ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ

ກະຊວງສາທາລະນະສຸກ ມອບເຄື່ອງເອັກສະເລ ຊອກຫາພະຍາດວັນນະໂລກ ໃຫ້ໂຮງໝໍເມືອງໂຂງ
ພິທີ ມອບ-ຮັບ ເຄື່ອງເອັກສະເລ (X-ray) ຊອກຫາພະຍາດວັນນະໂລກ ໃຫ້ແກ່ໂຮງໝໍເມືອງໂຂງ ຈຳນວນ 1 ຊຸດ ມູນຄ່າ 70,000 ໂດລາ ເພື່ອນຳໃຊ້ເຂົ້າໃນວຽກງານການແພດ ແລະ ເພີ່ມປະສິດທິພາບ ໃນການປິ່ນປົວສຸຂະພາບຂອງປະຊາຊົນ.
ກະຊວງສາທາລະນະສກ ມອບເຄອງເອກສະເລ ຊອກຫາພະຍາດວນນະໂລກ ໃຫໂຮງໝເມອງໂຂງ - image 1
 

ພິທີມອບ-ຮັບມີຂຶ້ນໃນວັນທີ 27 ສິງຫາຜ່ານມາ, ທີ່ ໂຮງໝໍເມືອງໂຂງ ກ່າວມອບໂດຍ ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ໂຮງໝໍເມືອງໂຂງ ກ່າວຮັບໂດຍ ທ່ານ ບຸນເນື່ອງ ສີລາຄົມ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງໂຂງ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າພະແນກສາທາລະນະສຸກແຂວງ, ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ການມອບ-ຮັບ ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ຖືເປັນກຳລັງແຮງ ແລະ ເປັນການກະຕຸກຊຸກຍູ້ຢ່າງແຂງແຮງ ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານກັ່ນກອງ, ບົ່ງມະຕິພະຍາດທາງລະບົບຫາຍໃຈ ກໍຄືພະຍາດວັນນະໂລກ ໃຫ້ມີຄວາມຊັດເຈນ, ວ່ອງໄວ ແລະ ທັນທ່ວງທີ; ທັງເປັນການຍົກລະດັບ ຂີດຄວາມສາມາດ ຂອງໂຮງໝໍຂັ້ນທ້ອງຖິ່ນ ໃຫ້ມີຄວາມພ້ອມໃນການບໍລິການປິນປົວ ແລະ ເບິ່ງແຍງສຸຂະພາບຂອງປະຊາຊົນ ຢູ່ເຂດເມືອງໂຂງໃຫ້ດີຂຶ້ນເປັນກ້າວໆ.

ກະຊວງສາທາລະນະສກ ມອບເຄອງເອກສະເລ ຊອກຫາພະຍາດວນນະໂລກ ໃຫໂຮງໝເມອງໂຂງ - image 2
 

ຫ້ອງການສາທາລະນະສຸກເມືອງໄດ້ລາຍງານໃຫ້ຮູ້ວ່າ: ຜ່ານມາການກວດພະຍາດວັນນະໂລກ ມີເປົ້າໝາຍທັງໝົດ 1,048 ຄົນ, ໃນນີ້ ປະຕິບັດໄດ້ 540 ຄົນ (ສ່ວນທີ່ຕ້ອງສືບຕໍ່ປະຕິບັດມີ 500 ກວ່າຄົນ), ຂຶ້ນທະບຽນປິ່ນປົວມີທັງໝົດ 159 ຄົນ (ໃນນີ້ ມີການຍົກຍ້າຍເຂົ້າຕື່ມ 3 ຄົນ), ກວດພົບເຊື້ອມີ 63 ຄົນ, ຜູ້ເຂົ້າຮັບການກິນຢາປ້ອງກັນ (TPT) ມີ 25 ຄົນ, ຜົນການລົງກວດຄົ້ນຫາຜູ້ຕິດເຊື້ອແບບແຂງແຮງ (ACF) ມີຜູ້ເຂົ້າຮ່ວມຮັບການກວດທັງໝົດ 126 ຄົນ (ຍິງ 67 ຄົນ), ໄດ້ຮັບການກວດກະເທິມີ 27 ຄົນ, ພົບເຊື້ອ 7 ຄົນ, ເຂົ້າຮັບການປິ່ນປົວ 23 ຄົນ. ວຽກງານການລົງຕິດຕາມຄົນເຈັບ ກິນຢາປິ່ນປົວວັນນະໂລກຕາມບ້ານໃນ 2 ສຸກສາລາມີ: ເຊໂຮງ (2 ບ້ານ) 8 ຄົນ; ໂພນສະອາດ (2 ບ້ານ) 2 ຄົນ ລວມທັງໝົດ 10 ຄົນ ທີ່ໄດ້ຮັບການຕິດຕາມຢ່າງໃກ້ຊິດ ເພື່ອຊຸກຍູ້ ຄົນເຈັບທີ່ຂາດຢາ ຫຼື ບໍ່ມາກິນຢາ ໃຫ້ໄດ້ສືບຕໍ່ ກິນຢາປິ່ນປົວ ຢ່າງຕໍ່ເນື່ອງ ແລະ ປົກກະຕິ.

