81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງການທູດລາວ ​(ເນື່ອງ​ໃນ​ໂອກາດ ຄົບຮອບ 81 ປີ ວັນ​ການ​ທູດ​ລາວ: 12 ຕຸລາ 1945-12 ຕຸລາ 2026)

ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນປະກາດເອກະລາດໂຮມລາວທີ່ເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າກໍຄືວັນປະກາດເອກະລາດຄັ້ງທໍາອິດຂອງປະເທດລາວຊຶ່ງເປັນການໄຂສັງກາດໃໝ່ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ຄວາມເປັນເອກະລາດຂອງລາວທີ່ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫຼາຍຮ້ອຍປີເນື່ອງຈາກເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊຊະນະດັ່ງ ກ່າວນັ້ນແມ່ນໝາກຜົນແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບອາວຸດ ແລະ ການຕໍ່ສູ້ທາງການເມືອງຂອງລັດຖະບານລາວອິດສະຫຼະ ດ້ວຍການນໍາໃຊ້ວີທີທາງການທູດຢ່າງຕັ້ງໜ້າຜ່ານການໄກ່ເກ່ຍເຈລະຈາແລະ ອາໄສປັດໄຈທີ່ເອື້ອອໍານວຍຈາກພາຍນອກ ຊຶ່ງມີບົດບາດອັນສໍາຄັນຕໍ່ການປະກາດເອກະລາດ ແລະ ຕໍ່ຕ້ານກໍາລັງຂອງສັດຕູໃນໄລຍະນັ້ນ.

 

 

ເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ກຽດຕິຄຸນອັນຍິ່ງໃຫຍ່ຂອງການເຄື່ອນໄຫວທາງການທູດຂອງການປະຕິວັດຊາດ ປະຊາທິປະໄຕ. ໃນວັນທີ 19 ມິຖຸນາ 2013, ກົມການເມືອງສູນກາງພັກ ໄດ້ມີມະຕິຕົກລົງຮັບຮອງ ແລະ ກໍານົດເອົາວັນທີ 12 ຕຸລາ ຂອງທຸກປີເປັນ “ວັນການທູດລາວ”. ຕະຫຼອດໄລຍະ 81 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ໂດຍສືບຕໍ່ມູນເຊື້ອອັນດີງາມຂອງບັນພະບູລຸດ ແລະ ນັກປະຕິວັດຮຸ່ນກ່ອນ, ການທູດລາວໄດ້ຍຶດໝັ້ນຢ່າງໜຽວແໜ້ນ ໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ແລະ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າໂດຍຍຶດໝັ້ນແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືແບບສະເໝີຕົ້ນສະເໝີປາຍ” ຕາມທິດນໍາ “ເພີ່ມມິດ ຫຼຸດຜ່ອນສັດຕູ”ດ້ວຍການນໍາໃຊ້ “ການທູດປ້ອງກັນເຫດ ແລະ ບຸກທະລຸ”ໃນການເປີດກວ້າງການຮ່ວມມືແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບ, ຫຼາຍຮູບແບບ ແລະ ຫຼາຍສີສັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຊຶ່ງໄດ້ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດຕໍ່ສູ້ເພື່ອຄວາມເປັນເອກະລາດແຫ່ງຊາດໃນເມື່ອກ່ອນກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ, ສ້າງສະພາບແວດລ້ອມ ແລະ ເງື່ອນໄຂອັນສະດວກໃຫ້ແກ່ການເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດທັງຢູ່ໃກ້ ແລະ ຢູ່ໄກ ແລະ ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈຈາກເພື່ອນມິດສາກົນນັບມື້ກວ້າງຂວາງ.

