ປະກົດການສໍ້ລາດບັງຫຼວງທີ່ເກີດຂຶ້ນຢູ່ອ້ອມໂຕປະຊາຊົນແບບນີ້ ໄດ້ກ່ຽວຂ້ອງກັບພະນັກງານເປັນຈຳນວນຫຼວງຫຼາຍ, ຫາກລົງມືກວດກາລົງວິໄນຈະແຕະຕ້ອງຫຼາຍຄົນ, ແຕ່ທ່ານ ສີຈິ້ນຜິງ ມີທ່າທີເດັດດ່ຽວທີ່ສຸດ.
ເພິ່ນໄດ້ເຊີນທ່ານ ຈ່າງຈິ່ງສີ ຮອງເລຂາຄະນະກວດກາພັກເຂດນິງເຕີໃນເວລານັ້ນມາປຶກສານຳກັນ ໂດຍໄດ້ຕັ້ງຄຳຖາມຂຶ້ນ 3 ຂໍ້: “ປະຊາຊົນມີຄວາມບໍ່ພໍໃຈຫຼາຍ ຫຼືບໍ່ ?” ທ່ານ ຈ່າງຈິ່ງສີ ຕອບຕາມຄວາມເປັນຈິງວ່າ “ຫຼາຍ”, “ມັນເປັນບັນຫາໃຫຍ່ທີ່ສຸດທີ່ກະທົບເຖິງຄວາມຫ້າວຫັນຂອງປະຊາຊົນໃນປັດຈຸບັນແມ່ນບໍ່?·” “ແມ່ນ” “ປະຊາຊົນພວກເຮົາເກືອບ 3 ລ້ານຄົນນີ້ສົມຄວນຖືກແຕະຕ້ອງຈິດໃຈ ຫຼື ຄົນສອງສາມພັນຄົນທີ່ເຮັດຜິດເຫຼົ່ານີ້ສົມຄວນຖືກແຕະຕ້ອງຈິດໃຈ?” “ແນ່ນອນແລ້ວ ແຕະຕ້ອງຈິດໃຈຂອງສອງສາມພັນຄົນນັ້ນຈະດີກວ່າ”.
ເດືອນມັງກອນ ປີ 1989, ໃນກອງປະຊຸມວຽກງານຄະນະພັກເຂດນິງເຕີ, ທ່ານ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ: “ທີ່ນີ້ມີບັນຫາໜຶ່ງຄື ແມ່ນໃຜແຕະຕ້ອງໃຜ, ຫາກເຮົາຢຶດທີ່ດິນປຸກສ້າງຢ່າງຜິດລະບຽບວິໄນ ແລະ ກົດໝາຍ, ທຳລາຍຄວາມສັກສິດ ແລະ ພາບພົດຂອງພັກຍ້ອນຜົນປະໂຫຍດສ່ວນຕົວ, ກໍແມ່ນເຮົາເອງໄດ້ແຕະຕ້ອງຈິດໃຈຂອງພັກ, ແຕະຕ້ອງຈິດໃຈປະຊາຊົນ, ແຕະຕ້ອງລະບຽບວິໄນພັກ ແລະ ກົດໝາຍຂອງລັດ, ແຕ່ບໍ່ແມ່ນພະນັກງານທີ່ເປັນຕົວແທນໃຫ້ແກ່ຜົນປະໂຫຍດຂອງພັກ ແລະ ປະຊາຊົນທີ່ໄປເຮັດວຽກກວດກາ ແລະ ລົງວິໄນນັ້ນໄດ້ແຕະຕ້ອງຈິດໃຈເຮົາ.”
ຫຼັງຈາກນັ້ນມາ, ວຽກງານກວດກາ ແລະ ລົງວິໄນພະນັກງານທີ່ຢຶດດິນຫຼວງປຸກສ້າງເຮືອນຢ່າງຜິດລະບຽບການໄດ້ຮັບການປະຕິບັດຢ່າງວ່ອງໄວ ຊຶ່ງໄດ້ຮັບການຍ້ອງຍໍຊົມເຊີຍຈາກປະຊາຊົນທັງຫຼາຍ.
ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເມື່ອປີ 2012 ເປັນຕົ້ນມາ, ດ້ວຍການແບກຫາບພາລະກຳ ແລະ ຄວາມຮັບຜິດຊອບທີ່ “ເຖິງຈະແຕະຕ້ອງຄົນນັບຮ້ອຍນັບພັນ ແຕ່ຈະບໍ່ເຮັດໃຫ້ປະຊາຊົນ 1.4 ຕື້ຄົນຜິດຫວັງ”, ພັກກອມມູນິດຈີນໄດ້ໃຊ້ຢາແຮງ ເພື່ອປາບພະຍາດອັນໜັກ ໜ່ວງ, ຖືເອົາການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານເປັນຍຸດທະສາດໄລຍະຍາວ ໂດຍຈະປະຕິບັດຈົນເຖິງທີ່ສຸດ.
