![]() |
ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ 4 ວາລະສໍາຄັນຄື:
ວາລະທີ 1: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາການສະຫຼຸບວຽກຈຸດສຸມພົ້ນເດັ່ນປະຈໍາເດືອນພະຈິກ ແລະ ທິດທາງແຜນການປະຈໍາເດືອນທັນວາ 2026 ຂອງລັດຖະບານ. ໃນນັ້ນ: ຕໍ່ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການທີ່ກຳນົດໄວ້ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ໂດຍໄດ້ສົມທົບກັບທ້ອງຖິ່ນສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຢູ່ບັນດາຮາກຖານ ແລະ ຈຸດຫຼໍ່ແຫຼມ; ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຊຶ່ງສາມາດມ້າງຄະດີຢາເສບຕິດ 299 ເລື່ອງ, ມ້າງກຸ່ມແກ້ງສະແກມເມີ 6 ຄັ້ງກັກຕົວຜູ້ຕ້ອງຫາໄດ້ 51 ຄົນລວມມີ 7 ສັນຊາດ; ເກັບກູ້ອາວຸດເສິກໄດ້ 224 ກະບອກ; ແກ້ໄຂການລັກລອບຂຸດຄົ້ນແຮ່ທາດແຕ່ເດືອນຕຸລາຫາຕົ້ນເດືອນພະຈິກຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ຊຽງຂວາງ, ບໍລິຄຳໄຊ ແລະ ແຂວງໄຊສົມບູນ ສາມາດຍຶດລົດຈົກໄດ້ 39 ຄັນ, ລົດກະບະ 3 ຄັນ ແລະ ເຄື່ອງມື-ອຸປະກອນທີ່ນໍາໃຊ້ເຂົ້າໃນການລັກລອບຈໍານວນໜຶ່ງ; ຄະນະສະເພາະກິດ 1885/ກງ ໄດ້ທ້ອນໂຮມຊັບສິນທີ່ຍຶດໄດ້ແຕ່ເດືອນເມສາ ຫາເດືອນພະຈິກ 2026 ຢູ່ 8 ແຂວງ, ລວມມີພາຫະນະ 103 ຄັນ, ຊຶ່ງຊັບສິນທີ່ສະສາງສຳເລັດແລ້ວມີພາຫະນະ 33 ຄັນມູນຄ່າ 10.8 ຕື້ກີບ, ສ່ວນຊັບສິນທີ່ຍັງຢູ່ໃນຂັ້ນຕອນກະກຽມສະສາງອອກຄາດຄະເນລາຍຮັບເພີ່ມ 30 ຕື້ກີບ; ສໍາເລັດການປັບປຸງຂໍ້ຕົກລົງວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກຂອງລັດຖະບານຊຸດທີ X; ສໍາເລັດການກະກຽມລາຍງານທາງດ້ານເນື້ອໃນໃນຫົວຂໍ້ທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານທີ່ລາຍງານຕໍ່ກອງປະຊຸມກົມການເມືອງຮ່ວມກັບຄະນະເລຂາທິການສູນກາງພັກຈໍານວນ 3 ຫົວຂໍ້; ຮອດວັນທີ 17 ພະຈິກ 2026 ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 92% ຂອງແຜນການປີ (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 19% ເປັນເງິນປະມານ 12 ພັນກວ່າຕື້ກີບ), ປະຕິບັດແຜນລາຍຈ່າຍງົບປະມານໄດ້ 68% ຂອງແຜນການປີ, ສາມາດຄວບຄຸມອັດຕາເງິນເຟີ້ສະເລ່ຍຢູ່ໃນລະດັບ 