ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.

 

1. ສະພາບລວມຂອງເສັ້ນຊາຍແດນ ແລະ ລະບົບຄຸ້ມຄອງດ່ານທົ່ວປະເທດ

ສປປ ລາວ ມີເສັ້ນຊາຍແດນຕິດຈອດກັບ 5 ປະເທດເພື່ອນມິດ, ມີລວງຍາວທັງໝົດປະມານ 5,486,239 ກິໂລແມັດ ຊຶ່ງປະກອບມີເສັ້ນຊາຍແດນທາງບົກຍາວປະມານ 3,793,447 ກິໂລແມັດ ແລະ ທາງນໍ້າຍາວປະມານ 1,692,792 ກິໂລແມັດ. ລາຍລະອຽດມີດັ່ງນີ້:

ທິດຕາເວັນອອກຕິດກັບ ສສ ຫວຽດນາມ ມີລວງຍາວ 2,337,459 ກິໂລແມັດ;

ທິດເໜືອຕິດກັບ ສປ ຈີນ ມີລວງຍາວ 508,780 ກິໂລແມັດ;

ທິດຕາເວັນຕົກສ່ຽງເໜືອຕິດກັບ ສສ ມຽນມາ ມີລວງຍາວ 236 ກິໂລແມັດ;

ທິດຕາເວັນຕົກຕິດກັບ ຣາຊະອານາຈັກໄທ ມີລວງຍາວປະມານ 1,869 ກິໂລແມັດ;

ທິດໃຕ້ຕິດກັບ ຣາຊະອານາຈັກກຳປູເຈຍ ມີລວງຍາວປະມານ 535 ກິໂລແມັດ.

ໃນບັນດາ 5 ປະເທດດັ່ງກ່າວ, ສປປ ລາວ ໄດ້ສຳເລັດການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຢ່າງເປັນທາງການແລ້ວກັບ 3 ປະເທດ ຄື: ສປ ຈີນ, ສສ ມຽນມາ ແລະ ສສ ຫວຽດນາມ.

ນອກຈາກນີ້, ວຽກງານການຄຸ້ມຄອງດ່ານຊາຍແດນໃນຂອບເຂດທົ່ວປະເທດມາເຖິງປີ 2026 ມີທັງໝົດ 99 ດ່ານ ປະກອບມີ: ດ່ານສາກົນ 32 ດ່ານ, ດ່ານທ້ອງຖິ່ນ 18 ດ່ານ, ດ່ານປະເພນີ 49 ດ່ານ ແລະ ສະໜາມບິນສາກົນ 4 ແຫ່ງ. ໂຕເລກເຫຼົ່ານີ້ສະແດງໃຫ້ເຫັນເຖິງຄວາມພ້ອມໃນການເຊື່ອມໂຍງເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວລະຫວ່າງປະເທດຢ່າງເປັນລະບົບ.

2. ຜົນສຳເລັດອັນພົ້ນເດັ່ນໃນການປັກຫຼັກໝາຍຊາຍແດນກັບ 3 ປະເທດ

ສສ ຫວຽດນາມ: ບົນພື້ນຖານສົນທິສັນຍາສະບັບລົງວັນທີ 18 ກໍລະກົດ 1977, ສອງປະເທດໄດ້ຈັດຕັ້ງປະຕິບັດໂຄງການປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍສຳເລັດຢ່າງສົມບູນໃນປີ 2016 ໂດຍມີຫຼັກໝາຍລວມທັງໝົດ 1,002 ຫຼັກໝາຍ. ພ້ອມກັນນັ້ນ, ທັງສອງຝ່າຍຍັງໄດ້ຈັດຕັ້ງປະຕິບັດຂໍ້ຕົກລົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ວ່າດ້ວຍ ການແກ້ໄຂບັນຫາຍົກຍ້າຍຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນ ລາວ-ຫວຽດນາມ ໂດຍຝ່າຍລາວໄດ້ມອບສັນຊາດລາວໃຫ້ຄົນຫວຽດນາມ 6,199 ຄົນ ແລະ ຝ່າຍຫວຽດນາມໄດ້ມອບສັນຊາດຫວຽດນາມໃຫ້ຄົນລາວ 1,516 ຄົນຢ່າງເປັນຮູບປະທຳ;

