ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​

ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ ດີໃຈທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນອາຊຽນ ປີ​ 2026​
ທ່ານ​ ນາງ​ ຫວັ່ງພະໄທ ໄຊຍະປັນຍາ​ ສະມາຊິກສະມາຄົມນັກທຸລະກິດແມ່ຍິງແຂວງຈໍາປາສັກ​ ເປັນ​ 1​ ໃນ​ 4​ ນັກທຸລະກິດແມ່ຍິງແຂວງຈໍາປາສັກ ທີ່ໄດ້ຮັບລາງວັນເຄືອຂ່າຍຜູ້ປະກອບການຍິງດີເດັ່ນ​ ອາຊຽນ ຫຼື​ ASEAN Entrepreneurs​ Women Award ປີ​ 2026​ ເຊິ່ງຈັດຂຶ້ນ​ໂດຍເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຫຼື​ ASEAN Women Entrepreneurs Network. ພິທີມອບ​ -​ ຮັບ ລາງວັນດັ່ງກ່າວ​ ຈັດຂຶ້ນ​ໃນວັນທີ 2 ຕຸລາ 2026 ທີ່ຜ່ານມາ ຢູ່ໂຮງແຮມ ອາມາລີ​ນະຄອນຫຼວງວຽງຈັນ ສປປ ລາວ.​ ໃຫ້ກຽດ​ມອບໂດຍ​ ທ່ານ​ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ​ ການຄ້າ.
ທານ​ ນາງ​ ຫວງພະໄທ ໄຊຍະປນຍາ ດໃຈທໄດຮບລາງວນເຄອຂາຍຜປະກອບການຍງດເດນອາຊຽນ ປ​ 2026​ - image 1
 

ທ່ານ ນາງ ຫວັ່ງພະໄທ ໄຊຍະປັນຍາ ໃຫ້ສໍາພາດໃນວັນທີ 7 ຕຸລາ 2026 ນີ້ວ່າ: ໃນນາມຮ້ານຄໍາສົມຫວັງ ສົມພະໄທ, ຂ້າພະເຈົ້າຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງສູງ ທີ່ໄດ້ຮັບລາງວັນ ເຄືອຂ່າຍຜູ້ປະກອບການແມ່ຍີງດີເດັ່ນ ເອຊຽນ ປີ 2026, ເພາະວ່າ ລາງວັນດັ່ງກ່າວນີ້ ໄດ້ສ້າງຊື່ສຽງອັນໂດດເດັ່ນໃຫ້ຫົວໜ່ວຍທຸລະກິດຂອງແຂວງຈໍາປາສັກ ໂດຍສະເພາະແມ່ນນັກທຸລະກິດແມ່ຍິງ, ມີຄວາມດີໃຈ ແລະ ຕື່ນເຕັ້ນທີ່ຂຶ້ນເວທີຮັບລາງວັນອັນຊົງກຽດ ດັ່ງກ່າວ ເພາະວ່າເປັນລາງວັນທໍາອິດ

ທີ່ຂ້າພະເຂົ້າໄດ້ຮັບໃນອາຊີບການດໍານີນທຸລະກິດ, ລາງວັນນີ້ ຈະເປັນກຳລັງໃຈ, ເປັນແຮງພັກດັນ ໃຫ້ມີຄວາມຕັ້ງໃຈ, ມີຄວາມມຸ່ງໝັ້ນໃນການເຮັດວຽກ ກໍຄືການພັດທະນາທຸລະກິດ ໃຫ້ກວ້າງໄກຍິ່ງໆຂຶ້ນ.