ມາຮອດປັດຈຸບັນ, ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 155 ປະເທດໃນໂລກ; ມີສາຍພົວພັນກັບ 145 ພັກການເມືອງຈາກ 82 ປະເທດ, ມີ 20 ສະມາຄົມມິດຕະພາບກັບຕ່າງປະເທດ ແລະ 1 ຄະນະສັນຕິພາບ ແລະ ສາມັກຄີລາວກັບຕ່າງປະເທດ; ມີສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 42 ແຫ່ງ, ໃນນັ້ນ, ມີສະຖານເອກອັກຄະລັດຖະທູດຈໍານວນ 28 ແຫ່ງ, ສໍານັກງານຜູ້ຕາງໜ້າຖາວອນຈໍານວນ 3 ແຫ່ງ, ສະຖານກົງສຸນໃຫຍ່ ຈໍານວນ 10 ແຫ່ງ ແລະ ຫ້ອງການກົງສຸນ ຈໍານວນ 1 ແຫ່ງ; ມີສໍານັກງານຜູ້ຕາງໜ້າຂອງຕ່າງປະເທດ ປະຈໍາຢູ່ ສປປ ລາວ ຈໍານວນ 33 ແຫ່ງ, ໃນນັ້ນ ມີສະຖານເອກອັກຄະລັດຖະທູດ ຈໍານວນ 27 ແຫ່ງ ແລະ ສະຖານກົງສຸນໃຫຍ່ ຈໍານວນ 6 ແຫ່ງ; ມີກົງສຸນກິດຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ ຈໍານວນ 24 ແຫ່ງ ໃນ 18 ປະເທດ, ມີກົງສຸນກິດຕິມະສັກຂອງຕ່າງປະເທດຢູ່ ສປປ ລາວ ຈໍານວນ 20 ແຫ່ງ; ມີດ່ານສາກົນ ຈໍານວນ 32 ແຫ່ງ ແລະ ມີການພົວພັນດ້ານການຄ້າກັບຫຼາຍກວ່າ 60 ປະເທດໃນໂລກ.

ໃນຂອບສອງຝ່າຍ, ສປປ ລາວ ໄດ້ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັບປະເທດຕ່າງໆຢ່າງຕັ້ງໜ້າ. ພິເສດ ແມ່ນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ກັບ ສສ. ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ; ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ເຂັ້ມແຂງ ໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່;ເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານ ແລະ ການເປັນເພື່ອນມິດຮ່ວມອຸດົມດຽວກັນ ກັບ ສປປ ເກົາຫຼີ ແລະ ສ. ກູບາ, ພ້ອມທັງໄດ້ເສີມຂະຫຍາຍ ແລະ ຍົກລະດັບສາຍພົວພັນກັບບັນດາປະເທດເພື່ອນມິດ. ໃນນີ້, ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານກັບກໍາປູເຈຍ, ເປັນຄູ່ຮ່ວມຍຸດທະສາດຮອບດ້ານກັບຍີ່ປຸ່ນ, ເປັນຄູ່ຮ່ວມມືຍຸດທະສາດກັບລັດເຊຍໃນພາກພື້ນອາຊີປາຊີຟິກ, ເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງກັບໄທ, ເປັນຄູ່ຮ່ວມມືຍຸດທະສາດກັບຮົງກາລີ, ເປັນຄູ່ຮ່ວມມືຮອບດ້ານກັບ ສ ເກົາຫຼີ ແລະ ອົສຕຣາລີແລະ ເປັນຄູ່ຮ່ວມມືແບບກວມລວມກັບ ສ ອາເມຣິກາ.