7.7%; ການລະດົມແຫຼ່ງທຶນເພື່ອມາດຸ່ນດ່ຽງງົບປະມານຈາກພາຍໃນແລະຕ່າງປະເທດໄດ້ 69% ຂອງແຜນການປີ; ຮອດວັນທີ 13 ພະຈິກ 2026 ສາມາດສະສົມຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນຳເຂົ້າ 5.66 ເດືອນ; ສາມາດອອກໃບຕາດິນໄດ້ 167,000 ກວ່າຕອນເທົ່າກັບ 120% ຂອງແຜນການປີ; ໄດ້ເອົາໃຈໃສ່ສົ່ງເສີມການຜະລິດເພື່ອທົດແທນການນຳເຂົ້າແລະເປັນສິນຄ້າທັງຄຸ້ມຄອງລາຄາສິນຄ້າແລະຄ່າບໍລິການ; ລັດຖະບານໄດ້ຮັບກົນຈັກແລະອຸປະກອນສ້ອມແປງເສັ້ນທາງຈາກລັດຖະບານຍີ່ປຸ່ນມູນຄ່າເກືອບ 1 ລ້ານເຢນ; ໄດ້ຈັດຕັ້ງປະຕິບັດມະຕິ 165/ສພຊແລະມະຕິ 10/ລບວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງແລະສ້ອມແປງເສັ້ນທາງໃນໄລຍະໃໝ່ຫຼືໂຄງການOPBRC ແລະPRTC ຊຶ່ງໄດ້ເລີ່ມຕົ້ນຈັດຕັ້ງປະຕິບັດເກັບເງິນຜ່ານທາງເລກ 9 ເປັນໂຄງການຕົວແບບໂດຍເລີ່ມແຕ່ວັນທີ 16 ພະຈິກ 2026 ເຫັນວ່າສາມາດເກັບເງິນຄ່າຜ່ານທາງດັ່ງກ່າວບໍ່ຫຼຸດ 700 ລ້ານກີບ/ມື້; ໄດ້ສືບຕໍ່ສຸມໃສ່ບູລະນະສ້ອມແປງເສັ້ນທາງຫຼວງແຫ່ງຊາດ, ຟື້ນຟູບັນດາເສັ້ນທາງທີ່ໄດ້ຮັບຜົນກະທົບຈາກໄພພິບັດສາມາດທຽວໄປມາໄດ້ສະດວກຫຼາຍຂຶ້ນ; ສໍາເລັດການກໍ່ສ້າງ, ມອບ-ຮັບສະໜາມກິລາເຈົ້າອານຸວົງ; ສຳເລັດກອງປະຊຸມຄະນະຄຸ້ມຄອງອິນເຕີເນັດແຫ່ງຊາດແລະກອງປະຊຸມລະດັບສູງວ່າດ້ວຍການຫັນເປັນດີຈີຕອນຂອງສປປລາວປະຈຳປີ 2026; ສຳເລັດການຍົກລະດັບມະຫາວິທະຍາໄລສຸຂະພາບເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດແລະເປີດສົກຮຽນໃໝ່ 2026-2027, ເອົາໃຈໃສ່ປັບປຸງການບໍລິການດ້ານສາທາລະນະສຸກແລະປ້ອງກັນການແຜ່ລະບາດຂອງພະຍາດຕາມລະດູການຢ່າງໃກ້ຊິດ; ສຸມໃສ່ປັບປຸງສະພາບແວດລ້ອມທ່ອງທ່ຽວແລະສິ່ງອໍານວຍຄວາມສະດວກຕ່າງໆ; ເອົາໃຈໃສ່ຕິດຕາມສະພາບການພາກພື້ນແລະສາກົນຢ່າງໃກ້ຊິດ, ການນຳຂັ້ນສູງຂອງພັກ-ລັດໄດ້ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດແລະເຂົ້າຮ່ວມບັນດາກອງປະຊຸມສາກົນເປັນຕົ້ນກອງປະຊຸມສຸດຍອດອົງການຝຣັ່ງໂກໂຟນີສາກົນຄັ້ງທີ 20 ທີ່ຣາຊະອານາຈັກກຳປູເຈຍ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 49 ແລະກອງປະຊຸມສຸດຍອດທີ່ກ່ຽວຂ້ອງທີ່ຟີລິບປິນ, ພ້ອມກັນນັ້ນກໍ່ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດທີ່ມາຢ້ຽມຢາມສປປລາວມີຜົນສຳເລັດເປັນຢ່າງດີ.