ທ່ານ ນາງ ຫວັ່ງພະໄທ ໄຊຍະປັນຍາ ໃຫ້ຮູ້ຕື່ມວ່າ: ຜ່ານມາ,ໄດ້ເລີ່ມຕົ້ນດໍາເນີນທຸລະກີດຂະໜາດນ້ອຍ ແລະ ກ້າວມາເປັນທຸລະກິດຂະໜາດກາງໃນ ປັດຈຸບັນ ໂດຍດໍາເນີນທຸລະກີດ ຄ້າຂາຍຄໍາ, ອັນຍະມະນີ ແລະ ວັດຖຸມີຄ່າ ຢູ່ແຂວງຈໍາປາສັກ, ມີຄວາມມັກ - ຮັກອາຊີບ ກໍຄືທຸລະກິດນີ້ ເພາະວ່າມີຜົນສໍາເລັດ ແລະ ມີຄວາມຍືນຍົງ, ເມື່ອກ່ອນ ຮ້ານ ເປັນພຽງຮ້ານນ້ອຍໆ ຢູ່ໃນຕະຫຼາດໃໝ່ປາກເຊ (ຕະຫຼາດດາວເຮືອງ) ແລະ ມີຮ້ານດຽວ. ຕໍ່ມາ, ທຸລະກິດມີການຂະຫຍາຍຕົວ, ປັດຈຸບັນ ຈິ່ງໄດ້ມີການຂະຫຍາຍຮ້ານ ມາເປັນ ສາຂາ 2 ຕັ້ງຢູ່ດ້ານເໜືອຂອງຕະຫຼາດໃໝ່ປາກເຊ, ເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າ ທີ່ມາໃຊ້ບໍລິການ, ຮ້ານຄໍາພວກເຮົາ ໃຫ້ຄວາມສໍາຄັນ ດ້ານຄຸນະພາບ, ສິນຄ້າໄດ້ມາດຕາຖານ, ດໍາເນີນທຸລະກິດພາຍໃຕ້ລະບຽບກົດໝາຍ, ມີຄວາມຊື່ສັດ ຕໍ່ລູກຄ້າ. ນອກນີ້ ຮ້ານຍັງໄດ້ມອບພັນທະອາກອນໃຫ້ພັກ - ລັດ ຕາມລະບຽບກົດໝາຍ ພ້ອມທັງຮ່ວມເຄື່ອນໄຫວວຽກງານນໍາອົງການຈັດຕັ້ງຕ່າງໆ ແລະ ປະກອບສ່ວນຊ່ວຍເຫຼືອສັງຄົມຕາມທ່າແຮງ, ຮ້ານຍັງ ໃຫ້ຄວາມສໍາຄັນກັບທຸກພາກສ່ວນ ເພາະມີຄວາມເຊື່ອໝັ້ນວ່າ ຄວາມສໍາເລັດບໍ່ໄດ້ເກີດຈາກຄົນພຽງຄົນດຽວ ແຕ່ຄືການຮ່ວມມື ຈາກຫຼາຍພາກສ່ວນ ຈຶ່ງຈະປະສົບຄວາມສຳເລັດໄດ້. ຍ້ອນແນວນັ້ນ, ຜ່ານມາ ຮ້ານໄດ້ຮັບໃບຍ້ອງຍໍຈາກການນໍາແຂວງ, ໃບກຽດຕິຄຸນຈາກອົງການຈັດຕັ້ງທາງສັງຄົມ, ພິເສດແມ່ນໄດ້ຮັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ.

ທານ​ ນາງ​ ຫວງພະໄທ ໄຊຍະປນຍາ ດໃຈທໄດຮບລາງວນເຄອຂາຍຜປະກອບການຍງດເດນອາຊຽນ ປ​ 2026​ - image 2
 

ທ່ານ ນາງ ຫວັ່ງພະໄທ ໄຊຍະປັນຍາ ກ່າວຕື່ມວ່າ: ປັດຈຸບັນ ທຸລະກິດມີຮ້ານຄໍາ ຄື: ຮ້ານຄໍາ ສົມຫວັງ ສົມພະໄທ ມີ 2 ສາຂາ, ມີໂຮງຊວດຈໍານໍາ ລັດດາ ແລະ ມີຮ້ານໂອນເງິນ ຫວັ່ງພະໄທ ຢູ່ບ້ານພະບາດ ນະຄອນປາກເຊ. ນອກຈາກນີ້ຍັງໄດ້ປຸກລະດົມຂົນຂວາຍ ກຸ່ມທຸລະກິດດ້ວຍກັນ ໃຫ້ດໍາເນີນທຸລະກິດ ຕາມແນວທາງນະໂຍບາຍຂອງພັກ - ລັດ, ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ, ມີຜົນກຳໄລ ແລະ ເປັນທີ່ຍອມຮັບຈາກລູກຄ້າ ທຸກກຸ່ມຄົນ. ໃນຕໍ່ໜ້າ, ກໍມີຄວາມຕັ້ງໃຈທີ່ຈະພັດທະນາທຸລະກິດຂອງຕົນ ໃຫ້ເຕີບໂຕຢ່າງໝັ້ນຄົງ ແລະ ມີຄວາມເຂັ້ມແຂງ ,ສ້າງລວດລາຍ, ປັບປຸງຮູບຮ່າງສິນຄ້າ ໂດຍນໍາໃຊ້ເທັກໂນໂລຍີ ແລະ ລະບົບການບໍລິຫານທີ່ທັນສະໄໝມາປະກອບສ່ວນໃນການດໍາເນີນທຸລະກິດ ເພື່ອບໍລິການລູກຄ້າໄດ້ຢ່າງສະດວກ ແລະ ວ່ອງໄວ, ດໍາເນີນທຸລະກິດດ້ວຍຄວາມບໍລິສຸດສັດຊື່, ເຄົາລົບ ແລະ ຖືລູກຄ້າເປັນສິ່ງສໍາຄັນ, ດໍາເນີນທຸລະກິດພາຍໃຕ້ລະບຽບກົດໝາຍ.

ຕອນທ້າຍ ທ່ານ ນາງ ຫວັ່ງພະໄທ ໄຊຍະປັນຍາ ຍັງເຊີນຊວນໃຫ້ນັກທຸລະກິດທຸກທ່ານ ຕັ້ງໜ້າພັດທະນາທຸລະກິດຂອງຕົນໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ບັນລຸຜົນສໍາລັດຕາມລະດັບຄາດໝາຍ ແລະ ເປັນຕົ້ນແບບທີ່ດີ ໃນດ້ານທຸລະກິດ ສາມາດປະກອບສ່ວນໃນການພັດທະນາເສດຖະກິດ - ສັງຄົມຂອງຊາດ ກໍຄືຂອງແຂວງ ໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ. * ຂ່າວ-ພາບ: ທູນທອງໃຈ *

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