ສປ ຈີນ: ການສຳຫຼວດ ແລະ ປັກຫຼັກໝາຍໄດ້ດຳເນີນການຢ່າງໂປ່ງໃສ ແລະ ຖືກຕ້ອງ. ຫຼັງຈາກການປັກຫຼັກໝາຍຮອບທຳອິດ, ສອງປະເທດໄດ້ຕົກລົງປັກຫຼັກໝາຍໃຫ້ຖີ່ເຂົ້າກວ່າເກົ່າແຕ່ປີ 2010 ຫາ 2012 ຈົນມີຫຼັກໝາຍລວມທັງໝົດ 104 ຫຼັກໝາຍ ຊຶ່ງຊ່ວຍໃຫ້ເສັ້ນຊາຍແດນມີຄວາມຊັດເຈນ ແລະ ຈະແຈ້ງຂຶ້ນຍິ່ງຂຶ້ນ;

ສສ ມຽນມາ: ໂດຍອີງຕາມຖະແຫຼງການຮ່ວມ ຝຣັ່ງ-ອັງກິດ ປີ 1896 ທີ່ນໍາໃຊ້ຄອງນໍ້າເລິກແມ່ນໍ້າຂອງເປັນເສັ້ນຊາຍແດນ, ສອງປະເທດໄດ້ປັກຫຼັກໝາຍສຳເລັດ 172 ຫຼັກໝາຍ (ຕັ້ງຢູ່ແຄມຝັ່ງເບື້ອງລະ 86 ຫຼັກໝາຍ). ພ້ອມດຽວກັນນັ້ນ, ສອງຝ່າຍຍັງມີກົນໄກຮ່ວມກັນສຳຫຼວດ ແລະ ບູລະນະສ້ອມແປງຫຼັກ ໝາຍທຸກໆ 5 ປີ ຊຶ່ງຄັ້ງຫຼ້າສຸດແມ່ນຄັ້ງທີ 6 ໃນປີ 2024.

3. ຄວາມຄືບໜ້າ ແລະ ບັນຫາທີ່ຕ້ອງສືບຕໍ່ແກ້ໄຂຂອງວຽກງານຊາຍແດນ ລາວ-ໄທ:

ສປປ ລາວ ແລະ ຣາຊະອານາຈັກໄທ ມີຊາຍແດນຮ່ວມກັນປະມານ 1,869 ກິໂລແມັດ (ຊາຍແດນທາງບົກປະມານ 763 ກິໂລແມັດ ແລະ ທາງນໍ້າປະມານ 1,106 ກິໂລແມັດ).

ຊາຍແດນທາງບົກ: ໄດ້ເລີ່ມຕົ້ນສຳຫຼວດ ແລະ ປັກຫຼັກໝາຍເລີ່ມແຕ່ວັນທີ 6 ພຶດສະພາ 1997. ມາຮອດປັດຈຸບັນສອງຝ່າຍສາມາດສຳເລັດການປັກຫຼັກໝາຍແລ້ວ 211 ຫຼັກໝາຍ, ເທົ່າກັບ 89% ຂອງລວງຍາວເສັ້ນຊາຍແດນທາງບົກ. ຢ່າງໃດກໍຕາມ, ຍັງມີ 14 ບໍລິເວນທີ່ຍັງຄົງຄ້າງທີ່ຍັງຈະຕ້ອງໄດ້ສືບຕໍ່ປຶກສາຫາລື (ພາກເໜືອ 6 ບໍລິເວນ ແລະ ພາກໃຕ້ຢູ່ແຂວງຈຳປາສັກ 8 ບໍລິເວນ).

ຊາຍແດນທາງນໍ້າ (ແມ່ນໍ້າຂອງ ແລະ ນໍ້າເຫືອງ): ສໍາລັບເສັ້ນຊາຍແດນຕາມລໍານໍ້າຂອງ ຝ່າຍລາວຢຶດໝັ້ນຕາມສົນທິສັນຍາ ແລະ ແຜນທີ່ ຝຣັ່ງ-ສະຫຍາມ ປີ 1929-1931, ໃນຂະນະທີ່ຝ່າຍໄທແມ່ນຍັງມີທັດສະນະທີ່ແຕກຕ່າງກັນ. ສ່ວນແມ່ນໍ້າເຫືອງ (ຍາວປະມານ 153 ກິໂລແມັດ), ຄະນະຜູ້ຊ່ຽວຊານສອງຝ່າຍຍັງຕ້ອງໄດ້ສືບຕໍ່ ປະສານງານ ແລະ ແກ້ໄຂດ້ວຍຄວາມລະມັດລະວັງ ແລະ ສັນຕິວິທີ.

