![]() |
ພິທີມອບ-ຮັບມີຂຶ້ນໃນວັນທີ 20 ພະຈິກນີ້ ທີ່ ຫ້ອງວ່າການແຂວງ, ໂດຍມີການນຳຂະແໜງສຶກສາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການສະໜັບສະໜູນຄັ້ງນີ້ ສະທ້ອນເຖິງຄວາມສຳຄັນ ແລະ ຄວາມເອົາໃຈໃສ່ຂອງການນຳແຂວງຄໍາມ່ວນ ຕໍ່ວຽກງານການສຶກສາ ທີ່ຖືເປັນບູລິມະສິດສຳຄັນ ໃນການພັດທະນາຊັບພະຍາກອນມະນຸດ ໂດຍມຸ່ງປັບປຸງໂຄງລ່າງພື້ນຖານໂຮງຮຽນໃຫ້ມີຄວາມພ້ອມ ແລະ ໄດ້ມາດຕະຖານ ສ້າງເງື່ອນໄຂທີ່ດີໃຫ້ແກ່ຄູ-ອາຈານ ແລະ ນັກຮຽນ.
![]() |
ທົ່ວແຂວງຄຳມ່ວນຍັງມີໂຮງຮຽນທີ່ບໍ່ໄດ້ມາດຕະຖານ 51 ແຫ່ງ, ໃນນັ້ນ ໄດ້ປັບປຸງແລ້ວ 14 ແຫ່ງ, ປັດຈຸບັນຍັງເຫຼືອ 37 ແຫ່ງ ແລະ ຕັ້ງເປົ້າໝາຍລົບລ້າງໂຮງຮຽນທີ່ບໍ່ໄດ້ມາດຕະຖານໃຫ້ໝົດພາຍໃນປີ 2028.
ທ່ານ ໄຊຊະນະ ໂຄດພູທອນ ເນັ້ນໜັກວ່າ: ການສຶກສາ ແມ່ນການວາງຮາກຖານສຳຄັນໃຫ້ແກ່ການພັດທະນາຄົນ ແລະ ອະນາຄົດຂອງຊາດ, ດັ່ງນັ້ນ ຕ້ອງສືບຕໍ່ເອົາໃຈໃສ່ປັບປຸງຄຸນນະພາບການຮຽນ-ການສອນ ຄວບຄູ່ກັບການພັດທະນາສະຖານທີ່ຮຽນໃຫ້ມີຄວາມພ້ອມ.
ຂ່າວ : ມະນີວັນ


ຄໍາເຫັນ