ໃນຂອບຫຼາຍຝ່າຍ, ສປປ ລາວ ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ເປັນເຈົ້າການຢູ່ໃນເວທີພາກພື້ນ ແລະ ສາກົນ ເພື່ອຍົກສູງບົດບາດຂອງຕົນໃຫ້ນັບມື້ພົ້ນເດັ່ນ ໂດຍໄດ້ສືບຕໍ່ເປັນເຈົ້າການໃນການເຂົ້າຮ່ວມຂະບວນການເຊື່ອມໂຍງພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ ແນໃສ່ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງ ສປປ ລາວ ເປັນຕົ້ນ ຂອບອົງການສະຫະປະຊາຊາດ (ສປຊ) ແລະ ອົງການເຄືອຂ່າຍ, ຂອບການຮ່ວມມືອາຊຽນ, ອົງການການຄ້າໂລກ (WTO), ອົງການຝຣັ່ງໂກໂຟນີສາກົນ(OIF), ຂະບວນການບໍ່ຮ່ວມກຸ່ມ (NAM), ກຸ່ມ G77, ກຸ່ມປະເທດດ້ອຍພັດທະນາ (LDC), ກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ (LLDC) ແລະ ກົນໄກການຮ່ວມມືຂອງອົງການຈັດຕັ້ງສາກົນອື່ນໆ. ປັດຈຸບັນ, ສປປ ລາວ ໄດ້ເຂົ້າເປັນສະມາຊິກອົງການຈັດຕັ້ງສາກົນຫຼາຍກວ່າ 141 ອົງການ. ພິເສດ, ສປປ ລາວ ໄດ້ຮັບໜ້າທີ່ເປັນຮອງປະທານສະມັດຊາໃຫຍ່ອົງການ ສປຊ ຈໍານວນ 2 ສະໄໝ ຄື: ສະໄໝທີ 50 ແລະ ສະໄໝທີ 76; ຖືກເລືອກໃຫ້ເປັນສະມາຊິກສົມບູນ ໃນສະພາເສດຖະກິດ-ສັງຄົມຂອງ ສປຊ (ECOSOC) ສະໄໝ 2023-2025 ແລະ ຫຼ້າສຸດ ສປປ ລາວ ຍັງໄດ້ເຂົ້າຮ່ວມເປັນຄູ່ຮ່ວມເຈລະຈາຂອງອົງການຮ່ວມມືຊຽງໄຮ້ (SCO) ຢ່າງເປັນທາງການ ໃນວັນທີ 10 ກໍລະກົດ 2026 ແລະ ເຂົ້າຮ່ວມເປັນໜຶ່ງໃນປະເທດສະມາຊິກກໍ່ຕັ້ງອົງການຮ່ວມມືປັນຍາປະດິດໂລກ (WAICO) ໃນວັນທີ 16 ກໍລະກົດ 2026 ທີ່ຜ່ານມາ. ນອກຈາກນັ້ນ, ສປປ ລາວ ກໍໄດ້ດໍາເນີນຂະບວນການສະເໜີເປັນສະມາຊິກສົມບູນຂອງອົງການການຮ່ວມມື ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈຂົງເຂດອາຊີ (CICA) ຊຶ່ງຈະມີການຮັບຮອງເອົາຢູ່ໃນກອງປະຊຸມສຸດຍອດຄັ້ງທີ 7 ຂອງອົງການ CICA ໃນວັນທີ 15 ຕຸລາ 2026 ທີ່ ປະເທດອາເເຊັກໄບຊານ. ຄຽງຄູ່ກັນນັ້ນ, ສປປ ລາວ ຍັງສືບຕໍ່ເຄື່ອນໄຫວຢ່າງຕັ້ງໜ້າເຂົ້າໃນການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ເປັນຕົ້ນ ຂອບການຮ່ວມມືໜຶ່ງແລວ-ໜຶ່ງເສັ້ນທາງ (BRI), ຂອບການຮ່ວມມືແຫ່ງອາຊີ (ACD), ຂອບການຮ່ວມມືອາຊີຕາເວັນອອກ-ອາເມຣິກາລາຕິນ (FEALAC) ແລະ ບັນດາຂອບການຮ່ວມມືແມ່ນໍ້າຂອງ ແລະ ຄູ່ຮ່ວມພັດທະນາ ເຊັ່ນ: ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ແມ່ນໍ້າຂອງ-ຍີ່ປຸ່ນ, ແມ່ນໍ້າຂອງ-ສ ເກົາຫຼີ ແລະ ແມ່ນໍ້າຂອງ-ສ ອາເມຣິກາ. ພ້ອມດຽວກັນນັ້ນ, ກໍໄດ້ຮັບຄວາມໄວ້ວາງໃຈ ແລະ ໄດ້ຮັບກຽດເປັນປະທານກອງປະຊຸມລະດັບສຸດຍອດ ແລະ ເປັນເຈົ້າພາບໃນເຫດການທາງການທູດທີ່ສຳຄັນຂອງພາກພື້ນ ແລະ ສາກົນ ເປັນຕົ້ນ ເປັນປະທານໝູນວຽນອາຊຽນ ຈໍານວນ 3 ຄັ້ງ, ເປັນເຈົ້າພາບກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດ ນາມ (CLV) ຈໍານວນ 5 ຄັ້ງ, ກອງປະຊຸມສຸດຍອດຂອບການຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV)ຈໍານວນ 3 ຄັ້ງ, ກອງປະຊຸມລັດຖະສະພາໄອໂປ, ກອງປະຊຸມລັດຖະມົນຕີຕ່າງປະເທດບັນດາປະເທດໃຊ້ພາສາຝຣັ່ງ ຫຼື ຝຣັ່ງໂກໂຟນີ ຄັ້ງທີ 23, ກອງປະຊຸມສຸດຍອດບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ (GMS) ຄັ້ງທີ 3, ກອງປະຊຸມປະຈໍາປີ ຄັ້ງທີ 17 ເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ (APPF), ງານມະຫາກໍາກິລາຊີເກມ ຄັ້ງທີ 25, ກອງປະຊຸມສາກົນ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທໍາອິດ ໃນປີ 2010 ແລະ ພິເສດ ໃນປີ 2026 ນີ້ ສປປ ລາວ ກໍໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມທົບທວນ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ຊຶ່ງໄດ້ຮັບຜົນສຳເລັດຢ່າງຈົບງາມຕາມເປົ້າໝາຍ ແລະ ໄດ້ຮັບຮອງເອົາເອກະສານຜົນກອງປະຊຸມຢ່າງເປັນເອກະສັນຈໍານວນ 3 ສະບັບ ຄື: 1. ເອກະສານທົບທວນການຈັດຕັ້ງປະຕິບັດແຜນປະຕິບັດງານໂລຊານ 2022-2026, 2. ຖະແຫຼງການການເມືອງນະຄອນ ຫຼວງວຽງຈັນ ແລະ 3. ແຜນປະຕິບັດງານນະຄອນຫຼວງວຽງຈັນ (VCAP) 2027-2031 ແລະ ກອງປະຊຸມອື່ນໆ. ພ້ອມດຽວກັນນັ້ນ, ກໍໄດ້ມີຄວາມຫ້າວຫັນໃນການປະຕິບັດພັນທະຂອງຕົນພາຍໃຕ້ສົນທິ ສັນຍາຕ່າງໆ ທີ່ ສປປ ລາວ ເປັນພາຄີ ຊຶ່ງລວມມີ 1.500 ກວ່າສະບັບ. ໃນນັ້ນ, ຂອບຫຼາຍຝ່າຍມີຫຼາຍກວ່າ 900 ສະບັບ ແລະ ໄດ້ສໍາເລັດການສ້າງກົດໝາຍຂອງຂະແໜງການຕ່າງປະເທດ ຈໍານວນ 5 ສະບັບ ພ້ອມທັງໄດ້ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ຈໍານວນ 9 ສະບັບ.

