![]() |
ທ່ານ ທະວີໄຊ ໄຊປະເສີດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ໄດ້ຂຶ້ນລາຍງານແຜນການ ອີງຕາມຕາມແຜນການຈັດຕັ້ງປະຕິບັດການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແລະ ແຜນການກໍ່ສ້າງຂອງບໍລິສັດແພງພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ຊຶ່ງ
ໂຄງການກໍ່ສ້າງທາງດັ່ງກ່າວລວມມີໜ້າວຽກຕົ້ນຕໍຄື: ກໍ່ສ້າງຮ່ອງລະບາຍນໍ້າຂ້າງທາງ-ທໍ່ລອດທາງ, ຊັ້ນໂຄງສ້າງທາງ, ໜ້າທາງປູດ້ວຍເບຕົງເສີມເຫຼັກໜາ 23 ຊມ, ລະບົບໄຟເຍືອງທາງ, ແຕ້ມເສັ້ນຈະລາຈອນ ແລະ ໜ້າວຽກອື່ນໆຕາມການອອກແບບ. ໄລຍະເວລາການກໍ່ສ້າງຕາມສັນຍາແມ່ນ 60 ເດືອນ (5 ປີ) ນັບແຕ່ມື້ເຊັນສັນຍາເປັນຕົ້ນໄປ. ປັດຈຸບັນ ບໍລິສັດຮັບເໝົາ ໄດ້ເລີ່ມວຽກກະກຽມ ແລະ ວັດແທກປັກຫຼັກໝາຍຂອບເຂດກໍ່ສ້າງ ພ້ອມທັງເກັບຜົນກະທົບສິ່ງກີດຂວາງຕ່າງໆ ເພື່ອລົງສົມທົບໄກ່ເກ່ຍຍົກຍ້າຍສິ່ງກີດຂວາງອອກຈາກແລວທາງໃນການອໍານວຍຄວາມສະດວກໃຫ້ແກ່ການກໍ່ສ້າງສໍາເລັດຜົນຕາມຄາດໝາຍແຜນການທີ່ຄາດໄວ້ດ້ວຍປະລິມານ ແລະ ຄຸນນະພາບຕາມມາດຕະຖານເຕັກນິກຂອງການອອກແບບ.
![]() |
ທ່ານ ນາງ ແພງພອນ ຂັນທະຍົງທອງ ກ່າວວ່າ: ໂຄງການກໍ່ສ້າງທາງໃນຄັ້ງນີ້ຈະເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາພື້ນຖານໂຄງລ່າງຂອງເມືອງໃຫ້ມີຄວາມເຂັ້ມແຂງ ແລະ ທາງບໍລິສັດຜູ້ຮັບເໝົາຈະເອົາໃຈໃສ່ຈັດຕັ້ງປະຕິບັດການກໍ່ສ້າງໃຫ້ສຳເລັດຕາມກຳນົດເວລາທີ່ໄດ້ລະບຸໄວ້ໃນສັນຍາຢ່າງເຂັ້ມງວດ, ໂດຍຈະເນັ້ນໃສ່ຄຸນນະພາບຂອງວັດສະດຸ ແລະ ເຕັກນິກການກໍ່ສ້າງໃຫ້ໄດ້ມາດຕະຖານຕາມແບບຜັງທີ່ກຳນົດ. ພ້ອມນັ້ນ, ໄດ້ເນັ້ນໜັກເຖິງຄວາມມຸ່ງໝັ້ນທີ່ຈະเລັ່ງການປະຕິ ບັດງານໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ໂດຍຮັກສາມາດຕະຖານດ້ານວິຊາການເຊັ່ນ: ການໃຊ້ເຫຼັກກ້າ ແລະ ວັດສະດຸກໍ່ສ້າງທີ່ມີຄຸນນະພາບໄດ້ມາດຕະຖານ ເພື່ອຮັບປະກັນຄວາມໝັ້ນຄົງທົນທານຂອງເສັ້ນທາງຄອນກຣີດດັ່ງກ່າວ ໃຫ້ສາມາດຮັບໃຊ້ພໍ່ແມ່ປະຊາຊົນໃນໄລຍະຍາວ.
![]() |
ການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກໃນຄັ້ງນີ້ ຍັງເປັນການຍົກລະດັບ ໃຫ້ພໍ່ແມ່ປະຊາຊົນໄດ້ນຳໃຊ້ໃນການເດີນທາງໄປມາຄ້າຂາຍຢ່າງສະດວກສະບາຍ ຈາກບ້ານຕໍ່ບ້ານຈາກເມືອງຕໍ່ເມືອງ ເຮັດໃຫ້ເສດຖະກິດພາຍໃນເມືອງນັບມື້ຂະຫຍາຍຕົວຂຶ້ນເລື້ອຍໆ.
(ຂ່າວ-ພາບ: ວັນເພັງ)



ຄໍາເຫັນ