ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່,  ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ
ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ພັນລະຍາ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ເພື່ອເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ພ້ອມທັງເຂົ້າຮ່ວມກອງປະຊຸມສຸດຍອດ ACMECS ຄັ້ງທີ 11 ແລະ ກອງປະຊຸມສຸດຍອດ CLMV ຄັ້ງທີ 12, ແຕ່ວັນທີ 27-29 ພະຈິກ 2026.
ລາວ-ຫວຽດນາມ ສບຕຮດແໜນ ແລະ ເສມຂະຫຍາຍ ສາຍພວພນມດຕະພາບອນຍງໃຫຍ, ຄວາມສາມກຄພເສດ, ການຮວມມຮອບດານ ແລະ ຫນສວນຍດທະສາດ - image 1
 

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ, ເຕັມໄປດ້ວຍໄມຕິຈິດມິດຕະພາບອັນແໜ້ນແຟ້ນ ແລະ ສົມກຽດ ໃນຕອນແລງຂອງວັນທີ 27 ພະຈິກ ນີ້ ທີ່ ສໍານັກງານລັດຖະບານ ແຫ່ງ ສສ ຫວຽດນາມ ໂດຍມີສອງສະຫາຍນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍເຂົ້າຮ່ວມ. ຫຼັງຈາກນັ້ນ, ສອງສະຫາຍນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ.

ລາວ-ຫວຽດນາມ ສບຕຮດແໜນ ແລະ ເສມຂະຫຍາຍ ສາຍພວພນມດຕະພາບອນຍງໃຫຍ, ຄວາມສາມກຄພເສດ, ການຮວມມຮອບດານ ແລະ ຫນສວນຍດທະສາດ - image 2
 

ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ເລ ມິງ ຮຶງ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງສະຫາຍ ນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ການຢ້ຽມຢາມຄັ້ງນີ້ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໂດຍສະເພາະແມ່ນ ການຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ແລະ ຜົນຂອງກອງປະຊຸມຄະນະກຳມະການຮ່ວມມື ຫວຽດນາມ-ລາວ ໃຫ້ປະກົດຜົນເປັນຮູບປະທຳ ແລະ ນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ. ຂະນະດຽວກັນ, ສະຫາຍ ນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ສົມກຽດ ແລະ ສະໜິດສະໜົມຖານສະຫາຍອ້າຍນ້ອງ ຂອງສະຫາຍນາຍົກລັດຖະມົນຕີ ເລ ມິງ ຮຶງ ກໍຄື ການນຳພັກ, ລັດ ແລະ ປະຊາຊົນຫວຽດນາມ.

ລາວ-ຫວຽດນາມ ສບຕຮດແໜນ ແລະ ເສມຂະຫຍາຍ ສາຍພວພນມດຕະພາບອນຍງໃຫຍ, ຄວາມສາມກຄພເສດ, ການຮວມມຮອບດານ ແລະ ຫນສວນຍດທະສາດ - image 3
 

ພ້ອມດຽວກັນນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ການເປັນເຈົ້າພາບຈັດກອງປະຊຸມສຸດຍອດ CLMV ຄັ້ງທີ 12 ແລະ ACMECS ຄັ້ງທີ 11 ແລະ ສະແດງຄວາມເຊື່ອໝັ້ນວ່າ ບັນດາກອງປະຊຸມດັ່ງກ່າວຈະສຳເລັດຜົນຢ່າງຈົບງາມ ແລະ ຍົກສູງຖານະບົດບາດ ຂອງ ສສ ຫວຽດນາມ ໃນເວທີພາກພື້ນ ແລະ ສາກົນ ໃຫ້ນັບມື້ນັບສູງເດັ່ນຂຶ້ນ. ການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຄັ້ງນີ້ ເປັນການຢ້ຽມຢາມຄັ້ງທຳອິດພາຍຫຼັງທີ່ ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນເດືອນຕຸລາ ຜ່ານມາ ຊຶ່ງການເລືອກ ສສ ຫວຽດນາມ ເປັນປະເທດທຳອິດໃນການເຄື່ອນໄຫວການຕ່າງປະເທດຢ່າງເປັນທາງການ ໄດ້ກາຍເປັນມູນເຊື້ອ ຂອງ ສອງປະເທດ ແລະ ສະແດງໃຫ້ເຫັນເຖິງຄວາມຜູກພັນ, ການພົວພັນແບບສະໜິດແໜ້ນ, ຄວາມມີຊີວິດຊີວາ ພ້ອມທັງມີລັກສະນະພິເສດສະເພາະຂອງສາຍພົວພັນ ແບບໜຶ່ງບໍ່ມີສອງໃນໂລກນີ້ ລະຫວ່າງ ສອງຊາດ ລາວ-ຫວຽດນາມ.