ຈາກການສ້າງ ແລະ ຈັດຕັ້ງປະຕິບັດກົດເຫຼັກ 8 ຂໍ້ຂອງສູນກາງພັກ ຮອດການໃຊ້ຫຼາຍມາດຕະການປາບປາມປຽບເໝືອນການ “ຕີເສືອ” “ຕົບແມງວັນ” ແລະ “ໄລ່ລ່າໝາຈອກ” ໄປພ້ອມກັນ, ຈາກການຊຸກຍູ້ວຽກງານຕາມທິດ “ບໍ່ກ້າສໍ້ລາດບັງຫຼວງ, ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງ” ໄປພ້ອມກັນຮອດການກວດກາ ແລະ ກຳຈັດແບບແຜນທີ່ບໍ່ດີ ແລະ ບັນຫາສໍ້ລາດບັງຫຼວງໄປພ້ອມກັນ… ນັບແຕ່ກ້າວເຂົ້າສູ່ຍຸກໃໝ່ເປັນຕົ້ນມາ, ແບບແຜນຂອງພັກ ແລະ ແບບແຜນການປົກຄອງເກີດມີການປ່ຽນແປງຢ່າງໃໝ່ອ່ຽມ.
ກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ໄດ້ຈັດຂຶ້ນລະຫວ່າງວັນທີ 26-29 ຕຸລາ 2026 ຊຶ່ງໄດ້ເຈາະຈົງຄົ້ນຄວ້າ ພິຈາລະນາບັນຫາກ່ຽວກັບການຢຶດໝັ້ນຊຸກຍູ້ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານໃຫ້ຕໍ່ເນື່ອງ.
ຕໍ່ກັບບັນຫານີ້, ກອງປະຊຸມຄົບຄະນະຄັ້ງນີ້ໄດ້ວາງແຜນຢ່າງເປັນລະບົບ: “ຢຶດໝັ້ນຫຼັກການພື້ນຖານແຫ່ງຄວາມເຂັ້ມງວດຢ່າງບໍ່ຫວັ່ນໄຫວຄອນແຄນ”, “ດຳເນີນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຈົນເຖິງທີ່ສຸດ.” “ຕ້ອງກຳແໜ້ນຂໍກຸນແຈສຳຄັນດ້ານລະບຽບການຄວາມຮັບຜິດຊອບການຄຸ້ມຄອງພັກ”…
ເດືອນທັນວາ ປີ 2014, ໂອກາດທີ່ທ່ານ ສີຈິ້ນຜິງ ລົງເຄື່ອນໄຫວຢ້ຽມຢາມນະຄອນເຈີ້ນຈ່ຽງ ແຂວງຈ່ຽງຊູ, ຜູ້ເຖົ້າຄົນໜຶ່ງໄດ້ຈັບມືເພິ່ນຢ່າງແໜ້ນ ແລະ ເວົ້າວ່າ: “ສະບາຍດີ ທ່ານເລຂາທິການໃຫຍ່! ທ່ານເປັນມືປາບພວກສໍ້ລາດບັງຫຼວງ, ເປັນຜູ້ທີ່ນຳເອົາໂຊກລາບມາໃຫ້ປະຊາຊົນຈີນ!” ທ່ານ ສີຈິ້ນຜິງ ຕອບວ່າ: “ຈະບໍ່ເຮັດໃຫ້ປະຊາຊົນທົ່ວປະເທດຜິດຫວັງ.”
ໃນໄລຍະເຄື່ອນໄຫວຢ້ຽມຢາມຄັ້ງນັ້ນ, ທ່ານ ສີຈິ້ນຜິງ ໄດ້ສະເໜີ “ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ” ເປັນເທື່ອທຳອິດ.
ຖະແຫຼງການກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ລະບຸວ່າ: “ຢຶດໝັ້ນສະແຫວງຫາຄວາມຜາສຸກມາໃຫ້ແກ່ປະຊາຊົນຈີນ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ” “ຮັກສາສາຍພົວພັນແບບກາຍອິນຊີລະຫວ່າງພັກກັບປະຊາຊົນ”…ຈາກນີ້ຈະເຫັນໄດ້ວ່າ ຫຼັກໝັ້ນປະຊາຊົນໄດ້ສອດຫ້ອຍເຂົ້າໃນຖະແຫຼງການຢ່າງສະເໝີຕົ້ນສະ ເໝີປາຍ.
ປະເທດຊາດກໍແມ່ນປະຊາຊົນ, ປະຊາຊົນກໍແມ່ນປະເທດຊາດ. ການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ ກໍແມ່ນຮັກສາຄວາມສັດທາຂອງປະຊາຊົນ.
ບົດໂດຍ: ວິທະຍຸ, ໂທລະພາບສູນກາງຈີນ (CMG)
![]() |

ຄໍາເຫັນ