ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ

ສອງໂຮງຮຽນສືບຕໍ່ຮັດແໜ້ນສາຍພົວພັນສະໜິດແໜ້ນ
ໃນກອງປະຊຸມໄດ້ສະເໜີບົດລາຍງານຜົນການຄົ້ນຄວ້າ ໂດຍ ສະຫາຍ ຫວູ ລຸກ ອານ ຊຶ່ງລາຍງານ 2 ຫົວຂໍ້ສຳຄັນ ຄື: “ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ການຄຸ້ມຄອງລັດ ຂັ້ນຕາແສງ”, ຫົວຂໍ້: “ການກໍ່ສ້າງອົງການຈັດຕັ້ງຮາກຖານພັກ, ພື້ນຖານຂອງພັກ, ແກ່ນສານດ້ານການເມືອງຢູ່ຮາກຖານ” ຊຶ່ງໄດ້ຍົກຂຶ້ນແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພື້ນຖານພັກ: ບົດຮຽນຈາກ ສສ ຫວຽດນາມ ກໍຄືໃນໄລຍະຜ່ານມາ ເຖິງປັດຈຸບັນ ມີຫຼາຍຈຸດທີ່ມີຄວາມຄ້າຍຄືກັນ ຊຶ່ງພວກເຮົານັ້ນໄດ້ແລກປ່ຽນບົດຮຽນນຳກັນ. ສະເພາະມື້ນີ້, ຈະໄດ້ແລກປ່ຽນບົດຮຽນນຳກັນ ຄື: "ພື້ນຖານພັກ ແລະ ພັກຢູ່ຂັ້ນພື້ນຖານ". ຫົວຂໍ້ນີ້ແມ່ນເລື່ອງທີ່ ສສ ຫວຽດນາມ ຖືເປັນເລື່ອງສຳຄັນ ເນື່ອງຈາກວ່າ: ຖ້າວ່າສູນກາງພັກວາງທິດທາງ, ວາງແນວທາງ ຫຼື ວາງມະຕິໄດ້ຖືກຕ້ອງແລ້ວ ແຕ່ລະທ້ອງຖິ່ນບໍ່ນຳໄປປະຕິບັດ ຫຼື ທ້ອງຖິ່ນບໍ່ເຂົ້າໃຈ, ວຽກງານກໍຈະບໍ່ໄດ້ຮັບຜົນດີ. ໂດຍສະເພາະແມ່ນພະນັກງານຫຼັກແຫຼ່ງຢູ່ຂັ້ນພື້ນຖານ ຕ້ອງເປັນພະນັກງານທີ່ກຳໄດ້ແນວທາງ, ກຳໄດ້ມະຕິ, ໃກ້ຊິດກັບປະຊາຊົນ, ເກັບກຳໄດ້ບັນຫາຂອງປະຊາຊົນ ແລະ ຜັນຂະຫຍາຍມະຕິໄປສູ່ປະຊາຊົນ, ເມື່ອນັ້ນ ມະຕິຈຶ່ງຈະໄດ້ຮັບຜົນດີ.
ສອງໂຮງຮຽນສບຕຮດແໜນສາຍພວພນສະໜດແໜນ - image 1
 

ພັກກອມມູນິດຫວຽດນາມ ຖືເອົາພື້ນຖານພັກເປັນບັນຫາທີ່ສຳຄັນ, ການກໍ່ສ້າງ ແລະ ບຳລຸງທິດສະດີໃຫ້ພະນັກງານຢູ່ຂັ້ນພື້ນຖານ ຖືເປັນໜ້າທີ່ໜຶ່ງທີ່ມີຄວາມໝາຍ ແລະ ຄວາມສຳຄັນຫຼາຍ. ການບຳລຸງທິດສະດີໃຫ້ແກ່ພະນັກງານໃນແຕ່ລະຍຸກກໍມີລັກສະນະແຕກຕ່າງກັນ, ສະນັ້ນ ໃນແຕ່ລະຍຸກ, ແຕ່ລະສະໄໝ, ແຕ່ລະໄລຍະ ພວກເຮົາມີຄວາມຈຳເປັນຕ້ອງໄດ້ປັບປຸງ, ສຶກສາອົບຮົມ ແລະ ຂຽນເອກະສານໃຫ້ສອດຄ່ອງກັບແຕ່ລະໄລຍະນັ້ນໆ.