ລາວ-ຫວຽດນາມ ສບຕຮດແໜນ ແລະ ເສມຂະຫຍາຍ ສາຍພວພນມດຕະພາບອນຍງໃຫຍ, ຄວາມສາມກຄພເສດ, ການຮວມມຮອບດານ ແລະ ຫນສວນຍດທະສາດ - image 4
 

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມປິຕິຍິນດີ ທີ່ເຫັນວ່າ ການພົວພັນຮ່ວມມືຂອງສອງປະເທດ ສືບຕໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນທຸກຂົງເຂດວຽກງານ ໂດຍສະເພາະແມ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການເມືອງ-ການຕ່າງປະເທດ; ສືບຕໍ່ມີການພົບປະ, ແລກປ່ຽນຄະນະຜູ້ແທນ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິໃນຂອບສອງຝ່າຍ; ມີການພົບປະ, ຮ່ວມມື ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນຂອງການນໍາຂັ້ນສູງສອງປະເທດ ໃນໂອກາດເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນຕ່າງໆ. ເວົ້າລວມແລ້ວ, ທຸກຂົງເຂດວຽກງານ ແມ່ນສືບຕໍ່ມີການພົວພັນຮ່ວມມືກັນຢ່າງໃກ້ຊິດ ແລະ ມີທ່ວງທ່າການຂະຫຍາຍຕົວ. ໃນນີ້, ການພົວພັນຮ່ວມມືທາງດ້ານ ເສດຖະກິດ, ການຄ້າ, ການລົງທຶນ ແມ່ນຖືເປັນບຸລິມະສິດ ໃນປັດຈຸບັນ.

ລາວ-ຫວຽດນາມ ສບຕຮດແໜນ ແລະ ເສມຂະຫຍາຍ ສາຍພວພນມດຕະພາບອນຍງໃຫຍ, ຄວາມສາມກຄພເສດ, ການຮວມມຮອບດານ ແລະ ຫນສວນຍດທະສາດ - image 5
 
ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍໄດ້ເຫັນດີເປັນເອກະພາບ ໃນການເພີ່ມທະວີການຮ່ວມມືດ້ານ ການເມືອງ ແລະ ການຕ່າງປະເທດ ໃຫ້ເຂົ້າສູ່ລວງເລິກ, ສຸມໃສ່ຈັດຕັ້ງປະຕິບັດຂໍ້ຕົກລົງຂອງສອງກົມການເມືອງ ແລະ ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການຮ່ວມມືລາວ-ຫວຽດນາມ; ສືບຕໍ່ຮັດແໜ້ນ ແລະ ເພີ່ມທະວີເສົາຄໍ້າການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຊຸກຍູ້ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການລົງທຶນຂອງບັນດາວິສາຫະກິດຫວຽດນາມເຂົ້າໃນຂະແໜງການ ແລະ ຂົງເຂດທີ່ ສປປ ລາວ ມີທ່າແຮງບົ່ມຊ້ອນ; ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ສຳຄັນ ເປັນຕົ້ນແມ່ນ ໂຄງການບໍ່ເກືອກາລີ, ໂຄງການທາງດ່ວນວຽງຈັນ-ຮ່າໂນ້ຍ, ໂຄງການເສັ້ນທາງລົດໄຟ ລາວ-ຫວຽດນາມ, ໂຄງການທ່າເຮືອຫວຸງອາງ, ໂຄງການທໍ່ສົ່ງນໍ້າມັນ ແລະ ສາງເກັບນໍ້າມັນ, ໂຄງການກໍ່ສ້າງເສັ້ນທາງມິດຕະພາບ ລາວ-ຫວຽດນາມ ແລະ ໂຄງການອື່ນໆ; ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ການພົບປະ ລະຫວ່າງ ສອງກົມການເມືອງ ແລະ ກອງປະຊຸມ ຄັ້ງທີ 49 ຂອງ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຊຶ່ງຈະຈັດຂຶ້ນໃນຕົ້ນປີ 2027 ລວມທັງການສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບ ລາວ - ຫວຽດນາມ 2027”, 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 50 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ຫວຽດນາມ ໃຫ້ປະກົດຜົນເປັນຮູບປະທຳ ແລະ ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນທາງປະຫວັດສາດ. ນອກຈາກນັ້ນ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບໃນການສືບຕໍ່ໃຫ້ການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ພ້ອມທັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ສອງຝ່າຍ ຍັງໄດ້ແຈ້ງສະພາບການພາຍໃນປະເທດທີ່ພົ້ນເດັ່ນຂອງຕົນໃຫ້ກັນຊາບ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ທີ່ສອງຝ່າຍຍາດມາໄດ້ ໃນໄລຍະຜ່ານມາ.
ລາວ-ຫວຽດນາມ ສບຕຮດແໜນ ແລະ ເສມຂະຫຍາຍ ສາຍພວພນມດຕະພາບອນຍງໃຫຍ, ຄວາມສາມກຄພເສດ, ການຮວມມຮອບດານ ແລະ ຫນສວນຍດທະສາດ - image 6
 

