ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ
ທ່ານເຫຼັກໄຫຼສີວິໄລລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ (ຍທຂ)ໄດ້ສະເໜີເຫດຜົນ, ຄວາມຈໍາເປັນຂອງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ຍທຂ ສະເໜ ປບປງຮາງກດໝາຍວາດວຍການບນພນລະເຮອນ - image 1
 

 

ທ່ານເຫຼັກໄຫຼສີວິໄລໄດ້ຍົກໃຫ້ເຫັນເຫດຜົນແລະຄວາມຈໍາເປັນໃນການປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນເພື່ອໃຫ້ມີເນື້ອໃນຄົບຖ້ວນ ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນປັດຈຸບັນ, ເຖິງແມ່ນວ່າໃນໄລຍະຜ່ານມາລະບຽບຫຼັກການທີ່ເປັນບ່ອນອີງໃນການຄຸ້ມຄອງຂອງລັດເຫັນວ່ານິຕິກຳຍັງບໍ່ທັນຮັດກຸມບໍ່ຈະແຈ້ງເທົ່າທີ່ຄວນ, ການຄຸ້ມຄອງທາງດ້ານການບິນຕິດພັນກັບຫຼາຍຂະແໜງການເຮັດໃຫ້ການຈັດຕັ້ງປະຕິບັດນິຕິກຳທີ່ວາງອອກຍັງຈຳກັດແລະມີໜ້ອຍ. ສະນັ້ນ, ຈຶ່ງໄດ້ລວບລວມເອົາບັນຫາ, ເນື້ອໃນຂອງບັນດານິຕິກຳທີ່ນໍາໃຊ້ຜ່ານມາເພື່ອກຳນົດພາລະບົດບາດ, ສິດແລະໜ້າທີ່ຂອງຂະແໜງການທີ່ກ່ຽວຂ້ອງເຂົ້າໃນຮ່າງກົດໝາຍສະບັບນີ້ໃຫ້ຊັດເຈນເພື່ອເຮັດໃຫ້ການຄຸ້ມຄອງມະຫາພາກມີປະສິດທິພາບປະສິດທິຜົນສູງພ້ອມທັງຫັນໄປສູ່ການຄຸ້ມຄອງລະບົບທີ່ທັນສະໄໝ, ເພື່ອປັບນິຕິກຳທີ່ຍັງໃຊ້ໃນປັດຈຸບັນໃຫ້ສອດຄ່ອງກັບກົດໝາຍແລະນິຕິກຳອື່ນທີ່ກ່ຽວຂ້ອງ, ທັງເປັນເຄື່ອງມືໃນການຄຸ້ມຄອງຂອງລັດໃຫ້ຮັດກຸມແລະເປັນລະບົບໃນການຄຸ້ມຄອງມະຫາພາກ, ການດໍາເນີນທຸລະກິດກ່ຽວກັບການບິນພົນລະເຮືອນໃຫ້ທັນສະໄໝ, ມີຄວາມປອດໄພ, ໂປ່ງໃສສາມາດຕິດຕາມກວດກາໄດ້ຢ່າງທັນການພ້ອມທັງປົກປັກຮັກສາຜົນປະໂຫຍດລວມຂອງຊາດຕໍ່ຜູ້ດຳເນີນທຸລະກິດປະກອບສ່ວນເຂົ້າໃນການສ້າງຖານລາຍຮັບເຂົ້າງົບປະມານແຫ່ງຊາດ.ດັ່ງນັ້ນ,ຈຶ່ງມີຄວາມຈຳເປັນຕ້ອງມີກົດໝາຍທີ່ມີເນື້ອໃນຄົບຖ້ວນ, ຮັດກຸມແທດເໝາະກັບສະພາບການສາມາດຈັດຕັ້ງປະຕິບັດໄດ້.

ໂຄງປະກອບຂອງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນສະບັບເກົ່າປີ 2018 ປະກອບມີ 18 ພາກ 27 ໝວດແລະ 174 ມາດຕາພາຍຫຼັງທີ່ປັບປຸງລ່າສຸດໃນປີ 2026 ປະກອບມີ 16 ພາກ, 35 ໝວດແລະ 189 ມາດຕາ, ຮັກສາເດີມ 28 ມາດຕາ, ປັບປຸງຄືນ 126 ມາດຕາແລະເພີ່ມເຂົ້າໃໝ່ 35 ມາດຕາ.

