![]() |
ກອງປະຊຸມ ໄດ້ມີການເຜີຍແຜ່ຊຸດຜົນປະໂຫຍດທາງການແພດ ແລະ ທົບທວນຄືນ ກ່ຽວກັບນະໂຍບາຍຕາມກົດໝາຍ ວ່າດ້ວຍປະກັນສັງຄົມ ສະບັບປັບປຸງ ເພື່ອສ້າງຄວາມເຂົ້າໃຈທີ່ຖືກຕ້ອງກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງປະກັນສັງຄົມ ຊຶ່ງເປັນລະບົບທີ່ຊ່ວຍຫຼຸດຜ່ອນພາລະຄ່າໃຊ້ຈ່າຍຂອງປະຊາຊົນ ເມື່ອປະສົບບັນຫາດ້ານສຸຂະພາບ ຫຼື ເຫດການຕ່າງໆ ໃນຊີວິດເຊັ່ນ: ການເຈັບປ່ວຍ, ການເກີດລູກ, ການຂາດລາຍຮັບຈາກການເຮັດວຽກ ແລະ ການຮັບບຳນານ. ເຖິງວ່າການຊ່ວຍເຫຼືອອາດບໍ່ສາມາດກວມເອົາຄ່າໃຊ້ຈ່າຍໄດ້ທັງໝົດ ແຕ່ກໍເປັນຫຼັກປະກັນສຳຄັນທີ່ຊ່ວຍໃຫ້ປະຊາຊົນ ສາມາດຮັບມືກັບຄວາມຫຍຸ້ງຍາກໄດ້ດີຂຶ້ນ.
![]() |
ລະບົບປະກັນສັງຄົມໄດ້ມີການພັດທະນາຈາກການຄຸ້ມຄອງສະເພາະພະນັກງານລັດ ມາສູ່ການລວມເອົາພາກວິສາຫະກິດ ແລະ ຂະຫຍາຍໄປສູ່ພາກສະໝັກໃຈ ເພື່ອເປີດໂອກາດໃຫ້ປະຊາຊົນທົ່ວໄປສາມາດເຂົ້າຮ່ວມໄດ້. ໃນປັດຈຸບັນ ແຂວງຄໍາມ່ວນມີປະຊາກອນປະມານ 400,000 ກວ່າຄົນ, ແຕ່ມີຜູ້ເຂົ້າຮ່ວມລະບົບປະມານ 4 ໝື່ນກວ່າຄົນ. ຕົວເລກນີ້ສະທ້ອນວ່າ ຍັງມີປະຊາຊົນອີກຈຳນວນຫຼາຍທີ່ຄວນໄດ້ຮັບຂໍ້ມູນ ແລະ ໂອກາດເຂົ້າຮ່ວມ. ດັ່ງນັ້ນ, ຮຽກຮ້ອງໃຫ້ບັນດາພາກສ່ວນ, ອົງການປົກຄອງທ້ອງຖິ່ນ, ວິສາຫະກິດ ແລະ ພາກສ່ວນຕ່າງໆ ຮ່ວມກັນເຜີຍແຜ່ຂໍ້ມູນ ແລະ ຊຸກຍູ້ໃຫ້ປະຊາຊົນເຂົ້າໃຈສິດຜົນປະໂຫຍດຂອງຕົນ ພ້ອມທັງພິຈາລະນາເຂົ້າຮ່ວມລະບົບຕາມເງື່ອນໄຂທີ່ກຳນົດ.
ໃນກອງປະຊຸມ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄຳຄິດເຫັນ, ລາຍງານບັນຫາທີ່ພົບໃນການປະຕິບັດຜ່ານມາ ແລະ ສະເໜີແນວທາງປັບປຸງການບໍລິການໃນຕໍ່ໜ້າ. ຂ່າວ: ກອງຄໍາ


ຄໍາເຫັນ