ຂ່າວລະບຸວ່າ: ຫວ່າງມໍ່ໆມານີ້ເກີດໄຟປ່າ ແລະ ໝອກຄວັນຢູ່ຫຼາຍທ້ອງຖິ່ນຂອງອິນໂດເນເຊຍຢ່າງຕໍ່ເນື່ອງ, ເຮັດໃຫ້ຄຸນນະພາບອາກາດຢູ່ບາງທ້ອງຖິ່ນເຖິງຂັ້ນ “ອັນຕະລາຍ”. ໝອກຄວັນຍັງໄດ້ສົ່ງຜົນກະທົບເຖິງປະເທດອ້ອມຂ້າງ, ຫວ່າງມໍ່ໆມານີ້ ສິງກະໂປ ແລະ ນະຄອນຫຼວງກົວລະລຳເປີ ຂອງມາເລເຊຍ ໄດ້ກາຍເປັນສະຖານທີ່ທີ່ມີມົນລະພິດທາງອາກາດໜັກໜ່ວງທີ່ສຸດໃນໂລກ.
ບັນຫາໝອກຄວັນຂ້າມຊາຍແດນໄດ້ສົ່ງຜົນກະທົບເຖິງປະເທດໃນອາຊີຕາເວັນອອກສ່ຽງໃຕ້ມາເປັນເວລາຫຼາຍປີແລ້ວ. ຢູ່ບາງທ້ອງຖິ່ນຂອງອາຊີຕາເວັນອອກສ່ຽງໃຕ້ໄດ້ຈູດປ່າເຮັດໄຮ່ມາເປັນເວລາດົນນານເພື່ອປູກຕົ້ນປາມ ແລະ ການປູກຝັງອື່ນໆ, ການຂຸດຄອງ ແລະ ລະບາຍນ້ຳອອກຈາກພື້ນທີ່ດິນພຸ ຊຶ່ງໄດ້ເພີ່ມຄວາມສ່ຽງໃຫ້ເກີດໄຟປ່າ ແລະ ການລຸກລາມຂອງອັກຄີໄພ. ຍ້ອນໄດ້ຮັບກະທົບຈາກປະກົດການແອວນີໂຢ, ລະດູແລ້ງປີນີ້ໄດ້ແກ່ຍາວເປັນເວລາດົນ ແລະ ແຫ້ງແລ້ງເກີນປົກກະຕິ ຊຶ່ງນຳໄປສູ່ການສູນເສຍຄວາມຊຸ່ມຢ່າງຫຼວງຫຼາຍຂອງພືດໜ້າດິນ ແລະ ຊັ້ນດິນພຸ ເຮັດໃຫ້ຕິດໄຟໄດ້ງ່າຍເມື່ອມີແຫຼ່ງກຳເນີດໄຟ.
ຄໍາເຫັນ