![]() |
ຊຸດອົບຮົມຄັ້ງນີ້, ຈຸດປະສົງກໍເພື່ອຫັນເອົາວຽກງານໂຄສະນາ-ປາຖະກະຖາ ແນວທາງທິດສະດີຂອງພັກ ແລະ ນິຕິກໍາຕ່າງໆ ອົງການໄອຍະການປະຊາຊົນເຂົ້າສູ່ວຽກງານຕົວຈິງຢ່າງທົ່ວເຖິງ ເພື່ອຍົກສູງຄຸນຄ່າທາງດ້ານຈິດໃຈປຸກລະດົມ, ຊຸກຍູ້ພະນັກງານ, ສະມາຊິກພັກໃນຂົງເຂດວຽກງານໄອຍະການໃຫ້ມີຄວາມຕື່ນຕົວຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນສູ່ການຫັນປ່ຽນໃໝ່ ແລະ ມີຜົນສໍາເລັດວຽກງານທີ່ຖືກມອບໝາຍ ຊຶ່ງບັນດານັກສໍາມະນາກອນຈະໄດ້ຮຽນຮູ້ກ່ຽວກັບຄວາມຮູ້ພື້ນຖານຂອງວຽກງານໂຄສະ ນາ-ປາຖະກະຖາ ຊຶ່ງປະກອບດ້ວຍ 3 ບົດຄື: ຄວາມຮູ້ພື້ນຖານວຽກງານໂຄສະນາ, ຄວາມຮູ້ພື້ນຖານກ່ຽວກັບການຈັດຕັ້ງການເຄື່ອນໄຫວຂອງນັກໂຄສະນາ ແລະ ປາຖະກະຖາ, ທັກສະສີລະປະການເວົ້າການໂຄສະນາປາຖະກະຖາ ຈາກນັ້ນນັກສໍາມະນາກອນຈະໄດ້ທົດລອງການແຕ່ງເອກະສານ ແລະ ຂຶ້ນປາຖະ ກະຖາຕົວຈິງອີກດ້ວຍ ຊຶ່ງຊຸດຝຶກອົບຮົມດັ່ງກ່າວແມ່ນຈະດໍາເນີນເປັນເວລາ 5 ວັນ.
![]() |
ໃນໂອກາດດັ່ງກ່າວ, ທ່ານ ນາງ ລີວົງ ລາວລີ ໄດ້ກ່າວວ່າ: ການຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາໃນຄັ້ງນີ້ ເປັນຄັ້ງທີສອງຂອງອົງການໄອຍະການປະຊາຊົນ. ສະນັ້ນ, ທຸກສະຫາຍຕ້ອງເອົາໃຈ ໃສ່ຕໍ່ຫົວຂໍ້ ແລະ ວິທີການລັກສະນະຕົວຈິງຈາກຄະນະໂຄສະນາ-ອົບຮົມສູນກາງພັກ ທີ່ຖ່າຍທອດອອກເປັນບົດຮຽນ ບໍ່ວ່າຈະເປັນການຂີດຂຽນ, ການຮຽນຮູ້ທັກສະໃນການສະແດງອອກໃນການໂຄສະນາດ້ວຍການປາກເວົ້າຢ່າງມີຫຼັກການ, ພື້ນຖານຕົ້ນຕໍແມ່ນຫັນເອົາທິດສະດີຂອງພັກເວົ້າລວມ, ເວົ້າສະເພາະໃນຂົງເຂດໄອຍະການຕ້ອງຮູ້ຈັກນໍາເອົາບັນດາແນວທາງ - ແຜນນະໂຍບາຍຂອງພັກ - ລັດ, ບັນດານິຕິກໍາຂອງອົງການໄອຍະການປະຊາຊົນກໍານົດອອກ ແລະ ນໍາເອົາບັນດາ 6 ແຜນງານ, 27 ໂຄງການ ແລະ 104 ກິດຈະກໍາໃນແຕ່ລະຂົງເຂດເຂົ້າສູ່ວຽກຕົວຈິງໃຫ້ເກີດມີຜົນສໍາເລັດ ນີ້ກໍແມ່ນວຽກໂຄສະນາທີ່ພວກສະຫາຍຈະຕ້ອງນໍາໄປຈັດຕັ້ງເຊື່ອມຊຶມ, ເຜີຍແຜ່ໃຫ້ພະນັກງານ, ສະມາຊິກພັກໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ.
(ຂ່າວ: ຍຸພິນທອງ)

ຄໍາເຫັນ