍຕຳຫວດ ຂນນຳພາ-ບນຊາ ປກສ ແຂວງຄຳມວນ - image 4
 

ພາບ-ຂ່າວ: ປກສ ແຂວງຄຳມ່ວນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ດ່ານສາກົນຂົວມິດຕະພາບ 3 ຄຳມ່ວນ ບົ່ງຕົວ, ແຕ່ງຕັ້ງ ຄະນະໜ່ວຍພັກຕຳຫຼວດກວດຄົນເຂົ້າ-ອອກເມືອງ

ດ່ານສາກົນຂົວມິດຕະພາບ 3 ຄຳມ່ວນ ບົ່ງຕົວ, ແຕ່ງຕັ້ງ ຄະນະໜ່ວຍພັກຕຳຫຼວດກວດຄົນເຂົ້າ-ອອກເມືອງ

ວັນທີ 11 ພະຈິກຜ່ານມາ, ທີ່ດ່ານສາກົນຂົວມິດຕະພາບ 3 ແຂວງຄຳມ່ວນ ໄດ້ຈັດພິທີປະກາດບົ່ງຕົວ, ແຕ່ງຕັ້ງ ຄະນະໜ່ວຍພັກຕຳຫຼວດກວດຄົນເຂົ້າ-ອອກເມືອງ ໂດຍການເປັນປະທານຂອງທ່ານ ພູຊະນະ ໄຊໂກສີ ເລຂາຄະນະພັກຮາກຖານ, ຫົວໜ້າດ່ານສາກົນຂົວມິດຕະພາບ 3 ແຂວງຄຳມ່ວນ, ມີທ່ານ ນິກອນ ພົມວົງສາ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ຕາງໜ້າຄະນະກວດກາພັກ-ລັດແຂວງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລາວໂທລະຄົມມະນາຄົມ ມະຫາຊົນສະຫຼອງ​ວັນ​ສ້າງ​ຕັ້ງ ຄົບຮອບ 30 ປີ

ລາວໂທລະຄົມມະນາຄົມ ມະຫາຊົນສະຫຼອງ​ວັນ​ສ້າງ​ຕັ້ງ ຄົບຮອບ 30 ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດລາວ​ໂທລະ​ຄົມ ຄົບຮອບ 30 ປີ (11/11/1996-11/11/2026) ຂຶ້ນໃນວັນທີ 11 ພະຈິກຜ່ານມາ ທີ່ໂຮງແຮມແລນມາກ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ປະທານສະພາຜູ້ຖືຮຸ້ນ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາຄະນະພັກ, ຄະນະອຳນວຍການໃຫຍ່ ແລະ ​ພະນັກງານ ລາວ​ໂທລະ​ຄົມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຈຳນວນ 550 ທ່ານ ແລະ ລລທ ສາຂາແຂວງ ກໍສະເຫຼີມສະຫຼອງໄປພ້ອມໆກັນຈໍານວນ 2 ພັນກວ່າທ່ານ.
​ຫສປທ ເຜີຍແຜ່ ມະຕິກົມການເມືອງວ່າດ້ວຍເພີ່ມທະວີການນໍາພາ ແລະ ຍົກລະດັບວຽກງານສື່ມວນຊົນ ໃຫ້ກ້າວສູ່ຄຸນະພາບໃໝ່ ໃນຍຸກດີຈີຕອນ

​ຫສປທ ເຜີຍແຜ່ ມະຕິກົມການເມືອງວ່າດ້ວຍເພີ່ມທະວີການນໍາພາ ແລະ ຍົກລະດັບວຽກງານສື່ມວນຊົນ ໃຫ້ກ້າວສູ່ຄຸນະພາບໃໝ່ ໃນຍຸກດີຈີຕອນ

ໃນວັນທີ10 ພະຈິກ ຜ່ານມາ ທີ່ຫ້ອງງານລ້ຽງທໍານຽບປະທານປະເທດ ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຈັດພິທີເຜີຍແຜ່ ມະຕິກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ວຽກງານສື່ມວນຊົນ ໃນໄລຍະໃໝ່ ສະບັບເລກທີ 76/ກມສພ, ລົງວັນທີ 30 ຕຸລາ 2026, ເພື່ອຮັບປະກັນໃຫ້ສື່ມວນຊົນລາວ ປະຕິບັດບົດບາດເປັນກະບອກສຽງອັນແຫຼມຄົມຂອງພັກ, ລັດ ແລະ ສັງຄົມ ໃຫ້ມີຄວາມທັນສະໄໝ, ວ່ອງໄວ ແລະ ທັນການ ຊຶ່ງໃຫ້ກຽດເຜີຍແຜ່ ໂດຍທ່ານນາງ ຟອງສະໝຸດ ອັນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນໍາ, ພະນັກງານ-ລັດຖະກອນ.
ປາກຊັນ ສະຫຼອງ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນພະຍາດສັດ

ປາກຊັນ ສະຫຼອງ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນພະຍາດສັດ

ພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (3 ພະຈິກ) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ) ຢູ່ເມືອງ ປາກຊັນ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2026ທີ່ ຫ້ອງການບ້ານ ປາກປຶງ ຕາແສງໄຊຈະເລີນ ເມືອງ ປາກຊັນ ແຂວງ ບໍລີຄຳໄຊ ການ​ເຂົ້າ​ຮ່ວມຂອງທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງເມືອງ ປາກຊັນ, ທ່ານ ວຽງແກ້ວ ໄຊພັກດີ ຮອງຫົວໜ້າພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ ບໍລິຄຳໄຊ,ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ພະນັກງານລົງກໍ່ສ້າງຮາກຖານການເມືອງ ເຊີດຊູຄວາມຮັບຜິດຊອບປະຕິບັດວຽກງານຢູ່ຂັ້ນຮາກຖານໃຫ້ມີຜົນສຳເລັດ

ພະນັກງານລົງກໍ່ສ້າງຮາກຖານການເມືອງ ເຊີດຊູຄວາມຮັບຜິດຊອບປະຕິບັດວຽກງານຢູ່ຂັ້ນຮາກຖານໃຫ້ມີຜົນສຳເລັດ

ສະຫາຍ ພູນອນ ໄຊຍະລາດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສາລະວັນ ເປັນໜຶ່ງໃນພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ ທີ່ໄດ້ຮັບການມອບໝາຍ ລົງກໍ່ສ້າງຮາກຖານການເມືອງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງສາລະວັນ ໃນວັນທີ 10 ພະຈິກຜ່ານມາວ່າ: ການທີ່ຖືກມອບໝາຍໃຫ້ລົງກໍ່ສ້າງຮາກຖານການເມືອງໃນຄັ້ງນີ້, ມີຄວາມສຳຄັນ ແລະ ເປັນໜ້າທີ່ຄວາມຮັບຜິດຊອບທາງດ້ານການເມືອງ, ຕົນເອງມີຄວາມຮູ້ສຶກດີໃຈ ແລະ ເປັນກຽດຢ່າງສູງ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກຄະນະພັກ-ຄະນະນໍາຂອງແຂວງສາລະວັນເຊິ່ງການລົງກໍ່ສ້າງຮາກຖານເມືອງ ແມ່ນໂອກາດດີໃນການຮ່ຳຮຽນວຽກງານຈາກຕົວຈິງ, ໃກ້ຊິດຕິດແທດປະຊາຊົນ, ເຂົ້າໃຈສະພາບຕົວຈິງຂອງທ້ອງຖິ່ນ ແລະ ນຳເອົາຄວາມຮູ້, ປະສົບການ ໄປໝູນໃຊ້ໃຫ້ເກີດຜົນປະໂຫຍດຢ່າງແທ້ຈິງ ເພື່ອຊ່ວຍວຽກອົງການປົກຄອງເມືອງ ປັບປຸງ ແລະ ພັດທະນາວຽກງານດ້ານຕ່າງໆ ໂດຍສະເພາະດ້ານພື້ນຖານໂຄງລ່າງ.
ເມືອງພຽງ ເກັບກູ້ຜົນຜະລິດເຂົ້ານາປີສຳເລັດແລ້ວ 70%

ເມືອງພຽງ ເກັບກູ້ຜົນຜະລິດເຂົ້ານາປີສຳເລັດແລ້ວ 70%

ອີງຕາມການລາຍງານການຈັດຕັ້ງປະຕິບັດວຽກງານຂອງໜ່ວຍງານປູກຝັງ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງພຽງ ແຂວງໄຊຍະບູລີ ປະຈຳເດືອນພະຈິກ 2026 ໃຫ້ຮູ້ວ່າ: ໃນລະດູການຜະລິດປີ 2026 ນີ້ ທົ່ວເມືອງພຽງ ມີເນື້ອທີ່ປູກເຂົ້າທັງໝົດ 7,400 ກວ່າ​ເຮັກ​ຕາ, ປະຕິບັດໄດ້ 90 ກວ່າ%ຂອງແຜນການ. ໃນນີ້, ການປູກເຂົ້ານາປີ ມີເນື້ອທີ່ປະຕິບັດຕົວຈິງ 6,900ກວ່າເຮັກຕາ, ບັນລຸຕາມແຜນການເຊິ່ງປະກອບມີນາດຳທົ່ວໄປ 2,950 ກວ່າເຮັກຕາ ແລະ ນາກະເສດສຸມ 3,940 ກວ່າເຮັກຕາ (ນາຫວ່ານ 2,300 ກວ່າເຮັກຕາ, ນາຢອດ 1,640 ກວ່າເຮັກຕາ, ນາຊ່າວໃໝ່ 23.54 ເຮັກຕາ).
ເມືອງໂຂງ ທຳລາຍອາວຸດລ່າເນື້ອ ແລະ ໝໍ້ຊ໊ອດປາ