ໃນຕອນຄໍ່າຂອງວັນດຽວກັນ, ສະຫາຍ ນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍພັນລະຍາ ແລະ ຄະນະ ຍັງໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບຢ່າງເປັນທາງການ ເປັນກຽດຈັດໂດຍ ສະຫາຍ ນາຍົກລັດຖະມົນຕີ ເລ ມິງ ຮຶງ ແລະ ພັນລະຍາ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວເດັ່ນ

ນາຍົກລັດຖະມົນຕີ ສປປ ລາວ ພົບປະກັບ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ສປປ ລາວ ພົບປະກັບ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ

ໃນຕອນແລງຂອງວັນທີ 27 ພະຈິກ ນີ້ ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈິ່ນ ແທັງ ເໝີ້ນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ພ້ອມທັງເຂົ້າຮ່ວມກອງປະຊຸມສຸດຍອດ ACMECS ຄັ້ງທີ 11 ແລະ ກອງປະຊຸມສຸດຍອດ CLMV ຄັ້ງທີ 12, ແຕ່ວັນທີ 27-29 ພະຈິກ ນີ້.
ນາຍົກລັດຖະມົນຕີ ຢ້ຽມຢາມໂຄງການພະລັງງານໝູນວຽນ ຢູ່ ເມືອງໂຂງ

ນາຍົກລັດຖະມົນຕີ ຢ້ຽມຢາມໂຄງການພະລັງງານໝູນວຽນ ຢູ່ ເມືອງໂຂງ

ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຢ້ຽມຢາມໂຄງການພະລັງງານໝູນວຽນ ໂພນສະອາດ ຢູ່ບ້ານໂພນສະອາດ ເມືອງໂຂງ ແຂວງຈຳປາສັກ, ໃນ​ວັນ​ທີ 25 ພະ​ຈິກ​ຜ່ານ​ມາ, ໂດຍ​ມີ ທ່ານ ສາທິດ ປັດສາພັນ ເລຂາຄະນະບໍລິຫານງານພັກເມືອງໂຂງ ພ້ອມດ້ວຍການ​ນຳ​ເມືອງ ແລະ ພາກສ່ວນກ່ຽວຂ້ອງ ໃຫ້​ການ​ຕ້ອນ​ຮັບ.
ງານ​ບຸນ​ມະ​ໂຫລານກາເຟແລະ ຜະລິດຕະພັນກະສິກໍາລາວປະ​ຈຳ​ປີ 2026 ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່

ງານ​ບຸນ​ມະ​ໂຫລານກາເຟແລະ ຜະລິດຕະພັນກະສິກໍາລາວປະ​ຈຳ​ປີ 2026 ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່

ງານ​ບຸນ​ມະ​ໂຫລານກາເຟ ແລະ ຜະລິດຕະພັນກະສິກຳລາວພູ​ພຽງ​ບໍ​ລະ​ເວນປະ​ຈຳ​ປີ 2026 ໄດ້​ເປີດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່ ໃນ​ວັນ​ທີ 25 ພະ​ຈິກ​ຜ່ານ​ມາ, ທີ່ ນະ​ຄອນ​ປາກ​ເຊແຂວງ​ຈຳ​ປາ​ສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ, ມີບັນດາທ່ານລັດຖະມົນຕີ, ການນຳແຂວງຈຳປາສັກ,ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ, ຜູ້ປະກອບການ ແລະແຂກຖືກເຊີນ ເຂົ້າຮ່ວມ.
ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ສານຂອງ​​ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ

ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ຄົບຮອບ 26 ປີ (25/11/2000-25/11/2026) ສປປ ລາວ ກໍ່ຄືບັນດາປະເທດໃນໂລກ ໄດ້ຈັດຂະບວນການລະນຶກວັນດັງກ່າວ ພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຮັບປະກັນຄວາມຍຸຕິທຳ, ປົກປ້ອງຜູ້ຖືກເຄາະຮ້າຍ, ລົງໂທດຜູ້ກະທຳຜິດຕາມກົດໝາຍ ຢ່າງເຂັ້ມງວດ”, ຂ້າພະເຈົ້າ ຕາງໜ້າ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ, ຄວາມເປັນຫ່ວງເປັນໃຍ ມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າ, ເພື່ອນມິດສະຫາຍ ແລະ ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດທຸກທົ່ວໜ້າ ໃນຂອບເຂດທົ່ວປະເທດ.
ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ການນໍາພັກ-ລັດ ຮ່ວມໃສ່ບາດໃນບຸນນະມັດສະການພະທາດຫຼວງດ້ວຍຄວາມເບີກບານມ່ວນຊື່ນ

