![]() |
ວັນທີ 28 ກັນຍາຂອງທຸກໆປີ ເປັນວັນຕ້ານພະຍາດວໍ້ໂລກ ໃນ ສປປ ລາວ ໂດຍສະເພາະກະຊວງສາ ທາລະນະສຸກ ໄດ້ມີຂໍ້ຕົກລົງຮ່ວມກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ເລີ່ມສະເຫຼີມສະຫຼອງວັນຕ້ານພະ ຍາດວໍ້ໂລກໃນວັນທີ 28 ກັນຍາ 2008 ເປັນຕົ້ນມາ. ພະຍາດວໍ້ ເປັນພະຍາດຕິດຕໍ່ຮ້າຍແຮງຊະນິດໜຶ່ງ ຊຶ່ງຕິດຕໍ່ຈາກສັດສູ່ຄົນ, ສາເຫດເກີດຈາກເຊື້ອ Rabies virus, ສາຍພັນ Lyssa virus, ເຊື້ອພະດັ່ງກ່າວຍັງສາມາດຕິດແປດໃສ່ສັດເລືອດອຸ່ນທຸກຊະນິດເຊັ່ນ: ໝາ, ແມວ, ງົວ, ຄວາຍ, ລີງ, ຊະນີ, ກະຮອກ, ກະແຕ, ເສືອ, ໝີ, ໜູ ແລະ ເຈຍ ລວມທັງຄົນເຮົາດ້ວຍ. ການຕິດເຊື້ອຜ່ານທາງນ້ຳລາຍຂອງສັດທີ່ເປັນພະຍາດວໍ້ເຂົ້າສູ່ບາດແຜດ້ວຍການຖືກສັດກັດ ຫຼື ຂູດ, ເລຍ ໂດຍນ້ຳລາຍກະເດັນເຂົ້າທາງຜິວໜັງທີ່ມີບາດແຜ, ທາງຕາ ຫຼື ທາງປາກ ແລະ ພະຍາດດັ່ງກ່າວນີ້ ໄດ້ມີລາຍງານມາແຕ່ດົນນານແລ້ວ ວ່າເປັນນັກຂ້າມະນຸດ.
![]() |
ການສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ແມ່ນການຈັດກິດຈະກໍາເພີ່ມຄວາມຮັບຮູ້ໃຫ້ປະຊາຊົນ ແລະ ການສັກວັກຊິນໃຫ້ສັດລ້ຽງໂດຍບໍ່ເສຍຄ່າ ເພື່ອເປັນແບບຢ່າງໃນການປ້ອງກັນຄົນ ແລະ ສັດບໍ່ໃຫ້ຕິດ ເຊື້ອດັ່ງກ່າວ. ຊຶ່ງຄຳຂວັນຂອງວັນຕ້ານພະຍາດວໍ້ໂລກໃນປີນີ້ແມ່ນ: ”ຮ່ວມແຮງ ຮ່ວມໃຈ ຕ້ານພະຍາດວໍ້”. ຂ່າວ: ສູນຂ່າວສານການແພດ


ຄໍາເຫັນ