![]() |
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ເຫັນວ່າຍັງມີວຽກງານຈຳນວນໜຶ່ງທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ຊີ້ນຳ, ຕິດຕາມ, ກວດກາ, ກຳນົດມາດຕະການແກ້ໄຂໃຫ້ທັນແລະມີປະສິດທິຜົນຫຼາຍກວ່າເກົ່າເປັນຕົ້ນບັນຫາປະກົດການຫຍໍ້ທໍ້ຂອງສັງຄົມ, ຂົງເຂດບໍ່ແຮ່, ຂົງເຂດການຄ້າ, ຂົງເຂດການຜະລິດແລະຂົງເຂດອື່ນໆ.
ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນແມ່ບົດ ແລະ ແຜນດຳເນີນງານ ການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (XEV) 2026-2035: ໂດຍໄດ້ຊີ້ນໍາກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕື່ມຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນກຳນົດຂໍ້ຫ້າມນໍາເຂົ້າແບັດເຕີລີລົດທີ່ເຊື່ອມ ແລະ ບໍ່ໄດ້ຄຸນນະພາບ, ທັງກຳນົດແຜນຈັດການວັດຖຸອຸປະກອນ, ອາໄຫຼ່ ແລະ ອື່ນໆ ພາຍຫຼັງທີ່ລົດໄຟຟ້າໝົດອາຍຸການນຳໃຊ້ ແລະ ກາຍເປັນສິ່ງເສດເຫຼືອໃນຕໍ່ໜ້າ; ໃຫ້ຂະແໜງການກ່ຽວຂ້ອງ ນຳເອົາຍຸດທະສາດນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຂອງຂະແໜງການຕົນ ໃຫ້ເປັນອັນລະອຽດ ແລະ ສາມາດຈັດຕັ້ງປະຕິບັດໄດ້; ໃຫ້ປັບປຸງຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບວຽກງານນີ້ຄືນໃໝ່ໃຫ້ສຳເລັດ ແລະ ສາມາດປະກາດນຳໃຊ້ໂດຍໄວ.
ວາລະທີ 3: ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງດຳລັດວ່າດ້ວຍມາດຕະການຊົ່ວຄາວ, ການຍຶດ, ອາຍັດແລະຮິບທຶນຫຼືຊັບສິນທີ່ພົວພັນກັບການກະທຳຜິດເປັນຕົ້ນການຟອກເງິນ, ການສະໜອງທຶນໃຫ້ການກໍ່ການຮ້າຍ; ໂດຍໄດ້ຊີ້ນຳທະນາຄານແຫ່ງສປປລາວສົມທົບກັບຂະແໜງການແລະພາກສ່ວນກ່ຽວຂ້ອງປັບປຸງຕື່ມຕາມຄຳເຫັນຂອງສະມາຊິກລັດຖະບານເປັນຕົ້ນແຜນການຊີ້ແຈງບັນຊີສີເທົາ, ການນຳໃຊ້ຄຳສັບ, ຂໍ້ມູນຫຼືຫຼັກຖານທີ່ພາໃຫ້ສົງໄສຫຼືພຶດຕິກໍາທີ່ເປັນການກະທໍາຜິດຕົ້ນຫຼືເຫດການຮີບດ່ວນທີ່ອາດກະທົບໃສ່ທຶນຫຼືຊັບສິນໃຫ້ຄົບຖ້ວນ, ຮັດກຸມ, ຊັດເຈນເພື່ອເປັນບ່ອນອີງໃນການຄຸ້ມຄອງ, ການຕິດຕາມກວດກາແລະເຄື່ອນໄຫວວຽກງານດັ່ງກ່າວໃຫ້ມີຄວາມເຂັ້ມແຂງ, ມີປະສິດທິພາບ, ສ້າງຄວາມເຊື່ອໝັ້ນໃຫ້ສາກົນ.
