ຂ້າພະເຈົ້າມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າສາຍພົວພັນມິດຕະພາບ, ຄວາມສາມັກຄີແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ຖານບ້ານໃກ້ເຮືອນຄຽງທີ່ດີກໍຄື ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງສອງປະເທດແລະ ປະຊາຊົນສອງຊາດພວກເຮົາໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ໃຫ້ແຕກດອກອອກຜົນຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ. ພິເສດ, ປີ 2026 ນີ້, ເປັນອີກຂີດໝາຍໜຶ່ງທີ່ສໍາຄັນໃນການພົວພັນລະຫວ່າງສອງປະເທດພວກເຮົາ ຊຶ່ງສອງຝ່າຍພວມຮ່ວມກັນຈັດຫຼາຍກິດຈະກໍາ ເພື່ອສະເຫຼີມສະຫຼອງ ການສ້າງຕັ້ງສາຍພົວພັນການທູດ ລາວ ແລະ ກໍາປູເຈຍ ຄົບຮອບ 70 ປີ.ຂ້າພະເຈົ້າ ມີຄວາມຍິນດີທີ່ຈະຮ່ວມກັບ ພະບາດສົມເດັດ ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງສອງປະເທດພວກເຮົາ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເຂັ້ມແຂງຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດລາວ-ກຳປູເຈຍ ທັງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນໄຊແດ່ ພະບາດສົມເດັດ ພ້ອມດ້ວຍ ສົມເດັດພະມານດາ ແລະ ພະບໍລົມວົງສານຸວົງທຸກພະອົງຈົ່ງມີພະລານາໄມສົມບູນ, ມີພະກະເສມສຳລານ, ມີພະຊົນພັນສາ ຍິ່ງຍືນນານ ແລະ ຂໍໃຫ້ປະຊາຊົນກໍາປູເຈຍ ພາຍໃຕ້ພະບໍຣົມໂພທິສົມພານຂອງພະອົງ ຈົ່ງສືບຕໍ່ມີຄວາມຮົ່ມເຢັນເປັນສຸກ ແລະ ມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນໄປ; ດ້ວຍຄວາມນັບຖືຢ່າງສູງ.
ໃນໂອກາດດຽວກັນ,ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແລະ ພະນະທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນເຖິງຄູ່ຮ່ວມຕຳແໜ່ງ ຝ່າຍ ຣາຊະອານາຈັກ ກຳປູເຈຍ ເຊັ່ນດຽວກັນ.
ຄໍາເຫັນ