![]() |
ທ່ານ ປະເດີມພອນ ສົນທະນີ ໄດ້ກ່າວວ່າ: ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແມ່ນວຽກງານຍຸດທະສາດ ແລະ ບູລິມະສິດສຳຄັນຂອງພັກ-ລັດ, ມີເປົ້າໝາຍຫຼຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງ ກັບ ຊົນນະບົດ, ສ້າງຄວາມເຂັ້ມແຂງໃຫ້ຮາກຖານ ແລະ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ ໂດຍສອດຄ່ອງກັບທິດນຳ 3 ສ້າງ ແລະ ເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ.
ທ່ານ ກ່າວໃຫ້ຮູ້ອີກວ່າ: ອີງຕາມການປະເມີນທ້າຍປີ 2025 ທົ່ວປະເທດ ຍັງມີຄອບຄົວບໍ່ທັນພົ້ນທຸກ 189,792 ຄອບຄົວ, ກວມ 14.78%, ມີບ້ານບໍ່ພົ້ນທຸກ 2,173 ບ້ານ ແລະ ເມືອງບໍ່ພົ້ນທຸກ 66 ເມືອງ. ຕົວເລກເຫຼົ່ານີ້ ມັນຮຽກຮ້ອງໃຫ້ການຈັດຕັ້ງ ພັກ-ລັດ ຕ້ອງໄດ້ຍົກລະດັບການແກ້ໄຂບັນຫາດັ່ງກ່າວ ຂຶ້ນເປັນ "ວາລະແຫ່ງຊາດ" ທີ່ຈຳເປັນຮີບດ່ວນ ເພື່ອລະດົມກຳລັງແຮງລວມຂອງສັງຄົມ, ມີກຳນົດໄລຍະປະຕິບັດ ແຕ່ປີ 2027-2030 ໂດຍມີຄາດໝາຍສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 100,000 ຄອບຄົວ, ບ້ານພົ້ນທຸກຫຼາຍກວ່າ 1,000 ບ້ານ ແລະ ເມືອງພົ້ນທຸກຫຼາຍກວ່າ 25 ເມືອງ.
ສຳລັບແຂວງສາລະວັນ ມີຄອບຄົວບໍ່ພົ້ນທຸກ 6,065 ຄອບຄົວ, ກວມເອົາ 7.88%, ບ້ານບໍ່ພົ້ນທຸກ 123 ບ້ານ ແລະ ເມືອງບໍ່ພົ້ນທຸກ 3 ເມືອງ. ຄາດໝາຍສ້າງຄອບຄົວພົ້ນທຸກຫຼາຍກວ່າ 5,016 ຄອບຄົວ, ບ້ານພົ້ນທຸກຫຼາຍກວ່າ 100 ບ້ານ ແລະ ເມືອງພົ້ນທຸກຫຼາຍກວ່າ 2 ເມືອງ ເຊິ່ງໄດ້ກຳນົດເອົາ 5 ຈຸດສຸມສຳຄັນ ປະກອບມີ ການສ້າງອາຊີບ ແລະ ແຫຼ່ງລາຍຮັບໝັ້ນຄົງ ໂດຍຊຸກຍູ້ການຜະລິດກະສິກຳເປັນສິນຄ້າ; ການພັດທະນາໂຄງລ່າງຊົນນະບົດ ເຊັ່ນ: ເສັ້ນທາງ, ໄຟຟ້າ, ນ້ຳສະອາດ, ການສຶກສາ ແລະ ສາທາລະນະສຸກ; ການເສີມສ້າງການປົກຄອງທ້ອງຖິ່ນ; ການລະດົມແຫຼ່ງທຶນຈາກພາກລັດ, ທຸລະກິດ, ສັງຄົມ ແລະ ສາກົນ; ພ້ອມທັງປັບປຸງນິຕິກຳ, ກົນໄກຄຸ້ມຄອງ ແລະ ຖານຂໍ້ມູນຄວາມທຸກຍາກໃຫ້ທັນສະໄໝ.
ກອງປະຊຸມ ຍັງໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງ ຄະນະຮັບຜິດຊອບຈັດຕັ້ງປະຕິບັດ ວາລະແຫ່ງຊາດ; ແຜນປະຕິບັດງານ; ຄູ່ມືແນະນໍາ ການຈັດຕັ້ງປະຕິບັດແຜນປະຕິບັດງານ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ສະບັບເລກທີ 4901/ກສ, ລົງວັນທີ 20/10/2026; ການຈັດການແຫຼ່ງທຶນໃນການປະຕິບັດ ວາລະແຫ່ງຊາດ; ການສ້າງແຜນງົບປະມານແຫ່ງລັດ ປີ 2027-2030 ແຜນປະຕິບັດງານ ວາລະແຫ່ງຊາດ.
ການເຜີຍແຜ່ເອກະສານໃນຄັ້ງນີ້ ນັບເປັນກ້າວສຳຄັນໃນການສ້າງຄວາມເຂົ້າໃຈຮ່ວມ ແລະ ກຳນົດທິດທາງການປະຕິບັດຢ່າງເປັນລະບົບ ເພື່ອໃຫ້ທຸກພາກສ່ວນຮ່ວມກັນປະຕິບັດວຽກງານວາລະແຫ່ງຊາດໃຫ້ບັນລຸຄາດໝາຍ ແລະ ເກີດຜົນເປັນຮູບປະທຳ ໃນການພັດທະນາຊົນນະບົດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.
ພາບ-ຂ່າວ: ສ.ພະຈັນ

ຄໍາເຫັນ