![]() |
ທ່ານ ສິດທິໄຊ ເກດຕະວົງ ໃຫ້ຮູ້ວ່າ: ການເຮັດຈັດກິດຈະກຳ ບໍລິຈາກເລືອດຄັ້ງນີ້ ແມ່ນເປັນວຽກງານໜຶ່ງທີ່ທາງບໍລິສັດໄດ້ເຮັດເປັນປະຈຳ ແຕ່ລະປີ, ສຳລັບປີນີ້ແມ່ນເປັນ ປີທີ 3 ທີ່ໄດ້ຈັດກິດຈະກຳບໍລິຈາກເລືອດ ຢູ່ພາຍໃນ ບໍລິສັດເບຍ ລາວ ຊຶ່ງແຕ່ລະປີທາງບໍລິສັດໄດ້ເຮັດກິດຈະກຳ ຮ່ວມກັບ ສະຖາບັນເລືອດແຫ່ງຊາດ 2 ຄັ້ງຕໍ່ປີ ເພື່ອຊ່ວຍເຫຼືອ, ສະໜັບສະໜູນ ແລະ ລະດົມໃຫ້ຜູ້ບໍລິຈາກເລືອດມາບໍລິຈາກເລືອດໃຫ້ໄດ້ຈຳນວນເພີ່ມຂຶ້ນເລື້ອຍໆ ໃນແຕ່ລະປີ, ໄປຄຽງຄູ່ກັບຄວາມຕ້ອງການເລືອດຈຳນວນຫຼາຍຢູ່ໃນສັງຄົມ ແລະ ກໍເປັນພັນທະໜຶ່ງຂອງບໍລິສັດ ທີ່ມີການປະກອບສ່ວນ ຊຶ່ງກໍໄດ້ເຊີນຊວນຫຼາຍພາກສ່ວນ ລວມທັງສາມອົງການຈັດຕັ້ງທີ່ປິ່ນອ້ອມມາປະກອບສ່ວນບໍລິຈາກເລືອດ ແລະ ໃນກິດຈະກຳບໍລິຈາກເລືອດຄັ້ງນີ້ ທາງບໍລິສັດກໍໄດ້ປະກອບສ່ວນອຸປະກອນຮັບໃຊ້ການບໍລິຈາກເລືອດ ລວມມູນຄ່າ 60 ລ້ານກວ່າກີບ ໃຫ້ແກ່ສະຖາບັນເລືອດແຫ່ງຊາດ, ປີນີ້ ເປັນປີທີ 14 ທີ່ທາງບໍລິສັດໄດ້ປະກອບສ່ວນໃຫ້ການຊ່ວຍເຫຼືອ ສະຖາບັນເລືອດແຫ່ງຊາດ ຊຶ່ງລວມມີມູນຄ່າທັງໝົດ 5.2 ຕື້ກວ່າກີບ, ສະເພາະປີນີ້ກໍໄດ້ຊ່ວຍເຫຼືອງານບໍລິຈາກເລືອດທີ່ ສູນການຄ້າລາວໄອເຕັກ ຜ່ານມາ 100 ລ້ານກີບ, ໃນແຕ່ລະປີ ພວກເຮົາກໍໄດ້ຕັ້ງເປົ້າໝາຍໃນການບໍລິຈາກເລືອດໃຫ້ມີຈຳນວນເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນຂະນະດຽວກັນໃນປີຜ່ານມາກໍມີຜູ້ມາບໍລິຈາກເລືອດໄດ້ 70 ຖົງ, ສຳລັບປີນີ້ ແມ່ນຕັ້ງເປົ້າໝາຍໃຫ້ໄດ້ 80 ຖົງ ໂດຍໄດ້ມີການເຮັດວຽກຮ່ວມກັບ 3 ອົງການຈັດຕັ້ງ ຂອງບໍລິສັດເບຍລາວ, ປັດຈຸບັນມີພະນັກງານຢູ່ 2,200 ຄົນ, ໂດຍສະເພາະໄດ້ເນັ້ນເອົາຜູ້ທີ່ມີສຸຂະພາບທີ່ແຂງແຮງ ແລະ ຜູ້ທີ່ມີຄວາມພ້ອມໃນການມາບໍລິຈາກເລືອດ, ຜູ້ທີ່ມາບໍລິຈາກແມ່ນທາງບໍລິສັດໄດ້ມີຂອງຝາກເປັນຕົ້ນແມ່ນເຂົ້າສານທີ່ຜະລິດຈາກບໍລິສັດ ແລະ ຜະລິດຕະພັນອື່ນໆຈາກບໍລິສັດຕື່ມອີກ.
![]() |
ທ່ານ ຄຳຈັນ ຈັນມະນີວົງ ກໍໄດ້ຍົກໃຫ້ເຫັນຄວາມສຳຄັນຂອງວຽກງານການບໍລິຈາກເລືອດ ຊຶ່ງເປັນວຽກງານໜຶ່ງທີ່ພັກ ແລະ ລັດຖະບານໄດ້ໃຫ້ຄວາມສຳຄັນຕໍ່ວຽກງານດັ່ງກ່າວ, ໂດຍປີນີ້ກໍເປັນປີທີ່ລັດຖະບານ ໄດ້ປະກາດເປັນປະເທດຫຼຸດອອກຈາກຄວາມດ້ອຍພັດທະນາ. ໃນນັ້ນ,ວຽກງານບໍລິຈາກເລືອດ ແມ່ນນອນຢູ່ໃນວຽກງານພັດທະນາເສດຖະກິດ ແລະ ສັງຄົມ, ມາຮອດປັດຈຸບັນ ສາມາດປຸກລະດົມ ການບໍລິຈາກເລືອດໄດ້ 1% ແຕ່ມາເບິ່ງຄວາມຕ້ອງການຂອງສັງຄົມແມ່ນຍັງບໍ່ພຽງພໍ, ສະນັ້ນ ພວກເຮົາຈະພະຍາຍາມໃຫ້ໄດ້ 2% ຊຶ່ງພວກເຮົາກໍມີແຜນຍຸດທະສາດໃນແຕ່ລະປີທີ່ທາງສະພາແຫ່ງຊາດໄດ້ຮັບຮອງ ແລະ ໃນປີນີ້ໄດ້ວາງຄາດໝາຍທົ່ວປະເທດໃຫ້ມີຜູ້ບໍລິຈາກເລືອດ 85 ພັນກວ່າຄົນ ຫຼື 85 ພັນຖົງ, ມາຮອດເດືອນຕຸລາໄດ້ 60 ພັນກວ່າຖົງ ແລະ ຈະສູ້ຊົນໃຫ້ໄດ້ຕາມເປົ້າໝາຍ.
![]() |
(ຂ່າວ-ພາບ: ສຳນານ)



ຄໍາເຫັນ