ຕະຫຼອດໄລຍະ 81 ປີ ແຫ່ງການເຄື່ອນໄຫວການທູດລາວ, ພວກເຮົາສາມາດຢືນຢືນ ດ້ວຍຄວາມເອກອ້າງທະນົງໃຈ ໄດ້ວ່າຂະແໜງການຕ່າງປະເທດ ໄດ້ມີຜົນງານອັນພົ້ນເດັ່ນ, ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດແຫ່ງການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິ ວັດລາວ; ມີການເຄື່ອນໄຫວການທູດທີ່ຫ້າວຫັນຂອງການນໍາຂັ້ນສູງພັກ-ລັດ; ມີ ປະຊາຊົນລາວບັນດາ ເຜົ່າ, ທຸກຂະແໜງການແຕ່ສູນກາງລົງຮອດທ້ອງຖິ່ນ ໃນທົ່ວປະເທດ ເປັນນໍ້າໜຶ່ງໃຈດຽວກັນ ປະກອບ ສ່ວນເຂົ້າໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍການຕ່າງປະເທດຂອງພັກ-ລັດເຮົາ ທີ່ມີຄວາມຖືກ ຕ້ອງ ແລະ ໜັກແໜ້ນທາງດ້ານຍຸດທະສາດ, ມີຄວາມຄ່ອງແຄ້ວ ແລະ ນິ້ມນວນທາງດ້ານຍຸດໂທບາຍໃນແຕ່ລະໄລຍະ ໄດ້ເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາຕາມທິດສັງຄົມນິຍົມ ຊຶ່ງເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການສືບຕໍ່ສ້າງສາພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ສັງຄົມມີຄວາມປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ພິເສດ, ໃນທ້າຍປີ 2026 ນີ້, ສປປ ລາວ ກໍຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຕາມຄາດໝາຍທີ່ວາງໄວ້ ແລະ ຈະກ້າວສູ່ໄລຍະໃໝ່ຂອງການພັດທະນາ. ສໍາລັບຂະແໜງການຕ່າງປະເທດຂອງພວກເຮົາ ກໍຈະສືບຕໍ່ເປັນເຈົ້າການຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກຕາມທີ່ໄດ້ກໍານົດໄວ້ໃນມະຕິ ກອງປະຊຸມໃຫຍ່ຂອງພັກຄັ້ງທີ XII ໃຫ້ປະກົດຜົນເປັນຈິງ ພ້ອມທັງຕັ້ງໜ້າເຄື່ອນໄຫວວຽກງານການຕ່າງປະເທດໃຫ້ໄດ້ຮັບໝາກຜົນດີຍິ່ງໆຂຶ້ນ ຕາມຄໍາຂວັນ: “ບຸກທະລຸດ້ານການທູດເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວໃນດ້ານການເປັນເສນາທິການ”.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະ ໂດຍມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳແຂວງ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານ ອົງການປົກຄອງຕາແສງ ເມືອງຫີນບູນ ແຂວງຄໍາມ່ວນ ໃນວັນທີ 24 ພະຈິກຜ່ານມາ, ທີ່ ຕາແສງ ຄໍາແກ້ວ, ໃຫ້ກຽດກ່າວຕ້ອນຮັບຂອງທ່ານ ຄຳສິງ ອໍລະວັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະພັກ, ອົງການປົກຄອງເມືອງຫີນບູນ ພ້ອມດ້ວຍອົງການປົກຄອງຕາແສງ 6 ຕາແສງໃນທົ່ວເມືອງ ເຂົ້າຮ່ວມ.
ປີ 2026 ໄອຍະການປະຊາຊົນອັດຕະປື ໄດ້ຮັບສຳນວນຄະດີອາຍາ 181 ເລື່ອງ

