![]() |
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການແນະນຳກ່ຽວກັບຈຸດປະສົງ, ຂອບເຂດ, ເປົ້າໝາຍ ແລະ ວິທີການນຳໃຊ້ສອງລະບົບດັ່ງກ່າວ ພ້ອມທັງການສາທິດ ແລະ ຕິດຕັ້ງລະບົບເພື່ອກຽມພ້ອມນຳໃຊ້. ນອກນີ້ ຍັງໄດ້ຮັບຟັງບົດຮຽນຈາກການທົດລອງນຳໃຊ້ລະບົບຢູ່ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ. ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນ ແລະ ຊັກຖາມຂໍ້ຂ້ອງໃຈ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ການຄຸ້ມຄອງ ກໍຄືການນຳໃຊ້ລະບົບໃຫ້ຖືກຕ້ອງ ແລະ ເກີດປະສິດທິຜົນ.
ທ່ານ ສາຍມະໂນລິນ ສິນບັນດິດ ໃຫ້ຮູ້ວ່າ: ການເປີດນຳໃຊ້ລະບົບ E-Tax Invoice ແລະ D-Filingໃນຄັ້ງນີ້ ແມ່ນການຜັນຂະຫຍາຍນິຕິກຳ ແລະ ນະໂຍບາຍຂອງພັກ- ລັດຖະບານ ໃນການພັດທະນາວຽກງານການເງິນໃຫ້ທັນສະໄໝ ໂດຍສຸມໃສ່ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານຂອງລັດໃຫ້ມີຄວາມວ່ອງໄວ, ມີປະສິດທິພາບ, ໂປ່ງໃສ ແລະ ສາມາດກວດສອບໄດ້.
ທ່ານກ່າວຕື່ມວ່າ: ການນຳໃຊ້ລະບົບ E-Tax Invoice ບໍ່ພຽງແຕ່ຊ່ວຍຫັນປ່ຽນວຽກງານການຈັດເກັບລາຍຮັບຂອງລັດໃຫ້ເປັນດິຈິຕອນເທົ່ານັ້ນ ແຕ່ຍັງຊ່ວຍອຳນວຍຄວາມສະດວກໃຫ້ຫົວໜ່ວຍທຸລະກິດ ໃນການຈັດການ ແລະ ຕິດຕາມກວດສອບຂໍ້ມູນບັນຊີໄດ້ຢ່າງເປັນລະບົບ ເຊິ່ງຈະປະກອບສ່ວນຍົກລະດັບການຄຸ້ມຄອງການເງິນຂອງພາກລັດໃຫ້ມີຄວາມທັນສະໄໝຍິ່ງຂຶ້ນ.
ຂ່າວ: ມະນີວອນ

ຄໍາເຫັນ