ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດລາວໂທລະຄົມ ຄົບຮອບ 30 ປີ (11/11/1996-11/11/2026) ຂຶ້ນໃນວັນທີ 11 ພະຈິກຜ່ານມາ ທີ່ໂຮງແຮມແລນມາກ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ປະທານສະພາຜູ້ຖືຮຸ້ນ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາຄະນະພັກ, ຄະນະອຳນວຍການໃຫຍ່ ແລະ ພະນັກງານ ລາວໂທລະຄົມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຈຳນວນ 550 ທ່ານ ແລະ ລລທ ສາຂາແຂວງ ກໍສະເຫຼີມສະຫຼອງໄປພ້ອມໆກັນຈໍານວນ 2 ພັນກວ່າທ່ານ.
ໃນວັນທີ10 ພະຈິກ ຜ່ານມາ ທີ່ຫ້ອງງານລ້ຽງທໍານຽບປະທານປະເທດ ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຈັດພິທີເຜີຍແຜ່ ມະຕິກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ວຽກງານສື່ມວນຊົນ ໃນໄລຍະໃໝ່ ສະບັບເລກທີ 76/ກມສພ, ລົງວັນທີ 30 ຕຸລາ 2026, ເພື່ອຮັບປະກັນໃຫ້ສື່ມວນຊົນລາວ ປະຕິບັດບົດບາດເປັນກະບອກສຽງອັນແຫຼມຄົມຂອງພັກ, ລັດ ແລະ ສັງຄົມ ໃຫ້ມີຄວາມທັນສະໄໝ, ວ່ອງໄວ ແລະ ທັນການ ຊຶ່ງໃຫ້ກຽດເຜີຍແຜ່ ໂດຍທ່ານນາງ ຟອງສະໝຸດ ອັນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນໍາ, ພະນັກງານ-ລັດຖະກອນ.
ພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດຂັ້ນນຳພາ-ບັນຊາ ທີ່ຂຶ້ນກັບ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ, ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງທ່ານ ພົຕ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ພົຈວ ເຄນທະວີໄຊ ເພັດພະນາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ທ່ານ ພົຈວ ຈັນໄຊ ນັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ນາຍຕຳຫຼວດຫຼັກແຫຼ່ງ ເຂົ້າຮ່ວມ.
ພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (3 ພະຈິກ) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ) ຢູ່ເມືອງ ປາກຊັນ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2026ທີ່ ຫ້ອງການບ້ານ ປາກປຶງ ຕາແສງໄຊຈະເລີນ ເມືອງ ປາກຊັນ ແຂວງ ບໍລີຄຳໄຊ ການເຂົ້າຮ່ວມຂອງທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງເມືອງ ປາກຊັນ, ທ່ານ ວຽງແກ້ວ ໄຊພັກດີ ຮອງຫົວໜ້າພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ ບໍລິຄຳໄຊ,ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອີງຕາມການລາຍງານການຈັດຕັ້ງປະຕິບັດວຽກງານຂອງໜ່ວຍງານປູກຝັງ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງພຽງ ແຂວງໄຊຍະບູລີ ປະຈຳເດືອນພະຈິກ 2026 ໃຫ້ຮູ້ວ່າ: ໃນລະດູການຜະລິດປີ 2026 ນີ້ ທົ່ວເມືອງພຽງ ມີເນື້ອທີ່ປູກເຂົ້າທັງໝົດ 7,400 ກວ່າເຮັກຕາ, ປະຕິບັດໄດ້ 90 ກວ່າ%ຂອງແຜນການ. ໃນນີ້, ການປູກເຂົ້ານາປີ ມີເນື້ອທີ່ປະຕິບັດຕົວຈິງ 6,900ກວ່າເຮັກຕາ, ບັນລຸຕາມແຜນການເຊິ່ງປະກອບມີນາດຳທົ່ວໄປ 2,950 ກວ່າເຮັກຕາ ແລະ ນາກະເສດສຸມ 3,940 ກວ່າເຮັກຕາ (ນາຫວ່ານ 2,300 ກວ່າເຮັກຕາ, ນາຢອດ 1,640 ກວ່າເຮັກຕາ, ນາຊ່າວໃໝ່ 23.54 ເຮັກຕາ).
ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມຈຳນວນຫຼາຍລາຍການເປັນຕົ້ນ: ປືນແກັບ, ປືນອັດລົມດັດແປງ, ປືນດັດແປງຍິງລູກແວງ ແລະ ອຸປະກອນຊ໊ອດປາ ໃນວັນທີ 12 ພະຈິກນີ້ ທີ່ ຕາແສງດອນໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ (ວັນທີ 3 ພະຈິກ), ວັນສັກຢາກັນພະຍາດສັດ ແຫ່ງຊາດ (ວັນທີ 11 ພະຈິກ) ແລະ ວັນເປີດຂະບວນການຜະລິດລະດູແລ້ງ (ວັນທີ 15 ພະຈິກ) ປະຈຳປີ 2026, ໃນວັນທີ 11 ພະຈິກນີ້ ທີ່ ບ້ານນາບອນໂດຍມີທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງ,ມີຄະນະປະຈຳພັກເມືອງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ພະນັກງານນໍາພາ-ຄຸ້ມຄອງຈຳນວນ42 ສະຫາຍ ຂອງແຂວງສາລະວັນ ສຳເລັດການຍົກລະດັບຄວາມຮູ້ວຽກງານກໍ່ສ້າງຮາກຖານການເມືອງ ທີ່ຈະລົງປະຕິບັດວຽກງານຕົວຈິງ ຢູ່ 8 ເມືອງ, 38 ຕາແສງ ທົ່ວແຂວງສາລະວັນ, ເປັນບາດກ້າວໜຶ່ງທີ່ສຳຄັນ ເຮັດໃຫ້ໄດ້ຄົ້ນຄວ້າຮ່ຳຮຽນ ຢ່າງເລິກເຊິ່ງ, ກຳໄດ້ເນື້ອໃນ ທີ່ເປັນພື້ນຖານຕ່າງໆ ແລະ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງເຄື່ອນໄຫວເຮັດວຽກຕົວຈິງ ແລະ ແລກປ່ຽນບົດຮຽນທາງດ້ານທິດສະດີ-ພຶດຕິກຳຕົວຈິງ ຫຼາຍດ້ານ ເປັນຕົ້ນ: ການສ້າງທັກສະ, ວິທີເຮັດວຽກເປັນທີມ, ເປັນໝູ່ຄະນະ, ມີແບບແຜນວິທີນໍາພາ, ທັກສະການແກ້ໄຂບັນຫາຕົວຈິງ ແລະ ວຽກງານອື່ນໆຢູ່ຂັ້ນຮາກຖານ, ກ່ອນຈະລົງປະຕິບັດຕົວຈິງ.
ທ່ານ ວັນໄຊ ພອງສະຫວັນກຳມະການກົມການເມືອງສູນກາງພັກປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ,ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວລົງຊຸກຍູ້, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານ ຂອງບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈໍາກັດ ຢູ່ເມືອງລ້ອງແຈ້ງ ໃນວັນທີ 10 ພະຈິກຜ່ານມາ ໂດຍມີ ທ່ານ ພອຍຄໍາ ຮຸ່ງບຸນຍວງກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນ ແຂວງໄຊສົມບູນພ້ອມຄະນະຕິດຕາມນຳ
ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ຮອງປະທານ ຜູ້ປະຈໍາການ ຄະນະຮັບຜິດຊອບກະກຽມ ແລະ ດໍາເນີນງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈໍາປີ 2026 ໄດ້ຖະແຫຼງຂ່າວງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຕໍ່ສື່ມວນຊົນ ໃນວັນທີ 11 ພະຈິກນີ້ວ່າ: ການຈັດງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້, ຈະໄດ້ມີການວາງສະແດງສິນຄ້າທີ່ຫຼາກຫຼາຍປະເພດ, ຫຼາຍສີສັນຂອງສິນຄ້າ ທີ່ຈະໄດ້ມາຈັດວາງສະແດງ.
ຄໍາເຫັນ