![]() |
ກອງປະຊຸມ ທ່ານ ເຕັງເມັ້ງ ຢາງລືໄຊ ໄດ້ກ່າວວ່າ: ການເປີດການສຳພາດແຮງງານ ເພື່ອໄປເຮັດວຽກຢູ່ ສ ເກົາຫຼີ ຕາມລະດູການໄລຍະ 8 ເດືອນ ໄດ້ຄັດເອົາຄົນທີ່ມີມາດຖານເງື່ອນໄຂ ເປັນຕົ້ນແມ່ນຄົນທີ່ມີສຸຂະພາບແຂງແຮງດີ ສາມາດເຮັດວຽກໄດ້, ຕ້ອງຍືດໝັ້ນປະຕິບັດສັນຍາກັບບໍລິສັດທີ່ຕົນເອງເຮັດວຽກ ເພື່ອໃຫ້ສະດວກເວລາມີບັນຫາເກີດຂຶ້ນກັບຜູ້ກ່ຽວ, ການເປີດສຳພາດແຮງງານຄັ້ງນີ້ແມ່ນມີແຮງງານມາລົງທະບຽນທັງໝົດ 83 ຄົນ, ຍິງ 35 ຄົນ, ໃຊ້ເວລາໃນການສຳພາດແມ່ນ 1 ວັນ ໃຫ້ສຳເລັດ, ຈາກນັ້ນທ່ານ ແສງພະຈັນ ມະນີວົງ ຕາງໜ້າບໍລິສັດສົງເສີ່ມແຮງງານລາວ ກໍໄດ້ຂຶ້ນແນະນຳ ຂໍ້ມູນຕ່າງໆຜ່ານມາດຖານເງື່ອນໄຂ, ສະຫວັດດີການ ແລະ ຄ່າຕອບແທນຂອງແຮງງານຕາມລະດູການ ກ່ອນທີ່ຈະໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ຕ້ອງເປັນຄົນທີ່ມີສຸຂະພາບແຂງແຮງດີ, ສາມາດຊຳລະຄ່າໃຊ້ຈ່າຍດ້ວຍຕົນເອງ, ຕ້ອງມີໂທລະສັບເພື່ອໃຊ້ລົງທະບຽນຢູ່ ສ ເກົາຫຼີ, ສາມາດຂຽນ ແລະ ອ່ານພາສາລາວໄດ້, ບໍ່ເປັນໂລກຕ້ອງຫ້າມ, ບໍ່ມີສານເສບຕິດ, ບໍ່ມີຄະດີ, ບໍ່ຈຳກັດປະເພດ ຍິງ-ຊາຍສາມາດໄປໄດ້ ອາຍຸ 25-40 ປີ ( ສໍາລັບຜູ້ອາຍຸ 41 ຫາ 45 ປີ ຖ້າມີສຸຂະພາບແຮງແຂງດີທາງບໍລິສັດມີນະໂຍບາຍສາມາດໃຫ້ໄປໄດ້) ສຳລັບໜ້າວຽກແມ່ນ: ວຽກກະສິກຳກະເສດ ປູກໝາກແຕງ ( ໃຊ້ໄລຍະເວລາ 8 ເດືອນ).
ໂອກາດດຽວກັນນີ້, ທ່ານ ຈີ້ທ່າວ ຊົ້ງເຢີ ກຳມະການພັກເມືອງ ກໍ່ໄດ້ມີຄຳເຫັນໂອ້ລົມ ຕໍ່ແຮງງານທີ່ຈະໄປເຮັດວຽກຢູ່ ສ ເກົາຫຼີ ໃຫ້ທຸກຄົນມີຄວາມພ້ອມໃນການເຮັດວຽກ, ຕ້ອງປະຕິບັດຕາມສັນຍາ, ປະຕິບັດຕາມໂມງເວລາທີກຳນົດໄວ້, ເຮັດວຽກຕາມໜ້າທີ່ ຕົນເອງຮັບຜິດຊອບ, ຕ້ອງຊື່ສັດສຸຈະລິດ, ຖ້າຫາກວ່າເກີດມີບັນຫາ ໃຫ້ປຶກສາກັບບໍລິສັດຈັດຫາງານທີ່ສົ່ງທ່ານໄປມີຕົວແທນຢູ່ ສ ເກົາຫຼີ ໃຫ້ການຊ່ວຍເຫຼືອ, ພ້ອມນີ້ທ່ານຍັງໄດ້ເນັ້ນໜັກຕໍ່ບັນດາແຮງງານຢູ່ເມືອງໝື່ນທີ່ຈະໄປເຮັດວຽກຢູ່ ສ ເກົາຫຼີ ທຸກຄົນຕ້ອງໃຫ້ມີຫຼັກໝັ້ນໄປເຮັດວຽກມາແລ້ວບໍ່ຄວນເອົາບັນຫາມາສູ່ຄອບຄົວ, ທຸກໆຄົນຕ້ອງມາດ້ວຍຄວາມພ້ອມ, ມາສ້າງເສດຖະກິດຄອບຄົວໃຫ້ຈະເລີນຮຸງເຮືອງ.ພາບ-ຂ່າວ ນາງ ວັນນາ

ຄໍາເຫັນ