![]() |
ໃນກອງປະຊຸມ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ມີຄໍາເຫັນວ່າ ການຄຸ້ມຄອງບໍລິຫານທີ່ດີ ຕ້ອງສ້າງຂຶ້ນບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈລະຫວ່າງລັດຖະບານ ແລະ ປະຊາຊົນ; ການມີສ່ວນຮ່ວມຢ່າງແທ້ຈິງ, ຄວາມໂປ່ງໃສ, ຄວາມຮັບຜິດຊອບ ແລະ ໂອກາດທີ່ສະເໝີພາບສຳລັບທຸກຄົນລວມທັງແມ່ຍິງ, ຊາວໜຸ່ມ, ຄົນພິການ ແລະ ປະຊາຊົນບັນດາເຜົ່າໃນເຂດຫ່າງໄກສອກຫຼີກ.
ທ່ານ ໂພໄຊ ໄຂຄຳພິທູນ ຍັງໄດ້ເຂົ້າຮ່ວມກອງປະຊຸມປະສານງານຂອງເຄືອຂ່າຍລັດຖະສະພາຂະບວນການບໍ່ຮ່ວມກຸ່ມ (NAM) ຊຶ່ງເປັນປະທານໂດຍ ທ່ານນາງ ຊາຮິບາ ກາຟາໂຣວາ ປະທານສະພາແຫ່ງຊາດອາແຊກໄບຊານ ເພື່ອປຶກສາຫາລືໃນຂອບການຮ່ວມມືຂອງອົງການດັ່ງກ່າວ ແລະ ເຂົ້າຮ່ວມກອງປະຊຸມການເສີມສ້າງບົດບາດການຕິດຕາມກວດກາຂອງລັດຖະສະພາ ຕໍ່ວຽກງານຊັບພະຍາກອນແຮ່ທາດທີ່ສຳຄັນ ເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ.
(ຂ່າວ: ຜູ້ແທນປະຊາຊົນ)

ຄໍາເຫັນ