ການໄດ້ຮັບເຄື່ອງເອັກສະເລຊຸດໃໝ່ນີ້ ຈະກາຍເປັນເຄື່ອງມືທີ່ສຳຄັນ ທີ່ຈະມາຊ່ວຍໃຫ້ທີມງານແພດ-ໝໍ ໂຮງໝໍເມືອງໂຂງ ສາມາດເລັ່ງກວດຄົ້ນຫາຜູ້ຕິດເຊື້ອວັນນະໂລກ ໄດ້ຢ່າງມີປະສິດທິພາບ ເພື່ອບັນລຸຕາມເປົ້າໝາຍ ທີ່ວາງໄວ້ໃນການລົບລ້າງພະຍາດວັນນະໂລກ ໃຫ້ໝົດໄປຈາກທ້ອງຖິ່ນ.

ຂ່າວ-ພາບ: ເມືອງໂຂງ

ຄໍາເຫັນ

ຂ່າວສາທະລະນະສຸກ

ສາທາລະນະສຸກ ເປີດຊຸດອົບຮົມສ້າງຄູຝຶກຂັ້ນສູນກາງ ດ້ານພະຍາດບໍ່ຕິດຕໍ່

ສາທາລະນະສຸກ ເປີດຊຸດອົບຮົມສ້າງຄູຝຶກຂັ້ນສູນກາງ ດ້ານພະຍາດບໍ່ຕິດຕໍ່

ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ໄດ້ເປີດຊຸດອົບຮົມສ້າງຄູຝຶກຂັ້ນສູນກາງ ດ້ານພະຍາດບໍ່ຕິດຕໍ່ (NCDs) ໃນການບໍລິການສາທາລະນະສຸກຂັ້ນຕົ້ນ ຂຶ້ນໃນລະຫວ່າງວັນທີ 25-27 ພະຈິກນີ້ ທີ່ ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຂອງທ່ານ ນາງ ສົມມະນາ ລັດຕະນະ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ໂດຍມີແພດ ແລະ ພະຍາບານຈາກໂຮງໝໍສູນກາງ ແລະ ໂຮງໝໍເມືອງໃນ 9 ເມືອງຂອງ ນວ, ພ້ອມດ້ວຍຊ່ຽວຊານພາຍໃນ ແລະ ຕ່າງ ປະເທດລວມທັງໝົດ 60 ທ່ານເຂົ້າຮ່ວມ.
ອັດຕະປື ເນັ້ນການໃຫ້ບໍລິການຢອດວັກຊິນໂປລິໂອເພື່ອປົກ​ປ້ອງ​ສຸ​ຂະ​ພາບ​ເດັກ​