ປີ 2026 ໄອຍະການປະຊາຊົນອັດຕະປື ໄດ້ຮັບສຳນວນຄະດີອາຍາ 181 ເລື່ອງ

ໃນປີ 2026 ອົງການໄອຍະການປະຊາຊົນແຂວງອັດຕະປື ໄດ້ຮັບສຳນວນຄະດີອາຍາເຂົ້າມາຄົ້ນຄວ້າທັງໝົດ 181 ເລື່ອງ, ແກ້ໄຂແລ້ວ 176 ເລື່ອງ, ໃນນັ້ນ ມີ 41 ເລື່ອງສົ່ງຄືນໃຫ້ເຈົ້າໜ້າທີ່, 135 ເລື່ອງສັ່ງຟ້ອງຂຶ້ນສານ ແລະ ຍັງມີ 5 ເລື່ອງທີ່ພວມສືບຕໍ່ຄົ້ນຄວ້າ. ໃນນັ້ນ ຄະດີສໍ້ລາດບັງຫຼວງ ເປັນຄະດີທີ່ພົ້ນເດັ່ນ, ສ່ວນຄະດີທີ່ເກີດຂຶ້ນຫຼາຍທີ່ສຸດແມ່ນຄະດີຄ້າຂາຍຢາເສບຕິດ.
ປີ 2026 ສານປະຊາຊົນອັດຕະປື ພິຈາລະນາແກ້ໄຂຄະດີໄດ້ 254 ເລື່ອງ

ປີ 2026 ສານປະຊາຊົນອັດຕະປື ພິຈາລະນາແກ້ໄຂຄະດີໄດ້ 254 ເລື່ອງ

ປີ 2026 ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຄະດີທັງໝົດ 291 ເລື່ອງ, ໃນນີ້, ສາມາດແກ້ໄຂໄດ້ 254 ເລື່ອງ ເທົ່າກັບ 87.28% ແລະ ຍັງຄ້າງການພິຈາລະນາ 37 ເລື່ອງ. ທ່ານ ຄຳຫຼ້າ ແກ້ວວັນສອນ ປະທານສານປະຊາຊົນແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ໃນວັນທີ 26 ພະຈິກນີ້ ວ່າ: ໃນຈຳນວນຄະດີ 291 ເລື່ອງ ແບ່ງເປັນຄະດີຂັ້ນຕົ້ນ 276 ເລື່ອງ ແລະ ຂັ້ນອຸທອນ 15 ເລື່ອງ, ໃນນັ້ນ ເປັນຄະດີຄ້າງມາ 66 ເລື່ອງ ແລະ ຄະດີເຂົ້າໃໝ່ 225 ເລື່ອງ, ຖ້າທຽບໃສ່ປີຜ່ານມາ ຄະດີເຂົ້າໃໝ່ຫຼຸດລົງ 83 ເລື່ອງ.
ເຊກອງ ປະມູນເລກປ້າຍທະບຽນຍານພາຫະນະທາງບົກ ຄັ້ງທີ 1