ວາລະທີ 4: ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງດໍາລັດວ່າດ້ວຍການຄຸ້ມຄອງຂໍ້ມູນດີຈີຕອນພາກລັດໂດຍໄດ້ຊີ້ນຳກະຊວງເຕັກໂນໂລຊີແລະການສື່ສານສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງຕື່ມຕາມຄຳເຫັນຂອງສະມາຊິກລັດຖະບານໂດຍສະເພາະບັນດາຂໍ້ມູນທີ່ຫ້າມເປີດເຜີຍ; ການປົກປ້ອງຂໍ້ມູນພາຍໃນ; ບັນຫາທີ່ຕິດພັນກັບຄວາມໝັ້ນຄົງຂອງຊາດ. ພາຍຫຼັງປັບປຸງແລ້ວໃຫ້ນຳສະເໜີຜ່ານກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີຕື່ມອີກ.
ສຳລັບແຜນວຽກຈຸດສຸມປະຈຳເດືອນທັນວາ 2026 ກອງປະຊຸມໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນແລະພາກສ່ວນກ່ຽວຂ້ອງເອົາໃຈໃສ່ບັນດາວຽກງານສຳຄັນດັ່ງນີ້:
ໃຫ້ສືບຕໍ່ເອົາໃຈໃສ່ຮັກສາຄວາມສະຫງົບແລະແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມເປັນຕົ້ນບັນຫາອາຊະຍາກໍາທາງໄຊເບີ, ບັນຫາການຟອກເງິນ, ບັນຫາຢາເສບຕິດ, ບັນຫາການຄ້າຂາຍເຖື່ອນ, ບັນຫາລັກຂຸດຄົ້ນຕັດໄມ້, ບັນຫາຂີ້ລັກງັດແງະປຸ້ນຈີ້ຊີງຊັບ, ບັນຫາອາວຸດເສິກທີ່ນໍາໃຊ້ບໍໍ່ຖືກຕ້ອງ.
ກະກຽມເນື້ອໃນທີ່ຈະນໍາເຂົ້າລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 4ສະໄໝທີXII ແລະກອງປະຊຸມລັດຖະບານເປີດກວ້າງຄັ້ງທີII ປະຈຳປີ 2026 ໂດຍສະເພາະ: (1) ບັນດາກະຊວງ-ອົງການທຽບເທົ່າໃຫ້ສະຫຼຸບຕີລາຄາວຽກງານປະຈໍາປີ 2026 ແລະທິດທາງແຜນການປີ 2027; (2) ສະຫຼຸບຕີລາຄາສະພາບການປະຕິບັດເງິນກອງທຶນທາງປີ 2026 ທິດທາງແຜນການປີ 2027; (3) ສະຫຼຸບຜົນການຈັດຕັ້ງປະຕິບັດມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 (ກ່ຽວກັບສອຈ), ມະຕິ 04/ລບ, ລົງວັນທີ 23 ມີນາ 2026 (ກ່ຽວກັບການຫັນການເກັບລາຍຮັບເປັນທັນສະໄໝ) ແລະມະຕິ 05/ລບ, ລົງວັນທີ 30 ມີນາ 2026 (ກ່ຽວກັບການປັບປຸງແລະກໍ່ສ້າງເສັ້ນທາງ).
