![]() |
ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ພົບປະກັບ ສະຫາຍ ປະທານສະພາແຫ່ງຊາດ ເຈິ່ນ ແທັງ ເໝີ້ນ ໃນຄັ້ງນີ້ ແລະ ໄດ້ນໍາເອົາຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄວາມຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງໃນຄອບຄົວດຽວກັນ ຈາກ ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ເຖິງ ສະຫາຍ ປະທານສະພາແຫ່ງຊາດ ເຈິ່ນ ແທັງ ເໝີ້ນ ພ້ອມດ້ວຍບັນດາສະຫາຍການນຳຂອງສະພາແຫ່ງຊາດຫວຽດນາມ. ພ້ອມດຽວກັນນັ້ນ, ສະຫາຍ ກໍໄດ້ຕີລາຄາສູງຕໍ່ບົດບາດການຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ, ໂດຍສະເພາະແມ່ນ ການຕິດຕາມ ແລະ ຊຸກຍູ້ບັນດາໂຄງການຮ່ວມມືດ້ານຍຸດທະສາດທີ່ສຳຄັນຂອງສອງປະເທດ. ນອກຈາກນັ້ນ, ສະຫາຍ ສະເຫຼີມໄຊ ກົມມະສິດ ຍັງໄດ້ລາຍງານໃຫ້ ສະຫາຍ ເຈິ່ນ ແທັງ ເໝີ້ນ ຊາບ ກ່ຽວກັບ ຜົນການພົບປະປຶກສາຫາລືກັບສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການພົບປະ ລະຫວ່າງ ສອງກົມການເມືອງ ແລະ ກອງປະຊຸມ ຄັ້ງທີ 49 ຂອງ ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຊຶ່ງຈະຈັດຂຶ້ນໃນຕົ້ນປີ 2027 ລວມທັງການກະກຽມຄວາມພ້ອມໃຫ້ແກ່ການສະເຫີຼມສະຫຼອງ “ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2027”, 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 50 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ຫວຽດນາມ ເພື່ອໂຄສະນາ ແລະ ສຶກສາອົບຮົມ ໃຫ້ແກ່ຄົນຮຸ່ນ ໜຸ່ມໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ ກ່ຽວກັບ ທາດແທ້, ມູນເຊື້ອ, ຄວາມໝາຍ ແລະ ຄວາມສຳຄັນ ຂອງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ທີ່ມີໜຶ່ງບໍ່ມີສອງໃນໂລກ ລະຫວ່າງ ສອງຊາດ ລາວ-ຫວຽດນາມ.
![]() |
ໃນຂະນະດຽວກັນ, ສະຫາຍ ປະທານສະພາແຫ່ງຊາດ ເຈິ່ນ ແທັງ ເໝີ້ນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສສ ຫວຽດນາມ ຄັ້ງນີ້ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ຊຶ່ງເປັນການຢ້ຽມຢາມທາງການຄັ້ງທຳອິດ ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໃນເດືອນຕຸລາ 2026 ຜ່ານມາ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະສອງຝ່າຍ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ພ້ອມທັງໄດ້ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ຈະປະສານສົມທົບຢ່າງໃກ້ຊິດກັບສະພາແຫ່ງຊາດລາວ ລາວ-ຫວຽດນາມ ໃນການຕິດຕາມ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງພັກ, ສອງລັດ ລວມທັງການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທາງດ້ານຍຸດທະສາດທີ່ສໍາຄັນຂອງສອງປະເທດ ໃຫ້ປະກົດເປັນຮູບປະທໍາ ຕາມແຜນການທີ່ວາງໄວ້.
![]() |
ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ໃນໄລຍະຜ່ານມາ ຊຶ່ງເຫັນວ່າ ສືບຕໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນທຸກຂົງເຂດວຽກງານ ໂດຍສະເພາະແມ່ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການເມືອງ-ການຕ່າງປະເທດ, ສອງປະເທດໄດ້ສືບຕໍ່ພົບປະ ແລະ ແລກປ່ຽນຄະນະຜູ້ແທນແຕ່ຂັ້ນສູນກາງຮອດທ້ອງຖິ່ນຢ່າງເປັນປົກກະຕິ ທັງໃນຂອບ ສອງຝ່າຍ ແລະ ການພົບປະຂອງການນຳຂັ້ນສູງສອງປະເທດໃນເວທີພາກພື້ນ ແລະ ສາກົນ ຊຶ່ງເປັນການຢືນຢັນຄືນເຖິງການຖືສຳຄັນ ແລະ ໃຫ້ບຸລິມະສິດຕົ້ົນຕໍ ຕໍ່ສາຍພົວພັນແບບພິເສດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້. ພ້ອມດຽວກັນນັ້ນ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບໃນການສືບຕໍ່ເພີ່ມທະວີການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄືການຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ຈະເລີນງອກງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ ແນໃສ່ນຳເອົາຜົນປະໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບຫຼາຍຂຶ້ນ.
(ຂ່າວ ກຕທ)



ຄໍາເຫັນ