ເມືອງໂຂງ ທຳລາຍອາວຸດລ່າເນື້ອ ແລະ ໝໍ້ຊ໊ອດປາ

ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມຈຳນວນຫຼາຍລາຍການເປັນຕົ້ນ: ປືນແກັບ, ປືນອັດລົມດັດແປງ, ປືນດັດແປງຍິງລູກແວງ ແລະ ອຸປະກອນຊ໊ອດປາ ໃນ​ວັນ​ທີ 12 ພະ​ຈິກ​ນີ້ ທີ່ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ແກ່ນທ້າວ ສະຫຼອງວັນຊົນລະປະທານພ້ອມເປີດຂະບວນການຜະລິດລະດູແລ້ງ

ແກ່ນທ້າວ ສະຫຼອງວັນຊົນລະປະທານພ້ອມເປີດຂະບວນການຜະລິດລະດູແລ້ງ

ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ), ວັນສັກຢາກັນພະຍາດສັດ ແຫ່ງຊາດ (ວັນທີ 11 ພະຈິກ) ແລະ ​ວັນເປີດຂະບວນການຜະລິດລະດູແລ້ງ (ວັນທີ 15 ພະຈິກ) ປະຈຳປີ 2026, ໃນ​ວັນ​ທີ 11 ພະ​ຈິກ​ນີ້ ທີ່ ບ້ານ​ນາ​ບອນໂດຍມີທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງ,ມີຄະນະປະຈຳພັກເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ
ສາ​ລະ​ວັນສໍາເລັດການຍົກລະດັບຄວາມຮູ້ວຽກງານກໍ່ສ້າງຮາກຖານການເມືອງໃຫ້​ພະ​ນັກ​ງານ

ສາ​ລະ​ວັນສໍາເລັດການຍົກລະດັບຄວາມຮູ້ວຽກງານກໍ່ສ້າງຮາກຖານການເມືອງໃຫ້​ພະ​ນັກ​ງານ

ພະນັກງານນໍາພາ-ຄຸ້ມຄອງຈຳ​ນວນ42 ສະຫາຍ ຂອງແຂວງສາລະວັນ ສຳເລັດການຍົກລະດັບຄວາມຮູ້ວຽກງານກໍ່ສ້າງຮາກຖານການເມືອງ ທີ່ຈະລົງປະຕິບັດວຽກງານຕົວຈິງ ຢູ່ 8 ເມືອງ, 38 ຕາແສງ ທົ່ວແຂວງສາລະວັນ, ເປັນບາດກ້າວໜຶ່ງທີ່ສຳຄັນ ເຮັດໃຫ້ໄດ້ຄົ້ນຄວ້າຮ່ຳຮຽນ ຢ່າງເລິກ​ເຊິ່ງ, ກຳໄດ້ເນື້ອໃນ ທີ່ເປັນພື້ນຖານຕ່າງໆ ແລະ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງເຄື່ອນໄຫວເຮັດວຽກຕົວຈິງ ແລະ ແລກປ່ຽນບົດຮຽນທາງດ້ານທິດສະດີ-ພຶດຕິກຳຕົວຈິງ ຫຼາຍດ້ານ ເປັນຕົ້ນ: ການສ້າງທັກສະ, ວິທີເຮັດວຽກເປັນທີມ, ເປັນໝູ່ຄະນະ, ມີແບບແຜນວິທີນໍາພາ, ທັກສະການແກ້ໄຂບັນຫາຕົວຈິງ ແລະ ວຽກງານອື່ນໆຢູ່ຂັ້ນຮາກຖານ, ກ່ອນຈະລົງປະຕິບັດຕົວຈິງ.
ປະທານຄະນະກວດກາສູນກາງພັກຢ້ຽມ​ຢາມບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ

ປະທານຄະນະກວດກາສູນກາງພັກຢ້ຽມ​ຢາມບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ

ທ່ານ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວລົງຊຸກຍູ້, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານ ຂອງບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ຢູ່ເມືອງລ້ອງແຈ້ງ ໃນວັນທີ 10 ພະຈິກຜ່ານ​ມາ ໂດຍມີ ທ່ານ ພອຍຄໍາ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນ ແຂວງໄຊສົມບູນພ້ອມ​ຄະ​ນະ​ຕິດ​ຕາມ​ນຳ
ເພີ່ມເຕີມ