ສືບຕໍ່ເກັບລາຍຮັບເຂົ້າງົບປະມານໂດຍສູ້ຊົນເກັບລາຍຮັບໃຫ້ໄດ້ເກີນແຜນໂດຍສຸມໃສ່ແຂວງໃດທີ່ມີຄວາມສ່ຽງຈະບໍ່ບັນລຸຕາມແຜນ, ເກັບລາຍຮັບຈາກແຫຼ່ງທີ່ມີໃຫ້ຄົບຖ້ວນ, ກວດກາການປະຕິບັດພັນທະຂອງບັນດາໂຄງການລົງທຶນຕ່າງໆ, ປັບປຸງຫັນສູ່ລະບົບເກັບລາຍຮັບແບບທັນສະໄໝ, ເລັ່ງທວງໜີ້ຄ້າງຊຳລະທຸກປະເພດ, ປະມູນຊັບສິນທີ່ຍຶດໄດ້ຈາກຄະດີຕ່າງໆ, ເກັບຄ່າທໍານຽມແລະຄ່າບໍລິການຕ່າງໆຢູ່ດ່ານ, ກະກຽມການກວດກາແລະດຳເນີນການປິດ 0 ໂມງໃຫ້ໄດ້ຮັບຜົນດີ, ສ້າງແຜນການແກ້ໄຂໜີ້ສິນທັງໜີ້ພາຍໃນ ແລະ ຕ່າງປະເທດ.
ຮັກສາສະຖຽນລະພາບເງິນຕາແລະລາຄາສິນຄ້າເປັນຕົ້ນການດໍາເນີນນະໂຍບາຍເງິນຕາແບບປະສົມປະສານ, ການຄຸ້ມຄອງອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ລັດຄຸ້ມຄອງ, ການຄຸ້ມຄອງລາຄາຕໍ່ໝວດສິນຄ້າແລະຄ່າບໍລິການພື້ນຖານ.
ຮີບຮ້ອນປັບປຸງຄໍາສັ່ງວ່າດ້ວຍການເພີ່ມທະວີການຄຸ້ມຄອງແຮ່ທາດໃນໄລຍະໃໝ່ເພື່ອສະເໜີນາຍົກລັດຖະມົນຕີລົງລາຍເຊັນ; ຮີບຮ້ອນປັບປຸງແຜນແມ່ບົດແລະແຜນດຳເນີນງານການສົ່ງເສີມການນຳໃຊ້ລົດໄຟຟ້າແລະພະລັງງານທາງເລືອກໃໝ່ທີ່ຜ່ານກອງປະຊຸມຄັ້ງນີ້ໃຫ້ສຳເລັດແລະລົງລາຍເຊັນປະກາດໃຊ້ໄວ; ສືບຕໍ່ຕິດຕາມກວດກາໂຄງການບໍ່ແຮ່ທີ່ໄດ້ຮັບອະນຸມັດຜ່ານມາຢ່າງເຄັ່ງຄັດ. ພ້ອມທັງດຳເນີນການປະມູນແຮ່ທາດທີ່ຍຶດໄດ້ຈາກການລັກລອບຂຸດຄົ້ນຫຼືຂຸດຄົ້ນບໍ່ຖືກຕ້ອງ; ສືບຕໍ່ກວດກາບັນດາໂຄງການແຮ່ຫາຍາກໃນຂອບເຂດທົ່ວປະເທດ (ທັງໂຄງການສຳຫຼວດ, ໂຄງການຂຸດຄົ້ນແລະປຸງແຕ່ງ).
ສຸມໃສ່ກໍ່ສ້າງແລະຍົກລະດັບເສັ້ນທາງຫຼວງແຫ່ງຊາດທີ່ມີທຶນແລ້ວໃຫ້ສຳເລັດໄວໂດຍສະເພາະເສັ້ນທາງ 13 ເໜືອແລະ 13 ໃຕ້; ເສັ້ນທາງເລກທີ 8, ເລກທີ 12; ເສັ້ນທາງ 2E ແລະອື່ນໆ; ສືບຕໍ່ຊຸກຍູ້ບັນດາໂຄງການທີ່ເປັນບຸລິມະສິດເປັນຕົ້ນໂຄງການທາງດ່ວນລາວ-ຈີນ, ໂຄງການທາງລົດໄຟລາວ-ຫວຽດນາມ, ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍຊ່ວງທີ 2 ແຕ່ເມືອງບໍລິຄັນຫາຊາຍແດນດ່ານນໍ້າອອນ; ເລັ່ງຈັດລຽງລິມະສິດຄວາມຈໍາເປັນຂອງແຕ່ລະເສັ້ນທາງ, ພ້ອມທັງຄົ້ນຄວ້າແຫຼ່ງທຶນ ແລະ ຮູບແບບການລົງທຶນ (ແບບ BOT ຫຼື OPBRC ຫຼືງົບປະມານຂອງລັດ) ແລ້ວລາຍງານຕໍ່ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ທີ່ຈະຈັດຂຶ້ນໃນເດືອນທັນວາ 2026.
ໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມສືບຕໍ່ປະສານສົມທົບກັບບັນດາກະຊວງ-ອົງການຂັ້ນສູນກາງແລະ ບັນດາແຂວງ ສຸມໃສ່ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ສຸມໃສ່ເກັບກ່ຽວເຂົ້ານາປີ ແລະ ກະກຽມຄວາມພ້ອມໃຫ້ການຜະລິດລະດູແລ້ງ; ເອົາໃຈໃສ່ປ້ອງກັນການບຸກລຸກຈັບຈອງທີ່ດິນປ່າໄມ້; ເລັ່ງອອກໃບຕາດິນໃຫ້ບັນລຸຕາມແຜນ; ຕິດຕາມເຝົ້າລະວັງ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດສັດທີ່ເກີດຂຶ້ນຕາມລະດູການ; ສຸມໃສ່ຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກຳເປັນສິນຄ້າ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກໃຫ້ບັນລຸຕາມແຜນການ; ເອົາໃຈໃສ່ໃນການລົງຕິດຕາມກວດກາແລະ ແກ້ໄຂຜົນກະທົບຕໍ່ສິ່ງແວດລ້ອມ ຈາກໂຄງການລົງທຶນຕ່າງໆ ໂດຍສະເພາະໂຄງການບໍ່ແຮ່.
ສຸມໃສ່ການພັດທະນາສີມືແຮງງານໃຫ້ມີຄຸນນະພາບສູງຂຶ້ນ ເພື່ອສະໜອງແຮງງານໃຫ້ພຽງພໍກັບຄວາມຕ້ອງການຂອງບັນດາໂຄງການ; ສຸມໃສ່ຄຸ້ມຄອງແຮງງານຕ່າງປະເທດ ທີ່ມາອອກແຮງງານຢູ່ລາວໃຫ້ເຄື່ອນໄຫວ ແລະ ປະຕິບັດພັນທະຕາມກົດໝາຍ; ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີຕໍ່ປະເທດຊາດ.
ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອໃຫ້ອັດຕາການປະລະການຮຽນຫຼຸດລົງ; ສືບຕໍ່ສຸມໃສ່ປັບປຸງຄຸນນະພາບການຮຽນ-ການສອນໃຫ້ສູງຂຶ້ນ ແລະ ຊອກຫາສາເຫດຂອງການປະລະການຮຽນເພື່ອມີມາດຕະການແກ້ໄຂໂດຍໄວ.
ເພີ່ມທະວີການເຝົ້າລະວັງ ແລະ ຄວບຄຸມພະຍາດຕິດຕໍ່, ພະຍາດຕາມລະດູການ; ສົ່ງເສີມການສັກວັກຊິນ; ສືບຕໍ່ຕິດຕາມກວດກາບັນດາໂຮງໝໍເອກະຊົນ ແລະ ສູນຄວາມງາມໃຫ້ເຄື່ອນໄຫວຖືກຕ້ອງ ແລະ ໄດ້ມາດຕະຖານ ເອົາໃຈໃສ່ຕໍ່ວຽກງານອາຫານ ແລະ ຢາ ເພື່ອຮັບປະກັນຄວາມປອດໄພຂອງຜູ້ນຳໃຊ້.