4. ບາດກ້າວບຸກທະລຸໃນວຽກງານຊາຍແດນ ລາວ-ກຳປູເຈຍ:

ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ມີຊາຍແດນຮ່ວມກັນປະມານ 535 ກິໂລແມັດ. ພາຍຫຼັງການລົງນາມໃນສົນທິສັນຍາ ວ່າດ້ວຍການກຳນົດຊາຍແດນ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ ສະບັບລົງວັນທີ 13 ກຸມພາ 2023, ວຽກງານຊາຍແດນຂອງສອງປະເທດໄດ້ມີບັນຍາກາດໃໝ່ທີ່ດີຂຶ້ນ, ຜ່ອນຄາຍ ແລະ ມີຄວາມຄືບໜ້າຢ່າງຕັ້ງໜ້າ.

ໂດຍອີງໃສ່ "4 ຫຼັກການ"ໃນການກໍານົດເສັ້ນຊາຍແດນ ລະຫວ່າງ ລາວ-ກໍາປູເຈຍ ທີ່ໄດ້ຮັບຮອງໃນປີ 1995 (ເຊັ່ນ: ການອີງໃສ່ແຜນທີ່ອິນດູຈີນ ມາດຕາສ່ວນ 1:100,000 ພິມປີ 1933-1953, ຫຼັກການສາກົນ, ການຄຳນຶງເຖິງເຂດທີ່ປະຊາຊົນຄຸ້ມຄອງຕົວຈິງ ແລະ ຄວາມສະເໝີພາບຕ່າງຕອບສະ ໜອງຜົນປະໂຫຍດຊຶ່ງກັນ ແລະ ກັນ), ສອງຝ່າຍໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຢ່າງເປັນລະບົບ.

ການປັກຫຼັກໝາຍແບບໃໝ່: ສອງຝ່າຍໄດ້ຕົກລົງກັນປັກຫຼັກໝາຍຊາຍແດນແບບໃໝ່ທີ່ແໜ້ນ ໜາຖາວອນ ທົດແທນຫຼັກໝາຍເກົ່າ 121 ຫຼັກໝາຍ ແລະ ປັກເພີ່ມເຕີມອີກ 389 ຫຼັກໝາຍ ລວມເປັນ 510 ຫຼັກໝາຍ ຢູ່ໃນຕອນຊາຍແດນ 86% ທີ່ສອງຝ່າຍໄດ້ເປັນເອກະພາບກັນແລ້ວ. ມາຮອດເດືອນສິງຫາ 2026, ສອງຝ່າຍສາມາດກຳນົດຈຸດໄດ້ 375 ຫຼັກໝາຍ (ເທົ່າກັບ 73.52%) ແລະ ກໍ່ສ້າງເຊື່ອມຕໍ່ຫຼັກໝາຍສຳເລັດແລ້ວ 291 ຫຼັກໝາຍ (57.05%).

ການແກ້ໄຂບໍລິເວນທີ່ຍັງບໍ່ທັນເປັນເອກະພາບ: ຈາກ 7 ບໍລິເວນທີ່ຍັງຄົງຄ້າງ, ສອງຝ່າຍສາມາດແກ້ໄຂໄດ້ແລ້ວ 5 ບໍລິເວນ (ລວມມີ ບໍລິເວນລຳນໍ້າເຊລໍາເພົາ, ບໍລິເວນລຳແມ່ນໍ້າຂອງ, ບໍລິເວນທາງລົງເວີນຄາມ, ເສັ້ນທາງດົງກະລໍ ແລະ ບໍລິເວນຫ້ວຍໂສດ). ສ່ວນອີກ 2 ບໍລິເວນ ຄື: ບໍລິເວນຍອດເຊລໍາເພົາ ແລະ ບໍລິເວນເວີນຄາມ ຫຼື ກົກເດື່ອ ລວມທັງບໍລິເວນ 14% (ແກ້ງຕໍມໍຄອຍ-ຫ້ວຍຕະເງົາ) ທີ່ຍັງບໍ່ທັນໄດ້ສຳຫຼວດຢູ່ແຂວງອັດຕະປື ແລະ ຊຽງແຕງ ແມ່ນພວມສືບຕໍ່ປຶກສາຫາລື ແລະ ແກ້ໄຂເທື່ອລະກ້າວຕາມທິດຊີ້ນຳຂອງຂັ້ນເທິງ "ແກ້ແຕ່ຈຸດນ້ອຍຫາໃຫຍ່, ແຕ່ງ່າຍຫາຍາກ".