ສອງໂຮງຮຽນສບຕຮດແໜນສາຍພວພນສະໜດແໜນ - image 2
 

ປັດໄຈທີ່ຈະເຮັດໃຫ້ການກໍ່ສ້າງພື້ນຖານພັກຢູ່ທ້ອງຖິ່ນເຂັ້ມແຂງ ມີ: ດ້ານກຳລັງຄວາມສາມາດຂອງອົງການຈັດຕັ້ງພັກ: ພື້ນຖານພັກຕ້ອງມີຄວາມສາມາດໃນການນຳພາ-ຊີ້ນຳ ເພື່ອເປັນແບບຢ່າງຢ່າງຈິງຈັງ ເມື່ອເຮັດໄດ້ແບບນັ້ນ, ອົງການຈັດຕັ້ງພັກຢູ່ຂັ້ນພື້ນຖານຈຶ່ງຈະເຂັ້ມແຂງ, ດ້ານຄຸນນະພາບຂອງສະມາຊິກພັກຢູ່ທ້ອງຖິ່ນ: ພັກກອມມູນິດຫວຽດນາມ ໄດ້ວາງມາດຕະຖານໃຫ້ສະມາຊິກພັກຢູ່ທ້ອງຖິ່ນ ໂດຍມີ 6 ມາດຕະຖານ ຕົ້ນຕໍຄື:ມາດຕະຖານທີ 1: ມີສັດທາ ແລະ ຄວາມເຊື່ອໝັ້ນ, ກ້າຮຽນຮູ້ ແລະ ນຳເອົາແນວທາງ, ມະຕິ ເຂົ້າສູ່ທ້ອງຖິ່ນຂອງຕົນ, ມາດຕະຖານທີ 2: ມີຄວາມກ້າຫານ, ກ້າປະເຊີນໜ້າ, ກ້າເວົ້າຄວາມຈິງ ແລະ ບໍ່ຫຼີກລ່ຽງສິ່ງທີ່ຜິດພາດ ຫຼື ບັນຫາທີ່ເກີດຂຶ້ນ, ມາດຕະຖານທີ 3: ກ້າເຮັດ, ກ້າກະທຳ ແລະ ກ້າຮັບຜິດຊອບ, ສະມາຊິກພັກຕ້ອງກ້າຮັບຜິດຊອບວຽກງານ, ວຽກໃດທີ່ໜັກ ຫຼື ຍາກ ແມ່ນຕ້ອງຮັບເອົາກ່ອນ, ບໍ່ແບ່ງ ຫຼື ຖິ້ມໃຫ້ຜູ້ອື່ນເຮັດ, ມາດຕະຖານທີ 4: ຕ້ອງພັດທະນາຕົນເອງ, ພັດທະນາຮູບແບບການເຮັດວຽກໃຫ້ມີຄວາມທັນສະໄໝ ແລະ ກ້າວໜ້າຢູ່ສະເໝີ,

ມາດຕະຖານທີ 5: ຕ້ອງສູ້ຊົນ ແລະ ຜ່ານຜ່າສິ່ງທີ່ຫຍຸ້ງຍາກ ຫຼື ສິ່ງກີດຂວາງ ຕ້ອງຊອກຫາທຸກວິທີທາງເພື່ອແກ້ໄຂບັນຫາໃຫ້ລຸລ່ວງໄປໄດ້ ແລະ ມາດຕະຖານທີ 6: (ລະບົບການຈັດຕັ້ງ ແລະ ການຜັນຂະຫຍາຍມະຕິ) ການຜັນຂະຫຍາຍມະຕິ: ມະຕິຂອງພັກໃນແຕ່ລະຂັ້ນ ຕ້ອງໄດ້ຮັບການຜັນຂະຫຍາຍເຂົ້າສູ່ປະຊາຊົນ, ເຮັດແນວໃດໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ແລະ ນຳໄປປະຕິບັດຕາມ ນີ້ແມ່ນສິ່ງທີ່ວັດແທກປະສິດທິພາບຂອງສະມາຊິກພັກຢູ່ຂັ້ນພື້ນຖານ.

ສອງໂຮງຮຽນສບຕຮດແໜນສາຍພວພນສະໜດແໜນ - image 3
 

ໃນວັນດຽວກັນ, ສອງຄະນະ ຍັງໄດ້ພົບປະແລກປ່ຽນ, ທັງສອງຝ່າຍໄດ້ສົນທະນາຢ່າງກົງໄປກົງມາ ດ້ວຍຄວາມສະໜິດແໜ້ນ ບົນພື້ນຖານຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດ ແລະ ໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ທັງສອງຝ່າຍໄດ້ຕົກລົງ ແລະ ປຶກສາຫາລື 4 ບັນຫາ ສຳຄັນ ຄື: ເພີ່ມທະວີການຄົ້ນຄວ້າວິທະຍາສາດຮ່ວມກັນ 3 ນະຄອນ (ນະຄອນຫຼວງວຽງຈັນ, ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ) ໃນປີ 2027, ການຈັດຝຶກອົບຮົມໃນຫົວຂໍ້ສະເພາະໃຫ້ແກ່ພະນັກງານຂັ້ນຕາແສງ, ການຈັດຝຶກອົບຮົມຫົວຂໍ້ສະເພາະໃຫ້ພະນັກງານກວດສອບພາກກາງ, ການຝຶກອົບຮົມວຽກງານການຈັດຕັ້ງຮາກຖານພັກ, ວຽກງານຄຸ້ມຄອງພັກດ້ວຍລະບົບດີຈີຕອນ ແລະ ບັນຫາສຳຄັນອື່ນໆ.