ອັດຕະປື ເນັ້ນການໃຫ້ບໍລິການຢອດວັກຊິນໂປລິໂອເພື່ອປົກ​ປ້ອງ​ສຸ​ຂະ​ພາບ​ເດັກ​

ທ່ານ ຄຳໝັ້ນ ສີສະໝຸດ ຫົວໜ້າພະແນກສາທາລະນະສຸກແຂວງອັດຕະປື ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 18 ພະຈິກ 2026 ນີ້ວ່າ: ໃນປີ 2026 ແຂວງອັດຕະປືໄດ້ຈັດຕັ້ງການໃຫ້ບໍລິການຢອດວັກຊິນໂປລິໂອມາແລ້ວ 2 ຮອບ ໂດຍສາມາດບັນລຸຜົນໄດ້ດີ. ໃນນັ້ນ ຮອບທີ 1 ບັນລຸ 99% ແລະ ຮອບທີ 2 ບັນລຸ 101% ລື່ນແຜນການທີ່ກຳນົດໄວ້. ສຳລັບການໃຫ້ບໍລິການຢອດວັກຊິນໂປລິໂອໃນປັດຈຸບັນ ແມ່ນໄດ້ກຳນົດໃຫ້ເປັນກິດຈະກຳປົກກະຕິຂອງຂະແໜງສາທາລະນະສຸກ ໂດຍມີເປົ້າໝາຍສຳຄັນໃນການເພີ່ມອັດຕາການຄຸ້ມຄອງວັກຊິນໃຫ້ແກ່ເດັກນ້ອຍຢ່າງທົ່ວເຖິງ, ຫຼຸດຜ່ອນຄວາມສ່ຽງຈາກການແຜ່ລະບາດຂອງເຊື້ອພະຍາດ ພ້ອມທັງສ້າງຄວາມຮັບຮູ້ໃຫ້ພໍ່ແມ່ ແລະ ຜູ້ປົກຄອງ ເຫັນເຖິງຄວາມສຳຄັນຂອງການນຳພາລູກຫຼານໄປຮັບວັກຊິນຕາມກຳນົດ.
ໂຮງໝໍ 103 ແລະ ບໍລິສັດຈຳປາປະກັນໄພ ເຊັນສັນຍາຮ່ວມມືການບໍລິການປິ່ນປົວສຸຂະພາບ

ໂຮງໝໍ 103 ແລະ ບໍລິສັດຈຳປາປະກັນໄພ ເຊັນສັນຍາຮ່ວມມືການບໍລິການປິ່ນປົວສຸຂະພາບ

ເມື່ອບໍ່ດົນມານີ້ ທີ່ໂຮງໝໍສູນກາງ 103 ກອງທັບ, ໄດ້ເຊັນສັນຍາຮ່ວມມືການບໍລິການປິ່ນປົວສຸຂະພາບລະຫວ່າງໂຮງໝໍສູນກາງ 103 ກອງທັບ ແລະ ບໍລິສັດ ຈຳປາປະກັນໄພ ຈຳກັດ ໂດຍການລົງນາມຂອງ ສະຫາຍ ພົຈວ ສະແຫວງ ໄຊດາລາສາດ ອໍານວຍການຫົວໜ້າການທະຫານໂຮງໝໍສູນກາງ103 ກອງທັບ ແລະ ທ່ານ ເຂັມຄໍາ ອິນທະວົງ ຮອງອໍານວຍການບໍລິສັດຈຳປາປະກັນໄພຈຳກັດ, ມີຄະນະພັກ-ຄະນະອໍານວຍການໂຮງໝໍ, ຄະນະພະແນກພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.
ສາທາ ບໍລິການກວດສຸຂະພາບເຄື່ອນທີ່ ໃຫ້ພະນັກງານ-ລັດຖະກອນ ນັກຮຽນ-ຊາວໜຸ່ມ