5. ທິດທາງໃນຕໍ່ໜ້າ: ແມ່ນຈະສືບຕໍ່ສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຕາມແຜນການ, ເລັ່ງລັດການກໍ່ສ້າງຫຼັກໝາຍໃນຈຸດທີ່ຕົກລົງກັນແລ້ວ, ສືບຕໍ່ເຈລະຈາແກ້ໄຂບໍລິເວນທີ່ຍັງຄົງຄ້າງຢ່າງປະດິດສ້າງ, ພ້ອມທັງສ້າງແຜນທີ່ເສັ້ນຊາຍແດນ ແລະ ອະນຸສັນຍາລະອຽດ ເພື່ອຮັບປະກັນໃຫ້ເສັ້ນຊາຍແດນຂອງ ສປປ ລາວ ກັບບັນດາປະເທດໃກ້ຄຽງ ມີຄວາມໝັ້ນຄົງ, ຍືນຍົງ ແລະ ເປັນບ່ອນອີງອັນໜັກແໜ້ນໃຫ້ແກ່ການພັດທະນາປະເທດຊາດໃນອະນາຄົດ.

(ຂ່າວ: ຄະນະກຳມະການຊາຍແດນ ກຕທ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດ ເບຍລາວ ຈັດກິດຈະກຳ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ບໍລິສັດ ເບຍລາວ ຈັດກິດຈະກຳ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ບໍລິສັດ ເບຍລາວ ຈຳກັດ ຮ່ວມກັບ ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກິດຈະບໍລິຈາກເລືອດ ຊ່ວຍເຫຼືອສັງຄົມຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສຳນັກງານໃຫຍ່ ບໍລິສັດ ເບຍລາວ ຈຳກັດ, ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສິດທິໄຊ ເກດຕະວົງ ອຳນວຍການຝ່າຍກິດຈະການ ອົງກອນ, ສັງຄົມ ແລະ ຄວາມຍືນຍົງ ເລຂາພັກຮາກຖານ ບໍລິສັດເບຍ ລາວ ຈຳກັດ, ທ່ານ ຄຳຈັນ ຈັນມະນີວົງ ຮອງຫົວໜ້າສະຖາບັນເລືອດແຫ່ງຊາດ, ທ່ານ ນາງ ວັນດາລີ ສຸວັນນະສຸກ ອຳນວຍການຝ່າຍກົດໝາຍ ແລະ ພົວພັນລັດຖະບານ ບໍລິສັດເບຍລາວ ຈຳກັດ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານ,ກຳມະກອນ ພາຍໃນບໍລິສັດ ເຂົ້າຮ່ວມ.
ນວກຽມຈັດສັນລະບຽບສະຖານທີ່ຈອດລົດ ຫຼຸດຄວາມແອອັດ ເພີ່ມຄວາມສະດວກໃຫ້ປວງຊົນ

ນວກຽມຈັດສັນລະບຽບສະຖານທີ່ຈອດລົດ ຫຼຸດຄວາມແອອັດ ເພີ່ມຄວາມສະດວກໃຫ້ປວງຊົນ

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ,ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ ແນໃສ່ຫຼຸດຜ່ອນຄວາມແອອັດ ແລະ ຍົກລະດັບການບໍລິການໃຫ້ຕອບສະໜອງຄວາມຕ້ອງການຂອງປະຊາຊົນ.
ສ້າງຄວາມເຂັ້ມແຂງຄະນະກຳມະການຄຸ້ມຄອງອິນເຕີເນັດ 18 ແຂວງ/ນະຄອນຫຼວງທົ່ວປະເທດ