ເຊກອງ ປະມູນເລກປ້າຍທະບຽນຍານພາຫະນະທາງບົກ ຄັ້ງທີ 1

ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ຈັດປະມູນເລກປ້າຍທະບຽນຍານພາຫະ ນະທາງບົກ ປະເພດລົດເບົາເອກະຊົນລາວ, ເອກະຊົນຕ່າງດ້າວ ແລະ ທຸລະກິດ 100% ຂຶ້ນໃນວັນທີ 25 ພະ ຈິກນີ້, ໂດຍການເປັນປະທານຂອງທ່ານ ແກ້ວປະເສີດ ແກ້ວມະນີວົງ ຫົວໜ້າພະແນກ ຍທຂ ແຂວງ ພ້ອມດ້ວຍຄະນະກໍາມະການຈັດຕັ້ງການປະມູນ ເຂົ້າຮ່ວມ.
ໂຄງ​ການແຜນງານ338ມອບຄອມພີວເຕີໂນດບຸກໃຫ້ບ້ານເປົ້າໝາຍຢູ່ເມືອງໝື່ນ

ໂຄງ​ການແຜນງານ338ມອບຄອມພີວເຕີໂນດບຸກໃຫ້ບ້ານເປົ້າໝາຍຢູ່ເມືອງໝື່ນ

ໂຄງການແຜນງານພັດ​ທະ​ນາ​ທ້ອງ​ຖິ່ນລາວ388 ໄດ້ນຳເອົາຄອມພີວເຕີໂນດບຸກຈຳນວນ 24ເຄື່ອງ, ປ​ຣິ້ນ​ເຕີ 22 ເຄື່ອງແລະກະ​ເປົາແລະອຸ​ປະ​ກອນ​ຕ່າງໆ ລວມ​ມູນ​ຄ່າ 800 ລ້ານ​ກີບ, ໂດຍມອບໃຫ້ 10 ບ້ານເປົ້າໝາຍທີ່ຢູ່ໃນໂຄງການແຜນງານ 338 ຄື: ບ້ານນໍ້າແພດ, ບ້ານໂພນແສນ, ບ້ານ ນໍ້າເລົ້າ, ບ້ານນາຕາດ, ບ້ານນ້ຳເພີນ, ບ້ານນາຍາວ, ບ້ານນາບົວ, ບ້ານໂນນຕ້ອງ, ບ້ານດອນຮຽງ ແລະ ບ້ານປາກຊາວ,
ອັດຕະປື ຕັ້ງເປົ້າຮອດ 2030 ຈະສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 405 ຄອບຄົວ

ອັດຕະປື ຕັ້ງເປົ້າຮອດ 2030 ຈະສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 405 ຄອບຄົວ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງອັດຕະປື ຊຸດທີ V, ໃນ​ວັນ​ທີ 25 ພະ​ຈິກ​ຜ່ານ​ມາ, ທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກໍາມະການປົກຄອງແຂວງ ໄດ້ລາຍງານແຜນຈັດ​ຕັ້ງ​ປະ​ຕິ​ບັດວາ​ລະ​ແຫ່ງ​ຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ຂອງແຂວງອັດຕະປືໃຫ້​ຮູ້ວ່າ: ເພື່ອຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງວາລະແຫ່ງຊາດ ກ່ຽວກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ບັນລຸຕາມຄາດໝາຍ ແລະ ເກີດຜົນເປັນຈິງ, ຄະນະຮັບຜິດຊອບຊີ້ນຳການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແຂວງອັດຕະປື ໄດ້ຄົ້ນຄວ້າສ້າງແຜນປະຕິບັດງານ ໂດຍກຳນົດທິດທາງ, ຈຸດປະສົງ, ແຜນງານ, ໂຄງການ, ກິດຈະກຳ ແລະ ມາດຕະການຕ່າງໆ ເພື່ອເປັນບ່ອນອີງສຳຄັນໃນການຂັບເຄື່ອນວຽກງານດັ່ງກ່າວໃຫ້ມີປະສິດທິຜົນ.
ກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງ ປກສ

ກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງ ປກສ

ວັນທີ 26 ພະຈິກນີ້ ທີ່ກົມໂຄສະນາອົມຮົມ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ (ປກສ) ຄະນະຮັບຜິດຊອບຈັດການແຂ່ງຂັນກິລາເປຕັງ ຈັດກອງປະຊຸມເຕັກນິກ ເພື່ອກະກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ເປັນປະທານໂດຍທ່ານ ພັທ ພອນທິບ ພັນທະວົງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ປກສ, ມີຄະນະຮັບຜິດຊອບຈັດການແຂ່ງຂັນ ພ້ອມດ້ວຍກຳມະການ ແລະ ຕາງໜ້າຈາກກົມກອງອ້ອມຂ້າງກົມໃຫຍ່ ເຂົ້າຮ່ວມ.
ເພີ່ມທະວີຄວາມເປັນແບບຢ່າງ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນໃນໄລຍະໃໝ່

ເພີ່ມທະວີຄວາມເປັນແບບຢ່າງ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນໃນໄລຍະໃໝ່

ໃນໄລຍະໃໝ່ແຫ່ງການພັດທະນາປະເທດຊາດ ທີ່ເຕັມໄປດ້ວຍກາລະໂອກາດ ແລະ ສິ່ງທ້າທາຍນາໆປະການ, ໂດຍສະເພາະ ໃນໄລຍະແຫ່ງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X (2026-2030) ເພື່ອບັນລຸເປົ້າໝາຍນຳພາປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງມີຄຸນນະພາບ ແລະ ຍືນຍົງນັ້ນ, ການນຳເອົາແນວທາງນະໂຍບາຍຂອງພັກ ແລະ ລັດໃຫ້ປະກົດຜົນເປັນຈິງ ບໍ່ພຽງແຕ່ອາໄສກົນໄກ ແລະ ນິຕິກຳເທົ່ານັ້ນ, ແຕ່ປັດໄຈຕັດສິນຊີ້ຂາດແມ່ນຄຸນນະພາບຂອງຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ໂດຍສະເພາະແມ່ນ “ຄວາມເປັນແບບຢ່າງນຳໜ້າ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ” ທີ່ຕ້ອງໄດ້ຮັບການເສີມຂະຫຍາຍໃຫ້ສູງຂຶ້ນກວ່າເກົ່າ.
8 ຫົວໜ່ວຍອົງການປົກຄອງຂັ້ນແຂວງ ບັນລຸການສ້າງແຂວງເປັນຫົວໜ່ວຍຍຸດທະສາດ

8 ຫົວໜ່ວຍອົງການປົກຄອງຂັ້ນແຂວງ ບັນລຸການສ້າງແຂວງເປັນຫົວໜ່ວຍຍຸດທະສາດ

ໃນວັນທີ 25 ພະຈິກຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີ (ສນຍ) ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານ 3 ສ້າງ (ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ) ໄລຍະ 5 ປີ (2021-2025), ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ມີຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ-ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມແບບເຊິ່ງໜ້າ, ປະທານ-ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ.
ເຊກອງ ສະຫຼອງວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

ເຊກອງ ສະຫຼອງວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

ແຂວງເຊກອງ ຈັດພິທີສະເຫຼີມສະຫຼອງສົນທິສັນຍາວ່າດ້ວຍເດັກ (ວັນເດັກໂລກ) 20 ພະຈິກ ແລະ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ 25 ພະຈິກ ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ເມືອງດາກຈຶງ ໂດຍມີທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານ ຄະນະກໍາມະການປົກຄອງແຂວງ, ປະ ທານຄະນະກໍາມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຂັ້ນແຂວງ, ທ່ານ ເພັງນາ ຈັນທະພອນ ເລຂາຄະນະບໍລິຫານງານພັກເມືອງດາກຈຶງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