ສາທາ ບໍລິການກວດສຸຂະພາບເຄື່ອນທີ່ ໃຫ້ພະນັກງານ-ລັດຖະກອນ ນັກຮຽນ-ຊາວໜຸ່ມ

ກະຊວງສາທາລະນະສຸກ ຮ່ວມກັບສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກິດຈະກຳ “ການບໍລິການກວດສຸຂະພາບເຄື່ອນທີ່ ໃຫ້ພະນັກງານ-ລັດຖະກອນຂອງ ສຊປລ, ພະນັກງານບໍານານ ແລະ ນັກຮຽນ-ຊາວໜຸ່ມ ຂຶ້ນໃນວັນທີ 12 ພະຈິກຜ່ານມາ ທີ່ ສຊປລ, ໃຫ້ກຽດນຳພາຕາງໜ້າຈາກກະຊວງສາທາລະສຸກ ໂດຍທ່ານ ໄພວັນ ແກ້ວປະເສີດ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ ພ້ອມດ້ວຍຄະນະ, ໂດຍມີຜູ້ຕາງໜ້າຈາກຫ້ອງການກະຊວງສາທາລະນະສຸກ, ຜູ້ອຳນວຍການໂຮງໝໍ, ພະນັກງານແພດໝໍ, ພະຍາບານ ຈາກໂຮງໝໍມະໂຫສົດ ແລະ ໃຫ້ກຽດເປັນປະທານເປີດພິທີ ໂດຍ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຮອງເລຂາ, ຄະນະກົມ, ພະນັກງານ ສຊປລ, ພະນັກງານບໍານານ, ບັນດາບໍລິສັດໃຕ້ຟ້າການແວ່ນຮັບກວດສາຍຕາ, ນັກຮຽນ-ຊາວໜຸ່ມ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະບໍລິຫານງານພັກສາທາລະນະສຸກ ຄັ້ງທີ 4 ສະໄໝທີ X

ກອງປະຊຸມຄົບຄະນະບໍລິຫານງານພັກສາທາລະນະສຸກ ຄັ້ງທີ 4 ສະໄໝທີ X

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 4 ສະໄໝທີ X ຈັດຂຶ້ນໃນວັນທີ 10 ພະຈິກຜ່ານມາ ທີ່ກະຊວງດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ນາງ ໃບຄໍາ ຂັດທິຍະ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງເລຂາຄະນະພັກ, ກໍາມະການປະຈໍາພັກ, ກໍາມະການຄະນະພັກກະຊວງ ແລະ ຄະນະຮັບຜິດ ຊອບ ເຂົ້າຮ່ວມ.
ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ສາທາ ເຊກອງ ທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ

ພະແນກສາທາລະນະສຸກແຂວງເຊກອງ ຈັດພິທີທຳລາຍສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ ຂຶ້ນໃນວັນທີ 5 ພະຈິກຜ່ານມາ, ທີ່ ພະແນກສາທາລະນະສຸກແຂວງ ໂດຍມີທ່ານ ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາ ລະນະສຸກແຂວງ, ມີຄະນະກຳມະການລົງກວດກາ ຕິດຕາມ ແລະ ຊຸກຍູ້ ພ້ອມດ້ວຍພະນັກງານຂະແໜງອາຫານ ແລະ ຢາ ເຂົ້າຮ່ວມ.
ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​

ສະມາຄົມແພດຕາລາວ ແລະ ສະມາຄົມວິຖີຊີວິດຊົນນະບົດແບບຍືນຍົງ ຮ່ວມກັບໂຮງໝໍແຂວງຈໍາປາສັກ ຈັດກິດຈະກຳຜ່າຕັດປິ່ນປົວແກ່ນຕາຂຸ້ນການກຸສົນ​ ໃນວັນທີ​ 31​ ຕຸລາ​ -​ 1 ພະຈິກ​ 2026​ ເພື່ອຟື້ນຟູສາຍຕາ, ເພີ່ມໂອກາດໃນການເບິ່ງເຫັນ ແລະ ຍົກລະດັບຄຸນນະພາບຊີວິດຂອງຜູ້ເປັນພະຍາດແກ່ນຕາຂຸ້ນ​ ໃຫ້ນັບມື້ດີຂຶ້ນ.
ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ໂຮງໝໍມິດຕະພາບ ສະຫຼອງວັນພະຍາດເສັ້ນເລືອດສາກົນ