ສ້າງຄວາມເຂັ້ມແຂງຄະນະກຳມະການຄຸ້ມຄອງອິນເຕີເນັດ 18 ແຂວງ/ນະຄອນຫຼວງທົ່ວປະເທດ

ໃນວັນທີ 12 ພະຈິກຜ່ານມານີ້ ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ, ກອງເລຂາຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສຳມະນາສ້າງຄວາມເຂັ້ມແຂງຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ 18 ແຂວງ/ນະຄອນຫຼວງ ທົ່ວປະເທດ ໂດຍການເປັນປະທານຂອງ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັັັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອງປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີບັນດາທ່ານຫົວໜ້າ - ຮອງຫົວໜ້າກົມ ແລະ ວິທະຍາກອນຈາກພາກສ່ວນກ່ຽວຂ້ອງຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ພ້ອມດ້ວຍບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງວ່າການ, ພະແນກ ແລະ ວິຊາການຈາກຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ 18 ແຂວງ/ນະຄອນຫຼວງເຂົ້າຮ່ວມຢ່າງພ້ອມພຽງ.
ມອບລາງວັນຮອນດາ ສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ປະຈຳປີ 2026

ມອບລາງວັນຮອນດາ ສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ປະຈຳປີ 2026

ສະ​ຖາ​ບັນ​ພັດທະນາ​ຊັບພະຍາກອນ​ມະນຸດ ລາວ-ຍີ່ປຸ່ນ (ສລຍ) ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ​ລາງວັນ​ຮອນ​ດາ ​ສຳລັບ​ນັກ​ວິທະຍາ​ສາດ ​ແລະ ວິສະວະກອນໜຸ່ມ (Honda Y-E-S Award) ປະຈຳປີ 2026 ຂຶ້ນໃນວັນ​ທີ 11 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ ໂດຍມີທ່ານ ສິນທະວອນ ດາລາວົງ ຜູ້ອຳນວຍການໃຫຍ່ ມຊ, ທ່ານ Dr ນາງ Nobuko Kayashima ຜູ້ອໍານວຍການບໍ ລິຫານມູນນິທິຮອນດາ ປະເທດຍີ່ປຸ່ນ, ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ (ສສກ), ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ, ອົງການ JICA ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ຄຳມ່ວນ ບົ່ງຕົວ, ແຕ່ງຕັ້ງ ຄະນະໜ່ວຍພັກຕຳຫຼວດກວດຄົນເຂົ້າ-ອອກເມືອງ

ດ່ານສາກົນຂົວມິດຕະພາບ 3 ຄຳມ່ວນ ບົ່ງຕົວ, ແຕ່ງຕັ້ງ ຄະນະໜ່ວຍພັກຕຳຫຼວດກວດຄົນເຂົ້າ-ອອກເມືອງ

ວັນທີ 11 ພະຈິກຜ່ານມາ, ທີ່ດ່ານສາກົນຂົວມິດຕະພາບ 3 ແຂວງຄຳມ່ວນ ໄດ້ຈັດພິທີປະກາດບົ່ງຕົວ, ແຕ່ງຕັ້ງ ຄະນະໜ່ວຍພັກຕຳຫຼວດກວດຄົນເຂົ້າ-ອອກເມືອງ ໂດຍການເປັນປະທານຂອງທ່ານ ພູຊະນະ ໄຊໂກສີ ເລຂາຄະນະພັກຮາກຖານ, ຫົວໜ້າດ່ານສາກົນຂົວມິດຕະພາບ 3 ແຂວງຄຳມ່ວນ, ມີທ່ານ ນິກອນ ພົມວົງສາ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ຕາງໜ້າຄະນະກວດກາພັກ-ລັດແຂວງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລາວໂທລະຄົມມະນາຄົມ ມະຫາຊົນສະຫຼອງ​ວັນ​ສ້າງ​ຕັ້ງ ຄົບຮອບ 30 ປີ