ນອກຈາກພົບປະແລກປ່ຽນບົດຮຽນກັນແລ້ວ, ຄະນະຜູ້ແທນໄດ້ເຂົ້າຢ້ຽມຂໍ່ານັບການນຳນະຄອນຫຼວງວຽງຈັນ ເພື່ອລາຍງານແຜນການຮ່ວມມືຂອງສອງໂຮງຮຽນ ແລະ ຍັງໄດ້ຮັບຟັງການລາຍງານແຜນພັດທະນາເສດຖະກິດ - ສັງຄົມ ຂອງນະຄອນຫຼວງວຽງຈັນ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ມສ ອຸທຸມພອນຈັດກິດຈະກໍາແຂ່ງຂັນພາລະ-ສິລະປະສຶກສາ ປະຈໍາປີ 2026- 2027

ໂຮງຮຽນມັດທະຍົມສົມບູນອຸທຸມພອນເມືອງອຸທຸມພອນແຂວງສະຫວັນນະເຂດ, ໄດ້ຈັດກິດຈະກໍາງານແຂ່ງຂັນພາລະສຶກສາ-ສິລະປະສຶກສາ ປະຈໍາປີ 2026-2027ໃນວັນທີ 19 ພະຈິກນີ້ ທີ່ເດິ່ນໂຮງຮຽນດັ່ງກ່າວ,ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສີວິໄລ ສຸລິໂຍຮອງປະທານຄະນະກໍາມະການປົກຄອງເມືອງອຸທຸມພອນ.
ຄອບຄົວພູມສະຫວັນ ທຸ້ມທຶນ 4.5ຕື້ກີບ ສ້າງໂຮງຮຽນມັດທະຍົມໜອງປີງ

ຄອບຄົວພູມສະຫວັນ ທຸ້ມທຶນ 4.5ຕື້ກີບ ສ້າງໂຮງຮຽນມັດທະຍົມໜອງປີງ

ຄອບຄົວແມ່ເຖົ້າ ພູທອນ ພູມສະຫວັນ ພ້ອມດ້ວຍລູກຫຼານ ທຸ້ມທຶນ 4.5 ຕື້ກີບ ກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ໜອງປີງ ເມືອງບົວລະພາ ແຂວງ​ຄຳ​ມ່ວນເພື່ອສ້າງສະພາບແວດລ້ອມການຮຽນທີ່ດີ ແລະ ຂະຫຍາຍໂອກາດໃຫ້ເດັກນ້ອຍເຂົ້າເຖິງການສຶກສາ.
ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ຂະບວນການແຂ່ງຂັນກິລາ-ສີລະປະ ປະຈຳສົກຮຽນ 2026-2027 ຂອງໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟຶ້ນ, ໃນພິທີໄດ້ການເດີນສວນສະໜາມ 8 ກ້ອນກຳລັງ ຄື: ກ້ອນກຳລັງເຍົາວະຊົນ, ສີລະປະ, ນັກຮຽນ, ກິລາເປຕັງ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້ ປະເພດຊາຍ-ຍິງ, ກ້ອນກຳລັງຊາວໜຸ່ມ-ແມ່ຍິງ ແລະ ກ້ອນກຳລັງກຳມະການ, ພ້ອມທັງສະແດງສີລະປະ ປະເພດບົດຟ້ອນ ແລະ ບົດເພງ ຈາກນ້ອງນັກຮຽນ.
ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ (ນວ), ສະຫະພັນກິລາເບສບອນ-ຊັອບບອນແຫ່ງຊາດລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາເບສບອນ-ຊັອບບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ-ຊັອບບອນແຫ່ງຊາດລາວ, ມີ ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີຢູຈິນ (LEE YOO JIN) ຮອງເລຂາທິການສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບໂຮງຮຽນການເມືອງແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ຮຽນເຊີນທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາສາດແລະ ຄະນະຮັບຜິດຊອບຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທັງ 18 ໂຮງຮຽນໃນທົ່ວປະເທດ.
ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ໃນວັນທີ 12 ພະຈິກນີ້, ທີ່ເດີ່ນໂຮງຮຽນ ມສ ອຸທຸມພອນໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ພິທີຖະແຫຼງຂ່າວ ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດ, ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີບັນດາການນໍາຈາກກະຊວງ, ຄະນະອໍານວຍການ, ຜູ້ໃຫ້ການສະໜັບສະໜູນ, ຄະນະສະຫະພັນກິລາເພາະກາຍ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ວັນທີ 10 ພະຈິກ ນີ້ ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດຜ່ານມາ, ພາຍໃຕ້ການເປັນປະທານ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.
ເພີ່ມເຕີມ