ສົ່ງເສີມວັດທະນະທໍາຮີດຄອງອັນດີງາມຂອງຊາດ ໃນການຈັດງານບຸນປະເພນີຕ່າງໆ ໃຫ້ມີຄວາມຟົດຟື້ນ; ສຸມໃສ່ປັບປຸງສະຖານທີ່ທ່ອງທ່ຽວໃຫ້ມີຄວາມສະດວກ, ປອດໄພ, ປະທັບໃຈ ແລະ ໄດ້ມາດຕະຖານ; ພ້ອມທັງສົມທົບກັບພາກສ່ວນກ່ຽວຂ້ອງ ກວດກາຄືນບັນດາສະຖານທີ່ບັນເທີງ, ຮ້ານອາຫານທີ່ຍັງລະເມີດມາດຕະການຂອງລັດຖະບານທີ່ກຳນົດ ເຊັ່ນ ໃຊ້ສຽງດັງ, ເປີດກາຍໂມງ; ສຸມໃສ່ພັດທະນາແຫຼ່ງທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ.
ສຸມໃສ່ການປະຕິບັດຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ໄດ້ເພີ່ມຂຶ້ນ; ສືບຕໍ່ຕິດຕາມ, ກວດກາ ແລະ ຊຸກຍູ້ການເຄື່ອນໄຫວວຽກງານຂອງບັນດາຂະແໜງ ແລະ ໜ່ວຍງານປະຕິບັດຄໍາຕັດສິນຂອງສານທົ່ວປະເທດ.
ແຈ້ງເຕືອນໃຫ້ປະຊາຊົນ ແລະ ພາກສ່ວນຕ່າງໆ ຊາບກ່ຽວກັບຮູບການຕ່າງໆ ທີ່ກຸ່ມຄົນບໍ່ດີຕົວະຍົວະຫຼອກລວງທາງໄຊເບີ ເພື່ອເພີ່ມຄວາມລະມັດລະວັງຕໍ່ໄພຄຸກຄາມທາງໄຊເບີ; ເອົາໃຈໃສ່ສະກັດກັ້ນ, ປ້ອງກັນ ແລະ ແກ້ໄຂບັນຫາຂ່າວລວງ, ຂ່າວປອມທີ່ບິດເບືອນຄວາມເປັນຈິງ ໂດຍນຳໃຊ້ຫຼາຍວິທີ, ຫຼາຍຮູບການເພື່ອຕີຖອຍປະກົດການດັ່ງກ່າວ.
ສືບຕໍ່ຕິດຕາມສະພາບພົ້ນເດັ່ນໃນພາກພື້ນ ແລະ ສາກົນຢ່າງໃກ້ຊິດ ພ້ອມທັງປະເມີນສະພາບເກີດຂຶ້ນຈະກະທົບຕໍ່ປະເທດເຮົາຄືແນວໃດ; ກະກຽມການເດີນທາງໄປຕ່າງປະເທດຂອງການນຳຂັ້ນສູງ ທີ່ຈະເດີນທາງໄປຢ້ຽມຢາມທາງການ ແລະ ເຂົ້າຮ່ວມປະຊຸມສຸດຍອດແອັກແມັກ ແລະ CLMVຢູ່ ສສ ຫວຽດນາມ ແລະ ກະກຽມຕ້ອນຮັບແຂກຕ່າງປະເທດໃຫ້ດີ.
ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານ ແລະ ການນຳບັນດາທ້ອງຖິ່ນ ນໍາເອົາແຜນວຽກຈຸດສຸມປະຈຳເດືອນທັນວາ 2026 ທີ່ກອງປະຊຸມໄດ້ເອກະພາບກັນໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການ ແລະ ທ້ອງຖິ່ນຕົນໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການຈັດຕັ້ງແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດທີ່ຊັດເຈນ.
ຂ່າວ: ກົມປະຊາສຳພັນ ຫສນຍ


ຄໍາເຫັນ