![]() |
ໃນໂອກາດນີ້, ທ່ານ ແກ້ວວີສຸກ ໂສລະພົມ ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນຳເນັ້ນໜັກຄວາມໝາຍຄວາມສໍາຄັນຕໍ່ການສ້າງຄວາມເຂົ້າໃຈກົນໄກການຕອບໂຕ້ສື່ສັງຄົມອອນລາຍ, ທັງເສີມສ້າງທັກສະ, ປູກຈິດສໍານຶກໃນວຽກງານຄວາມປອດໄພທາງໄຊເບີເພື່ອເປັນການສ້າງຄວາມອາດສາມາດໃນຂະ ແໜງການເຂົ້າໃຈໄພຄຸກຄາມ ແລະ ໄພອັນຕະລາຍຕ່າງໆເພື່ອນໍາໄປເຜີຍແຜ່ຄວາມຮູ້, ແກ່ສັງຄົມເພື່ອຫຼຸດ ຜ່ອນຄວາມສ່ຽງຕ່າງໆທີ່ອາດເກີດຂຶ້ນກັບຕົນເອງ, ການຈັດຕັ້ງ ແລະ ສັງຄົມ ໂດຍສະເພາະການຈັດຕັ້ງປະຕິບັດວຽກງານຄຸ້ມຄອງອິນເຕີເນັດຂັ້ນແຂວງກໍຄືວຽກງານຫັນເປັນດີຈີຕອນໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.
ທ່ານ ແກ້ວວີສຸກ ໂສລະພົມ ຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ແລະ ຄວາມເອົາໃຈໃສ່ຢ່າງເປັນເອກະພາບຕໍ່ກັບວຽກງານຄຸ້ມຄອງອິນເຕີເນັດໃນທົ່ວປະເທດ, ກໍຄືການປັບປຸງຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງເພື່ອໃຫ້ສອດຄ່ອງກັບສິດ, ພາລະບົດບາດ ແລະ ໜ້າທີ່ຂອງຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ໃນແຕ່ລະໄລຍະ, ພ້ອມທັງສຶກສາຄົ້ນຄວ້າການສ້າງຄະນະກຳມະການລະດັບແຂວງທີ່ຢູ່ຂັ້ນເມືອງ ແລະ ຕາແສງໃຫ້ມີສ່ວນຮ່ວມ, ການຕອບໂຕ້ຫາງສຽງຜ່ານສື່ສັງຄົມອອນລາຍໂດຍສະເພາະຂ່າວທີ່ບໍ່ມີມູນຄວາມຈິງ, ຂ່າວບິດເບືອນ, ໃສ່ຮ້າຍປ້າຍສີການນຳພັກ-ລັດແລະການຈັດຕັ້ງ. ບັນຫາເກີດຂຶ້ນຢູ່ບ່ອນໃດ, ບ່ອນນັ້ນຕ້ອງສະໜອງຂໍ້ມູນໃຫ້ສໍານັກຂ່າວທາງການ ແລະ ອອກຖະແຫຼງຂ່າວທີ່ຖືກຕ້ອງໃຫ້ສັງຄົມຮັບຊາບຢ່າງທັນການ, ການຫຼອກລວງຜ່ານທາງອອນລາຍເປັນບັນ ຫາທີ່ກະທົບໂດຍກົງຕໍ່ຊັບສິນ, ຄວາມເຊື່ອໝັ້ນ ແລະ ຄວາມປອດໄພໃນການໃຊ້ບໍລິການດີຈີຕອນຂອງປະຊາຊົນສະນັ້ນ, ຈຶ່ງຕ້ອງໄດ້ເອົາໃຈໃສ່ວຽກງານໂຄສະນາເຜີຍແຜ່ ໃຫ້ເຫັນເຖິງກົນໄກ ເລ່ຫຼ່ຽມຂອງພວກກຸ່ມແກ້ງບໍ່ດີໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈແຕ່ສູນກາງຮອດທ້ອງຖິ່ນ, ການຄຸ້ມຄອງການເຊື່ອມຕໍ່ສາຍສົ່ງຂ້າມເຂດຊາຍແດນ ແລະ ພາຍໃນປະເທດຂອງລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດລວມທັງສັນຍານທີ່ບໍ່ໄດ້ຮັບອະນຸຍາດຢູ່ພາຍໃນແຂວງ, ເພື່ອຮັບປະກັນບັນດາໂຄງລ່າງພື້ນຖານຮອງຮັບວຽກງານການຫັນເປັນດີຈີຕອນໃນຂອບເຂດທົ່ວປະເທດ.
![]() |
ໃນກອງປະຊຸມສຳມະນາຄັ້ງນີ້ຍັງໄດ້ຮັບຟັງການບັນຍາຍຂອງວິທະຍາກອນຈາກບັນດາກົມ, ສູນກ່ຽວຂ້ອງພາຍໃນ ຄຄອຊ ໃນຫຼາຍຫົວຂໍ້ ເຊັ່ນ: ການຄົ້ນຫາຂໍ້ມູນຫຼັກຖານທາງເອເລັກໂຕຣນິກ ແລະ ການແກ້ໄຂບັນຫາສື່ສັງຄົມອອນລາຍ; ການຈັດຕັ້ງປະຕິບັດວຽກງານປະຊາສໍາພັນ ແລະ ວຽກງານຖະແຫຼງຂ່າວ; ສະພາບ ແລະ ຂັ້ນຕອນການແຈ້ງຄວາມກ່ຽວກັບການຕົວະຍົວະຫຼອກລວງທາງອອນລາຍ;ສະພາບ ແລະ ຂັ້ນຕອນການແກ້ໄຂບັນຫາຕົວະຍົວະຫຼອກລວງທີ່ນໍາໃຊ້ບັນຊີທະນາຄານທຸລະກິດ; ການວິເຄາະຂ່າວ ແລະ ການຕອບໂຕ້ຂ່າວ; ວຽກງານຄຄອຊ ແລະ ການຈັດປະຕິບັດສາຍດວ່ນ 1533; ການຄຸ້ມຄອງການຄ້າທາງເອເລັກໂຕຣນິກ ແລະ ສະພາບການຫຼອກລວງຜ່ານການຄ້າເອເລັກໂຕຣນິກ.
ບັນດາຜູ້ເຂົ້າຮ່ວມໄດ້ຮ່ວມກັນປຶກສາຫາລືແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາກ່ຽວກັບວຽກງານຄຸ້ມຄອງອິນເຕີເນັດພາຍໃນແຂວງຂອງຕົນ, ວິທີການປະສານງານລະຫວ່າງ ຄຄອຊ ແລະ ຄຄອຂ, ລວມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວເພື່ອໃຫ້ມີກົນໄກການປະສານງານໂລ່ງລ່ຽນ, ການແກ້ໄຂບັນຫາ ແລະ ການໃຫ້ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ທັນສະພາບການ.
(ຂ່າວ: ແສງຈັນ)


ຄໍາເຫັນ