ລາວໂທລະຄົມມະນາຄົມ ມະຫາຊົນສະຫຼອງ​ວັນ​ສ້າງ​ຕັ້ງ ຄົບຮອບ 30 ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະ​ເຫຼີມສະຫຼອງ​ວັນ​ສ້າງ​ຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດລາວ​ໂທລະ​ຄົມ ຄົບຮອບ 30 ປີ (11/11/1996-11/11/2026) ຂຶ້ນໃນວັນທີ 11 ພະຈິກຜ່ານມາ ທີ່ໂຮງແຮມແລນມາກ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ປະທານສະພາຜູ້ຖືຮຸ້ນ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາຄະນະພັກ, ຄະນະອຳນວຍການໃຫຍ່ ແລະ ​ພະນັກງານ ລາວ​ໂທລະ​ຄົມ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຈຳນວນ 550 ທ່ານ ແລະ ລລທ ສາຂາແຂວງ ກໍສະເຫຼີມສະຫຼອງໄປພ້ອມໆກັນຈໍານວນ 2 ພັນກວ່າທ່ານ.
​ຫສປທ ເຜີຍແຜ່ ມະຕິກົມການເມືອງວ່າດ້ວຍເພີ່ມທະວີການນໍາພາ ແລະ ຍົກລະດັບວຽກງານສື່ມວນຊົນ ໃຫ້ກ້າວສູ່ຄຸນະພາບໃໝ່ ໃນຍຸກດີຈີຕອນ

​ຫສປທ ເຜີຍແຜ່ ມະຕິກົມການເມືອງວ່າດ້ວຍເພີ່ມທະວີການນໍາພາ ແລະ ຍົກລະດັບວຽກງານສື່ມວນຊົນ ໃຫ້ກ້າວສູ່ຄຸນະພາບໃໝ່ ໃນຍຸກດີຈີຕອນ

ໃນວັນທີ10 ພະຈິກ ຜ່ານມາ ທີ່ຫ້ອງງານລ້ຽງທໍານຽບປະທານປະເທດ ຫ້ອງວ່າການສໍານັກງານປະທານປະເທດ ໄດ້ຈັດພິທີເຜີຍແຜ່ ມະຕິກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ວຽກງານສື່ມວນຊົນ ໃນໄລຍະໃໝ່ ສະບັບເລກທີ 76/ກມສພ, ລົງວັນທີ 30 ຕຸລາ 2026, ເພື່ອຮັບປະກັນໃຫ້ສື່ມວນຊົນລາວ ປະຕິບັດບົດບາດເປັນກະບອກສຽງອັນແຫຼມຄົມຂອງພັກ, ລັດ ແລະ ສັງຄົມ ໃຫ້ມີຄວາມທັນສະໄໝ, ວ່ອງໄວ ແລະ ທັນການ ຊຶ່ງໃຫ້ກຽດເຜີຍແຜ່ ໂດຍທ່ານນາງ ຟອງສະໝຸດ ອັນລາວັນ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ເຂົ້າຮ່ວມຮັບຟັງ ມີຄະນະພັກ, ຄະນໍາ, ພະນັກງານ-ລັດຖະກອນ.
ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ຂັ້ນນຳພາ-ບັນຊາ ປກສ ແຂວງຄຳມ່ວນ

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ຂັ້ນນຳພາ-ບັນຊາ ປກສ ແຂວງຄຳມ່ວນ

ພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດຂັ້ນນຳພາ-ບັນຊາ ທີ່ຂຶ້ນກັບ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ, ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງທ່ານ ພົຕ ຄອນສະຫວັນ ສົມພາໄຊ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ພົຈວ ເຄນທະວີໄຊ ເພັດພະນາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ທ່ານ ພົຈວ ຈັນໄຊ ນັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ນາຍຕຳຫຼວດຫຼັກແຫຼ່ງ ເຂົ້າຮ່ວມ.
ປາກຊັນ ສະຫຼອງ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນພະຍາດສັດ

ປາກຊັນ ສະຫຼອງ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນພະຍາດສັດ

ພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ (3 ພະຈິກ) ແລະ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ) ຢູ່ເມືອງ ປາກຊັນ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2026ທີ່ ຫ້ອງການບ້ານ ປາກປຶງ ຕາແສງໄຊຈະເລີນ ເມືອງ ປາກຊັນ ແຂວງ ບໍລີຄຳໄຊ ການ​ເຂົ້າ​ຮ່ວມຂອງທ່ານ ສຸລິຈັນ ທ່ຽງຈັນໄຊ ຮອງປະທານຄະນະກຳມະການປົກຄອງເມືອງ ປາກຊັນ, ທ່ານ ວຽງແກ້ວ ໄຊພັກດີ ຮອງຫົວໜ້າພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ ບໍລິຄຳໄຊ,ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