ພາຍຫຼັງກົດໝາຍສະບັບນີ້ຖືກຮັບຮອງແລະປະກາດໃຊ້ແລ້ວຈະເປັນບ່ອນອີງທາງດ້ານນິຕິກຳຂອງວຽກງານການບິນພົນລະເຮືອນຂອງສປປລາວທີ່ຈະນໍາໃຊ້ເຂົ້າໃນການອ້າງອີງຕໍ່ການປະຕິບັດຕາມສົນທິສັນຍາສາກົນທີ່ສປປລາວເປັນພາຄີໂດຍສະເພາະການແກ້ໄຂຂໍ້ຄົງຄ້າງແລະຮອງຮັບການມາກວດສອບ-ກວດກາຄວາມປອດໄພການບິນແລະປ້ອງກັນຄວາມປອດໄພການບິນຮອບດ້ານຂອງອົງການການບິນພົນລະເຮືອນສາກົນ (ICAO) ໃນໄວໆນີ້.ເພື່ອຜັນຂະຫຍາຍວິໄສທັດຮອດປີ 2030 ຍຸດທະສາດການພັດທະນາການບິນພົນລະເຮືອນຮອດປີ 2030 ທີ່ໄດ້ກຳນົດເປົ້າໝາຍລວມທີ່ຕ້ອງສູ້ຊົນປະຕິບັດໃຫ້ສໍາເລັດຊຶ່ງໃນນັ້ນວຽກຈຸດສຸມທີ່ເປັນບຸລິມະສິດຕົ້ນຕໍທີ່ຕ້ອງໄດ້ຈັດຕັ້ງປະຕິບັດໂດຍສະເພາະການປັບປຸງກົດໝາຍແລະລະບຽບການໃຫ້ສອດຄ່ອງຕາມມາດຕະຖານແລະຄໍາເແນະນໍາຂອງອົງການບິນພົນລະເຮືອນສາກົນເພື່ອນໍາໃຊ້ເປັນເຄື່ອງມືໃນການຄຸ້ມຄອງມະຫາພາກດ້ານການບິນພົນລະເຮືອນໃຫ້ມີປະສິດທິພາບສູງ. ຄຽງຄູ່ກັນນີ້, ເພື່ອຍົກສູງບົດບາດຂອງກົມການບິນພົນລະເຮືອນໃຫ້ເປັນເຈົ້າໜ້າທີ່ທີ່ມີສິດແລະໜ້າທີ່ໃນການຄຸ້ມຄອງມະຫາພາກດ້ານການບິນພົນລະເຮືອນໃຫ້ກາຍເປັນຮູບປະທຳໂດຍນຳໃຊ້ລະບົບກົດໝາຍແລະລະບຽບການຢ່າງເຂັ້ມງວດພ້ອມດ້ວຍງົບປະມານພຽງພໍແລະບຸກຄະລາກອນດ້ານວິຊາສະເພາະການບິນໃຫ້ເທດເໝາະກັບພາລະບົດບາດຂອງຕົນເພື່ອຮັບປະກັນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; ເພື່ອເປັນເຄື່ອງມືທີ່ມີຄວາມຮັດກຸມແລະຄົບຖ້ວນກວ່າເກົ່າໃນການຄຸ້ມຄອງລັດດ້ວຍກົດໝາຍ, ພ້ອມທັງສ້າງເງື່ອນໄຂໃນການພັດທະນາເສດຖະກິດສັງຄົມໃຫ້ດີຂຶ້ນ; ເພື່ອຮັບປະກັນການຈັດຕັ້ງປະຕິບັດການຄຸ້ມຄອງວຽກງານຂະແໜງການບິນພົນລະເຮືອນໃຫ້ມີຄວາມຄ່ອງຕົວ, ສະດວກ, ປອດໄພແລະເປັນລະບຽບຮຽບຮ້ອຍໃນສັງຄົມໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ປົກປ້ອງຜູ້ຊົມໃຊ້, ຊັບສິນແລະສ້າງໂອກາດໃນການຍາດແຍ່ງການລົງທຶນຂອງຕ່າງປະເທດໃນອະນາຄົດເພື່ອເຮັດໃຫ້ການຄຸ້ມຄອງ, ຕິດຕາມ, ກວດກາແລະການແບ່ງຄວາມຮັບຜິດຊອບກ່ຽວກັບວຽກງານຂະແໜງການບິນພົນລະເຮືອນລະຫວ່າງຂັ້ນສູນກາງ, ທ້ອງຖິ່ນແລະຂະແໜງການທີ່ກ່ຽວຂ້ອງມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດເພື່ອເປັນເຄື່ອງມືທີ່ສໍາຄັນ, ຮັດກຸມແລະຄົບຖ້ວນໃນການຄຸ້ມຄອງລັດດ້ວຍກົດໝາຍປະກອບສ່ວນໃຫ້ການພັດທະນາເສດຖະກິດ-ສັງຄົມຂອງຊາດ.ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວການເມືອງ

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII

ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ (ຫສພ) ຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ແລະ ປິດລົງດ້ວຍຜົນສຳເລັດ ໃນວັນທີ 10 ພະຈິກນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ຄໍາຂວັນ “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດ ບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະ ພາບວ່ອງໄວ ແລະ ຫັນສະໄໝ” ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ເພັດ ພົມພິພັກ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາຂັ້ນສູງ, ພະນັກງານອາວຸໂສ-ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ ຈໍານວນ 172 ສະຫາຍ ຍິງ 67 ສະຫາຍ ທີ່ເປັນຕົວແທນໃຫ້ ສະມາຊິກພັກ ທັງໝົດ 302 ສະຫາຍ.
ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສພ ຄັ້ງທີ VIII ຢ່າງເປັນທາງການ

ເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫສພ ຄັ້ງທີ VIII ຢ່າງເປັນທາງການ

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ (ຫສພ) ຄັ້ງທີ VIII ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 10 ພະຈິກນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ ພາຍໃຕ້ຄໍາຂວັນ “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນະພາບ ວ່ອງໄວ ແລະ ຫັນສະ ໄໝ” ພາຍໃຕ້ການເປັນ ປະທານ ຂອງ ສະຫາຍ ເພັດ ພົມພິພັກ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍການນໍາ, ອະດີດການນໍາຂັ້ນສູງ, ພະນັກງານອາວຸໂສ-ບຳນານ ແລະ ແຂກຖືກເຊີນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ມີຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ ຈໍານວນ 172 ສະຫາຍ ຍິງ 67 ສະຫາຍ ທີ່ເປັນຕົວແທນໃຫ້ ສະມາຊິກພັກ ທັງໝົດ 302 ສະຫາຍ.
ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