![]() |
ສະຫາຍ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ລາຍງານໃນກອງປະຊຸມໃຫຍ່ສະມາຊິກພັກຂອງ ຫສປທ ວ່າ: ການນໍາພາຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ຊ່ວຍວຽກການນໍາຂັ້ນສູງ, ຄະນະພັກຄະນະນຳ ແລະ ພະນັກງານ-ລັດຖະກອນ ໄດ້ຕັ້ງໜ້າເຄື່ອນໄຫວວຽກງານການເມືອງແນວຄິດ, ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຢ່າງຕັ້ງໜ້າ, ໄດ້ສຳເລັດການປົກຄອງ, ຈັດປະເພດ ແລະ ຈັດເກັບຮັກສາວັດຖຸຊາກປະເພດຕ່າງໆຢ່າງເປັນລະບົບ ພ້ອມທັງເຄື່ອນໄຫວວຽກງານມູນນິທິຊັ້ນສູງ ຕາມແຜນການທີ່ກຳນົດ, ວຽກງານປົກປັກຮັກສາ ແລະ ປັບປຸງໂຄງລ່າງພື້ນຖານຂອງທໍານຽບປະທານປະເທດ ໄດ້ສຸມໃສ່ປົວແປງ, ບູລະນະ ແລະ ຍົກລະດັບໂຄງລ່າງພື້ນຖານພາຍໃນສຳນັກງານປະທານປະເທດ ໃຫ້ມີຄວາມສະອາດ, ງາມຕາ ແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ເພີ່ມທະວີການປະສານສົມທົບກັບບັນດາຂະແໜງ ການທີ່ກ່ຽວຂ້ອງ ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານດັ່ງກ່າວ ດຳເນີນໄປຢ່າງຮຽບຮ້ອຍ ແລະ ມີປະສິດທິຜົນສູງສຸດ, ວຽກງານຫັນເປັນທັນສະໄໝ ແລະ ບໍລິຫານວົງການຂອງລັດ (E-Office), ໄດ້ນຳພາການຄຸ້ມຄອງ-ບໍລິຫານ ພາຍໃນ ຫສປທ ດ້ວຍການຫັນເປັນທັນສະໄໝ ໂດຍການຍົກລະດັບລະບົບໄອທີ ເຊັ່ນ: ຈາກ Word Press ມາເປັນ G-Web Platform ຂອງລັດຖະບານ, ໄດ້ນຳໃຊ້ລະບົບຄວບຄຸມວົງຈອນປິດ, ສົມທົບກັບບໍລິສັດລາວໂທລະຄົມ ແລະ ລາວເທເລຄອມ ໃນການຍົກຍ້າຍຕູ້ອອກ ພ້ອມທັງເຊື່ອມຕໍ່ລະບົບ E-Office ຢ່າງຮອບດ້ານ ເຊັ່ນ: ລະບົບວຽກເອກະສານ, ລະບົບຈັດຕັ້ງມະຫາຊົນ, ລະບົບສື່ສານ G-Chat, G-Share ແລະ ລະບົບປະຊຸມທາງໄກ (Video Conference), ວຽກງານພົວພັນຕ່າງປະເທດ, ຄະນະພັກ ຫສປທ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານພົວພັນຕ່າງປະເທດ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດ ຢ່າງຕັ້ງໜ້າ, ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ປະສານສົມທົບກັບກະຊວງການຕ່າງປະເທດຢ່າງໃກ້ຊິດ ແລະ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອແລກປ່ຽນບົດຮຽນນຳກັນ, ວຽກນະໂຍບາຍ ແລະ ແຂ່ງຂັນຍ້ອງຍໍ ນະໂຍບາຍສະຫວັດດີການ: ໄດ້ປະຕິບັດນະໂຍບາຍຕໍ່ພະນັກງານ-ລັດຖະກອນຢ່າງເປັນທຳ ເຊັ່ນ: ນະໂຍ ບາຍເຈັບເປັນ, ເກີດລູກ, ເສຍຊີວິດ ພ້ອມທັງຍ້ອງຍໍຜົນງານດ້ານຕ່າງໆ ຢ່າງເປັນປົກກະຕິ ແລະ ໄດ້ເອົາໃຈໃສ່ການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ ໄດ້ນຳພາ-ຊີ້ນຳ, ຕິດຕາມ ແລະ ຊຸກຍູ້ໃຫ້ບັນດາອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ, ແມ່ຍິງ, ສະຫະພັນກຳມະບານ) ເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງເປັນປົກກະຕິ.
![]() |
ຜ່ານການຈັດຕັ້ງປະຕິບັດ, ບັນດາອົງການຈັດຕັ້ງມະຫາຊົນ ໄດ້ມີຜົນງານພົ້ນເດັ່ນໃນຫຼາຍດ້ານ ເຊັ່ນ: ການປະເມີນກົມກອງ ແລະ ບຸກຄົນ ເຮັດໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນຂຶ້ນເລື້ອຍໆ.


ຄໍາເຫັນ