IMF ລະບຸໃນບົດລາຍງານທ່າອ່ຽງເສດຖະກິດໂລກ ປະຈຳເດືອນຕຸລາ 2026 ທີ່ມີຫົວຂໍ້ວ່າ “ການນຳທາງໃນໂລກທີ່ອ່ອນໄຫວຕໍ່ກັບວິກິດການ: ບົດຮຽນຈາກວິກິດການຄ່າຄອງຊີບ” ວ່າ: ການຊ່ວຍເຫຼືອທາງດ້ານການເງິນແບບເຈາະຈົງ ແລະ ຈຳກັດເວລາ ສາມາດຊ່ວຍຄົວເຮືອນທີ່ມີລາຍໄດ້ຕໍ່າຮັບມືກັບລາຄາສິນຄ້າຈຳເປັນທີ່ເພີ່ມຂຶ້ນ ໂດຍບໍ່ເຮັດໃຫ້ລັດຖະບານຕ້ອງແບກພາລະງົບປະມານຫຼາຍເກີນໄປ.
ມາດຕະການດັ່ງກ່າວຍັງຊ່ວຍຈັດສັນຊັບພະຍາກອນທີ່ຈຳກັດໃຫ້ໄປເຖິງຜູ້ທີ່ມີຄວາມຈຳເປັນຫຼາຍທີ່ສຸດ, ໃນຂະນະທີ່ລາຄາທີ່ເພີ່ມຂຶ້ນຍັງສືບຕໍ່ສະທ້ອນເຖິງການຂາດແຄນ ແລະ ກະຕຸ້ນໃຫ້ຜູ້ບໍລິໂພກຫຼຸດຜ່ອນການໃຊ້ຈ່າຍ ຫຼື ການບໍລິໂພກລົງ.
IMF ແນະນຳໃຫ້ລັດຖະບານອອກແບບການຊ່ວຍເຫຼືອໃຫ້ສອດຄ່ອງກັບຜົນກະທົບຈາກລາຄາທີ່ເພີ່ມຂຶ້ນຊົ່ວ ຄາວ, ພ້ອມທັງກຳນົດວັນສິ້ນສຸດມາດຕະການໄວ້ຢ່າງຈະແຈ້ງ, ໂດຍບໍ່ຄວນໃຊ້ງົບປະມານຊົດເຊີຍໃຫ້ແກ່ຄົວເຮືອນ ເພື່ອຮອງຮັບລາຄາສິນຄ້າທີ່ປັບຕົວຂຶ້ນຢ່າງຖາວອນ.
ຫາກລັດຖະບານຕ້ອງການຂະຫຍາຍກຸ່ມຜູ້ໄດ້ຮັບຜົນປະໂຫຍດ, ຄວນກຳນົດລະດັບການຊ່ວຍເຫຼືອໃຫ້ສອດ ຄ່ອງກັບຜົນກະທົບ ໂດຍສະເລ່ຍຕໍ່ຄົວເຮືອນທີ່ມີລາຍໄດ້ຕໍ່າຈາກລາຄາສິນຄ້າທີ່ເພີ່ມຂຶ້ນ.
ຂໍ້ສະເໜີຂອງ IMF ມີຂຶ້ນຫຼັງຈາກຫຼາຍປະເທດປະເຊີນກັບລາຄາສິນຄ້າທີ່ຈຳເປັນເພີ່ມຂຶ້ນຢ່າງໄວວາໃນໄລຍະ 5 ປີທີ່ຜ່ານມາ, ລວມທັງອາຫານ, ໄຟຟ້າ ແລະ ນໍ້າມັນເຊື້ອໄຟ ຊຶ່ງເຮັດໃຫ້ຄ່າໃຊ້ຈ່າຍຂອງຄົວເຮືອນເພີ່ມຂຶ້ນ ແລະ ໃນບາງປະເທດສົ່ງຜົນກະທົບຕໍ່ສະຖຽນລະພາບທາງເສດຖະກິດທີ່ກວ້າງຂວາງ.
IMF ລະບຸວ່າ: ຜົນກະທົບຂອງອັດຕາເງິນເຟີ້ອາດຈະຍັງຄົງຢູ່ເຖິງແມ່ນວ່າລາຄາພະລັງງານ ແລະ ອາຫານໄດ້ຫຼຸດລົງຈາກຈຸດສູງສຸດ, ໂດຍຄາດຄະເນວ່າອັດຕາເງິນເຟີ້ສ່ວນບຸກຄົນອາດຈະຍັງຄົງຢູ່ເໜືອລະດັບກ່ອນວິກິດການເປັນເວລາຫຼາຍປີ, ໃນຂະນະທີ່ຄ່າແຮງງານທີ່ແທ້ຈິງທີ່ຫຼຸດລົງຈະເຮັດໃຫ້ອຳນາດການຊື້ຂອງຄົວເຮືອນຫຼຸດລົງຕື່ມອີກ.
ທ່າມກາງເສດຖະກິດທີ່ປະເຊີນກັບຄວາມສ່ຽງທີ່ເພີ່ມຂຶ້ນຈາກຜົນກະທົບເຫຼົ່ານີ້, IMF ແນະນຳໃຫ້ລັດຖະບານເສີມສ້າງລະບົບການປົກປ້ອງທາງສັງຄົມຕັ້ງແຕ່ກ່ອນເກີດວິກິດການ. ເພື່ອໃຫ້ສາມາດຈັດຕັ້ງປະຕິບັດມາດຕະການຊ່ວຍ ເຫຼືອທີ່ມີປະສິດທິພາບຫຼາຍຂຶ້ນໃນກໍລະນີສຸກເສີນ ແລະ ຍັງມີງົບປະມານພຽງພໍທີ່ຈະຮັບມືກັບຄວາມສ່ຽງຮອບໃໝ່.
ຄໍາເຫັນ