ພະແນກລະບົບເສັ້ນເລືອດ ແລະ ສະໝອງ ໂຮງໝໍມິດຕະພາບ (150 ຕຽງ) ໄດ້ຈັດພິທີສະເຫຼີມ ສະຫຼອງວັນພະຍາດເສັ້ນເລືອດສາກົນ ພາຍໃຕ້ຫົວຂໍ້: ຮູ້ທັນ, ປ້ອງກັນໄດ້, ມາໂຮງໝໍໄວ ເປັນຫົວໃຈຂອງການປິ່ນປົວພະຍາດເສັ້ນເລືອດສະໝອງ ຈັດຂຶ້ນໃນວັນທີ 28 ຕຸລານີ້ ທີ່ໂຮງໝໍດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ, ມີທ່ານ ໃສສະຫວາດ ແກ້ວສົດໃສ ຫົວໜ້າພະແນກລະບົບປະສາດ ແລະ ສະໝອງ, ມີບັນດາຜູ້ໃຫ້ການສະໜັບສະໜູນ, ແພດໝໍ, ປະຊາຊົນ, ແຂກຖືກເຊີນເຂົ້າຮ່ວມ.
ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ອົງການກາແດງແຫ່ງຊາດລາວ ລົງຊ່ວຍເຫຼືອຜູ້ປະສົບໄພຢູ່ສະຫວັນນະເຂດ ແລະ ສາລະວັນ

ໃນລະຫວ່າງວັນທີ 20-23 ຕຸລາ ຜ່ານມາ, ທ່ານ ຄຳລາວັນ ຈັນທະລາວັນ ກໍາມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ໄດ້ນໍາພາຄະນະລົງມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກຍາກທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນ 11 ບ້ານຄື: ບ້ານດົງໝາກໄຟ, ຊຽງໄຄ, ດ້າງສະຫວັນ, ແກ້ງແວງ, ບຶງເຊ, ຫາດຊາຍສູງ, ກ້າງປາ, ຜັກເຜືອກ, ສະກອງ, ສົມສະອາດ ແລະ ຫ້ວຍແຮ່ຂອງເມືອງໄຊບູລີ ແຂວງສະຫວັນນະເຂດ ແລະ 7 ບ້ານຄື: ບ້ານດອນໝາກເກືອ, ໜອງແສງ, ດອນແດງ, ໂຮງສາຍທອງ, ນາໂພສີ, ປາກສະນົມ ແລະ ບ້ານປາກຕາພານ ຂອງເມືອງລະຄອນເພັງ ແຂວງສາລະວັນ ໂດຍໄດ້ລົງພື້ນທີ່ແຈກຢາຍຊຸດເຄື່ອງຈຳນວນ 10 ລາຍການເຊັ່ນ: ໝີ່, ປາກະປ໋ອງ, ເກືອ, ນ້ຳມັນພືດ, ເຂົ້າໜຽວ, ສະບູ, ຢາ ແລະ ແປງຖູແຂ້ວ, ຜ້າອະນາໄມ, ແຟັບ ແລະ ອື່ນໆເ ພື່ອແບ່ງເບົາຄວາມຫຍຸ້ງຍາກ ແລະ ຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນຈໍານວນ 266 ຄອບຄົວ, ລວມເປັນມູນຄ່າທັງໝົດ 327 ລ້ານກວ່າກີບ.
ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ຄໍາມ່ວນ ສະຫຼຸບວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026

ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຕ້ານເອດ ແລະ ພຕພ ປະຈໍາປີ 2026 ແລະ ຂໍການສະໜັບໜູນຈາກຄະນະກໍາມະການຕ້ານເອດຂັ້ນແຂວງ-ຂັ້ນເມືອງ ລວມເຖິງບັນດາຄູ່ຮ່ວມງານພາຍໃນແຂວງ ແລະ ທິດທາງແຜນການປີ 2027 ຢູ່ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ, ທີ່ ພະແນກສາທາ ລະນະສຸກແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັນ ເພັງໄຊ ຜູ້ຮັບຜິດຊອບ ແລະ ປະສານງານໂຄງການ AHF ປະຈໍາລາວ, ທ່ານ ບົວທອງ ສີມະໂນວົງ ຫົວໜ້າສູນຕ້ານເອດ ແລະ ພຕພ ກະຊວງສາທາ ລະນະສຸກ, ທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍຄູ່ຮ່ວມງານ ເຂົ້າຮ່ວມ.
ເພີ່ມເຕີມ