![]() |
ງານຕະຫຼາດນັດກາງຄືນ ເປັນການຮ່ວມມືລະຫວ່າງອຳນາດການປົກຄອງເມືອງໂຂງ, ຕາແສງດອນໂຂງ, ບ້ານເມືອງແສນ ແລະ ໄດ້ຮັບການສະໜັບສະໜູນຫຼັກຈາກ ທ່ານ ໄພບູນ ສີສະແຫວງ ຜູ້ອຳນວຍການວິສາຫະກິດສ່ວນບຸກຄົນຕະຫຼາດນັດບູນຈະເລີນ. ຕະຫຼອດໄລຍະ 3 ວັນ ຂອງການຈັດງານປະຊາຊົນໄດ້ນຳເອົາຜົນຜະລິດກະສິກຳ, ອາຫານພື້ນເມືອງ, ສິນຄ້າຊຸມຊົນ ແລະ ສິນຄ້າໂອດ໊ອບ (ODOP) ມາວາງສະແດງ ແລະ ຈຳໜ່າຍ, ປະກອບສ່ວນສ້າງຈຸດດຶງດູດດ້ານການທ່ອງທ່ຽວ, ສ້າງອາຊີບ-ລາຍຮັບໃຫ້ປະຊາຊົນ ແລະ ເປັນບາດກ້າວສຳຄັນໃນການຕໍ່ຍອດສູ່ການສ້າງເປັນຕະຫຼາດກາງຄືນ ຫຼື ຖະໜົນຄົນຍ່າງບ້ານເມືອງແສນໃນອະນາຄົດ. ພ້ອມນີ້, ກິດຈະກໍາສຳຄັນຂອງງານແມ່ນການແຂ່ງຂັນປະກວດໝໍລຳສີພັນດອນ ຈາກນັກຮຽນທີ່ມາຈາກບັນດາໂຮງຮຽນ ມສ ທົ່ວເມືອງໂຂງ ເພື່ອປົກປັກຮັກສາ ແລະ ເຜີຍແຜ່ສິລະປະຂັບລຳສີພັນດອນ ທີ່ເປັນມໍລະດົກວັດທະນະທຳອັນລ້ຳຄ່າຂອງຊາວເມືອງໂຂງ ໃຫ້ສືບທອດສູ່ຄົນຮຸ່ນໃໝ່ຢ່າງຍືນຍົງ.
ຜ່ານການແຂ່ງຂັນ, ຄະນະກຳມະການໄດ້ຄັດເລືອກ ແລະ ປະກາດມອບລາງວັນໃຫ້ຜູ້ມີຜົນງານດີເດັ່ນດັ່ງນີ້: ລາງວັນຊະນະເລີດ (ທີ 1) ນາງ ອາລຸນໄຊ ພຸດທະວົງ ຈາກໂຮງຮຽນ ມສ ຄອນ ໃນບົດຂັບລຳຊື່ວ່າ: “ການອະນຸລັກທຳມະຊາດ”; ລາງວັນຮອງຊະນະເລີດ (ທີ 2) ນາງ ສາຍຝົນ ພັນແກ້ວ ຈາກໂຮງຮຽນ ມສ ຫົວໂຂງ ໃນບົດຂັບລຳຊື່ວ່າ: “ວິຖີຊີວິດຊາວເມືອງໂຂງ” ແລະ ລາງວັນຮອງຊະນະເລີດ (ທີ 3) ທ້າວ ສີປະເສີດ ສິດປະເສີດ ຈາກໂຮງຮຽນ ມສ ຂີ້ນາກ ໃນບົດຂັບລຳຊື່ວ່າ: “ທຳມະຊາດເມືອງໂຂງ”.
ທ່ານ ສາທິດ ປັດສາພັນ ໄດ້ໃຫ້ກຽດຂຶ້ນມອບລາງວັນໃຫ້ນ້ອງນັກຮຽນຜູ້ຊະນະເລີດ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບ, ນັກສິລະປິນ, ນັກຮຽນ ແລະ ປະຊາຊົນ ທີ່ຮ່ວມກັນສ້າງສັນງານໃຫ້ສຳເລັດຢ່າງຈົບງາມ ທ່າມກາງບັນຍາກາດການສະແດງສິລະປະວັນນະຄະດີຈາກສະມາຄົມໝໍລຳສີພັນດອນ, ນັກຮຽນ ແລະ ການຄົບງັນມ່ວນຊື່ນຢ່າງປະທັບໃຈ.
ຂ່າວ: ເມືອງໂຂງ

ຄໍາເຫັນ