![]() |
ໃນພິທີໄດ້ມີການຮັບຊົມການສະແດງສິນລະປະຈາກນັກຮຽນ ມສ ສຸກສຳພັນ ຈຳນວນ 3 ລາຍການ. ຈາກນັ້ນ ທ່ານ ຄູນສີ ລັດຕະນະ ຜູ້ແທນສະມາຄົມພໍ່ແມ່ນັກຮຽນ ໄດ້ເລົ່າຫວນຄືນປະຫວັດມູນເຊື້ອ ແລະ ຄຸນງາມຄວາມດີຂອງນາຍຄູຄຳ ເຊິ່ງເປັນອະດີດຄູຜູ້ອຸທິດຕົນໃຫ້ແກ່ວຽກງານການສຶກສາ.ພ້ອມນີ້ ທ່ານນາງ ແພງພັນ ລາດຊາບັນດີດ ຮອງອຳນວຍການ ມສ ສຸກສຳພັນ ໄດ້ຜ່ານລັດຖະດຳລັດ ເລກທີ 321/ປປທ, ລົງວັນທີ 1 ທັນວາ 2025 ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ແລະ ຜ່ານຂໍ້ຕົກລົງ ເລກທີ 928/ຄປຂ, ລົງວັນທີ 18 ກັນຍາ 2026 ວ່າດ້ວຍການອະນຸມັດໃບຍ້ອງຍໍຂັ້ນແຂວງ ໃຫ້ແກ່ກົມກອງລວມໝູ່ ແລະ ພະນັກງານຄູ-ອາຈານ ທີ່ຂຶ້ນກັບພະແນກສຶກສາທິການແລະກິລາແຂວງຈຳປາສັກ.
![]() |
ໃນໂອກາດນີ້ ໄດ້ມີການປະດັບຫຼຽນກາລະນຶກ ຄົບຮອບ 50 ປີແລະມອບໃບຍ້ອງຍໍໃຫ້ແກ່ພະນັກງານ-ຄູ-ອາຈານ ຜູ້ທີ່ມີຜົນງານດີເດັ່ນ ໃນການພັດທະນາວຽກງານການສຶກສາແລະກິລາ ຕິດພັນກັບຫົວຂໍ້ແຂ່ງຂັນ ພາຍໃຕ້ຄຳຂວັນ “ຮັກຊາດ ແລະ ພັດທະນາ”. ນອກຈາກນັ້ນ ຍັງໄດ້ມອບຂອງຂວັນເປັນກຳລັງໃຈໃຫ້ແກ່ນັກຮຽນດີ ຮຽນເກັ່ງ ແລະ ພະນັກງານຄູບຳນານ ເພື່ອເປັນການສະແດງເຖິງຄວາມຮູ້ບຸນຄຸນ, ຄວາມເຄົາລົບ ແລະ ການສືບສານມູນເຊື້ອອັນດີງາມຂອງວິຊາຊີບຄູ.ການຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດໃນຄັ້ງນີ້ ກໍ່ເພື່ອລະນຶກເຖິງບຸນຄຸນຂອງຄູ-ອາຈານ, ຍົກສູງຄຸນຄ່າວິຊາຊີບຄູ, ສ້າງຂວັນກຳລັງໃຈໃຫ້ແກ່ຄູ-ອາຈານ ແລະ ນັກຮຽນ ພ້ອມທັງຊຸກຍູ້ການປະຕິບັດໜ້າທີ່ສິດສອນ ແລະ ຮ່ຳຮຽນໃຫ້ມີຄຸນນະພາບ ເພື່ອປະກອບສ່ວນພັດທະນາວຽກງານການສຶກສາໃຫ້ກ້າວໜ້າ.
ພາບ-ຂ່າວ: ນາງວຽງອຳໄພ.


ຄໍາເຫັນ