ຂ້າພະເຈົ້າຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນດີງາມ ແລະ ການຮ່ວມມືທີ່ເຕັມໄປດ້ວຍໝາກຜົນລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ມາເລເຊຍ ຕະຫຼອດໄລຍະ 6 ທົດສະວັດທີ່ຜ່ານມາ, ພ້ອມທັງມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າໃນປີ 2026 ນີ້ສອງປະເທດພວກເຮົາ ໄດ້ຮ່ວມກັນສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 60 ປີ ດ້ວຍເນື້ອໃນເລິກເຊິ່ງ ແລະ ບັນຍາກາດທີ່ຟົດຟື້ນ. ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີທີ່ມີມາແຕ່ດົນນານລະຫວ່າງ ສປປ ລາວ ແລະ ມາເລເຊຍ ຈະໄດ້ຮັບການເສີມຂະຫຍາຍໃນຊຸມປີຕໍ່ໜ້າທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍລວມທັງໃນຄອບຄົວອາຊຽນເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າຂໍຖືໂອກາດອັນສະຫງ່າລາສີນີ້ອວຍພອນໄຊອັນປະເສີດມາຍັງສົມເດັດຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງສົມເດັດ ແລະ ອວຍພອນໃຫ້ປະຊາຊົນມາເລເຊຍເພື່ອນມິດສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນາຖາວອນຕະຫຼອດໄປ;
ດ້ວຍຄວາມນັບຖືຢ່າງສູງ.
ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ພະນະທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ມາເລເຊຍ ເຊັ່ນດຽວກັນ.
ຄໍາເຫັນ