![]() |
ພິທີມອບ-ຮັບ ໄດ້ຈັດຂຶ້ນໃນວັນທີ 17 ພະຈິກຜ່ານມາ, ທີ່ສະໂມສອນແຂວງສາລະວັນ, ໂດຍເປັນກຽດມອບຂອງ ທ່ານ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຕາງໜ້າຮັບໂດຍ ທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງສາລະວັນ, ມີຫົວໜ້າຄະນະຈັດຕັ້ງແຂວງ, ປະທານຄະນະກຳມະການປົກຄອງເມືອງ, ປະທານຄະນະກຳມະການປົກຄອງຕາແສງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວິສຸກ ພົມພິທັກ ໄດ້ກ່າວວ່າ: ການມອບອຸປະກອນໄອທີໃນຄັ້ງນີ້ ເປັນການປະກອບສ່ວນສຳຄັນໃນການຊຸກຍູ້ວຽກງານການສ້າງຕັ້ງຕາແສງ ແລະ ສ້າງເງື່ອນໄຂດ້ານວັດຖຸອຸປະກອນໃຫ້ແກ່ 38 ຕາແສງ ທົ່ວແຂວງສາລະວັນ ເພື່ອໃຫ້ສາມາດ ຜັນຂະຫຍາຍມະຕິ ແລະ ຄຳສັ່ງຕ່າງໆຂອງພັກ-ລັດ ລົງສູ່ປະຊາຊົນຢ່າງເປັນຮູບປະທຳ ແລະ ເຮັດໃຫ້ການເຄື່ອນໄຫວວຽກງານຢູ່ຂັ້ນຕາແສງສະດວກ, ວ່ອງໄວ ແລະມີປະສິດທິຜົນຫຼາຍຂຶ້ນ. ພ້ອມນີ້ ຍັງເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ຕ້ອງເອົາໃຈໃສ່ຈັດຕັ້ງຝຶກອົບຮົມວິທີການນຳໃຊ້ອຸປະກອນໃຫ້ຖືກຕ້ອງຕາມເຕັກນິກ, ພ້ອມທັງ ຖືເອົາການບຳລຸງຮັກສາ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ເປັນກົກ ເພື່ອໃຫ້ເຄື່ອງມືເຫຼົ່ານີ້ສາມາດຮັບໃຊ້ວຽກງານຂອງລັດໃນໄລຍະຍາວ.
ທ່ານ ປະເດີມພອນ ສົນທະນີ ຕາງໜ້າໃຫ້ອົງການປົກຄອງແຂວງສາລະວັນ ກ່າວສະແດງຄວາມຂອບໃຈ ຕໍ່ຄະນະຈັດຕັ້ງສູນກາງພັກ ທີ່ໄດ້ໃຫ້ການສະໜັບສະໜູນອຸປະກອນຮັບໃຊ້ໃນຄັ້ງນີ້ແລະນໍາເອົາອຸປະກອນຈຳນວນດັ່ງກ່າວ ໄປມອບໃຫ້ຕາມເປົ້າໝາຍ ເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ໃຫ້ເກີດປະໂຫຍດສູງສຸດ ເພື່ອຮັບໃຊ້ວຽກງານການສ້າງຕັ້ງ ແລະການເຄື່ອນໄຫວຂອງບັນດາຕາແສງ ໃຫ້ມີປະສິດທິຜົນ.
ພາບ-ຂ່າວ: ທິດລານີ ໂຄດໂຍທາ

ຄໍາເຫັນ