ໃນຕອນເຊົ້າວັນທີ 24 ພະຈິກນີ້ ຊຶ່ງກົງກັບວັນຂຶ້ນ 15 ຄໍ່າ ເດືອນ 12 ລາວ, ທີ່ເດີ່ນພະທາດຫຼວງວຽງຈັນ ບັນດາການນໍາພັກ-ລັດ ໄດ້ມີຈິດໃຈເຫຼື້ອມໃສໃນພຸດທະສາສະໜາ ຮ່ວມໃສ່ບາດຖວາຍສັງຄະທານ ແດ່ ພະສົງ-ສໍາມະເນນ, ຢູ່ດ້ານໃນກົມມະລຽນ, ໃຫ້ກຽດຮ່ວມພິທີໃສ່ບາດຄັ້ງນີ້ ໂດຍມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ກິແກ້ວ ໄຂຄໍາພິທູນ ປະທານແນວລາວສ້າງຊາດ, ພະອາຈານໃຫຍ່ ເຫວດ ມະຫາເສໄນ ປະທານສູນກາງ ອພສ, ຄະນະປະທານ ອພສ 9 ເມືອງ, ມີບັນດາອະດີດການນໍາພັກ, ລັດ, ລັດຖະມົນຕີ/ຮອງລັດຖະມົນຕີ, ຄະນະພັກ-ຄະນະນໍານະຄອນ ຫຼວງວຽງຈັນ, ບັນດາເມືອງ-ຕາແສງອ້ອມຂ້າງ ນວ ພ້ອມດ້ວຍ ເຖົ້າແກ່ແນວໂຮມ, ພໍ່, ແມ່, ປະຊາຊົນ ຊາວນະຄອນຫຼວງວຽງຈັນ ແລະ ປວງຊົນລາວໃນທົ່ວປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ຜົນກອງປະຊຸມລັດຖະບານ ໄດ້ກຳນົດແຜນວຽກຈຸດສຸມຫຼາຍດ້ານ

ວັນທີ 23 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພະຈິກ 2026 ພາຍໃຕ້ການເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ.
ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ເປີດງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026

ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2026 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກນີ້, ທີ່ເດີ່ນພະທາດຫຼວງ ໂດຍການເປັນກຽດເຂົ້າຮ່ວມເປີດງານຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ອາດສະພັງທອງ ສີພັນດອນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ພ້ອມພັນລະຍາ, ມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີພະເຖຣາ-ນຸເຖຣະ, ບັນດາການນໍາພັກ-ລັດຈາກສູນກາງ-ນວ, ອະດີດການນໍາພັກ-ລັດຂັ້ນສູນກາງ-ນວ, ບັນດາທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຜູ້ໃຫ້ການສະໜັບສະໜູນ, ມວນຊົນ ເຂົ້າຮ່ວມ.
ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ປະທານປະເທດ ພົບປະກັບຮອງປະທານາທິບໍດີສະມາພັນທະລັດສະວິດ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX

ໃນວັນທີ 15 ພະຈິກຜ່ານມາ ທີ່ນະຄອນຫຼວງພະນົມເປັນ ຣາຊະອານາຈັກກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບພະນະທ່ານ ອິກນາຊິໂອ ກາສຊິດ (Ignazio Cassis) ຮອງປະທານາທິບໍດີແຫ່ງສະມາພັນທະລັດສະວິດ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ຄັ້ງທີ XX.
ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13

ໃນວັນທີ 17ພະຈິກຜ່ານມາ,ທີ່ ນະຄອນຫຼວງມະນີລາ ປະເທດ ຟີລິບປິນ,ທ່ານ ສະເຫຼີມໄຊ ກົມມະສິດ,ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ (Mekong-Japan Cooperation ຫລື MJC)ຄັ້ງທີ 13 ໂດຍການເປັນປະທານຮ່ວມຂອງ ທ່ານLê Minh Hưngນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມແລະ ທ່ານ ນາງTAKAICHI Sanae,ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງອື່ນໆ.
ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ນາຍົກລັດຖະມົນຕີ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ຟີລິບປິນ

ໃນວັນທີ 17 ພະຈິກຜ່ານມາ ທີ່ ມະນິລາ ຟີລິບປິນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 29, ກອງປະຊຸມຜູ້ນໍາປະຊາຄົມອາຊີເພື່ອຫຼຸດຜ່ອນການປ່ອຍອາຍພິດໃຫ້ເຫຼືອສູນ ຄັ້ງທີ 4, ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 29, ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 23, ກອງປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອສ) ຄັ້ງທີ 21ແລະ ກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ສ. ອາເມຣິກາ.
ເພີ່ມເຕີມ