ບຣູໄນ ດາຣູຊາລາມ ແລະ ສປປ ລາວ ມີສາຍພົວພັນມິດຕະພາບທີ່ໃກ້ຊິດ ແລະ ຍາວນານ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບ ແລະ ຄວາມເຂົ້າໃຈຊຶ່ງກັນ ແລະ ກັນ. ການແລກປ່ຽນການຢ້ຽມຢາມໃນທຸກລະດັບໂດຍໄດ້ຮັບການຊຸກຍູ້ຈາກການເປັນຄູ່ຮ່ວມມືຍຸດທະສາດທີ່ດີຂອງພວກເຮົາ (StrategicPartnership) ຊຶ່ງໄດ້ຮັບການພັດທະນາແຕກດອກອອກຜົນຂຶ້ນເລື້ອຍໆ ຕະຫຼອດຊຸມປີຜ່ານມາ. ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ ສາຍພົວພັນອັນລ້ຳຄ່ານີ້ ຈະສືບຕໍ່ພັດທະນາພາຍໃຕ້ການຊີ້ນຳ-ນຳພາຂອງ ພະນະທ່ານ ເພື່ອຜົນປະໂຫຍດລວມຂອງສອງປະເທດ ກໍຄືປະຊາຊົນສອງຊາດພວກເຮົາ.
ທ້າຍນີ້, ຂ້າພະເຈົ້າ ຂໍເຊື້ອເຊີນພະນະທ່ານມາຢ້ຽມຢາມ ບຣູໄນ ດາຣູຊາລາມ ໃນໂອກາດທີ່ສະດວກ. ພ້ອມນີ້, ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ ພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກຍິ່ງໆຂຶ້ນໄປ.
ຄໍາເຫັນ