ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ: ນະວັດຕະກໍາຕ້ອງກາຍເປັນວິທີພັດທະນາ ແລະ ເປັນກຳລັງໜູນຂອງການເຕີບໂຕເສດຖະກິດທັງໝົດຢ່າງແທ້ຈິງ, ສ້າງສະມັດຖະພາບ, ມູນຄ່າເພີ່ມ, ຜະລິດຕະພັນ, ຂະແໜງອາຊີບ ແລະ ຕະຫຼາດໃໝ່... ສະນັ້ນ, ໃນໄລຍະທີ່ຈະມາເຖິງ ຕ້ອງພັດທະນາລະບົບນິເວດນະວັດຕະກຳແຫ່ງຊາດ ຕາມທິດຄົບຊຸດ, ແທດຈິງ ແລະ ມີປະສິດທິຜົນ.
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສົມທົບກັບກະຊວງການເງິນ, ກະຊວງສຶກສາ ແລະ ບຳລຸງສ້າງ, ກະຊວງອຸດສາຫະກຳການຄ້າ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຈົ່ງຮີບຮ້ອນກວດກາຄືນ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດດ້ານລະບອບລະບຽບການ ແລະ ສ້າງເງື່ອນໄຂໃຫ້ດີທີ່ສຸດໃຫ້ແກ່ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ. ຜັນຂະຫຍາຍການປະຕິບັດບັນດານະໂຍບາຍຢ່າງຄົບຊຸດໃນການຊຸກຍູ້ການສະໜອງ ແລະ ຄວາມຕ້ອງການດ້ານເຕັກໂນໂລຊີ, ເພີ່ມທະວີການສັ່ງຄົ້ນຄວ້າອີງຕາມຄວາມຕ້ອງການຂອງວິສາຫະກິດ.
ຄໍາເຫັນ